ສາລະຄະດີ

ກຸນແຈ ເປີດປະຕູ ສູ່ການທ່ອງທ່ຽວ ເຂດ ໄຕງວຽນ

ດ້ວຍລະບົບທິວທັດທຳມະຊາດ ທີ່ກວ້າງໃຫຍ່ໄພສານ ແລະ ງົດງາມ ປະກອບມີ ພູຜາ, ແມ່ນ້ຳລໍາເຊ, ທະເລສາບ, &

ດ້ວຍລະບົບທິວທັດທຳມະຊາດ ທີ່ກວ້າງໃຫຍ່ໄພສານ ແລະ ງົດງາມ ປະກອບມີ ພູຜາ, ແມ່ນ້ຳລໍາເຊ, ທະເລສາບ, ນ້ຳຕົກ, ຖ້ຳ, ພູເຂົາໄຟ... ພ້ອມກັບແຫຼ່ງມໍລະດົກ ວັດທະນະທຳ ທ່ີເປັນຮູບປະທຳ ແລະ ນາມມະທຳ ທີ່ໃຫຍ່ໂຕ ແລະ ອຸດົມຫຼາກຫຼາຍ ຂອງ ວົງຄະນາຍາດ ເກືອບ 50 ຊົນເຜົ່າ, ໄຕງວຽນ ແມ່ນເຂດດິນ ທີ່ມີຄວາມບົ່ມຊ້ອນ ທີ່ໃຫຍ່ຫຼວງ ເພື່ອ ພັດທະນາ​ ການທ່ອງທ່ຽວ​ຊີວະພາບ, ພັັກຜ່ອນ ເພື່ອສຸຂະພາບ, ຄົ້ນພົບຊີວິດ-ວັດທະນະທຳ, ສຳຫຼວດຖໍ້າ, ພູຜາປ່າດົງ, ກິລາຜະຈົນໄພ ແລະ ອື່ນໆ ອີກຫຼາຍຢ່າງ. 

ລົດ​ໄຟ​ຟ້າ​ ພານັກທ່ອງທ່ຽວ ໄປຕາມຖະໜົນທີ່ຮົ່ມເຢັນ ຈາກຕົ້ນ ແປກຂຽວ ຢູ່ນະຄອນ ດ່າລາດ. ພາບ: ແທງຢາງ/VNP

ໄຕງວຽນ ແມ່ນເຂດດິນ ທີ່ມະຫັດສະຈັນ

ທ້າຍປີ ກໍແມ່ນລະດູການ ທີ່ສວຍງາມທີສຸດ ຂອງ ໄຕງວຽນ, ຈາກ ແຂວງ ກວາງນາມ, ໄປຕາມທາງຫຼວງ ແຫ່ງຊາດເລກ 14 ເຖິງ ໄຕ ງວຽນ ຜ່ານບັນດາແຂວງ ກອນຕຸມ, ຢາລາຍ, ດັກລັກ, ດັກນົງ, ເລີມດົ່ງ ແລ້ວລົງ ນະຄອນ ຍາຈາງ ຈາກນັ້ນກັບຄືນ ແຂວງ ກວາງນາມ. ຕາມ ເສັ້ນທາງເທິງພູ ໃນທ້າຍປີ ແມ່ນເຕັມໄປດ້ວຍແສງແດດ ແລະ ສາຍລົມ, ເຂດດິນ ພູເຂົາໄຟ ສີແດງ ເໝືອນດັ່ງສີດອກງີ້ວ, ປ່າ ຢາງພາລາ ໃນລະດູໃບໄມ້ຫຼົ່ນ ເຫຼືອພຽງແຕ່ກິ່ງ..., ທັງໝົດ ປະກົດອອກ ຜ່ານປ່ອງ ຢ້ຽມລົດ ເຮັດໃຫ້ທຸກຄົນ ຮູ້ສຶກ ຕົກຕະລຶງ ຕໍ່ທິວທັດທຳມະຊາດ ທີ່ແສນສວຍງາມ ຂອງ ໄຕງວຽນ. 

