ກຸນແຈ ເປີດປະຕູ ສູ່ການທ່ອງທ່ຽວ ເຂດ ໄຕງວຽນ
ດ້ວຍລະບົບທິວທັດທຳມະຊາດ ທີ່ກວ້າງໃຫຍ່ໄພສານ ແລະ ງົດງາມ ປະກອບມີ ພູຜາ, ແມ່ນ້ຳລໍາເຊ, ທະເລສາບ, ນ້ຳຕົກ, ຖ້ຳ, ພູເຂົາໄຟ... ພ້ອມກັບແຫຼ່ງມໍລະດົກ ວັດທະນະທຳ ທ່ີເປັນຮູບປະທຳ ແລະ ນາມມະທຳ ທີ່ໃຫຍ່ໂຕ ແລະ ອຸດົມຫຼາກຫຼາຍ ຂອງ ວົງຄະນາຍາດ ເກືອບ 50 ຊົນເຜົ່າ, ໄຕງວຽນ ແມ່ນເຂດດິນ ທີ່ມີຄວາມບົ່ມຊ້ອນ ທີ່ໃຫຍ່ຫຼວງ ເພື່ອ ພັດທະນາ ການທ່ອງທ່ຽວຊີວະພາບ, ພັັກຜ່ອນ ເພື່ອສຸຂະພາບ, ຄົ້ນພົບຊີວິດ-ວັດທະນະທຳ, ສຳຫຼວດຖໍ້າ, ພູຜາປ່າດົງ, ກິລາຜະຈົນໄພ ແລະ ອື່ນໆ ອີກຫຼາຍຢ່າງ.
ໄຕງວຽນ ແມ່ນເຂດດິນ ທີ່ມະຫັດສະຈັນ
ທ້າຍປີ ກໍແມ່ນລະດູການ ທີ່ສວຍງາມທີສຸດ ຂອງ ໄຕງວຽນ, ຈາກ ແຂວງ ກວາງນາມ, ໄປຕາມທາງຫຼວງ ແຫ່ງຊາດເລກ 14 ເຖິງ ໄຕ ງວຽນ ຜ່ານບັນດາແຂວງ ກອນຕຸມ, ຢາລາຍ, ດັກລັກ, ດັກນົງ, ເລີມດົ່ງ ແລ້ວລົງ ນະຄອນ ຍາຈາງ ຈາກນັ້ນກັບຄືນ ແຂວງ ກວາງນາມ. ຕາມ ເສັ້ນທາງເທິງພູ ໃນທ້າຍປີ ແມ່ນເຕັມໄປດ້ວຍແສງແດດ ແລະ ສາຍລົມ, ເຂດດິນ ພູເຂົາໄຟ ສີແດງ ເໝືອນດັ່ງສີດອກງີ້ວ, ປ່າ ຢາງພາລາ ໃນລະດູໃບໄມ້ຫຼົ່ນ ເຫຼືອພຽງແຕ່ກິ່ງ..., ທັງໝົດ ປະກົດອອກ ຜ່ານປ່ອງ ຢ້ຽມລົດ ເຮັດໃຫ້ທຸກຄົນ ຮູ້ສຶກ ຕົກຕະລຶງ ຕໍ່ທິວທັດທຳມະຊາດ ທີ່ແສນສວຍງາມ ຂອງ ໄຕງວຽນ.
