ຊື່ສຽງ ເຍີນເງ້ຍເດື່ອງ ດັງກ້ອງກັງວານ
ແຕ່ຊຸມປີ 30 ແລະ 50 ຂອງ ສະຕະວັດທີ XX, ຄະນະເຊີດ ສິງໂຕ -ມັງກອນ ຫຼາຍຄະນະ ໄດ້ຮັບການສ້າງຕັ້ງ ຢູ່ເຂດ ເຈີ້ເລີ໋ນ ຂອງ ນະ ຄອນໂຮ່ຈີມິນ ເຊັ່ນ: ເຍີນເງ້ຍເດື່ອງ, ລຽນເງ້ຍ, ແທງລຽນ, ລຽນຫື້ວ… ເຖິງຢ່າງໃດກໍຕາມ, ຄະນະເຊີດສິງໂຕ -ມັງກອນ ເຍີນເງ້ຍເດື່ອງ ແມ່ນຄະນະທີ່ເກົ່າແກ່ທີ່ສຸດ ແລະ ໄດ້ສອນໃຫ້ຄົນຮຸ່ນຫຼັງ ຫຼາຍຮຸ່ນຄົນ ມີຄວາມຮັກແພງ ຕໍ່ ວິຊາການເຊີດສິງໂຕ -ມັງກອນ ຢູ່ ໄຊງ່ອນ.
ການກຳເນີດຂອງ ເຍີນເງ້ຍເດື່ອງ ຫວຽດນາມ ມີຄວາມຕິດພັນກັບ ອາຈານມວຍ ລືວຮ້າວເລືອງ. ປີ 1936, ອາຈານ ລືວຮ້າວເລືອງ ໄດ້ສ້າງຕັ້ງ ຄະນະເຊີດ ສິງໂຕ ເຍີນເງ້ຍເດື່ອງ ເພື່ອຖ່າຍທອດ ວິຊາການ ຕໍ່ສູ້ ຈູຢາກວ່ຽນ. ອາຈານ ລືວຮ້າວເລືອງ ເປັນລູກສິດ ຄົນທຳອິດຂອງ ອາຈານ ຈູບື໊ວ, ໜຶ່ງໃນ “ຫ້າ ເສືອ ຂອງ ລາຊະວົງ ຈູ” ຢູ່ນະຄອນ ຊິນຮວຍ (Xin huay) ສປ ຈີນ. ເພາະສະນັ້ນ, ເພິ່ນໄດ້ເອົາສອງຄຳ ທຳອິດ ຄື “ຈູກວ໋ານ” ເພື່ອຕັ້ງຊື່ວ່າ “ຄະນະເຊີດ ສິງໂຕ-ມັງກອນ ຈູກວ໋ານ ເຍີນເງ້ຍເດື່ອງ”.
ໃນເວລານັ້ນ, ມີສະມາຊິກ ລວມ 15 ຄົນ, ໄດ້ທໍາການເຄື່ອນໄຫວ ບໍ່ຄ່ອຍຟົດຟື້ນ ປານໃດ, ບັນດາ ສະມາຊິກໄດ້ຝຶກຊ້ອມມວຍ ແລະ ເຊີດ ສິງໂຕ - ມັງກອນ ເປັນປະຈໍາ, ແຕ່ທຳການ ສະແດງ ພຽງໃນ ໄລຍະເວລາ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຫຼື ໄປວັດໃນວັນບຸນປີໃໝ່ ເທ່ົານັ້ນ. ນອກຈາກນັ້ນ, ບາງຄັ້ງ ກໍ່ປະສານສົມທົບ ກັບສະມາຄົມ ອື່ນໆ ເພື່ອຂໍການສະໜັບສະໜູນເງິນ ໃຫ້ແກ່ໂຮງໝໍ, ໂຮງຮຽນ, ຊ່ວຍເຫຼືອໄພພິບັດ ຫຼື ທຳການກຸສົນ ອີກດ້ວຍ.
ປັດຈຸບັນ, ຄະນະ ເຍີນເງ້ຍເດື່ອງ ມີສະມາຊິກປະມານ 100 ຄົນມີອາຍຸແຕ່ 15-40 ປີ, ທຳການຝຶຶກແອບ ເປັນປະຈຳ ຢ່າງກະຕືລືລົ້ນ ເພື່ອຮັບໃຊ້ປະຊາຊົນ ໃນໂອກາດ ມີງານບຸນ, ປີໃໝ່...