ລົດ​ໄດ້​ມາ​ຮອດ​ເມືອງ ​ພູ​ດອຍ ໄປຣກູ, ​ແຂວງ ​ຢາ​ລາຍ ໃນຍາມຄ້ອຍ ຄໍ່າ. ບັນຍາກາດຕົວ​ເມືອງ​ມີ​ຄວາມ​ສະຫງົບ, ເສັ້ນທາງ​​ຂຶ້ນໆ ລົງ ​ຫຼົບລີ້ໃນມ່ານໝອກ ພາໃຫ້ເກີດຄວາມຮູ້ສຶກໂສກເສົ້າ ​ທີ່​ແປກ​ປະຫຼາດ, ​ເຮັດ​ໃຫ້​ເພື່ອນ​ທີ່​ນັ່ງ​ຢູ່​ຂ້າງ​ໆ​ ໂດຍບັງເອີນເປັ່ງສຽງຮ້ອງ​ເພງ ຄື​ເວົ້າ​ແທນໃຈຄົນ:  

“​ເມືອງ​ພູ​ສູງ, ​ເມືອງ​ແຫ່ງພູ​ເຂົາ ເຕັມແຕ່ນໍ້າໝອກ

ເມືອງພູເຂົາ ທີ່ມີຕົ້ນໄມ້ຂຽວຂະຈີ ທ້ອງຟ້າຕ່ຳ ແມ່ນໂສກເສົ້າຫຼາຍ

ຄົນແປກໜ້າຍ່າງຂຶ້ນຍ່າງລົງ …”

ໄຕງວຽນ ເປັນ​ແບບ​ນັ້ນ, ບໍ່​​ດຶງດູດ​ນັກ​ທ່ອງ​ທ່ຽວ​ ດ້ວຍ​​ບໍລິການ​ທ່ອງ​ທ່ຽວ 5 ດາວ, ​ແຕ່​ແມ່ນ​ທັດສະນີ​ຍະ​ພາບ ທີ່ມີຄວາມງາມແບບດັ້ງເດີມ ​ແລະ ​ເລື່ອງລາວວັດທະນະທຳ ທີ່ເປັນມູນເຊື້ອ ຂອງ ວົງຄະນາຍາດ 49 ຊົນ ເຜົ່າ ​ດຳລົງ​ຊີວິດ​ ຢູ່​ທີ່​ນີ້.


ຄວາມສວຍງາມ ຂອງພູ​ເຂົາ​ໄຟ​ ເນີມກາ ຢູ່ ສວນສາທາລະນະ ທໍລະນີສາດ ໂລກ ດັກນົງ. ພາບ: ກົງດາດ/VNP

ໃນລະຫວ່າງການເດີນທາງ, ພວກຂ້າພະເຈົ້າໄດ້ຢຸດຢູ່ ຫຼາຍບ່ອນ ແລະ ເພີດເພີນກັບຄວາມງາມ ແບບໜ້າອັດສະຈັນ ທີ່ແຕກຕ່າງກັນ ຂອງ ເຂດດິນ ໄຕງວຽນ. ຖ້າ ດ່າລາດ ມີອາກາດໜາວເຢັນ ແລະ ມີຄວາມງາມດັ່ງໃນຝັນ ເໝືອນຍິງສາວຄົນໜຶ່ງ, ດັກລັກ, ດັກນົງ, ຢາລາຍ, ກອນຕຸມ ຈະແມ່ນດິນແດນຂອງບັນດາ ເຮືອນຣົງ, ເຮືອນຍາວ, ຄ່ຳຄືນບຸນຄ້ອງ ພາຍໃຕ້ແສງສະຫວ່າງ ຈາກ ກອງໄຟ, ງານ​ບຸນຕ່າງໆ ທີ່​ມີສີ ສັນປະຫວັດສາດ ຂອງ ຊາວເຜົ່າ ຢາລາຍ, ບານາ, ເຊີດັງ, ແຢ໊ຈຽງ, ເບີເຣົາ, ເຣີມັນ, ເຮີແຣ ເຮີເຣ, ເກີຮໍ, ເຊີດັງ, ເອເດ, ເມີນົງ...