ລົດໄດ້ມາຮອດເມືອງ ພູດອຍ ໄປຣກູ, ແຂວງ ຢາລາຍ ໃນຍາມຄ້ອຍ ຄໍ່າ. ບັນຍາກາດຕົວເມືອງມີຄວາມສະຫງົບ, ເສັ້ນທາງຂຶ້ນໆ ລົງ ຫຼົບລີ້ໃນມ່ານໝອກ ພາໃຫ້ເກີດຄວາມຮູ້ສຶກໂສກເສົ້າ ທີ່ແປກປະຫຼາດ, ເຮັດໃຫ້ເພື່ອນທີ່ນັ່ງຢູ່ຂ້າງໆ ໂດຍບັງເອີນເປັ່ງສຽງຮ້ອງເພງ ຄືເວົ້າແທນໃຈຄົນ:
“ເມືອງພູສູງ, ເມືອງແຫ່ງພູເຂົາ ເຕັມແຕ່ນໍ້າໝອກ
ເມືອງພູເຂົາ ທີ່ມີຕົ້ນໄມ້ຂຽວຂະຈີ ທ້ອງຟ້າຕ່ຳ ແມ່ນໂສກເສົ້າຫຼາຍ
ຄົນແປກໜ້າຍ່າງຂຶ້ນຍ່າງລົງ …”
ໄຕງວຽນ ເປັນແບບນັ້ນ, ບໍ່ດຶງດູດນັກທ່ອງທ່ຽວ ດ້ວຍບໍລິການທ່ອງທ່ຽວ 5 ດາວ, ແຕ່ແມ່ນທັດສະນີຍະພາບ ທີ່ມີຄວາມງາມແບບດັ້ງເດີມ ແລະ ເລື່ອງລາວວັດທະນະທຳ ທີ່ເປັນມູນເຊື້ອ ຂອງ ວົງຄະນາຍາດ 49 ຊົນ ເຜົ່າ ດຳລົງຊີວິດ ຢູ່ທີ່ນີ້.
ໃນລະຫວ່າງການເດີນທາງ, ພວກຂ້າພະເຈົ້າໄດ້ຢຸດຢູ່ ຫຼາຍບ່ອນ ແລະ ເພີດເພີນກັບຄວາມງາມ ແບບໜ້າອັດສະຈັນ ທີ່ແຕກຕ່າງກັນ ຂອງ ເຂດດິນ ໄຕງວຽນ. ຖ້າ ດ່າລາດ ມີອາກາດໜາວເຢັນ ແລະ ມີຄວາມງາມດັ່ງໃນຝັນ ເໝືອນຍິງສາວຄົນໜຶ່ງ, ດັກລັກ, ດັກນົງ, ຢາລາຍ, ກອນຕຸມ ຈະແມ່ນດິນແດນຂອງບັນດາ ເຮືອນຣົງ, ເຮືອນຍາວ, ຄ່ຳຄືນບຸນຄ້ອງ ພາຍໃຕ້ແສງສະຫວ່າງ ຈາກ ກອງໄຟ, ງານບຸນຕ່າງໆ ທີ່ມີສີ ສັນປະຫວັດສາດ ຂອງ ຊາວເຜົ່າ ຢາລາຍ, ບານາ, ເຊີດັງ, ແຢ໊ຈຽງ, ເບີເຣົາ, ເຣີມັນ, ເຮີແຣ ເຮີເຣ, ເກີຮໍ, ເຊີດັງ, ເອເດ, ເມີນົງ...
ວົງຄະນາຍາດ ບັນດາເຜົ່າສ່ວນໜ້ອຍຢູ່ ໄຕງວຽນ ມີສີສັນ ວັດທະນະທຳທ້ອງຖິ່ນສຸດທີ່ອຸດົມສົມບູນ ແລະ ຫຼາກຫຼາຍສີສັນ. ວັດທະນະທຳ ໄດ້ຕິດພັນກັບໝູ່ບ້ານ, ກັບຮີດຄອງປະເພນີ ແລະ ງານບຸນພິເສດຕ່າງໆ ມີຄຸນລັກສະນະຈຳເພາະ, ທີ່ໄດ້ຈັດຂຶ້ນ ໃນທ່າມກາງບັນຍາກາດ ຂອງ ປ່າດົງພົງໄພເຊັ່ນ: ງານບຸນຄ້ອງ, ພິທີບູຊາທ່ານ້ຳ, ສະຫຼອງ ບຸນເຂົ້າໃໝ່, ບຸນແຂ່ງຊ້າງ, ພິທີກໍາຈັດສົບ... ແລະ ບາງຄໍ່າຄືນ ໄດ້ຟັງ ຜູ້ເຖົ້າຜູ້ແກ່ໃນບ້ານ ເລົ່າເລື່ອງປະຫວັດສາດ ຢູ່ຂ້າງຄີໄຟ.
