ພາຍຫຼັງເຮັດວຽກກັບບັນດາສຳນັກງານການຄ້າ ຫວຽດນາມ ປະຈຳຢູ່ ຕະຫຼາດຕ່າງປະເທດ 176 ແຫ່ງ ເພື່ອຊອກຫາວິທີແກ້ໄຂ ຊຸກຍູ້ສົ່ງເສີມການຄ້າປີ 2022ແລະ ກຳນົດທິດ ເຖິງປີ 2025, ວັນທີ
ພາຍຫຼັງເຮັດວຽກກັບບັນດາສຳນັກງານການຄ້າ ຫວຽດນາມ ປະຈຳຢູ່ ຕະຫຼາດຕ່າງປະເທດ 176 ແຫ່ງ ເພື່ອຊອກຫາວິທີແກ້ໄຂ ຊຸກຍູ້ສົ່ງເສີມການຄ້າປີ 2022ແລະ ກຳນົດທິດ ເຖິງປີ 2025, ວັນທີ 19 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເປັນປະທານກອງປະຊຸມທາງອອນລາຍ ກັບຫົວໜ້າອົງການຜູ້ຕາງໜ້າ ຫວຽດ ນາມ ປະຈຳຢູ່ຕ່າງປະເທດ ກ່ຽວກັບການຍູ້ແຮງ ຜັນຂະຫຍາຍວຽກ ງານການທູດເສດຖະກິດ ເພື່ອຮັບໃຊ້ການພັດທະນາປະເທດຊາດ.
ຕາມຄໍາສັ່ງເລກທີ 15-CT/TW ລົງວັນທີ 10 ສິງຫາ 2022 ວ່າດ້ວຍວຽກງານການທູດເສດຖະກິດ ເພື່ອຮັບໃຊ້ ການພັດທະນາຮອດປີ 2030 ຂອງ ຄະນະເລຂາ ໃນການຊີ້ນຳ, ນຳພາ ວຽກງານການທູດເສດຖະກິດ ຕ້ອງກຳນົດ ຢ່າງຈະແຈ້ງ ຈຸດສຸມ, ຈຸດໜັກ, ຖືຜົນປະໂຫຍດແຫ່ງຊາດ - ຊົນຊາດ, ປະສິດທິຜົນຢ່າງແທ້ຈິງ ເປັນມາດຖານອັນດັບໜຶ່ງ ໃນວຽກງານຜັນຂະຫຍາຍການເຄື່ອນໄຫວ ການທູດເສດຖະກິດ.
ໃນບົດລາຍງານ ວຽກງານການທູດເສດຖະກິດປີ 2022, ກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນ 6 ຈຸດສຸມ ວຽກງານການທູດເສດ ຖະກິດ ຂອງ ກະຊວງ ໃນໄລຍະຈະມາເຖິງ, ໃນນັ້ນລວມມີການເຜີຍແຜ່ເຊື່ອມຊຶມຄຳສັ່ງ 15-CT/TW ຂອງຄະນະເລຂາ, ຈາກນັ້ນ ກຳນົດທິດຈຸດສຸມ ແລະ ເພີ່ມທະວີປະສິດທິຜົນ ປະສານສົມທົບ ຜັນຂະຫຍາຍວຽກງານການທູດເສດຖະກິດ, ສີືບຕໍ່ເສີມຂະຫຍາຍທ່າແຮງ ຂອງ ວຽກງານການທູດ ໃນການຄົ້ນຄວ້າ, ຄາດຄະເນ, ຊ່ວຍໜູນ ໃຫ້ວຽກງານ ບໍລິຫານ ຂອງ ລັດຖະບານ ຢ່າງແທດຈິງ; ໝູນໃຊ້ ຈົນສຸດຄວາມສາມາດ ບັນດາການເຄື່ອນໄຫວ ການຕ່າງ ປະເທດ, ພິເສດແມ່ນການຕ່າງປະເທດຂັ້ນສູງ ເພື່ອຊຸກຍູ້ ການຮ່ວມມືດ້ານເສດຖະກິດ, ແກ້ໄຂສິ່ງກີດຂວາງ; ຊຸກຍູ້ຢ່າງແຂງແຮງ ພະລັງແຮງ ຈະເລີນເຕີບໂຕໃໝ່ ແລະ ຍູ້ແຮງການຊຸກຍູ້, ຊ່ວຍໜູນ ບັນດາຂະແໜງການ, ຂົງເຂດເສດຖະກິດຈຸດສຸມ, ທ້ອງຖິິ່ນ, ວິສາ ຫະກິດ ໃນໄລຍະຈະມາເຖິງ.
ໃນກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ຊີ້ນຳຕ້ອງໝູນໃຊ້ ຈົນສຸດຄວາມສາມາດ ແລະ ເສີມຂະຫຍາຍທຸກກາ ລະໂອກາດ ແລະ ຂໍ້ສະດວກເພື່ອພັດທະນາປະເທດຊາດ, ສືບຕໍ່ຊຸກຍູ້ 3 ກໍາລັງໜູນ ຂອງ ພື້ນຖານເສດຖະກິດຄື: ການບໍລິໂພກ, ການລົງທຶນ, ການສົ່ງອອກ; ມຸ່ງສູ່ການສ້າງຕັ້ງ ທີ່ຕັ້ງ ສູງກວ່າຂອງ ຫວຽດນາມ ໃນຕ່ອງໂສ້ການສະໜອງ ແລະ ຜະລິດໃນທົ່ວໂລກ.
ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນທັດສະນະຢ່າງຈະແຈ້ງ: ຮັກສາສະຖຽນລະພາບ ໃນຄວາມບໍ່ແນ່ນອນ; ຮັກສາຄວາມເປັນເຈົ້າການ ໃນທ່າຮັບ; ຮັກສາຄວາມໝັ້ນຄົງ, ສະເໝີຕົ້ນສະເໝີປາຍ ໃນສະພາບການຫັນປ່ຽນ ແລະ ສັບສົນ; ອອກແບບເຄື່ອງມືຄວບຄຸມຄວາມສ່ຽງ ໃນພື້ນຖານເສດຖະກິດ ການຕະຫຼາດ ດ້ວຍຄຸນລັກສະນະ ແມ່ນເກີດວິກິດການ, ຖົດຖອຍ; ກໍ່ສ້າງແນວປ້ອງກັນຮ່ວມມື ແລະ ການແຂ່ງຂັນ ໃນສະພາບການເຊື່ອມໂຍງ ແລະ ພັດ ທະນາເສດຖະກິດສາກົນ.
ໃນໄລຍະຈະມາເຖິງ, ຂະແໜງການທູດ ຕ້ອງຍາດແຍ່ງ, ເສີມຂະ ຫຍາຍສູງສຸດ ຖານະ ແລະ ກຳລັງໃໝ່ ຂອງ ປະເທດຊາດ; ເປັນເຈົ້າການ, ຕັ້ງໜ້າ ໃນການກໍ່ສ້າງ ສະຖານະການ ທີ່ມີຜົນປະ ໂຫຍດ ໃຫ້ສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ ຂອງປະເທດຊາດ. ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຢູ່ຕ່າງປະເທດ ສືບຕໍ່ປະຕິບັດວຽກງານ ສ້າງຕັ້ງການພົວພັນ ກັບປະເທດປະຈຳຖິ່ນ, ເຜີຍແຜ່ສານ, ຮູບພາບ ຂອງ ຫວຽດນາມ ຜ່ານບັນດາພື້ນຖານສຳຄັນ ດ້ວຍຄວາມຮັບຜິດຊອບສູງສຸດ. ພ້ອມກັນນັ້ນ, ຍູ້ແຮງການໂຄສະນາ ເຜີຍແຜ່, ດຶງດູດການທ່ອງທ່ຽວ, ໃນນັ້ນສຸມໃສ່ສ້າງເງື່ອນໄຂສະດວກ ກ່ຽວກັບ ວີຊາ ໃຫ້ແກ່ນັກທ່ອງທ່ຽວສາກົນ, ພ້ອມກັບສຸມໃສ່ ແລະ ຜັນຂະຫຍາຍ ວຽກງານ ປົກປ້ອງ ພົນລະເມືອງ ເປັນຢ່າງດີ.
