ຊຸກຍູ້ໃຫ້ ໄຕງວຽນ ບືນຕົວຂຶ້ນ
ໄຕງວຽນ ເປັນເຂດຍຸດທະສາດ ທີ່ສຳຄັນພິເສດ ຂອງປະເທດ, ມີທ່າ ແຮງບົ່ມຊ້ອນແຕກຕ່າງ, ກາລະໂອກາດພົ້ນເດັ່ນ ແລະ ມີທ່າໄດ້ປຽບ ໃນການແຂ່ງຂັນ, ແຕ່ຍັງບໍ່ທັນມີການພັດທະນາຢ່າງເໝາະສົມ. ໂດຍຮັບຮູ້ຢ່າງຈະແຈ້ງສິ່ງດັ່ງກ່າວ, ກົມການເມືອງ ໄດ້ອອກມະຕິເລກທີ 23-NQ/TW ເພື່ອແນໃສ່ຊຸກຍູ້ ໄຕງວຽນ ພັດທະນາພື້ນຖານ ເສດຖະກິດ ທີ່ເປັນມິດຕໍ່ສິ່ງແວດລ້ອມ, ເສດຖະກິດ ໝູນວຽນ ແລະ ອຸດົມສົມບູນ ໄປດ້ວຍສີສັນວັດທະນະທຳ ແຫ່ງຊາດ.
ລັກສະນະພູມີສາດ ເປັນພູດອຍ, ມີພູເຂົາສູງຊັນ, ຕັດແບ່ງຢ່າງສະ ຫຼັບຊັບຊ້ອນ, ຫ່າງຈາກສູນກາງເສດຖະກິດໃຫຍ່, ການເຊື່ອມຕໍ່ ກັບທ້ອງຖິ່ນໃກ້ຄຽງຍັງມີຄວາມຫຍຸ້ງຍາກ; ຂະໜາດເສດຖະກິດ ມີຂະໜາດນ້ອຍ, ພື້ນຖານໂຄງລ່າງເສດຖະກິດ-ສັງຄົມ, ໂດຍສະເພາະແມ່ນພື້ນຖານໂຄງລ່າງຄົມມະນາຄົມ ຍັງຂາດເຂີນ, ອ່ອນແອ ແລະ ບໍ່ສອດຄ່ອງກັນ.
ດ້ວຍຄວາມພະຍາຍາມ ເປັນເວລາ 20 ປີ ຜ່ານມາ, ໄຕງວຽນ ໄດ້ຂະຫຍາຍຂະໜາດເສດຖະກິດ, ບັນລຸປະມານ 287 ພັນຕື້ດົ່ງ ໃນປີ 2020, ເພີ່ມຂຶ້ນປະມານ 14 ເທົ່າ ເມື່ອທຽບໃສ່ ປີ 2002; ລາຍຮັບສະເລ່ຍຕໍ່ຫົວຄົນ (GRDP) ໄລຍະ 2002-2020 ແມ່ນ 7,98%, ສູງທີ່ສຸດໃນບັນດາເຂດ. ການຫັນປ່ຽນໂຄງປະກອບເສດຖະກິດຕາມທິດຫຼຸດອັດຕາສ່ວນກະສິກຳ ແລະ ເພີ່ມອັດຕາສ່ວນການບໍລິການ; ອຸດສາຫະກໍາ ເຕີບໂຕໄວ. ກະສິກຳໄດ້ກາຍເປັນ ເຂດຜະລິດກະສິກຳທີ່ສຳຄັນ ດ້ວຍສິນຄ້າຫຼາຍປະເພດ ກວມເອົາ ອັດຕາສ່ວນສູງ ໃນການສົ່ງອອກຂອງທົ່ວປະເທດເຊັ່ນ: ກາເຟ, ຢາງພາລາ, ພິກໄທ ແລະ ຕົ້ນໄມ້ກິນໝາກ.
ວັນທີ 6 ຕຸລາ 2022, ກົມການເມືອງ ໄດ້ອອກມະຕິເລກທີ 23-NQ/TW ວ່າດ້ວຍທິດທາງພັດທະນາເສດຖະກິດ-ສັງຄົມ ແລະ ຮັບ ປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ເຂດ ໄຕງວຽນ ຮອດປີ 2030, ວິໄສທັດຮອດປີ 2045. ໃນນັ້ນ ວາງອອກ 6 ກຸ່ມວິທີການແກ້ໄຂຄື: ການພັດທະນາເສດຖະກິດ ພື້ນທີ່ຢ່າງໄວ ແລະ ຍືນຍົງ; ພັດທະນາວັດທະນະທຳ-ສັງຄົມ ແລະ ຊັບພະຍາກອນມະນຸດ, ປັບປຸງຊີວິດທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນ; ພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ທີ່ສຳຄັນ ແລະ ການທ່ອງທ່ຽວທີ່ເປັນເອກະລັກ; ສຸມໃສ່ເຮັດໃຫ້ສົມບູນບົດບັນຍັດ ແລະ ນະໂຍບາຍການຮ່ວມຕົວ ໃນພື້ນທີ່; ຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ຍົກສູງປະສິດທິຜົນ ວຽກງານການຕ່າງປະເທດ; ເອົາໃຈໃສ່ກໍ່ສ້າງ, ປັບປຸງພັກ ແລະ ລະບອບການເມືອງ.