ເຂດໄຕງວຽນ ລວມມີ 5 ແຂວງຄື: ກອນຕຸມ, ຢາລາຍ, ດັກລັກ, ດັກນົງ ແລະ ເລີມດົ່ງ; ມີເນື້ອທີ່ທໍາມະຊາດທັງໝົດ 54.640,6 ກມ2 (ກວມ 16,5% ເນື້ອທີ່ຂອງປະເທດ); ຕັ້ງຢູ່ດ່ານຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ, ຕິດກັບ ພາກກາງຕອນເໜືອ, ຝັ່ງທະເລພາກກາງຕອນໃຕ້ ແລະ ພາກຕາເວັນອອກສ່ຽງໃຕ້; ເປັນບ່ອນດຳລົງຊີວິດຂອງ 49 ຊົນ ເຜົ່າ ອ້າຍນ້ອງ ມາແຕ່ດົນນານແລ້ວ, ແມ່ນເຂດທີ່ມີຈຸດທີ່ຕັ້ງຍຸດທະສາດສຳຄັນ ໃນດ້ານເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ, ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ຂອງ ປະເທດ.
ຊາວ ໄຕງວຽນ ໃນທຸກວັນນີ້ ຍັງຄົງຮັກສາໄວ້ໄດ້ມໍລະດົກ ວັດທະນະທຳ ທ່ີເປັນຮູບປະທຳ ແລະ ນາມມະທຳ ອັນລໍ້າຄ່າ ຫຼາຍຢ່າງເຊັ່ນ: ເຄື່ອງດົນຕີດ້ວຍຫີນ, ຄ້ອງ, ເຮືອນຣົງ, ເຮືອນຍາວ, ເຮືອນເປົ້າສົບ, ງານບຸນ, ສົມບັດວັດທະນະທຳ ພື້ນເມືອງທີ່ເຕັມໄປດ້ວຍສີສັນ ຊຶ່ງໄດ້ ຮັບການສືບທອດກັນມາ ຜ່ານຫຼາຍຮຸ່ນຄົນ. ໜຶ່ງໃນບັນດາມໍລະດົກ ທີ່ມີຊື່ສຽງນັ້ນແມ່ນ ວັດທະນະທໍາຄ້ອງ ໄຕງວຽນ ຊຶ່ງໄດ້ຮັບການ ຍົກຍ້ອງຈາກ UNESCO ວ່າເປັນຜົນງານປະດິດແຕ່ງລ້ຳເລີດ ປາກ ຕໍ່ປາກ ແລະ ມໍລະດົກ ທີ່ເປັນນາມມະທຳ ຂອງ ມວນມະນຸດ.
ສຈ. ປອ ວິທະຍາສາດ ໂຕຫງອກແທງ, ອະດີດ ປະທານສະມາຄົມ ສິນ ລະປະພື້ນເມືອງ ຫວຽດນາມ, ກຳມະການ ຄະນະກຳມະການ ສະພາສາກົນ ກ່ຽວກັບດົນຕີພື້ນເມືອງ (ICTM - International Council for Traditional Music) ຂອງ UNESCO ເຄີຍກ່າວ ກ່ຽວກັບມໍລະ ດົກ ວັດທະນະທຳຄ້ອງ ໄຕງວຽນ ວ່າ: “ຄ້ອງແມ່ນຂົວ ທາງຈິດໃຈ ລະ ຫວ່າງມະນຸດ ກັບ ເທວະດາ ຟ້າແຖນ ແລະ ໂລກເໜືອທຳມະຊາດ. ເປັນເວລາຫຼາຍເສັ່ນຄົນມາແລ້ວ, ສຽງຄ້ອງ ໄດ້ຕິດພັນກັບ ໄຕງວຽນ ເໝືອນດັ່ງສ່ວນໜຶ່ງ ທີ່ຂາດບໍ່ໄດ້ ໃນວົງຈອນຊີວິດ ຂອງ ແຕ່ລະຄົນ ແລະ ໃນເກືອບໝົດທຸກເຫດການສຳຄັນ ຂອງຊຸມຊົນ.