ວົງຄະນາຍາດ ບັນດາເຜົ່າ​ສ່ວນ​ໜ້ອຍ​ຢູ່​ ໄຕງວຽນ​ ມີສີສັນ ວັດ​ທະ​ນະ​ທຳທ້ອງຖິ່ນສຸດທີ່​ອຸ​ດົມ​ສົມ​ບູນ​ ແລະ​ ຫຼາກ​ຫຼາຍ​ສີສັນ. ວັດທະນະທຳ ໄດ້ຕິດພັນກັບໝູ່ບ້ານ, ກັບຮີດຄອງປະເພນີ ແລະ ງານບຸນພິເສດຕ່າງໆ ມີຄຸນລັກສະນະຈຳເພາະ, ທີ່ໄດ້ຈັດຂຶ້ນ ໃນທ່າມກາງບັນຍາກາດ ຂອງ ປ່າດົງພົງໄພເຊັ່ນ: ງານບຸນຄ້ອງ, ພິທີບູຊາທ່ານ້ຳ, ສະຫຼອງ ບຸນເຂົ້າໃໝ່, ບຸນແຂ່ງຊ້າງ, ພິທີກໍາຈັດສົບ... ແລະ ບາງຄໍ່າຄືນ ໄດ້ຟັງ ຜູ້ເຖົ້າຜູ້ແກ່ໃນບ້ານ ເລົ່າເລື່ອງປະຫວັດສາດ ຢູ່ຂ້າງຄີໄຟ.


ເຂດໄຕງວຽນ ​ລວມມີ​ 5 ​ແຂວງ​ຄື: ກອນ​ຕຸມ, ຢາລາຍ, ດັກ​ລັກ, ດັກ​ນົງ ​ແລະ ເລີມດົ່ງ; ມີ​ເນື້ອ​ທີ່​ທໍາ​ມະ​ຊາດ​ທັງ​ໝົດ 54.640,6 ກມ2 (ກວມ 16,5% ເນື້ອທີ່ຂອງ​ປະ​ເທດ); ຕັ້ງ​ຢູ່​ດ່ານ​ຊາຍ​ແດນ ຫວຽດ​ນາມ - ລາວ - ກໍາ​ປູ​ເຈຍ, ຕິດ​ກັບ​ ພາກ​ກາງຕອນ​ເໜືອ, ຝັ່ງ​ທະ​ເລ​ພາກ​ກາງ​ຕອນໃຕ້ ແລະ ພາກຕາເວັນອອກສ່ຽງໃຕ້; ເປັນ​ບ່ອນດຳລົງຊີວິດຂອງ 49 ຊົນ ເຜົ່າ ອ້າຍນ້ອງ ມາແຕ່ດົນນານແລ້ວ, ແມ່ນເຂດ​ທີ່​ມີ​ຈຸດທີ່ຕັ້ງ​ຍຸດ​ທະ​ສາດ​ສຳຄັນ​ ໃນ​ດ້ານ​ເສດຖະກິດ, ການ​ເມືອງ, ວັດທະນະທຳ, ສັງຄົມ, ປ້ອງ​ກັນ​ຊາດ ປ້ອງກັນຄວາມສະຫງົບ ​ແລະ ການ​ຕ່າງປະ​ເທດ ຂອງ ປະເທດ.