ໃນມະຕິເລກທີ 23 ໄດ້ກໍານົດໄວ້ວ່າ ເພື່ອພັດທະນາເຂດ ໄຕງວຽນ, ກ່ອນອື່ນໝົດ ການວາງແຜນຕ້ອງສອດຄ່ອງກັບຍຸດທະສາດພັດທະ ນາລວມຂອງທົ່ວປະເທດ. ໃນນັ້ນແມ່ນຍູ້ແຮງການຫັນປ່ຽນໂຄງປະ ກອບເສດຖະກິດ ເຂດຄືນໃໝ່ ຕິດພັນກັບການປ່ຽນໃໝ່ຮູບແບບ ການຈະເລີນເຕີບໂຕ, ຫັນການຜະລິດກະສິກຳ ເປັນພື້ນຖານເສດ ຖະກິດກະສິກຳ ທີ່ມີປະສິດທິຜົນສູງ ໂດຍອີງໃສ່ການໝູນໃຊ້ເຕັກໂນໂລຊີສູງ ແລະ ການຫັນເປັນດີຈີຕອນ. ເອົາໃຈໃສ່ ການຟື້ນຟູ ແລະ ພັດທະນາປ່າ ຕິດພັນກັບການປົກປັກຮັກສາປ່າ ຢ່າງມີປະສິດທິຜົນ, ສະຖຽນລະພາບ ແລະ ປັບປຸງຄ່າຄອງຊີບ, ຊີວິດການເປັນຢູ່ ຂອງ ປະຊາຊົນ ທີ່ຕິດພັນກັບປ່າ. ພັດທະນາສູນການທ່ອງທ່ຽວ ຂະໜາດໃຫຍ່, ສ້າງເປັນສາຍທາງທ່ອງທ່ຽວ ທີ່ຕິດພັນກັບສີສັນວັດທະນະທຳຊົນເຜົ່າ ໄຕງວຽນ.
ສົ່ງເສີມການເຊື່ອມໂຍງ ໃນພາກພື້ນ ແລະ ພາຍໃນພາກພື້ນ, ເຊື່ອມໂຍງຢ່າງໃກ້ຊິດ ເຂົ້າກັບເຂດທະເລພາກກາງ ແລະ ພາກຕາເວັນອອກສ່ຽງໃຕ້; ຖືການພັດທະນາໂຄງປະກອບພື້ນຖານ ການຄົມມະນາຄົມ, ພື້ນຖານດີຈີຕອນ ເປັນກຳລັງຜັກດັນ, ສ້າງພື້ນຖານໃຫ້ການພັດທະນາເຂດ. ເລ່ັງໃສ່ການເຊື່ອມຕໍ່ ກັບ ບັນດາສູນກາງເສດຖະກິດ ຂະໜາດໃຫຍ່ຂອງປະເທດ, ກັບ ບັນດາປະເທດ ໃນອະນຸພາກພື້ນ ແມ່ນໍ້າຂອງ, ໂດຍສະເພາະ ຢ່າງຍິ່ງແມ່ນ ໃນກອບການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ, ເຂດສາມຫຼ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ ແລະ ບັນດາປະເທດ ASEAN.