ວັດທະນະທໍາ ໄຕງວຽນ ມີພະລັງດຶງດູດບໍ່ອາດຕ້ານຄືນໄດ້, ມັນຄ້າຍຄື ເລື່ອງລາວ ຂອງ ນັກຊົນຊາດວິທະຍາ ຊາວ ຝຣັ່ງ ທີ່ມີຊື່ສຽງ Georges Condominas (1921-2011), ຜູ້ທີ່ເຄີຍອາໄສຢູ່ ໄຕງວຽນເປັນເວລາ ຫຼາຍປີ, ກິນ ອາຫານ ເມີນົງ, ປາກພາສາ ເມີນົງ, ຮູ້ນຸ່ງກະຕ່ຽວ, ຍ່າງຕີນເປົ່າ ແລະ ເຮັດວຽກຢູ່ໄຮ່ ຄືຜູ້ຊາຍເຜົ່າ ເມີນົງ ແທ້ໆ... ເພາະສະນັ້ນ ເພິ່ນຈຶ່ງຮັກ ໄຕງວຽນ ຫຼາຍ ຈົນຕ້ອງກ່າວອອກມາວ່າ: “ຂ້າພະເຈົ້າຝັນເປັນພາສາ ເມີນົງ!”.
ເພາະສະນັ້ນ, ບໍ່ແມ່ນເລື່ອງຍາກ ທີ່ຈະນຶກພາບ ເຖິງຊີວິດທ່ີສົດໃສ ຂອງ ວົງຄະນາຍາດ ຊາວເຜົ່າສ່ວນໜ້ອຍ ຢູ່ ໄຕງວຽນ ແລະ ມໍລະດົກວັດທະນະທຳ ທີ່ຍິ່ງໃຫຍ່ ຂອງ ເຂົາເຈົ້າ ແມ່ນພະລັງດຶງດູດທີ່ສ້າງເປັນ ສີສັນການທ່ອງທ່ຽວ ສະເພາະ ຂອງ ໄຕງວຽນ.
ໄປເພື່ອຮັບຟັງລົມຫາຍໃຈ ຂອງ ປ່າດົງພົງໄພ
“ໄປ ໄຕງວຽນ ເພື່ອຮັບຟັງລົມຫາຍໃຈ ຂອງ ປ່າດົງດົງໄພ”. ນັ້ນແມ່ນຄຳເວົ້າເຄີຍໄດ້ຍິນຈາກຜູ້ຮັກແພງ ໄຕງວຽນ, ເພາະວ່າຢູ່ທີ່ນັ້ນ ເໝືອນວ່າມີສຽງກະຊິບ ຂອງຜືນດິນ, ຂອງນ້ຳ, ຂອງ ກາບກອນ ແຕ່ສະໄໝກ່ອນຢູ່ສະເໝີ.
ການຄົ້ນພົບພູ ລາງບຽງ ໃນປີ 1893 ໂດຍທ່ານໝໍຊາວ ຝຣັ່ງ Alexandre Yersin (1863-1943) ໄດ້ວາງພື້ນຖານໃຫ້ການກຳເນີດຂອງ ນະຄອນ ດ່າລາດ ແລະ ຈາກນັ້ນແມ່ນ ການສຳຫຼວດອີກຫຼາຍຄັ້ງຂອງຊາວ ຝຣັ່ງ ເພື່ອຊອກຫາ ຄວາມລັບ ກ່ຽວກັບ ໄຕງວຽນ.
ຜ່ານການປ່ຽນແປງ ທາງໂຄງສ້າງທໍລະນີສາດ, ພູມສັນຖານ ມາເປັນ ເວລາຫຼາຍລ້ານປີ, ເຂດດິນ ໄຕງວຽນ ໄດ້ປາກົດ ເປັນຮູບເປັນຮ່າງ ລະບົບພູມສັນຖານທໍາມະຊາດ ທີ່ໜ້າປະທັບໃຈ ກັບພູຜາປ່າໄມ້, ແມ່ນໍ້າລຳເຊ, ນໍ້າຕົກຕາດ, ຖໍ້າ, ພູເຂົາໄຟ... ນີ້ແມ່ນ ເງື່ອນໄຂ ທີ່ດີເລີດ ສຳລັບ ການພັດທະນາ ບັນດາຮູບການທ່ອງທ່່ຽວຊີວະພາບ, ພັກຜ່ອນເພື່ອສຸຂະພາບ, ສຳຫຼວດພູເຂົາ, ຖ້ຳ, ກິລາ ຜະຈົນໄພ ແລະ ອື່ນໆ...