ຊາວ ໄຕງວຽນ ໃນທຸກວັນນີ້ ຍັງຄົງຮັກສາໄວ້ໄດ້ມໍລະດົກ ວັດທະນະທຳ ທ່ີເປັນຮູບປະທຳ ແລະ ນາມມະທຳ ອັນລໍ້າຄ່າ ຫຼາຍຢ່າງເຊັ່ນ: ເຄື່ອງດົນຕີດ້ວຍຫີນ, ຄ້ອງ, ເຮືອນຣົງ, ເຮືອນຍາວ, ເຮືອນເປົ້າສົບ, ງານບຸນ, ສົມບັດວັດທະນະທຳ ພື້ນເມືອງທີ່ເຕັມໄປດ້ວຍສີສັນ ຊຶ່ງໄດ້ ຮັບການສືບທອດກັນມາ ຜ່ານຫຼາຍຮຸ່ນຄົນ. ໜຶ່ງໃນບັນດາມໍລະດົກ ທີ່ມີຊື່ສຽງນັ້ນແມ່ນ ວັດທະນະທໍາຄ້ອງ ໄຕງວຽນ ຊຶ່ງໄດ້ຮັບການ ຍົກຍ້ອງຈາກ UNESCO ວ່າເປັນຜົນງານປະດິດແຕ່ງລ້ຳເລີດ ປາກ ຕໍ່ປາກ ແລະ ມໍລະດົກ ທີ່ເປັນນາມມະທຳ ຂອງ ມວນມະນຸດ. 

ສຈ. ປອ ວິທະຍາສາດ ໂຕຫງອກແທງ, ອະດີດ ປະທານສະມາຄົມ ສິນ ລະປະພື້ນເມືອງ ຫວຽດນາມ, ກຳມະການ ຄະນະກຳມະການ ສະພາສາກົນ ກ່ຽວກັບດົນຕີພື້ນເມືອງ (ICTM - International Council for Traditional Music) ຂອງ UNESCO ເຄີຍກ່າວ ກ່ຽວກັບມໍລະ ດົກ ວັດທະນະທຳຄ້ອງ ໄຕງວຽນ ວ່າ: “ຄ້ອງແມ່ນຂົວ ທາງຈິດໃຈ ລະ ຫວ່າງມະນຸດ ກັບ ເທວະດາ ຟ້າແຖນ ແລະ ໂລກເໜືອທຳມະຊາດ. ເປັນເວລາຫຼາຍເສັ່ນຄົນມາແລ້ວ, ສຽງຄ້ອງ ໄດ້ຕິດພັນກັບ ໄຕງວຽນ    ເໝືອນດັ່ງສ່ວນໜຶ່ງ ທີ່ຂາດບໍ່ໄດ້ ໃນວົງຈອນຊີວິດ ຂອງ ແຕ່ລະຄົນ ແລະ ໃນເກືອບໝົດທຸກເຫດການສຳຄັນ ຂອງຊຸມຊົນ.

ວັດທະນະທໍາ ໄຕງວຽນ ມີພະລັງດຶງດູດບໍ່ອາດຕ້ານຄືນໄດ້,  ມັນຄ້າຍຄື ເລື່ອງລາວ ຂອງ ນັກຊົນຊາດວິທະຍາ ຊາວ ຝຣັ່ງ ທີ່ມີຊື່ສຽງ Georges Condominas (1921-2011), ຜູ້ທີ່ເຄີຍອາໄສຢູ່ ໄຕງວຽນເປັນເວລາ ຫຼາຍປີ, ກິນ ອາຫານ ເມີນົງ, ປາກພາສາ ເມີນົງ, ຮູ້ນຸ່ງກະຕ່ຽວ, ຍ່າງ​ຕີນ​ເປົ່າ ​ແລະ ​ເຮັດ​ວຽກ​ຢູ່​ໄຮ່​ ຄືຜູ້ຊາຍ​ເຜົ່າ​ ເມີນົງ​ ແທ້ໆ... ເພາະສະນັ້ນ ເພິ່ນຈຶ່ງ​ຮັກ ​ໄຕງວຽນ​ ຫຼາຍ​ ຈົນ​ຕ້ອງ​ກ່າວອອກມາ​ວ່າ: “ຂ້າພະເຈົ້າຝັນ​ເປັນ​ພາສາ ເມີນົງ!”.

