“ຊີວິດ” ຂອງ ນັກແຕ້ມ Pauline Guitton

“ຊີວິດ” ຂອງ ນັກແຕ້ມ Pauline Guitton

ປຶ້ມ “ຊີວິດ” ດ້ວຍບົດສົນທະນາທີ່ລຽບງ່າຍ, ອ່ອນໂຍນ ຂອງ ຫາຍແອັງ-ຊາວ ຝຣັ່ງ ຄົນໜຶ່ງທີ່ມີິເຊື້ອສາຍ ຫວຽດນາມ ແລະ ການປະກອບສ່ວນ ຂອງ ນັກແຕ້ມ Pauline Guitton (ຝຣັ່ງ) ໄດ້ນຳມາເຊິ່ງ ບົດວັນນະຄະດີໜຶ່ງ ທີ່ມີຊີວິດຊີວາ ເຕັມໄປດ້ວຍ ຄວາມຮັກແພງບ້ານເກີດ ຫວຽດນາມ. ທ່ານນາງ ຫາຍແອັງ ແລະ ນັກແຕ້ມ Pauline Guitton ໄດ້ຝັງໃຈຜູ້ອ່ານ ໃນຈຸດເວລາອັນປະເສີດ ແຫ່ງຄວາມເຫັນອົກເຫັນໃຈ ກ່ຽວກັບຊີວິດ ທີ່ໜ້າຈົດຈຳ ໃນສອງວັດທະນະທຳ ຫວຽດນາມ ແລະ ຝຣັ່ງ.


ຫວ່າງ​ມໍ່ໆ​ ມາ​ນີ້, ​ໂຮງ​ພິມ ​ກິມ​ດົ່ງ​ ໄດ້​ພິມ​ຈຳໜ່າຍ​ປຶ້ມ “ຊີວິດ” ຂອງ​ທ່ານນາງ ຫາຍແອັງ ​ແລະ ນັກແຕ້ມ Pauline Guitton. ກ່ອນ​ໜ້າ​ນີ້, ປຶ້ມ​ຫົວ​ນີ້​ ຍັງ​ໄດ້​ພິມ​ຈຳໜ່າຍ​ ຢູ່​ປະ​ເທດ​ ຝຣັ່ງ​ ແລະ ​ສ້າງ​ຊື່​ສຽງ​ໂດ່ງດັງ​ຫຼາຍ.

ຜ່ານ​ບັນດາ​ລາຍ​ແຕ້ມ​ທີ່​ມີ​ຊີວິດ​ຊີວາ​ ຂອງ Pauline Guitton, ປຶ້ມ “ຊີວິດ” ​ໄດ້​ສະ​ແດງ​ໃຫ້​ເຫັນ​ບັນດາ​ຄວາມ​ຊົງ​ຈຳ​ ປະຫວັດສາດ​ຂອງ​ຊາດ, ຮູບພາບ​ ກ່ຽວກັບຊາວ ​ຫວຽດນາມ ​ໃນສະໄໝ​ ຕໍ່ຕ້ານ ​ແລະ ປັດຈຸ​ບັນ, ​ຄວາມເຫັນອົກເຫັນໃຈ ລະຫວ່າງ​ແມ່-ລູກ; ການຕໍ່ສູ້-ສັນ ຕິພາບ; ປະ​ເທດ​ຊາດ-ການ​ເຊື່ອມ​ໂຍງ... ປື້ມ​ແມ່ນ​ຂົວ​ເຊື່ອມ​ຕໍ່​ອະ​ດີດ ​ກັບ​ປັດ​ຈຸ​ບັນ, ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ 2 ປະ​ເທດ ຝ​ຣັ່ງ ແລະ ຫວຽດ​ນາມ.

 


Pauline Guitton ແມ່ນບ້ານໃກ້ເຮືອນຄຽງ ຂອງ ຫາຍແອັງ ຢູ່ ຫວຽດນາມ, ທັງສອງຄົນ ເກີດໃນປີ 1993. ເປັນທີ່ຮູ້ກັນວ່າ ພາຍ ຫຼັງຮຽນຢູ່ໂຮງຮຽນວິຈິດສິນ Caen, ນັກແຕ້ມ Pauline ມາ ຫວຽດ ນາມ ເພື່ອດຳລົງຊີວິດ ເປັນເພື່ອນບ້ານ ກັບ ຫາຍແອັງ. ​ໃນ​ໄລຍະ 1 ປີ​ຢູ່ ​ຫວຽດນາມ, Pauline ​ໄດ້​ຄົ້ນ​ພົບ​ຄວາມ​ງາມ​ດ້ານ​ວັດທະນະ ທຳ ​ຫຼາຍ​ຢ່າງ​ໃນ​ຊີວິດ, ​ເຊິ່ງນາງ ​ສາມາດ​ປະດິດ​ສ້າງ​ຄືນ​ໃໝ່​ຜ່ານບັນດາລາຍແຕ້ມ​ໃນເລື່ອງ “​ຊີວິດ”. ຫາຍແອັງ ​ໄດ້​ເລືອກ​ Pauline ​ເປັນຜູ້ແຕ້ມຮູບປະກອບໃຫ້ປຶ້ມຂອງຕົ້ນ ອັນເນື່ອງຈາກ ມຸມມອງທີ່ມີຄວາມເປັນ​ມະນຸດສະທຳ ​ແລະ ຫົວຄິດປະດິດສ້າງ ​ຂອງລາວ.