ໄຕງວຽນ ມີລະບົບການຄົມມະນາຄົມເຊື່ອມຕໍ່ເຂດ, ທ້ອງຖິ່ນ ທີ່ສະ ດວກສະບາຍ ໂດຍຜ່ານສະໜາມບິນຕ່າງໆ ເຊັ່ນ: ບວນມາຖວດ (ແຂວງ ດັກລັກ), ລຽນເຄືອງ (ແຂວງ ເລີມດົ່ງ), ໄປຣກູ (ແຂວງ ຢາລາຍ) ແລະ ລະບົບທາງບົກ ເຊື່ອມຕໍ່ ລະຫວ່າງແຂວງ ເຊັ່ນ: ກວາງນາມ, ບິ່ງດິ້ງ, ຝູ໋ອຽນ, ແຄ໋ງຮ່ວາ ແລະ ບາງແຂວງ ໃນພາກ ຕາເວັນອອກສ່ຽງໃຕ້.
ສິ່ງພົ້ນເດັ່ນແມ່ນ ດ່າລາດ, ດ້ວຍເງື່ອນໄຂທຳມະຊາດ ທີ່ເໝາະສົມ ຍ້ອນຕັ້ງຢູ່ ໃນລະດັບຄວາມສູງ 1.500 ແມັດ ເມື່ອທຽບກັບລະດັບນໍ້າ ທະເລ, ທິວທັດທຳມະຊາດ ທີ່ມີຄວາມງາມດັ່ງໃນຝັນ, ອາກາດ ທີ່ອົບອຸ່ນຕະຫຼອດປີ ຫຼືວ່າເມືອງ ມັງແດນ ຂອງແຂວງ ກອນຕຸມ ໃນທຸກວັນນີ້ ກໍເຄີຍໄດ້ຊາວ ຝຣັ່ງ ວາງແຜນ ກໍ່ສ້າງເປັນ ດ່າລາດ ແຫ່ງທີສອງ ຂອງ ໄຕງວຽນ ຕັ້ງແຕ່ຕົ້ນສະຕະວັດທີ XX.
ຢູ່ ໄຕງວຽນ ມີ 06 ປ່າສະຫງວນແຫ່ງຊາດຄື: ຈືມອມໄຣ (ແຂວງ ກອນຕຸມ), ກອນກາກິງ (ແຂວງ ຢາລາຍ), ຢອກໂດນ (ແຂວງ ດັກລັກ), ຈືຢາງຊິນ (ແຂວງ ດັກລັກ), ບີຢຸບ ພູບ່າ (ແຂວງ ເລີມດົ່ງ) , ຕ່າດຸ່ງ (ແຂວງ ດັກນົງ); 02 ເຂດອານຸລັກ ຊີວະນາໆ ພັນ ໂລກແມ່ນ ພູພຽງ ລາງບຽງ (ແຂວງ ເລີມດົ່ງ) ແລະ ພູພຽງ ກອນຮ່ານຶ່ງ (ແຂວງ ຢາລາຍ). ດ້ວຍລະບົບນິເວດປ່າໄມ້ ທີ່ຫຼາກຫຼາຍທີ່ສຸດ ຫວຽດນາມ, ນະແຫ່ງນີ້ ໄດ້ກາຍເປັນ ຈຸດນັດໝາຍທີ່ໜ້າສົນໃຈຫຼາຍສຳລັບ ຜູ້ທີ່ຮັກມັກການທ່ອງທ່ຽວ ແບບຜະຈົນໄພ, ໄຕ່ພູ, ຊົມນ້ຳຕົກຕາດ ແລະ ສຳຫຼວດທຳມະຊາດ.