ເພາະສະ​ນັ້ນ, ​ບໍ່​ແມ່ນ​ເລື່ອງ​ຍາກ ​ທີ່​ຈະ​ນຶກ​ພາບ ​ເຖິງ​ຊີວິດທ່ີສົດໃສ ​ຂອງ ​ວົງຄະນາຍາດ ຊາວ​​ເຜົ່າ​ສ່ວນ​ໜ້ອຍ ​ຢູ່ ​ໄຕງວຽນ ​ແລະ ມໍລະດົກ​ວັດທະນະທຳ​ ທີ່ຍິ່ງ​ໃຫຍ່ ​​ຂອງ​ ເຂົາ​ເຈົ້າ ​ແມ່ນ​ພະລັງ​ດຶງ​ດູດ​ທີ່ສ້າງ​ເປັນ ສີສັນການທ່ອງທ່ຽວ​ ສະ​ເພາະ​ ຂອງ ໄຕງວຽນ.

ໄປເພື່ອຮັບຟັງລົມຫາຍໃຈ ຂອງ ປ່າດົງພົງໄພ

“ໄປ ໄຕງວຽນ ເພື່ອຮັບຟັງລົມຫາຍໃຈ ຂອງ ປ່າດົງດົງໄພ”. ນັ້ນ​ແມ່ນ​ຄຳ​ເວົ້າ​ເຄີຍໄດ້ຍິນຈາກ​ຜູ້​ຮັກ​ແພງ ໄຕງວຽນ, ເພາະ​ວ່າຢູ່ທີ່ນັ້ນ ເໝືອນວ່າ​ມີ​ສຽງ​ກະ​ຊິບ ​ຂອງ​ຜືນ​ດິນ, ຂອງນ້ຳ, ຂອງ ກາບກອນ ແຕ່​ສະ​ໄໝ​ກ່ອນຢູ່ສະເໝີ. 

 ການ​ຄົ້ນ​ພົບ​ພູ ລາງບຽງ ໃນປີ 1893 ໂດຍ​ທ່ານ​ໝໍ​ຊາວ​ ຝຣັ່ງ ​ Alexandre Yersin (1863-1943) ​ໄດ້​ວາງ​ພື້ນຖານ​ໃຫ້​ການ​ກຳ​ເນີດ​ຂອງ​ ນະຄອນ​ ດ່າລາດ ​ແລະ ຈາກ​ນັ້ນແມ່ນ ການສຳຫຼວດອີກຫຼາຍຄັ້ງ​ຂອງຊາວ ຝຣັ່ງ ເພື່ອຊອກຫາ ຄວາມລັບ ກ່ຽວກັບ ໄຕງວຽນ. 


ຜ່ານການປ່ຽນແປງ ທາງໂຄງສ້າງທໍລະນີສາດ, ພູມສັນຖານ ມາເປັນ ເວລາຫຼາຍລ້ານປີ, ເຂດດິນ ໄຕງວຽນ ໄດ້ປາກົດ ເປັນຮູບເປັນຮ່າງ ລະບົບພູມສັນຖານທໍາມະຊາດ ທີ່ໜ້າປະທັບໃຈ ກັບພູຜາປ່າໄມ້, ແມ່ນໍ້າລຳເຊ, ນໍ້າຕົກຕາດ, ຖໍ້າ, ພູເຂົາໄຟ...  ນີ້ແມ່ນ ເງື່ອນໄຂ ທີ່ດີເລີດ ສຳລັບ ການພັດທະນາ ບັນດາຮູບການທ່ອງທ່່ຽວຊີວະພາບ, ພັກຜ່ອນເພື່ອສຸຂະພາບ, ສຳຫຼວດພູເຂົາ, ຖ້ຳ, ກິລາ ຜະຈົນໄພ ແລະ ອື່ນໆ...

ໄຕງວຽນ ​ມີ​ລະບົບ​ການ​ຄົມມະນາຄົມເຊື່ອມຕໍ່ເຂດ, ທ້ອງຖິ່ນ ທີ່​ສະ ດວກ​ສະບາຍ​ ໂດຍຜ່ານສະໜາມບິນຕ່າງໆ ເຊັ່ນ: ບວນມາຖວດ (ແຂວງ ດັກລັກ), ລຽນເຄືອງ (ແຂວງ ເລີມດົ່ງ), ໄປຣກູ (ແຂວງ ຢາລາຍ) ແລະ ລະບົບທາງບົກ ເຊື່ອມຕໍ່ ລະຫວ່າງແຂວງ ເຊັ່ນ: ກວາງນາມ, ບິ່ງດິ້ງ, ຝູ໋ອຽນ, ແຄ໋ງຮ່ວາ ແລະ ບາງແຂວງ ໃນພາກ ຕາເວັນອອກສ່ຽງໃຕ້.