ຫາຍແອັງ ແບ່ງປັນວ່າ: “ຂ້າພະເຈົ້າໄດ້ພົບກັບ Pauline ເມື່ອອາຍຸ 10 ປີ ແລະ ຕັ້ງແຕ່ນັ້ນມາ, ຂ້າພະເຈົ້າບໍ່ເຄີຍຢຸດ ເບິ່ງການແຕ້ມ ຮູບຂອງ ນາງເລີຍ. Pauline ມີ​ພະ​ລັງ​ງານ​ທີ່​ດີ​ໃນ​ການ​ແຕ້ມ​ຮູບ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ​ຫວຽດ​ນາມ-ຝ​ຣັ່ງ”.

 


ຊີວິດ” ແມ່ນເລື່ອງເລົ່າກ່ຽວກັບແມ່ (ຜູ້ກຳກັບ ຫວຽດລິງ, ແມ່ຂອງ ຫາຍແອັງ) ເລົ່າສູ່ລູກສາວ ຂອງ ຕົນຟັງ ກ່ຽວກັບ ຄວາມຊົງຈຳ ໃນການດຳລົງຊີວິດ ແລະ ເຮັດວຽກຂອງເພິ່ນ ຢູ່ເຂດສູ້ຮົບ ໃນການຕໍ່ຕ້ານ ຈັກກະພັດ ອາເມລິກາ ຂອງ ປະເທດຊາດ ແຕ່ປີ 1969-1975. ​ໃນ​ໄລຍະ 7 ປີ​ທີ່​ດຳລົງ​ຊີວິດ​ຢູ່​ເຂດສູ້ຮົບ, ທ່ານນາງ ລິງ ​ໄດ້​ຮູ້ຈັກ​ກັບ​ບັນດາ​ນັກຮົບ​ປະຕິວັດ, ​ຜູ້ທີ່ນຳ​ ນາງ ມາຍັງ​ການ​ຕໍ່ສູ້ ​ແລະ ​​ຮູບ​ເງົາ. ທ່ານນາງ ລິງ ພ້ອມກັບ ພໍ່ຂອງຕົນ ແລະ ເພື່ອນຮ່ວມກົມກອງໄດ້ດໍາລົງຊີວິດ, ເຮັດວຽກ ແລະ ສ້າງຮູບເງົາ ດ້ວຍຄວາມຫຼົງໄຫຼ ໃນຄວາມທຸກຍາກນາໆ ປະການ, ທ່າມກາງ ລະເບີດທີ່ຕົກລົງ, ພາຍຸລູກປືນ ແລະ ສຽງດັງຂອງ ເຮືອບິນ ໃນທ້ອງຟ້າ. ພາຍຫຼັງການບຸກບືນ​ຮໍ່າຮຽນ ​ແລະ ດຳລົງ​ຊີວິດ​, ຫວຽດ​ລິງ ​ໄດ້​ກາຍ​ເປັນ​ຜູ້​ກຳກັບ ​ທີ່​ມີ​ຊື່​ສຽງ​ຂອງ ​ຫວຽດນາມ ​ແລະ ​ຍ້າຍໄປດຳລົງຊີວິດ​ຢູ່​ ຝຣັ່ງ. 

ບັນດາເລື່ອງລາວ ກ່ຽວກັບຄວາມເຫັນອົກເຫັນໃຈ ລະຫວ່າງ ແມ່ ກັບ ລູກສາວໃນ “ຊີວິດ” ບໍ່ພຽງແຕ່ປະກອບສ່ວນສ້າງປະຫວັດສາດ ແຫ່ງ ຄວາມຊົງຈຳຂອງ ຫວຽດນາມ ຄືນໃໝ່ເທົ່ານັ້ນ, ຫາກຍັງ ສະແດງ ເຖິງສາຍພົວພັນ ລະຫວ່າງ ແມ່ ແລະ ລູກສາວ, ຄວາມ ປາດຖະໜາ ຢາກຮ່ຳຮຽນ ກ່ຽວກັບຮາກເຫງົ້າຂອງຊາວ ຫວຽດນາມ ຄົນໜຶ່ງ ທີ່ເກີດ ແລະ ເຕີບໃຫຍ່ ຢູ່ຕ່າງປະເທດ.

