ຊຸກຍູ້ໃຫ້ ໄຕງວຽນ ບືນຕົວຂຶ້ນ

ຊຸກຍູ້ໃຫ້ ໄຕງວຽນ ບືນຕົວຂຶ້ນ

ໄຕງວຽນ ເປັນເຂດຍຸດທະສາດ ທີ່ສຳຄັນພິເສດ ຂອງປະເທດ, ມີທ່າ ແຮງບົ່ມຊ້ອນແຕກຕ່າງ, ກາລະໂອກາດພົ້ນເດັ່ນ ແລະ ມີທ່າໄດ້ປຽບ ໃນການແຂ່ງຂັນ, ແຕ່ຍັງບໍ່ທັນມີການພັດທະນາຢ່າງເໝາະສົມ. ​ໂດຍ​ຮັບ​ຮູ້ຢ່າງຈະແຈ້ງສິ່ງດັ່ງກ່າວ, ກົມ​ການ​ເມືອງ​ ໄດ້​ອອກ​ມະຕິ​ເລກທີ 23-NQ/TW ​ເພື່ອ​ແນ​ໃສ່​ຊຸກຍູ້​ ໄຕງວຽນ ພັດທະນາພື້ນຖານ ເສດຖະກິດ ທີ່ເປັນມິດຕໍ່ສິ່ງແວດລ້ອມ, ເສດຖະກິດ ໝູນວຽນ ​ແລະ ອຸດົມສົມບູນ ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ ແຫ່ງຊາດ.

ຄອບຄົວຊາວ​ກະສິກອນ ​ເລ​ວັນ​ເກື່ອງ ຢູ່​ຕາ​ແສງ ເນີ້ມນຸງ, ​ເມືອງ​ ເກີ ໂຣງໂນ (ແຂວງ ດັກນົງ ມີ​ເນື້ອ​ທີ່​ ປູກ​ກາ​ເຟ​ ພິ​ເສດ 1 ​ເຮັກຕາ ​ຮວມເຂົ້າກັນກັບ ​ວິ​ສາ​ຫະກິດ​ປຸງ​ແຕ່ງ, ​ແຕ່ລະ​ປີ ​ເກັບ​ກ່ຽວ​ເມັດກາ​ເຟ ໄດ້ປະມານ 3,5 ​ໂຕນ, ສ້າງ​ລາຍຮັບໄດ້ປະມານ 120 ລ້ານ​ດົ່ງ. ພາບ: ຫວູຊິງ/VNA

ລັກສະນະພູມີສາດ ເປັນພູດອຍ, ມີພູເຂົາສູງຊັນ, ຕັດແບ່ງຢ່າງສະ ຫຼັບຊັບຊ້ອນ, ຫ່າງຈາກສູນກາງເສດຖະກິດໃຫຍ່, ການເຊື່ອມຕໍ່ ກັບທ້ອງຖິ່ນໃກ້ຄຽງຍັງມີຄວາມຫຍຸ້ງຍາກ; ຂະໜາດ​ເສດຖະກິດ​ ມີຂະໜາດ​ນ້ອຍ, ພື້ນຖານ​ໂຄງ​ລ່າງ​ເສດຖະກິດ-ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ ​ຍັງ​ຂາດ​ເຂີນ, ອ່ອນ​ແອ ​ແລະ ບໍ່ສອດຄ່ອງກັນ.

 

ດ້ວຍ​ຄວາມ​​ພະຍາຍາມ ​ເປັນເວລາ 20 ປີ ຜ່ານມາ, ໄຕງວຽນ ໄດ້ຂະຫຍາຍຂະໜາດ​ເສດຖະກິດ, ບັນລຸ​ປະມານ 287 ພັນຕື້​ດົ່ງ​ ໃນ​ປີ 2020, ​ເພີ່ມ​ຂຶ້ນ​ປະມານ 14 ​ເທົ່າ ​ເມື່ອ​ທຽບ​ໃສ່​ ປີ 2002; ລາຍຮັບສະເລ່ຍຕໍ່ຫົວຄົນ (GRDP) ໄລຍະ 2002-2020 ແມ່ນ 7,98%, ສູງ​ທີ່​ສຸດ​ໃນ​ບັນ​ດາ​ເຂດ. ການຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ຕາມ​ທິດ​ຫຼຸດ​ອັດຕາ​ສ່ວນ​ກະສິກຳ ​ແລະ ​ເພີ່ມ​ອັດຕາ​ສ່ວນ​ການ​ບໍລິການ; ອຸດສາຫະກໍາ ເຕີບໂຕໄວ. ກະສິກຳໄດ້ກາຍເປັນ ເຂດຜະລິດກະສິກຳທີ່ສຳຄັນ ດ້ວຍສິນຄ້າຫຼາຍປະເພດ ກວມເອົາ ອັດຕາສ່ວນສູງ ໃນການສົ່ງອອກຂອງທົ່ວປະເທດເຊັ່ນ: ກາເຟ, ຢາງພາລາ, ພິກໄທ ແລະ  ຕົ້ນໄມ້ກິນໝາກ.

