ຕັດສິນໃຈ ສ້າງພື້ນຖານການທູດເສດຖະກິດ ເພື່ອຮັບໃຊ້ການພັດທະນາ

ຕັດສິນໃຈ ສ້າງພື້ນຖານການທູດເສດຖະກິດ ເພື່ອຮັບໃຊ້ການພັດທະນາ

ພາຍຫຼັງ​ເຮັດ​ວຽກ​ກັບບັນດາສຳນັກງານ​ການ​ຄ້າ​ ຫວຽດນາມ ປະຈຳ​ຢູ່ ຕະຫຼາດ​ຕ່າງປະ​ເທດ​ 176 ແຫ່ງ ເພື່ອ​ຊອກ​ຫາ​ວິທີ​ແກ້​ໄຂ​ ຊຸກຍູ້​​ສົ່ງ​ເສີມ​ການ​ຄ້າ​ປີ 2022​ແລະ ກຳນົດທິດ ເຖິງ​​ປີ 2025, ວັນ​ທີ 19 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິ໋ງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ທາງ​ອອນ​ລາຍ ​ກັບ​ຫົວໜ້າ​ອົງການຜູ້ຕາງໜ້າ​ ຫວຽດ ນາມ ປະຈຳຢູ່​ຕ່າງປະ​ເທດ ກ່ຽວ​ກັບ​ການ​ຍູ້ແຮງ ຜັນຂະຫຍາຍ​ວຽກ ງານການທູດເສດຖະກິດ ເພື່ອຮັບໃຊ້ການພັດທະນາປະເທດຊາດ. 

ຕາມຄໍາສັ່ງເລກທີ 15-CT/TW ລົງວັນທີ 10 ສິງຫາ 2022 ວ່າດ້ວຍວຽກງານການທູດເສດຖະກິດ ເພື່ອຮັບໃຊ້ ການພັດທະນາຮອດປີ 2030 ຂອງ ຄະນະເລຂາ ໃນການຊີ້ນຳ, ນຳພາ ວຽກງານການທູດເສດຖະກິດ ຕ້ອງກຳນົດ ຢ່າງຈະແຈ້ງ ຈຸດສຸມ, ຈຸດໜັກ, ຖືຜົນປະໂຫຍດແຫ່ງຊາດ - ຊົນຊາດ, ປະສິດທິ​ຜົນ​ຢ່າງແທ້ຈິງ ເປັນ​ມາດຖານ​ອັນ​ດັບ​ໜຶ່ງ​ ໃນ​ວຽກງານຜັນຂະຫຍາຍການເຄື່ອນໄຫວ​ ການ​ທູດ​ເສດຖະກິດ.

ໃນ​ບົດ​ລາຍ​ງານ​ ວຽກ​ງານ​ການ​ທູດເສດຖະກິດ​ປີ 2022, ກະຊວງ​ການ​ຕ່າງປະ​ເທດ​ ໄດ້ຍົກໃຫ້ເຫັນ 6 ຈຸດສຸມ ວຽກງານການທູດເສດ ຖະກິດ ຂອງ ກະຊວງ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນລວມ​ມີ​ການເຜີຍແຜ່ເຊື່ອມຊຶມ​​ຄຳ​ສັ່ງ 15-CT/TW ຂອງ​ຄະນະເລຂາ, ຈາກ​ນັ້ນ ​ກຳນົດທິດ​ຈຸດ​ສຸມ ​ແລະ ​ເພີ່ມ​ທະວີ​ປະສິດທິຜົນ ປະສານສົມທົບ ຜັນຂະຫຍາຍວຽກ​ງານ​ການ​ທູດເສດຖະກິດ, ສີືບຕໍ່ເສີມຂະຫຍາຍທ່າແຮງ ຂອງ ວຽກງານການທູດ ໃນການຄົ້ນຄວ້າ, ຄາດຄະເນ, ຊ່ວຍໜູນ ໃຫ້ວຽກງານ ບໍລິຫານ ຂອງ ລັດຖະບານ ຢ່າງແທດຈິງ; ​ໝູນໃຊ້ ຈົນສຸດຄວາມສາມາດ ບັນດາການເຄື່ອນໄຫວ ການຕ່າງ ປະເທດ, ພິ​ເສດ​ແມ່ນ​ການຕ່າງປະເທດຂັ້ນ​ສູງ ​ເພື່ອ​ຊຸກຍູ້ ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ແກ້ໄຂສິ່ງກີດຂວາງ; ຊຸກຍູ້ຢ່າງແຂງແຮງ ພະລັງແຮງ ຈະເລີນເຕີບໂຕໃໝ່ ແລະ ຍູ້ແຮງການຊຸກຍູ້, ຊ່ວຍໜູນ ບັນດາຂະແໜງການ, ຂົງເຂດເສດຖະກິດຈຸດສຸມ, ທ້ອງຖິິ່ນ, ວິສາ ຫະກິດ ໃນ​ໄລຍະ​ຈະ​ມາ​ເຖິງ.