ອ່ານປຶ້ມ “ຊີວິດ” ດ້ວຍຄໍາເວົ້າທີ່ງ່າຍດາຍ, ອ່ອນໂຍນ ແລະ ຮູບແບບການຂຽນ ທີ່ໜ້າຈັບໃຈ ພ້ອມກັບຮູບແຕ້ມ ທີ່ເຕັມໄປດ້ວຍ ສີຂຽວ ຂອງຊີວິດ. Pauline ແຕ້ມງາມ, ແຕ້ມດ້ວຍຄວາມຮູ້ສຶກ ແລະ ເຕັມໄປດ້ວຍຄວາມສົດຊື່ນ. ປຶ້ມດັ່ງກ່າວໄດ້ດຶງດູດຜູ້ອ່ານ ດ້ວຍທຸກຄຳເວົ້າສົນທະນາ ແລະ ທຸກໆ ຮູບປະກອບຢ່າງລະອຽດ.

ໃນ​ການ​ພົບ​ປະ​ແລກປ່ຽນ​ກ່ຽວ​ກັບ​ປຶ້ມ “​ຊີວິດ” ເຊິ່ງໄດ້ຈັດຂຶ້ນ ຢູ່ ຮ່າ​ໂນ້ຍ, ບັນດາຜູ້ອ່ານ ຫວຽດນາມ ​ໄດ້​ຮັບ​ຟັງ​ການ​ແບ່ງປັນ​ຂອງ​ບັນດາ​ນັກປະພັນ ​ແລະ ຕົວລະຄອນເອກ​ ຂອງ​ ບົດປະພັນ “​ຊີວິດ”. ຜູ້ກຳ ກັບ ຫວຽດລິງ ໄດ້ເຂົ້າ​ຮ່ວມໃນເຫດການ. ເພິ່ນຮູ້ສຶກດີໃຈ ຫຼາຍເມື່ອເວົ້າເຖິງ ຫາຍແອັງ ແລະ Pauline ໄດ້ນຳບົດປະພັນ ຂອງເຂົາເຈົ້າ ມາຍັງ ທ່ານຜູ້ຊົມຢ່າງລະອຽດອ່ອນ ແລະ ສະໜິດສະໜົມ. “ຊີວິດ” ​ແມ່ນ​ບົດປະພັນທຳ​ອິດ​ ຂອງ​ ຫາຍແອັງ ​ແລະ ຍັງ​ເປັນບົດປະພັນ​ທີ່​ເຊື່ອມ​ຕໍ່ ​ນໍ້າໃຈມິດຕະພາບ ​ແລະ ຄວາມ​ຮັກ ວັດທະນະທຳ​ ຂອງ​ສອງ​ປະ​ເທດ ຫວຽດນາມ ​ແລະ ຝຣັ່ງ ຢ່າງ​ຍອດຍິ່ງ. 

 

ຊີວິດ” ໄດ້ອອກຈຳໜ່າຍຄັ້ງທຳອິດ ຢູ່ປະເທດ ຝຣັ່ງ ໃນຕົ້ນປີ 2023. ໃນເວລາສັ້ນໆ, ປຶ້ມດັ່ງກ່າວ ໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ຜູ້ອ່ານໃນປະເທດ ຝຣັ່ງ ຢ່າງໄວ ດ້ວຍຈຳນວນ 8.000 ສະບັບ. ກ່ອນໜ້ານີ້, ໃນເວລາ ຍັງເປັນສະບັບຮ່າງ, “ຊີວິດ” ໄດ້ຮັບການຊ່ວຍເຫຼືອ ຈາກກອງທຶນສະໜັບສະໜູນ ການພິມຈຳໜ່າຍ ສໍາລັບບັນດາບົດປະພັນ ທີ່ດີເລີດ ດ້ວຍພາສາ ຝຣັ່ງ-La Scam. ໃນ​ຕົ້ນ​ປີ 2024, ລື່ນ​ກາຍ​ປຶ້ມ​ທີ່​ມີ​ຮູບ​ແຕ້ມ​ຂອງ​ ຝຣັ່ງ ​ຫຼາຍ​ຫົວ, ປຶ້ມຫົວນີ້ ໄດ້​ຮັບ​ລາງວັນ Prix du Jury oecuménique de la BD 2024.

 

ປຶ້ມ "ຊີວິດ" ທີ່ມີຮູບພາບໜ້າປົກຂອງນັກແຕ້ມ Pauline Guitton. ພາບ: ແທງຢາງ/VNP

ບົດ: VNP/ບິກເວິນ - ພາບ: ແທງຢາງ - ແປໂດຍ: ຢືຟຽນ

 


Top