ສິ່ງພົ້ນເດັ່ນແມ່ນ ດ່າ​ລາດ, ດ້ວຍ​ເງື່ອນ​ໄຂ​ທຳ​ມະ​ຊາດ ​ທີ່​ເໝາະ​ສົມ ຍ້ອນຕັ້ງ​ຢູ່​ ໃນລະດັບຄວາມສູງ 1.500 ແມັດ ເມື່ອທຽບກັບລະດັບນໍ້າ ທະເລ, ທິວ​ທັດ​ທຳ​ມະ​ຊາດ​ ທີ່ມີຄວາມ​ງາມດັ່ງໃນຝັນ, ​ອາ​ກາດ​ ທີ່ອົບອຸ່ນຕະຫຼອດ​ປີ ຫຼືວ່າເມືອງ ມັງແດນ ຂອງແຂວງ ກອນຕຸມ ໃນທຸກວັນນີ້ ກໍເຄີຍໄດ້ຊາວ ຝຣັ່ງ ວາງແຜນ ກໍ່ສ້າງເປັນ ດ່າລາດ ແຫ່ງທີສອງ ຂອງ ໄຕງວຽນ ຕັ້ງແຕ່ຕົ້ນສະຕະວັດທີ XX.

ຢູ່ ໄຕງວຽນ ມີ 06 ປ່າສະຫງວນແຫ່ງຊາດຄື: ຈືມອມໄຣ (ແຂວງ ກອນຕຸມ), ກອນກາກິງ (ແຂວງ ຢາລາຍ), ຢອກໂດນ (ແຂວງ ດັກລັກ), ຈືຢາງຊິນ (ແຂວງ ດັກລັກ), ບີຢຸບ ພູບ່າ (ແຂວງ ເລີມດົ່ງ) , ຕ່າດຸ່ງ (ແຂວງ ດັກນົງ); 02 ເຂດອານຸລັກ ຊີວະນາໆ ພັນ ໂລກແມ່ນ ພູພຽງ ລາງບຽງ (ແຂວງ ເລີມດົ່ງ) ແລະ ພູພຽງ ກອນຮ່ານຶ່ງ (ແຂວງ ຢາລາຍ). ດ້ວຍລະບົບນິເວດປ່າໄມ້ ທີ່ຫຼາກຫຼາຍທີ່ສຸດ ຫວຽດນາມ, ນະແຫ່ງນີ້ ໄດ້ກາຍເປັນ ຈຸດນັດໝາຍທີ່ໜ້າສົນໃຈຫຼາຍສຳລັບ ຜູ້ທີ່ຮັກມັກການທ່ອງທ່ຽວ ແບບຜະຈົນໄພ, ໄຕ່ພູ, ຊົມນ້ຳຕົກຕາດ ແລະ ສຳຫຼວດທຳມະຊາດ.

 


ເຂດປ່າດົງພົງໄພ ໄຕງວຽນ ທີ່ກວ້າງໃຫຍ່ໄພສານນີ້ ມີແມ່ນໍ້າລໍາເຊ, ຫ້ວຍຮ່ອງ, ໜອງນໍ້າ, ນໍ້າຕົກຕາດຫຼາຍຮ້ອຍແຫ່ງ. ເຊັ່ນ: ດັກບຣາ, ປາໂກ, ເຊເຣປອກ, ເກີຣົງ ອານາ, ເກີຣົງໂນ...; ທະເລສາບໃຫຍ່ ແລະ ສວຍງາມເຊັ່ນ: ຕວ່ຽນເລີມ, ດານເກຍ-ຊ໋ວຍຫວ່າງ (ແຂວງ ເລີມດົ່ງ), ໂຮ່ລັກ (ແຂວງ ດັກລັກ), ບ໊ຽນໂຮ່ (ແຂວງ ຢາລາຍ); ນໍ້າຕົກຕາດ ໄດຣ ນູຣ, ໄດຣ ຊາບ, ລຽງນຸງ, ຢາລອງ, ຈິງໜື໊, ຟູ໋ເກື່ອງ, ລືວລີ, ປອນກໍ, ກາມລີ, ແປຣນ... ບັນດາທິວທັດທຳມະຊາດ ທີ່ມີຄວາມງາມດັ່ງເດີມ ແລະ ຍິ່ງໃຫຍ່ເຫຼົ່ານີ້ຕ່າງກໍສາມາດຂຸດຄົ້ນ ກາຍເປັນຈຸດໝາຍປາຍ ທາງ ທີ່ດີເລີດສຳລັບການທ່ອງທ່ຽວ.