ວັນທີ 6 ຕຸລາ 2022, ກົມການເມືອງ ໄດ້ອອກມະຕິເລກທີ 23-NQ/TW ວ່າດ້ວຍທິດທາງພັດທະນາເສດຖະກິດ-ສັງຄົມ ແລະ ຮັບ ປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ເຂດ ໄຕງວຽນ ຮອດປີ 2030, ວິໄສທັດຮອດປີ 2045. ໃນນັ້ນ ວາງອອກ 6 ກຸ່ມວິທີການແກ້ໄຂຄື: ການພັດທະນາເສດຖະກິດ ພື້ນທີ່ຢ່າງໄວ ແລະ ຍືນຍົງ; ພັດທະນາວັດທະນະທຳ-ສັງຄົມ ແລະ ຊັບພະຍາກອນມະນຸດ, ປັບປຸງຊີວິດທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນ; ພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ທີ່ສຳຄັນ ແລະ ການທ່ອງທ່ຽວທີ່ເປັນເອກະລັກ; ສຸມ​ໃສ່​ເຮັດໃຫ້ສົມບູນບົດບັນຍັດ ​ແລະ ນະ​ໂຍບາຍ​ການຮ່ວມຕົວ ໃນພື້ນທີ່; ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ, ຍົກ​ສູງ​ປະສິດທິ​ຜົນ​ ວຽກ​ງານ​ການ​ຕ່າງປະ​ເທດ; ​ເອົາ​ໃຈ​ໃສ່​ກໍ່ສ້າງ, ປັບປຸງພັກ ​ແລະ ​​ລະບອບ​ການ​ເມືອງ​.


ໃນ​ມະຕິ​ເລກທີ 23 ໄດ້ກໍານົດໄວ້ວ່າ ​ເພື່ອ​ພັດທະນາ​ເຂດ ໄຕງວຽນ, ກ່ອນອື່ນໝົດ ການ​ວາງ​ແຜນ​​ຕ້ອງ​ສອດຄ່ອງ​ກັບ​ຍຸດ​ທະ​ສາດ​ພັດທະ ນາລວມຂອງ​ທົ່ວ​ປະ​ເທດ. ໃນນັ້ນແມ່ນຍູ້ແຮງການຫັນປ່ຽນໂຄງປະ ກອບເສດຖະກິດ ເຂດຄືນໃໝ່ ຕິດພັນກັບການປ່ຽນໃໝ່ຮູບແບບ ການຈະເລີນເຕີບໂຕ, ຫັນ​ການ​ຜະລິດ​ກະສິກຳ​ ເປັນພື້ນຖານ​ເສດ ຖະກິດ​ກະສິກຳ​ ທີ່​ມີ​ປະສິດທິ​ຜົນ​ສູງ ໂດຍອີງ​ໃສ່​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ. ​ເອົາ​ໃຈ​ໃສ່​ ​ການ​ຟື້ນ​ຟູ ​ແລະ ພັດທະນາ​ປ່າ ຕິດພັນກັບການປົກ​ປັກ​ຮັກສາ​ປ່າ ​​ຢ່າງ​ມີ​ປະສິດທິ​ຜົນ, ສະຖຽນ​ລະ​ພາບ ​ແລະ ປັບປຸງຄ່າຄອງຊີບ, ຊີວິດການເປັນຢູ່ ຂອງ ປະຊາຊົນ​ ທີ່​ຕິດ​ພັນ​ກັບ​ປ່າ. ພັດທະນາ​​ສູນການ​ທ່ອງ​ທ່ຽວ ​ຂະໜາດ​ໃຫຍ່, ສ້າງ​ເປັນ​ສາຍທາງ​ທ່ອງ​ທ່ຽວ ​ທີ່​ຕິດ​ພັນ​ກັບສີສັນ​ວັດທະນະທຳ​ຊົນ​ເຜົ່າ​ ໄຕງວຽນ. 

