UN-Habitat: ຮ່ວມເດີນທາງກັບ ຮ່າໂນ້ຍ
UN-Habitat (ໂຄງການຕັ້ງຖິ່ນຖານມະນຸດ ຂອງ ສະຫະປະຊາຊາດ) ຢູ່ ຫວຽດນາມ ໄດ້ ແລະ ກໍາລັງ ໃຫ້ການຊ່ວຍເຫຼືອລັດຖະບານ ຫວຽດນາມ ເພື່ອແກ້ໄຂສິ່ງທ້າທາຍໃນການພັດທະນາຕົວເມືອງ, ໃນນັ້ນມີນະຄອນຫຼວງ ຮ່າໂນ້ຍ. ງານບຸນອອກແບບ ແລະ ຫົວຄິດປະດິດສ້າງ ຮ່າໂນ້ຍ ແມ່ນໜຶ່ງໃນບັນດາໂຄງການປະຈຳປີ ຂອງ ຮ່າໂນ້ຍ ດ້ວຍການຮ່ວມມື ຂອງ UN – Habitat ເພື່ອພັດທະນາວັດທະນະທຳ ທີ່ອີງໃສ່ມະນຸດ ເປັນພື້ນຖານ, ຜ່ານນັ້ນສ້າງການພັດທະນາແບບຍືນຍົງ, ອະນຸລັກຮັກສາມໍລະ ດົກ ຢູ່ນະຄອນ ຮ່າໂນ້ຍ ແບບສ້າງສັນ.
ຫວ່າງມໍ່ໆ ນີ້, UN-Habitat ໄດ້ຮ່ວມມືກັບອົງການ UNESCO, ນະຄອນ ຮ່າໂນ້ຍ, ສະມາຄົມສະຖາປະນິກ ຫວຽດນາມ ຈັດຕັ້ງງານບຸນອອກແບບຢ່າງມີຫົວຄິດປະດິດສ້າງ. ຄຽງຄູ່ກັບວັນບຸນນີ້ ແມ່ນບັນດາການເຄື່ອນໄຫວເກືອບ 50 ແຫ່ງຢູ່ເມືອງ ຮວ່ານກ໋ຽມ ເຊັ່ນ: ສວນດອກໄມ້ ຫຼີຖາຍໂຕ, ສະໜາມຫຼວງ ດົງກິງ ເຫງ້ຍທຸກ, ສູນສິລະປະ ແລະ ວັດທະນະທຳ (22 ຮ່າງບ່ວມ), ສູນຂໍ້ມູນຂ່າວສານວັດທະນະທຳ ໂຮ່ເກືອມ (ເຮືອນເລກທີ 2 ຫຼີຖາຍໂຕ), ເຮືອນວາງສະແດງ (45 ຈ່າງຕ່ຽນ)… ງານບຸນອອກແບບ ແລະ ຫົວຄິດປະດິດສ້າງ ແມ່ນກິດຈະກຳວັດທະນະທຳ ທີ່ປະທັບໃຈໃນປີ 2022 ຂອງ ຮ່າໂນ້ຍ ໄດ້ສົມທົບກັບຫຼາຍເຫດການສິລະປະ ຄື: ງານວາງສະແດງ, ງານສົນທະນາ, ສຳມະນາ ຫົວຂໍ້ສະເພາະ, ບັນດາການເຄື່ອນໄຫວ ວັດທະນະທຳ ທີ່ມີຫົວຄິດປະດິດສ້າງ, ປະສົບການ ແລະ ລັກສະນະສຶກສາ.
ບັນດາສະຖານທີ່ວັດທະນະທຳ ໄດ້ຮັບການແນະນຳໃນງານບຸນຄື: ງານວາງສະແດງ ບັນດາຜົນງານການປະດິດແຕ່ງໃນງານປະກວດສິລະປະ ມວນຊົນ ຮ່າໂນ້ຍ 2022, ງານປະກວດ ເຮືອນແຫ່ງຄວາມຝັນ, ແນະນຳສູນອອກແບບປະດິດສ້າງ ຂອງ ບັນດານະຄອນ ໃນເຄືອຂ່າຍນະຄອນປະດິດສ້າງ ຂອງ UNESCO. ນອກນັ້ນ, ຍັງມີສະຖານທີ່ ແນະນຳບັນດາຜະລິດຕະພັນຫັດຖະ ກຳພື້ນເມືອງ ແລະ ປັດຈຸບັນ ຂອງໝູ່ບ້ານອາຊີບ, ແນະນຳ ຮູບພາບ, ຮູບແຕ້ມ, ສິລະປະການແຕ້ມຮູບ ຈາກເຄື່ອງປັ້ນດິນເຜົາ, ຜ້າໄໝ, ເຈ້ຍສາ... ການຕິດຕັ້ງ ວີດີໂອ ຄືຕົວຈິງ ສ້າງທັດ ສະນະໃໝ່ ໃນການວາງແຜນ ແລະ ປົກປັກຮັກສາມໍລະດົກ ຂອງ ຮ່າໂນ້ຍ...
ສະຖານທີ່ສະຖາປັດຕະຍະກຳຂອງ ງານບຸນ ການອອກແບບ ແລະ ຫົວຄິດປະດິດສ້າງ ຮ່າໂນ້ຍ ດ້ວຍສານ ເຊື່ອມຕໍ່ ຮີດຄອງ ປະເພນີ ກັບທັນສະໄໝ, ທັງເປັນບ່ອນໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວສາມາດພົວພັນ ແລະ ຫັນທັດສະນະໃໝ່ ກ່ຽວກັບນະ ຄອນ ຮ່າໂນ້ຍ ທີ່ມີຫົວຄິດປະດິດສ້າງ, ທັງເປັນບ່ອນຫຼິ້ນ ທີ່ໜ້າສົນໃຈທີ່ທຸກຄົນ ຢາກສຳຜັດ.