ໃນກອງ​ປະຊຸມ, ທ່ານ​ ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິ໋ງ ໄດ້ຊີ້​ນຳ​ຕ້ອງໝູນໃຊ້ ຈົນສຸດຄວາມສາມາດ ແລະ ເສີມຂະຫຍາຍທຸກ​ກາ ລະ​ໂອກາດ ແລະ ຂໍ້ສະດວກ​ເພື່ອ​ພັດທະນາ​ປະ​ເທດຊາດ, ສືບ​ຕໍ່​ຊຸກຍູ້ 3 ກໍາລັງໜູນ ຂອງ ພື້ນຖານ​ເສດຖະກິດ​ຄື: ການ​ບໍລິ​ໂພ​ກ, ການ​ລົງທຶນ, ການ​ສົ່ງ​ອອກ; ມຸ່ງ​ສູ່ການ​ສ້າງຕັ້ງ ​ທີ່​ຕັ້ງ​ ສູງ​ກວ່າ​ຂອງ ​ຫວຽດ​ນາມ ໃນ​ຕ່ອງ​ໂສ້​ການສະໜອງ ແລະ ​ຜະ​ລິດ​ໃນ​ທົ່ວ​ໂລກ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້ຍົກໃຫ້ເຫັນທັດສະນະຢ່າງຈະແຈ້ງ: ຮັກ​ສາສະຖຽນລະພາບ ໃນຄວາມບໍ່ແນ່ນອນ;  ຮັກສາຄວາມເປັນເຈົ້າການ ໃນທ່າຮັບ; ຮັກສາຄວາມໝັ້ນຄົງ, ສະເໝີຕົ້ນສະເໝີປາຍ ໃນສະພາບການຫັນປ່ຽນ ແລະ ສັບສົນ; ອອກແບບເຄື່ອງມືຄວບຄຸມຄວາມສ່ຽງ ໃນພື້ນຖານເສດຖະກິດ ການຕະຫຼາດ ດ້ວຍຄຸນລັກສະນະ ແມ່ນເກີດວິກິດການ, ຖົດຖອຍ; ກໍ່ສ້າງ​ແນວປ້ອງ​ກັນ​​ຮ່ວມ​ມື ​ແລະ ການ​ແຂ່ງຂັນ ​ໃນ​ສະພາບ​ການ​ເຊື່ອມ​ໂຍງ ​ແລະ ພັດ ທະນາ​ເສດຖະກິດ​ສາກົນ.

ໃນ​ໄລຍະ​ຈະ​ມາ​ເຖິງ, ຂະ​ແໜງ​ການ​ທູດ ​ຕ້ອງ​ຍາດແຍ່ງ, ເສີມຂະ ຫຍາຍສູງສຸດ ຖານະ ແລະ ກຳລັງໃໝ່ ຂອງ ປະເທດຊາດ; ເປັນເຈົ້າການ, ຕັ້ງໜ້າ ໃນການກໍ່ສ້າງ ສະຖານະການ ທີ່ມີຜົນປະ ໂຫຍດ ໃຫ້ສະພາບແວດລ້ອມ​ແຫ່ງ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ ຂອງປະ​ເທດຊາດ. ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຢູ່​ຕ່າງປະ​ເທດ ​ສືບ​ຕໍ່​ປະຕິບັດ​ວຽກ​ງານ​ ສ້າງ​ຕັ້ງ​ການ​ພົວພັນ​ ກັບ​ປະ​ເທດ​ປະຈຳຖິ່ນ, ​ເຜີຍ​ແຜ່ສານ, ຮູບ​ພາບ​ ຂອງ ​ຫວຽດນາມ ຜ່ານບັນດາ​ພື້ນຖານ​ສຳຄັນ ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ​ສຸດ. ພ້ອມ​ກັນ​ນັ້ນ, ຍູ້​ແຮງ​ການ​ໂຄສະນາ ເຜີຍແຜ່, ດຶງ​ດູດ​ການ​ທ່ອງ​ທ່ຽວ, ໃນນັ້ນສຸມ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ ກ່ຽວກັບ ວີຊາ ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ສາກົນ, ພ້ອມ​ກັບ​ສຸມ​ໃສ່​ ແລະ ຜັນຂະຫຍາຍ ວຽກງານ ປົກປ້ອງ ພົນລະເມືອງ ເປັນຢ່າງດີ.