ສົ່ງເສີມການເຊື່ອມໂຍງ ໃນພາກພື້ນ ແລະ ພາຍໃນພາກພື້ນ, ເຊື່ອມໂຍງຢ່າງໃກ້ຊິດ ​ເຂົ້າ​ກັບ​ເຂດ​ທະ​ເລ​ພາກ​ກາງ ​ແລະ ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້; ຖື​ການ​ພັດ​ທະ​ນາ​ໂຄງປະກອບພື້ນຖານ ການຄົມມະນາຄົມ, ພື້ນຖານດີຈີຕອນ​ ເປັນກຳລັງຜັກດັນ, ສ້າງພື້ນຖານໃຫ້ການພັດທະນາເຂດ. ເລ່ັງໃສ່ການເຊື່ອມຕໍ່ ກັບ ບັນດາສູນກາງເສດຖະກິດ ຂະໜາດໃຫຍ່ຂອງປະເທດ, ກັບ ບັນດາປະເທດ ໃນອະນຸພາກພື້ນ ແມ່ນໍ້າຂອງ, ໂດຍສະເພາະ ຢ່າງຍິ່ງແມ່ນ ​ໃນ​ກອບ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ເປີດກວ້າງ, ​ເຂດ​ສາມຫຼ່ຽມພັດທະນາ ຫວຽດນາມ - ລາວ - ກຳປູ​ເຈຍ ​ແລະ ບັນດາ​ປະເທດ ​ASEAN.


ນອກຈາກນັ້ນ, ມະຕິເລກທີ 23 ຍັງໄດ້ເນັ້ນໜັກເຖິງການສ້າງພື້ນ ຖານ ວັດທະນະທໍາ ໄຕງວຽນ ທີ່ກ້າວໜ້າ, ເຕັມໄປດ້ວຍສີສັນລັກສະ ນະຊາດ, ເອກະພາບ ໃນຄວາມຫຼາກຫຼາຍ; ​ເຄົາລົບ​ບັນດາ​ຄຸນຄ່າ​ວັດທະນະທຳ ​ທີ່​ແຕກ​ຕ່າງ ລະຫວ່າງ​​ເຜົ່າ, ຖື​ວ່າ​ ນີ້​ແມ່ນ​ກຳລັງ​ຊຸກ ຍູ້​ ການ​ພັດທະນາ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ​ໃຫ້​ບຸລິມະສິດ​ຮັກ ສາ, ອະນຸລັກ​ຮັກສາ, ບູລະນະ ແລະ ເສີມຂະຫຍາຍບັນດາ​ຄຸນຄ່າ​ມໍລະດົກ​ວັດທະນະທຳ, ຄຸນຄ່າມູນເຊື້ອ ​ແລະ ສີສັນວັດທະນະທຳ ຂອງ​ ຊົນ​ເຜົ່າ​ສ່ວນ​ໜ້ອຍ, ພິ​ເສດ​ແມ່ນ​ງານ​ບຸນ​ປະ​ເພນີ ​ແລະ ​ວັດ​ທະ​ນະ​ທຳ ຄ້ອງ ໄຕ​ງວຽນ. ຫຼຸດຜ່ອນ​ອັດຕາ​ຄອບຄົວ​ທຸກ​ຍາກ, ຮັກສາ​ຄວາມ​ໝັ້ນຄົງ ​ຂອງ​ ປະຊາກອນ, ​ໂດຍ​ສະ​ເພາະຢ່າງຍິ່ງ​ແມ່ນ​ຕໍ່ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ປະຊາຊົນ​ ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ. ຮັບປະກັນ ໃຫ້ປະຊາຊົນທຸກຄົນສາມາດເຂົ້າເຖິງການດູແລສຸຂະພາບ, ການສຶກສາ ແລະ ການບໍລິການທາງການແພດທີ່ມີຄຸນນະພາບ. ປັບປຸງລະດັບຄວາມຮູ້ຂອງປະຊາຊົນ ແລະ ຄຸນນະພາບ ແຫຼ່ງຊັບພະຍາກອນມະນຸດ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ຂອງ​ ການ​ພັດທະນາ.