ຜ່ານ ງານບຸນມະໂຫລານ ການອອກແບບປະດິດສ້າງ ຮ່າໂນ້ຍ 2022, UN-Habitat ປາດຖະໜາຢາກໜູນຊ່ວຍ ແລະ ຊຸກຍູ້ບັນດາແຫຼ່ງຊັບພະຍາກອນວັດທະນະທຳຂອງ ຮ່າໂນ້ຍ. ຈາກທີ່ນີ້, UN-Habitat, UNESCO, ນະຄອນ ຮ່າໂນ້ຍ ໄດ້ເຜີຍແຜ່ສານກ່ຽວກັບການຮ່ວມມືສ້າງ ຮ່າໂນ້ຍ - ຈາກນະຄອນເພື່ອສັນ ຕິ ພາບ ຂຶ້ນເປັນນະຄອນ ປະດິດສ້າງ ຂອງ UNESCO.
UN-Habitat ໄດ້ເຮັດວຽກກັບລັດຖະບານ ຫວຽດນາມ ແຕ່ຊຸມປີ 1990 ແລະ ໄດ້ສ້າງຕັ້ງຫ້ອງການຢູ່ ຫວຽດນາມ ໃນປີ 2007. ປັດຈຸບັນ, UN-Habitat ສະໜັບສະໜູນ ຮ່າໂນ້ຍ ດ້ວຍ 3 ຂໍ້ລິເລີ່ມໃນລະດັບສາກົນ ລວມມີ: ງານບຸນ ຫົວຄິດປະດິດສ້າງ, ເວທີປາໄສນະຄອນສ້າງສັນ ຂອງ UNESCO ຢູ່ອາຊີຕາ ເວັນອອກສ່ຽງໃຕ້ ແລະ ສ້າງເຄືອຂ່າຍນັກອອກແບບໜຸ່ມ ແລະ ບັນດາງານປະກວດ.
ທ່ານ Christian Manhart, ຫົວໜ້າຜູ້ຕາງໜ້າຫ້ອງການ UNESCO ປະຈຳ ຮ່າໂນ້ຍ ຫວັງວ່າ: “ງານບຸນມະໂຫລານ ການອອກແບບ ແລະ ຫົວຄິດປະດິດສ້າງ ຮ່າໂນ້ຍ ແມ່ນສະຖານທີ່ເພື່ອໃຫ້ຜູ້ທີ່ມີຄວາມສາມາດ ດ້ານສິລະປະ ໄດ້ພົບປະ ແລກ ປ່ຽນ ແລະ ສົມທົບກັນປະກອບສ່ວນ ຫົວຄິດປະດິດສ້າງ ແລະ ຄວາມຮູ້ໃຫ້ແກ່ການພັດທະນາຮ່ວມ ຂອງ ນະຄອນ”.
ນັກສິລະປິນ ຫງວຽນເຖ໋ເຊີນ, ໃນບົດບາດເປັນຜູ້ຄວບຄຸມ ແລະ ຄັດເລືອກ ຂອງ ງານບຸນ ມະໂຫລານ ການອອກແບບ ແລະ ຫົວ ຄິດ ປະດິດສ້າງ 2022 ໃຫ້ຮູ້ວ່າ: ເພິ່ນໄດ້ເຂົ້າຮ່ວມງານບຸນດັ່ງ ກ່າວ ຫຼາຍເທື່ອແລ້ວ, ແຕ່ປີນີ້ ໄດ້ນຳເອົາປະສົບການໃໝ່ຫຼາຍຢ່າງໃຫ້ເພິ່ນ ກໍ່ຄືບັນດາການປະດິດສ້າງ ຢ່າງບໍ່ຢຸດຢັ້ງ... ເພິ່ນປາດຖະໜາວ່າ ດ້ວຍກຳລັງແຮງຂອງໄວໜຸ່ມ ແລະ ຄວາມກະຕືລືລົ້ນຂອງຊາວ ຫວຽດນາມ ຈະສົມທົບກັນເຮັດໃຫ້ນະຄອນ ຮ່າໂນ້ຍ ມີການປ່ຽນແປງໃໝ່ ຢ່າງບໍ່ຢຸດຢັ້ງ ເພື່ອສາມາດຄຽງບ່າຄຽງໄຫຼ່ກັບບັນດານະຄອນມີຫົວຄິດປະດິດສ້າງຕ່າງໆ ໃນໂລກ.
ງານບຸນອອກແບບ ແລະ ຫົວຄິດປະດິດສ້າງ ຮ່າໂນ້ຍ 2022 ແມ່ນການເຄື່ອນໄຫວປະຈຳປີ ເພື່ອປະຕິບັດຂໍ້ລິເລີ່ມ ແລະ ຄຳໝັ້ນສັນຍາກັບ UNESCO ເມື່ອ ຮ່າໂນ້ຍ ເຂົ້າຮ່ວມເຄືອຂ່າຍນະຄອນສ້າງສັນ. ງານບຸນ ພາຍໃຕ້ຫົວຂໍ້ກ່ຽວກັບການອອກແບບ ແລະ ເຕັກໂນໂລຊີ ເພື່ອສ້າງເງື່ອນໄຂສະດວກໃຫ້ຊາວ ຮ່າໂນ້ຍ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມ, ໄດ້ສຳຜັດ ແລະ ຮັບຊົມບັນຍາກາດຂອງງານບຸນ.
ບົດ: VNP/ບິກເວິນ - ພາບ: ຫວຽດເກື່ອງ - ແປໂດຍ: ຢືຟຽນ