ສິ່ງທີ່ໜ້າສົນໃຈແມ່ນ ໄຕງວຽນ ມີສວນສາທາລະນະ ທໍລະນີສາດໂລກ ດັກນົງ ມີລະບົບຖໍ້າພູເຂົາໄຟ ຍາວກວ່າ 10 ກິໂລແມັດ ພ້ອມກັບຮ່ອງ ຮອຍ ການດໍາລົງຊີວິດ ຂອງຄົນ ສະໄໝດຶກດຳບັນ ຊຶ່ງຫ່າງຈາກນີ້ປະ ມານ 6000-7000 ປີ, ໄດ້ນັກຊ່ຽວຊານສາກົນ ຕີລາຄາວ່າ ກວ້າງໃຫ່ຍ, ດຶງດູດໃຈກວ່າ ເມື່ອທຽບກັບຖໍ້າພູເຂົາໄຟ Manjanggul  ເທິງເກາະ Jeju -ສັນຍາລັກ ຂອງການທ່ອງທ່ຽວ ສ ເກົາຫຼີ. ພວກຂ້າ ພະເຈົ້າ​ຮູ້ສຶກຕົກຕະລຶງໃຈ ຕໍ່​ກັບ​ຄວາມ​ງາມ​ອັນ​ແປກ​ປະຫຼາດ​ ຂອງ​ພູ​ເຂົາ​ໄຟ ​ແລະ ລະບົບ​ຖ້ຳ​ພູເຂົາ​ໄຟ​ຢູ່ ​ດັກ​ນົງ.


ສຳລັບ ໄຕງວຽນ, ລະບົບທິວທັດທຳມະຊາດ ແລະ ຄຸນຄ່າ ວັດທະນະ ທຳ ທີ່ເປັນເອກະລັກສະເພາະແມ່ນ “ກະແຈທອງ” ເພື່ອຊ່ວຍເປີດປະຕູ ພັດທະນາການທ່ອງທ່ຽວພາກພື້ນ ຕາມທິດພິເສດສະເພາະ, ລະດັບຊາດ ແລະ ລະດັບພາກພື້ນ ຕາມຄວາມຫວັງ ທີ່ມະຕິິ ຂອງ ກົມການເມືອງ ໄດ້ວາງອອກ ໃນຍຸດທະສາດ ການພັດທະນາ ເຂດ ໄຕງວຽນ ເຖິງປີ 2030 ແລະ ວິໄສທັດເຖິງປີ 2045.

ນັກ​ທ່ອງ​ທ່ຽວ​ ຕ່າງ​ປະ​ເທດ ເຈືອຈານເຂົ້າກັບ​ທຳນອງສຽງ​ຄ້ອງ​ທີ່​ສະ​ແດງ​ ຢູ່ໃນ​ເຮືອນ​ຍາວ​ ມູນເຊື້ອ ​ຂອງ​ຊາວ ໄຕງວຽນ ​ຢູ່​ແຂວງ ດັກ​ລັກ. ພາບ: ກົງດາດ/VNP

ບົດ: VNP/ແທງຮ່ວາ - ພາບ: ກົງດາດ, ແທງຮ່ວາ, ແທງຢາງ - ແປໂດຍ: ບິກລຽນ