ນອກຈາກນັ້ນ, ມະຕິເລກທີ 23 ຍັງໄດ້ເນັ້ນໜັກເຖິງການສ້າງພື້ນ ຖານ ວັດທະນະທໍາ ໄຕງວຽນ ທີ່ກ້າວໜ້າ, ເຕັມໄປດ້ວຍສີສັນລັກສະ ນະຊາດ, ເອກະພາບ ໃນຄວາມຫຼາກຫຼາຍ; ເຄົາລົບບັນດາຄຸນຄ່າວັດທະນະທຳ ທີ່ແຕກຕ່າງ ລະຫວ່າງເຜົ່າ, ຖືວ່າ ນີ້ແມ່ນກຳລັງຊຸກ ຍູ້ ການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ. ໃຫ້ບຸລິມະສິດຮັກ ສາ, ອະນຸລັກຮັກສາ, ບູລະນະ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳ, ຄຸນຄ່າມູນເຊື້ອ ແລະ ສີສັນວັດທະນະທຳ ຂອງ ຊົນເຜົ່າສ່ວນໜ້ອຍ, ພິເສດແມ່ນງານບຸນປະເພນີ ແລະ ວັດທະນະທຳ ຄ້ອງ ໄຕງວຽນ. ຫຼຸດຜ່ອນອັດຕາຄອບຄົວທຸກຍາກ, ຮັກສາຄວາມໝັ້ນຄົງ ຂອງ ປະຊາກອນ, ໂດຍສະເພາະຢ່າງຍິ່ງແມ່ນຕໍ່ຊາວຊົນເຜົ່າສ່ວນໜ້ອຍ, ປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກ. ຮັບປະກັນ ໃຫ້ປະຊາຊົນທຸກຄົນສາມາດເຂົ້າເຖິງການດູແລສຸຂະພາບ, ການສຶກສາ ແລະ ການບໍລິການທາງການແພດທີ່ມີຄຸນນະພາບ. ປັບປຸງລະດັບຄວາມຮູ້ຂອງປະຊາຊົນ ແລະ ຄຸນນະພາບ ແຫຼ່ງຊັບພະຍາກອນມະນຸດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງ ການພັດທະນາ.
ບົນຈິດໃຈ “ທົ່ວປະເທດເພື່ອ ໄຕງວຽນ; ໄຕງວຽນ ຜ່ານຜ່າຄວາມ ຫຍຸ້ງຍາກ ບືນຂຶ້ນ ພ້ອມກັບທົ່ວປະເທດ ແລະ ເພື່ອປະເທດ”, ຮອດປີ 2030 ຈະນຳ ໄຕງວຽນ - “ຫຼັງຄາຂອງອິນດູຈີນ” ກາຍເປັນເຂດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ໂດຍອີງໃສ່ ພື້ນຖານເສດຖະກິດສີຂຽວ ແລະ ເສດຖະກິດໝູນວຽນ; ອຸດົມສົມບູນດ້ວຍ ເອກະລັກ ວັດທະນະທໍາ ຂອງຊາດ; ແມ່ນຈຸດນັດໝາຍທີ່ເປັນເອກະລັກ, ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ມຸ່ງໄປເຖິງໜຶ່ງໃນຫຼາຍແຂວງ ໃນພື້ນທີ່ສັງກັບກຸ່ມ ທີ່ມີການພັດທະນາ ດີໃນທົ່ວປະເທດ ໃນປີ 2045.
ທີ່ເວທີປາໄສ ການທ່ອງທ່ຽວ ອາຊີຕາເວັນອອກສ່ຽງໃຕ້ - ATF 2022, ນະຄອນ ດ່າລາດ (ແຂວງ ເລີມດົ່ງ) ເປັນກຽດ ໄດ້ເປັນໜຶ່ງ ໃນ 3 ນະຄອນ ຕາງໜ້າໃຫ້ ຫວຽດນາມ ຮັບລາງວັນ ເມືອງທ່ອງ ທ່ຽວ ສະອາດ ອາຊຽນ 2022. ພາບ: VNA
ເດືອນ ພະຈິກ 2022, ບັນດາແຂວງ ໄຕງວຽນ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມື ແລະ ມອບໃບຢັ້ງຢືນ ຈົດທະບຽນການລົງທຶນ ໃຫ້ບັນດານັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ດ້ວຍຍອດມູນຄ່າກ່ວາ 5 ຕື້ ໂດລາສະຫະລັດ ແລະ 25.000 ຕື້ດົ່ງ, ສຸມໃສ່ໃນຂົງເຂດຕ່າງໆ ເຊັ່ນ: ກໍ່ສ້າງເຂດອຸດສາຫະກຳ, ຕົວເມືອງ, ການເຊື່ອມຕໍ່ເສັ້ນທາງຈະລາຈອນ, ສູນກາງການຂົນສົ່ງ, ກິດຈະກໍາຊົນລະປະທານ ແລະ ການພັດທະນາກະສິກໍາ ເຕັກໂນໂລຊີສູງ, ການຢາ, ການປຸງແຕ່ງ ຜະລິດຕະພັນກະສິກໍາ-ປ່າໄມ້, ການຂຸດຄົ້ນບໍ່ແຮ່ ແລະ ອື່ນໆ.
ບົດ: VNP - ພາບ: VNA - ແປໂດຍ: ບິກລຽນ