ວັດທະນະທຳ

ຊື່ສຽງ ເຍີນເງ້ຍເດື່ອງ ດັງກ້ອງກັງວານ

ແຕ່ຊຸມປີ 30 ແລະ 50 ຂອງ ສະຕະວັດທີ XX, 
ລາຍການສະແດງ “ເຊີດສິງໂຕເທິງເສົາ” ທີ່ເປັນເອກະລັກ ຊຶ່ງສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ. ພາບ: ທົງຫາຍ/VNP

ແຕ່ຊຸມປີ 30 ແລະ 50 ຂອງ ສະຕະວັດທີ XX, ຄະນະເຊີດ ສິງໂຕ -ມັງກອນ ຫຼາຍຄະນະ ໄດ້ຮັບການສ້າງຕັ້ງ ຢູ່ເຂດ ເຈີ້ເລີ໋ນ  ຂອງ ນະ ຄອນໂຮ່ຈີມິນ ເຊັ່ນ: ເຍີນເງ້ຍເດື່ອງ, ລຽນເງ້ຍ, ແທງລຽນ, ລຽນຫື້ວ… ເຖິງຢ່າງໃດກໍຕາມ, ຄະນະ​ເຊີດສິງໂຕ -ມັງກອນ ເຍີນເງ້ຍເດື່ອງ ​ແມ່ນ​ຄະນະທີ່​ເກົ່າ​ແກ່​ທີ່​ສຸດ ​ແລະ ​ໄດ້ສອນ​ໃຫ້​ຄົນ​ຮຸ່ນຫຼັງ ຫຼາຍຮຸ່ນຄົນ ​ມີ​ຄວາມ​ຮັກ​ແພງ ຕໍ່ ​ວິຊາການ​ເຊີດສິງໂຕ -ມັງກອນ ​ຢູ່ ​​ໄຊ​ງ່ອນ.

ການ​ກຳ​ເນີດ​ຂອງ​ ເຍີນເງ້ຍເດື່ອງ ຫວຽດ​ນາມ ມີຄວາມ​ຕິດ​ພັນ​ກັບ​ ອາຈານມວຍ ລືວຮ້າວເລືອງ. ປີ 1936,  ອາຈານ ລືວຮ້າວເລືອງ ໄດ້​ສ້າງ​ຕັ້ງ ຄະນະເຊີດ ສິງໂຕ ເຍີນເງ້ຍເດື່ອງ ເພື່ອຖ່າຍທອດ ວິຊາການ ຕໍ່ສູ້ ຈູຢາກວ່ຽນ. ອາຈານ ລືວຮ້າວເລືອງ ເປັນລູກສິດ ຄົນທຳອິດຂອງ ອາຈານ ຈູບື໊ວ, ໜຶ່ງໃນ “ຫ້າ ເສືອ ຂອງ ລາຊະວົງ ຈູ” ຢູ່ນະຄອນ ຊິນຮວຍ (Xin huay) ສປ ຈີນ. ເພາະສະ​ນັ້ນ, ເພິ່ນ​ໄດ້​ເອົາ​ສອງ​ຄຳ ​ທຳ​ອິດ ຄື “ຈູກວ໋ານ” ເພື່ອ​ຕັ້ງ​ຊື່​​ວ່າ “ຄະນະເຊີດ ສິງໂຕ-ມັງກອນ ຈູກວ໋ານ ເຍີນເງ້ຍເດື່ອງ”.

ໃນ​ເວລາ​ນັ້ນ, ມີ​ສະມາຊິກ ລວມ 15 ຄົນ, ໄດ້ທໍາການເຄື່ອນໄຫວ ບໍ່ຄ່ອຍຟົດຟື້ນ ປານໃດ, ບັນດາ ສະມາຊິກໄດ້​ຝຶກ​ຊ້ອມມວຍ ແລະ ເຊີດ ສິງໂຕ - ມັງກອນ​ ເປັນປະຈໍາ, ​ແຕ່ທຳການ ສະແດງ ພຽງໃນ ໄລຍະເວລາ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຫຼື ໄປວັດໃນວັນ​ບຸນປີ​ໃໝ່ ເທ່ົານັ້ນ. ນອກຈາກນັ້ນ, ບາງຄັ້ງ ກໍ່ປະສານສົມທົບ ກັບສະມາຄົມ ອື່ນໆ ເພື່ອຂໍການສະໜັບສະໜູນເງິນ ໃຫ້ແກ່ໂຮງໝໍ, ໂຮງຮຽນ, ຊ່ວຍເຫຼືອໄພພິບັດ ຫຼື ທຳການກຸສົນ ອີກດ້ວຍ. 