ຂະແໜງການ ການທູດ ຕ້ອງຍູ້ແຮງການປະດິດສ້າງດ້ານແນວຄິດ, ຄວາມກ້າຫານ, ບຸກທະລຸ ແລະ ມີຫົວຄິດປະດິດສ້າງໃນວຽກງານການທູດເສດຖະກິດ, ບົນພື້ນຖານຍຶດໝັ້ນຫຼັກໝັ້ນ, ໜັກແໜ້ນ, ຮອບຄອບ, ໝັ້ນຄົງ ກັບເປົ້າໝາຍ, ຈິງໃຈ ແລະ ຖ່ອມຕົວ. ໃນນັ້ນສຸມໃສ່ຊຸກຍູ້ຫັນເປັນຫຼາກຫຼາຍການຕະຫຼາດ, ຫັນເປັນຫຼາກຫຼາຍຜະລິດຕະພັນ; ເສີມຂະຫຍາຍ ຄວາມສາມາດບົ່ມຊ້ອນ ໃນບັນດາຕະຫຼາດຄູ່ຮ່ວມມື FTA; ເປີດກວ້າງຕະຫຼາດໄປເຖິງພາກພື້ນ ເອີ ຣົບຕາເວັນອອກ, ຕາເວັນອອກກາງ, ອາເມລິກາໃຕ້, ອາຊີໃຕ້, ອາຟຣິກກາ, ອົດສະຕຣາລີ; ພ້ອມກັນນັ້ນເພີ່ມທະວີການຫັນເປັນຫຼາກຫຼາຍ ຕ່ອງໂສ້ການສະໜອງ ອີກດ້ວຍ.
ໃນຂະນະດຽວກັນ ຕ້ອງເພີ່ມທະວີ ການຊອກຫາຄູ່ຮ່ວມມື, ເຊື່ອມຕໍ່ວິສາຫະກິດພາຍໃນ ແລະ ຕ່າງປະເທດ; ມຸ່ງສູ່ ດຶງດູດແຫຼ່ງກຳລັງພາຍນອກເພື່ອຫັນເປັນສີຂຽວ, ພັດທະນາແບບຍືນຍົງ; ດຶງດູດການລົງທຶນເຂົ້າຂະແໜງອຸດສາຫະກຳ, ໃຫ້ບຸລິມະສິດ ພັດທະນາພື້ນຖານໂຄງລ່າງຕົ້ນຕໍໃນຂົງເຂດ ຄົມມະນາຄົມ, ພະລັງງານ, ຫັນເປັນດີຈີຕອນ, ຕົວເມືອງ, ພື້ນຖານໂຄງລ່າງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພື້ນຖານໂຄງລ່າງສາທາລະນະສຸກ, ການສຶກສາ... ໜູນຊ່ວຍວິສາຫະກິດ ຫວຽດນາມ ໄປລົງທຶນຢູ່ຕ່າງປະເທດ; ເປັນເຈົ້າການເຕືອນໄພ, ປ້ອງກັນ ແລະ ແກ້ໄຂຄວາມສ່ຽງ ແລະ ຂໍ້ຂັດແຍ່ງ.
ດ້ວຍຄວາມຮ່ວມແຮງຮ່ວມໃຈ ຂອງຂະແໜງການທູດ, ບັນດາອົງ ການຜູ້ຕາງໜ້າຢູ່ຕ່າງປະເທດ, ບັນດາຄະນະ, ກະຊວງ, ຂະແໜງ ການ, ທ້ອງຖິ່ນ ແລະ ວິສາຫະກິດ; ປະຕິບັດ ທິດນຳການທູດຢ່າງມີປະສິດທິຜົນຄື: “ມີນໍ້າໃຈ, ຈິງໃຈ, ເຊື່ອໃຈ, ສະເໝີພາບ, ເຄົາລົບ, ມີປະສິດທິຜົນ ແລະ ພ້ອມກັນພັດທະນາ”, ຫວຽດນາມ ຈະສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່ ແລະ ສຳຄັນກວ່າ, ສືບຕໍ່ປະກອບສ່ວນຫຼາຍຍິ່ງຂຶ້ນ ໃຫ້ພາລະກິດ ຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງ ປະເທດຊາດ, ທຸກສິ່ງທຸກຢ່າງ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ວັດທະນາຖາວອນ ຂອງປະເທດຊາດ, ເພື່ອຄວາມຜາສຸກ ແລະ ອີ່ມໜຳສຳລານຂອງປະຊາຊົນ.
ບົດ: VNPສັງລວມ - ພາບ: VNA-ແປໂດຍ: ບິກລຽນ