ບົນ​ຈິດ​ໃຈ “ທົ່ວປະ​ເທດເພື່ອ ໄຕງວຽນ; ໄຕງວຽນ ຜ່ານຜ່າຄວາມ ຫຍຸ້ງຍາກ ບືນຂຶ້ນ ພ້ອມກັບທົ່ວປະເທດ ແລະ ເພື່ອປະເທດ”, ຮອດປີ 2030 ຈະນຳ ໄຕງວຽນ - “ຫຼັງຄາຂອງອິນດູຈີນ” ກາຍເປັນເຂດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ໂດຍອີງໃສ່ ພື້ນຖານເສດຖະກິດສີຂຽວ ແລະ ເສດຖະກິດໝູນວຽນ; ອຸດົມສົມບູນດ້ວຍ ເອກະລັກ ວັດທະນະທໍາ ຂອງຊາດ; ​ແມ່ນ​ຈຸດນັດໝາຍ​ທີ່​ເປັນ​ເອກະລັກ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງພາຍ​ໃນ ​ແລະ ຕ່າງປະ​ເທດ. ມຸ່ງ​ໄປ​ເຖິງໜຶ່ງໃນ​ຫຼາຍ​ແຂວງ​ ໃນ​ພື້ນ​ທີ່ສັງ​ກັບ​ກຸ່ມ ​ທີ່​ມີ​ການ​ພັດທະນາ​ ດີ​ໃນ​ທົ່ວ​ປະ​ເທດ ​ໃນ​ປີ 2045.

ທີ່ເວທີປາໄສ ການທ່ອງທ່ຽວ ອາຊີຕາເວັນອອກສ່ຽງໃຕ້ - ATF 2022, ນະຄອນ ດ່າລາດ (ແຂວງ ເລີມດົ່ງ) ເປັນກຽດ ໄດ້ເປັນໜຶ່ງ ໃນ 3 ນະຄອນ ຕາງໜ້າໃຫ້ ຫວຽດນາມ ຮັບລາງວັນ ເມືອງທ່ອງ ທ່ຽວ ສະອາດ ອາຊຽນ 2022. ພາບ: VNA

ເດືອນ ​ພະຈິກ 2022, ບັນດາ​ແຂວງ​ ໄຕງວຽນ ​ໄດ້​ລົງ​ນາມ​ໃນ​ຂໍ້ຕົກລົງວ່າດ້ວຍການ​ຮ່ວມ​ມື ​ແລະ ມອບ​ໃບ​ຢັ້ງຢືນ ຈົດທະບຽນ​ການ​ລົງທຶນ​ ໃຫ້​ບັນດາ​ນັກ​ລົງທຶນ​ ທັງພາຍ​ໃນ ​ແລະ ຕ່າງປະ​ເທດ ດ້ວຍ​ຍອດ​ມູນ​ຄ່າ​ກ່ວາ 5 ຕື້ ໂດລາສະຫະລັດ ແລະ 25.000 ຕື້​ດົ່ງ, ສຸມໃສ່ໃນຂົງເຂດຕ່າງໆ ເຊັ່ນ: ກໍ່ສ້າງ​ເຂດ​ອຸດສາຫະກຳ, ​ຕົວ​ເມືອງ, ການ​ເຊື່ອມ​ຕໍ່​ເສັ້ນ​ທາງ​ຈະ​ລາ​ຈອນ, ສູນກາງການຂົນສົ່ງ, ກິດຈະກໍາ​ຊົນ​ລະ​ປະ​ທານ ​ແລະ ​ການ​ພັດ​ທະ​ນາ​ກະ​ສິ​ກໍາ​ ເຕັກ​ໂນ​ໂລ​ຊີ​ສູງ, ​ການຢາ, ການ​ປຸງ​ແຕ່ງ​ ຜະ​ລິດ​ຕະ​ພັນ​ກະ​ສິ​ກໍາ-​ປ່າ​ໄມ້, ການ​ຂຸດ​ຄົ້ນ​ບໍ່​ແຮ່ ແລະ ອື່ນໆ.

 ບົດ: VNP -​ ພາບ: VNA - ແປໂດຍ: ບິກລຽນ


top