ປັດຈຸ​ບັນ, ຄະນະ ເຍີນເງ້ຍເດື່ອງ ມີສະມາຊິກ​ປະມານ 100 ຄົນ​ມີ​ອາຍຸ​ແຕ່ 15-40 ປີ, ທຳການຝຶຶກແອບ​ ເປັນ​ປະຈຳ​ ຢ່າງ​ກະຕືລືລົ້ນ ​ເພື່ອ​ຮັບ​ໃຊ້​ປະຊາຊົນ ​ໃນໂອກາດ ມີງານບຸນ, ປີໃໝ່...

ບັນດາສະມາຊິກ ໃນເຍີນເງ້ຍເດື່ອງ ກະກຽມ ກະກຽມ​ກ່ອນ​ການ​ສະ​ແດງ. ພາບ: ທົງຫາຍ/VNP

ສະມາຊິກ​ທັງ​ໝົດ ໃນຄະນະ​ ເຍີນເງ້ຍເດື່ອງ ຕ່າງກໍພະຍາຍາມ ເຮັດວຽກ, ຝຶກຊ້ອມຢ່າງຫ້າວຫັນ ເພື່ອບັນລຸ​ໄດ້​ ​ຜົນງານຫຼາຍຢ່າງ ທີ່ສະຫງ່າ​ລາສີ ​ແລະ ມີ​ຊື່​ສຽງ​ກວ່າ. ພິ​ເສດແມ່ນອາຈານ ລືວກ໋ຽມເຊືອງ, ເກີດ​​ປີ 1950 ຢູ່​ເຂດ ເຈີ້ເລີ໋ນ, ຫົວໜ້ານິກາຍ ເຍີນ​ເງ້​ຍ ເດື່ອງ ນັບ​ແຕ່​ປີ 1971. ທ່ານ​ກ່າວ​ວ່າ ບັນດາ “ເຄັດລັບ” ​ທີ່ໄດ້​ນຳ​ຊື່​ສຽງ​ຂອງ ເຍີນເງ້ຍເດື່ອງ ຂຶ້ນ​ສູ່​ລະດັບ​ສູງ​ ໃນ​ບັນດາ​ເວທີ​ສາກົນ ກ່ຽວກັບ ສິລະປະ​ເຊີດ ສິງ​ໂຕ- ມັງກອນ ເຊັ່ນ: ​ສິງ​ໂຕ ຮີ໋ເກົ່າ (ສິງ​ໂຕ ​ຫຼິ້ນ​ກັບ ຮູບກົມ-ຫຼຽນ​ທອງ​ ລາງວັນ​ ອາ​ຊຽນ Indoor Games 2007 ທີ່​ມາເກົາ-ສປ ຈີນ); ​ເຊີດ ສິງ​ໂຕ -ມັງກອນ ​ໄວ (ຫຼຽນ​ທອງ​ ລາງວັນເຊີດ ສິງ​ໂຕ- ມັງກອນ ສາກົນ ​ຄັ້ງ​ທີ 5 ທີ່​ ແຂວງ ​ຝູ​ຈ້ຽນ-ສປ ຈີນ; ຫຼຽນ​ເງິນ​ຊິງ​ແຊມ​ ອາ​ຊຽນ​ ຄັ້ງ​ທີ 3 ທີ່​ບາ​ຫຼີ-ອິນ​ໂດ​ເນ​ເຊຍ). ນອກ​ຈາກ​ການ​ສະ​ແດງ​ລວມໝູ່​ແລ້ວ, ບັນດາລູກສິດ​ຂອງ ເຍີນເງ້ຍເດື່ອງ ຍັງ​​ນຳ​ຊື່ສຽງມາ​ໃຫ້​ຄະນະ ຄື ອາຈານມວຍ ລືວຮວ໋ານຟີ໋ (ເກີດ​ປີ 1977, ລູກ​ຊາຍ​ກົກ ​ຂອງ​ ທ່ານ ລືວກ໋ຽມເຊືອງ) ​ສະ​ແດງສາກ ເຊີດ ສິງໂຕ -ມັງກອນ ໄຕ່ເສົາສູງ 15 ແມັດ ທີ່ສະໜາມກິລາ ຢູ່ເມືອງ 8 (ວັນທີ 6 ມັງກອນ 2005, ສ້າງສະຖິຕິ ຫວຽດນາມ ປີ 2005).