ເຂດປ່າດົງພົງໄພ ໄຕງວຽນ ທີ່ກວ້າງໃຫຍ່ໄພສານນີ້ ມີແມ່ນໍ້າລໍາເຊ, ຫ້ວຍຮ່ອງ, ໜອງນໍ້າ, ນໍ້າຕົກຕາດຫຼາຍຮ້ອຍແຫ່ງ. ເຊັ່ນ: ດັກບຣາ, ປາໂກ, ເຊເຣປອກ, ເກີຣົງ ອານາ, ເກີຣົງໂນ...; ທະເລສາບໃຫຍ່ ແລະ ສວຍງາມເຊັ່ນ: ຕວ່ຽນເລີມ, ດານເກຍ-ຊ໋ວຍຫວ່າງ (ແຂວງ ເລີມດົ່ງ), ໂຮ່ລັກ (ແຂວງ ດັກລັກ), ບ໊ຽນໂຮ່ (ແຂວງ ຢາລາຍ); ນໍ້າຕົກຕາດ ໄດຣ ນູຣ, ໄດຣ ຊາບ, ລຽງນຸງ, ຢາລອງ, ຈິງໜື໊, ຟູ໋ເກື່ອງ, ລືວລີ, ປອນກໍ, ກາມລີ, ແປຣນ... ບັນດາທິວທັດທຳມະຊາດ ທີ່ມີຄວາມງາມດັ່ງເດີມ ແລະ ຍິ່ງໃຫຍ່ເຫຼົ່ານີ້ຕ່າງກໍສາມາດຂຸດຄົ້ນ ກາຍເປັນຈຸດໝາຍປາຍ ທາງ ທີ່ດີເລີດສຳລັບການທ່ອງທ່ຽວ.
ສິ່ງທີ່ໜ້າສົນໃຈແມ່ນ ໄຕງວຽນ ມີສວນສາທາລະນະ ທໍລະນີສາດໂລກ ດັກນົງ ມີລະບົບຖໍ້າພູເຂົາໄຟ ຍາວກວ່າ 10 ກິໂລແມັດ ພ້ອມກັບຮ່ອງ ຮອຍ ການດໍາລົງຊີວິດ ຂອງຄົນ ສະໄໝດຶກດຳບັນ ຊຶ່ງຫ່າງຈາກນີ້ປະ ມານ 6000-7000 ປີ, ໄດ້ນັກຊ່ຽວຊານສາກົນ ຕີລາຄາວ່າ ກວ້າງໃຫ່ຍ, ດຶງດູດໃຈກວ່າ ເມື່ອທຽບກັບຖໍ້າພູເຂົາໄຟ Manjanggul ເທິງເກາະ Jeju -ສັນຍາລັກ ຂອງການທ່ອງທ່ຽວ ສ ເກົາຫຼີ. ພວກຂ້າ ພະເຈົ້າຮູ້ສຶກຕົກຕະລຶງໃຈ ຕໍ່ກັບຄວາມງາມອັນແປກປະຫຼາດ ຂອງພູເຂົາໄຟ ແລະ ລະບົບຖ້ຳພູເຂົາໄຟຢູ່ ດັກນົງ.
ສຳລັບ ໄຕງວຽນ, ລະບົບທິວທັດທຳມະຊາດ ແລະ ຄຸນຄ່າ ວັດທະນະ ທຳ ທີ່ເປັນເອກະລັກສະເພາະແມ່ນ “ກະແຈທອງ” ເພື່ອຊ່ວຍເປີດປະຕູ ພັດທະນາການທ່ອງທ່ຽວພາກພື້ນ ຕາມທິດພິເສດສະເພາະ, ລະດັບຊາດ ແລະ ລະດັບພາກພື້ນ ຕາມຄວາມຫວັງ ທີ່ມະຕິິ ຂອງ ກົມການເມືອງ ໄດ້ວາງອອກ ໃນຍຸດທະສາດ ການພັດທະນາ ເຂດ ໄຕງວຽນ ເຖິງປີ 2030 ແລະ ວິໄສທັດເຖິງປີ 2045.
ບົດ: VNP/ແທງຮ່ວາ - ພາບ: ກົງດາດ, ແທງຮ່ວາ, ແທງຢາງ - ແປໂດຍ: ບິກລຽນ