ສະມາຊິກທັງໝົດ ໃນຄະນະ ເຍີນເງ້ຍເດື່ອງ ຕ່າງກໍພະຍາຍາມ ເຮັດວຽກ, ຝຶກຊ້ອມຢ່າງຫ້າວຫັນ ເພື່ອບັນລຸໄດ້ ຜົນງານຫຼາຍຢ່າງ ທີ່ສະຫງ່າລາສີ ແລະ ມີຊື່ສຽງກວ່າ. ພິເສດແມ່ນອາຈານ ລືວກ໋ຽມເຊືອງ, ເກີດປີ 1950 ຢູ່ເຂດ ເຈີ້ເລີ໋ນ, ຫົວໜ້ານິກາຍ ເຍີນເງ້ຍ ເດື່ອງ ນັບແຕ່ປີ 1971. ທ່ານກ່າວວ່າ ບັນດາ “ເຄັດລັບ” ທີ່ໄດ້ນຳຊື່ສຽງຂອງ ເຍີນເງ້ຍເດື່ອງ ຂຶ້ນສູ່ລະດັບສູງ ໃນບັນດາເວທີສາກົນ ກ່ຽວກັບ ສິລະປະເຊີດ ສິງໂຕ- ມັງກອນ ເຊັ່ນ: ສິງໂຕ ຮີ໋ເກົ່າ (ສິງໂຕ ຫຼິ້ນກັບ ຮູບກົມ-ຫຼຽນທອງ ລາງວັນ ອາຊຽນ Indoor Games 2007 ທີ່ມາເກົາ-ສປ ຈີນ); ເຊີດ ສິງໂຕ -ມັງກອນ ໄວ (ຫຼຽນທອງ ລາງວັນເຊີດ ສິງໂຕ- ມັງກອນ ສາກົນ ຄັ້ງທີ 5 ທີ່ ແຂວງ ຝູຈ້ຽນ-ສປ ຈີນ; ຫຼຽນເງິນຊິງແຊມ ອາຊຽນ ຄັ້ງທີ 3 ທີ່ບາຫຼີ-ອິນໂດເນເຊຍ). ນອກຈາກການສະແດງລວມໝູ່ແລ້ວ, ບັນດາລູກສິດຂອງ ເຍີນເງ້ຍເດື່ອງ ຍັງນຳຊື່ສຽງມາໃຫ້ຄະນະ ຄື ອາຈານມວຍ ລືວຮວ໋ານຟີ໋ (ເກີດປີ 1977, ລູກຊາຍກົກ ຂອງ ທ່ານ ລືວກ໋ຽມເຊືອງ) ສະແດງສາກ ເຊີດ ສິງໂຕ -ມັງກອນ ໄຕ່ເສົາສູງ 15 ແມັດ ທີ່ສະໜາມກິລາ ຢູ່ເມືອງ 8 (ວັນທີ 6 ມັງກອນ 2005, ສ້າງສະຖິຕິ ຫວຽດນາມ ປີ 2005).
ສະຖິຕິ ທີ 2 ກໍແມ່ນລູກສິດ ທຳການສະແດງຄື: ໂກ໊ວູ໊ ທັງບິ່ງ ເທີບຍີ້ ເຖີ່ຍເລ້ງ (ຜູ້ໜຶ່ງຕີກອງ 12 ໜ່ວຍ ພ້ອມໆ ກັນດ້ວຍຊື່ເອີ້ນ: ອວຍ ພອນປີໃໝ່ ແຫ່ງຄວາມສະຫງົບສຸກ ແລະ ຈະເລີນຮຸ່ງເຮືອງ) ໂດຍ ຢາງທົງຫວູ້ຈີ໋ (ອາຍຸ 19 ປີ-ໃນປີ 2005) ເປັນຜູ້ສະແດງ ໃນລາຍການ ພົບກັບ ນັກສະຖິຕິ ຫວຽດນາມ ຄັ້ງທີ 2 ໃນວັນທີ 14 ສິງຫາ 2005 ຢູ່ສວນສາທາລະນະ ທ່ອງທ່ຽວ ວັດທະນະທຳ ຊ໋ວຍຕຽນ.
ພາຍຫຼັງ 86 ປີ ແຫ່ງການຜັນແປປ່ຽນແປງ, ລູກສິດຫຼາຍຄົນ ຂອງເຍີນເງ້ຍເດື່ອງ ໄດ້ໄປຕັ້ງຖິ່ນຖານຢູ່ຕ່າງປະເທດ, ໄດ້ສ້າງສາ ແລະ ພັດທະນາ ວິຊາການເຊີດ ສິງໂຕ -ມັງກອນ ຢູ່ຫຼາຍປະເທດເຊັ່ນ: ສ ອາເມລິກາ, ອົດສະຕຣາລີ, ຝຣັ່ງ, ເຢຍລະມັນ... ຄະນະ ເຊີດ ສິງໂຕ- ມັງກອນ ທັງໝົດນີ້ ຕ່າງກໍເອົາຊື່ ເຍີນເງ້ຍເດື່ອງ ເພື່ອລະນຶກເຖິງ ບ່ອນກຳເນີດຂອງຕົນ ແລະ ເຜີຍແຜ່ ສິລະປະການເຊີດ ສິງໂຕ -ມັງກອນ ແລະ ວິຊາມວຍ ຂອງ ຫວຽດນາມ.
- ປະຕິບັດ: ທົງຫາຍ - ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