ຂະ​ແໜງ​ການ ​ການ​ທູດ​ ຕ້ອງ​ຍູ້​ແຮງ​ການ​ປະດິດສ້າງດ້ານແນວຄິດ, ຄວາມກ້າຫານ​, ບຸກທະລຸ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ​ໃນວຽກງານ​ການ​ທູດ​ເສດຖະກິດ, ບົນ​ພື້ນຖານ​ຍຶດໝັ້ນ​ຫຼັກ​ໝັ້ນ, ໜັກແໜ້ນ, ​ຮອບ​ຄອບ, ໝັ້ນຄົງ ​ກັບ​ເປົ້າ​ໝາຍ, ​ຈິງ​ໃຈ ​ແລະ ​ຖ່ອມຕົວ. ​ໃນ​ນັ້ນສຸມ​ໃສ່​ຊຸກຍູ້​ຫັນເປັນຫຼາກຫຼາຍການຕະຫຼາດ, ຫັນເປັນຫຼາກຫຼາຍຜະລິດຕະພັນ; ເສີມຂະຫຍາຍ ຄວາມສາມາດບົ່ມຊ້ອນ ໃນບັນດາຕະຫຼາດຄູ່ຮ່ວມມື FTA; ເປີດກວ້າງຕະຫຼາດໄປເຖິງພາກພື້ນ ເອີ ຣົບຕາເວັນອອກ, ຕາເວັນອອກກາງ, ອາເມລິກາໃຕ້, ອາຊີໃຕ້, ອາຟຣິກກາ, ອົດສະຕຣາລີ; ພ້ອມກັນນັ້ນເພີ່ມທະວີການຫັນເປັນຫຼາກຫຼາຍ ຕ່ອງໂສ້ການສະໜອງ ອີກດ້ວຍ. 

ໃນຂະນະດຽວກັນ ຕ້ອງ​ເພີ່ມ​ທະວີ​ ການ​ຊອກ​ຫາ​ຄູ່​ຮ່ວມ​ມື, ​ເຊື່ອມ​ຕໍ່ວິສາຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ; ​ມຸ່ງສູ່ ດຶງດູດແຫຼ່ງກຳລັງ​ພາຍ​ນອກ​ເພື່ອ​ຫັນ​ເປັນ​ສີຂຽວ, ພັດທະນາ​ແບບ​ຍືນ​ຍົງ; ດຶງ​ດູດ​ການ​ລົງທຶນ​ເຂົ້າຂະ​ແໜງ​ອຸດສາຫະກຳ, ​ໃຫ້​ບຸລິມະສິດ​ ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຕົ້ນຕໍ​ໃນ​ຂົງ​ເຂດ ​ຄົມມະນາຄົມ, ພະລັງງານ, ​ຫັນ​ເປັນ​ດີ​ຈີ​ຕອນ, ​ ​ຕົວ​ເມືອງ, ພື້ນຖານ​ໂຄງ​ລ່າງ​ເພື່ອ​ຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພື້ນຖານ​ໂຄງ​ລ່າງ​ສາທາລະນະ​ສຸກ, ການ​ສຶກສາ... ໜູນ​ຊ່ວຍ​ວິ​ສາ​ຫະກິດ ຫວຽດນາມ ​ໄປ​ລົງທຶນ​ຢູ່​ຕ່າງປະ​ເທດ; ເປັນເຈົ້າການເຕືອນ​ໄພ, ປ້ອງກັນ ແລະ ແກ້ໄຂຄວາມສ່ຽງ ​ແລະ ຂໍ້​ຂັດ​ແຍ່ງ.

ດ້ວຍ​ຄວາມຮ່ວມແຮງຮ່ວມໃຈ ​ຂອງ​ຂະ​ແໜງ​ການ​ທູດ, ບັນດາ​ອົງ ການ​ຜູ້ຕາງໜ້າ​ຢູ່​ຕ່າງປະ​ເທດ, ບັນດາຄະນະ, ກະຊວງ, ຂະແໜງ ການ, ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ; ປະຕິບັດ ​ທິດນຳ​ການ​ທູດ​ຢ່າງ​ມີ​ປະສິດທິ​ຜົນຄື: “ມີນໍ້າໃຈ, ຈິງ​ໃຈ, ເຊື່ອໃຈ, ​ສະເໝີພາບ, ​ເຄົາລົບ, ມີ​ປະສິດທິ​ຜົນ ​ແລະ ພ້ອມກັນ​ພັດທະນາ”, ຫວຽດນາມ ຈະ​ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່ ​ແລະ ສຳຄັນ​ກວ່າ, ສືບ​ຕໍ່​ປະກອບສ່ວນ​ຫຼາຍຍິ່ງຂຶ້ນ ໃຫ້ພາລະກິດ​ ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຂອງ​ ປະ​ເທດ​ຊາດ, ທຸກສິ່ງທຸກຢ່າງ ​ເພື່ອ​ຄວາມຈະເລີນຮຸ່ງເຮືອງ ແລະ ວັດທະນາຖາວອນ ​ຂອງ​ປະ​ເທດຊາດ, ​ເພື່ອ​ຄວາມ​ຜາ​ສຸກ ​ແລະ ອີ່ມໜຳສຳລານ​ຂອງ​ປະຊາຊົນ.

ບົດ: VNPສັງລວມ - ພາບ: VNA-ແປໂດຍ: ບິກລຽນ


Top