ສະຖິຕິ ທີ 2 ກໍແມ່ນລູກສິດ ທຳການສະແດງຄື: ໂກ໊ວູ໊ ທັງບິ່ງ ເທີບຍີ້ ເຖີ່ຍເລ້ງ (ຜູ້ໜຶ່ງຕີກອງ 12 ໜ່ວຍ ພ້ອມໆ ກັນດ້ວຍຊື່ເອີ້ນ: ອວຍ ພອນປີໃໝ່ ແຫ່ງຄວາມສະຫງົບສຸກ ແລະ ຈະເລີນຮຸ່ງເຮືອງ) ໂດຍ ຢາງທົງຫວູ້ຈີ໋ (ອາຍຸ 19 ປີ-ໃນປີ 2005) ເປັນຜູ້ສະແດງ ໃນລາຍການ ພົບກັບ ນັກສະຖິຕິ ຫວຽດນາມ ຄັ້ງ​ທີ 2 ໃນ​ວັນ​ທີ 14 ສິງຫາ 2005 ຢູ່​ສວນ​ສາທາລະນະ ​ທ່ອງ​ທ່ຽວ ​ວັດ​ທະ​ນະ​ທຳ​ ຊ໋ວຍຕຽນ. 

ບັນດາສາກການ​ສະ​ແດງ ຂອງຄະນະເຊີດ ສິງໂຕ ເຍີນເງ້ຍເດື່ອງ ຍາມໃດກໍດຶງ​ດູດ​ຜູ້​ຄົນ​ທີ່ມາຊົມ. ພາບ: ທົງຫາຍ/VNP

 

ໜຶ່ງໃນບັນດາສາກການສະແດງພິເສດຂອງ ເຍີນເງ້ຍເດື່ອງ. ພາບ: ທົງຫາຍ/VNP

 


ພາຍຫຼັງ 86 ປີ ​ແຫ່ງ​ການ​ຜັນ​ແປປ່ຽນແປງ, ລູກສິດຫຼາຍຄົນ ຂອງ​ເຍີນເງ້ຍເດື່ອງ ​ໄດ້​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ຕ່າງ​ປະ​ເທດ, ໄດ້​ສ້າງສາ​ ແລະ ​ພັດ​ທະ​ນາ​ ວິຊາການເຊີດ ສິງໂຕ -ມັງກອນ ​ຢູ່​ຫຼາຍ​ປະ​ເທດ​ເຊັ່ນ: ສ ອາ​ເມ​ລິ​ກາ, ອົດສະຕຣາລີ, ຝ​ຣັ່ງ, ເຢຍ​ລະ​ມັນ... ຄະນະ ເຊີດ ສິງໂຕ- ມັງກອນ ທັງໝົດນີ້ ຕ່າງກໍເອົາ​ຊື່ ເຍີນເງ້ຍເດື່ອງ ເພື່ອ​ລະ​ນຶກ​ເຖິງ ​ບ່ອນ​ກຳ​ເນີດ​ຂອງ​ຕົນ ແລະ ເຜີຍແຜ່ ສິລະປະ​ການ​ເຊີດ ​ສິງ​ໂຕ -ມັງ​ກອນ ແລະ ວິຊາມວຍ ຂອງ ຫວຽດນາມ. 

  • ປະຕິບັດ: ທົງຫາຍ - ເຕັກນິກກະຣາຟິກ: ຈາງຍູງ ແປໂດຍ: ບິກລຽນ  
  •