UN-Habitat: ຮ່ວມເດີນທາງກັບ ຮ່າໂນ້ຍ

UN-Habitat: ຮ່ວມເດີນທາງກັບ ຮ່າໂນ້ຍ

UN-Habitat (ໂຄງການ​ຕັ້ງ​ຖິ່ນ​ຖານມະນຸດ ​ຂອງ​ ສະ​ຫະ​ປະ​ຊາ​ຊາດ) ຢູ່ ຫວຽດນາມ ໄດ້ ແລະ ກໍາລັງ ໃຫ້ການຊ່ວຍເຫຼືອລັດ​ຖະ​ບານ ຫວຽດ​ນາມ ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ໃນ​ການ​ພັດ​ທະ​ນາ​ຕົວ​ເມືອງ, ໃນ​ນັ້ນ​ມີ​ນະ​ຄອນຫຼວງ ຮ່າ​ໂນ້ຍ. ງານ​ບຸນ​ອອກ​ແບບ​​​ ແລະ ຫົວຄິດປະດິດສ້າງ ຮ່າໂນ້ຍ ແມ່ນ​ໜຶ່ງ​ໃນ​ບັນດາ​ໂຄງການ​ປະຈຳ​ປີ ​ຂອງ​ ຮ່າ​ໂນ້ຍ ດ້ວຍ​ການຮ່ວມມື ຂອງ UN Habitat ​ເພື່ອ​ພັດທະນາ​​ວັດທະນະທຳ​ ທີ່​ອີງ​ໃສ່​ມະນຸດ ເປັນພື້ນຖານ, ຜ່ານ​ນັ້ນ​ສ້າງ​ການ​ພັດທະນາ​ແບບ​ຍືນ​ຍົງ, ອະນຸລັກ​ຮັກສາ​ມໍລະ ດົກ​ ຢູ່​ນະຄອນ ​ຮ່າ​ໂນ້ຍ ​ແບບ​ສ້າງສັນ.

UN- Habitat ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະ ຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ​ງານບຸນ​​ອອກ​ແບບ ​ແລະ ປະດິດ​ສ້າງ ​ເຊິ່ງ​​ດຶງ​ດູດ​ຊາວ​ນະຄອນຫຼວງ ​ແລະ ​ເພື່ອນ​ມິດສາ​ກົນ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ພາບ: ຫວຽດເກື່ອງ/VNP

ຫວ່າງ​ມໍ່ໆ ​ນີ້, UN-Habitat ​ໄດ້​ຮ່ວມມືກັບ​ອົງການ UNESCO, ນະຄອນ ​ຮ່າ​ໂນ້ຍ, ສະ​ມາ​ຄົມ​ສະ​ຖາ​ປະ​ນິກ​ ຫວຽດ​ນາມ ຈັດ​ຕັ້ງ​ງານ​ບຸນ​ອອກ​ແບບ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ. ຄຽງ​ຄູ່​ກັບ​ວັນ​ບຸນ​ນີ້ ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ເກືອບ 50 ​ແຫ່ງ​ຢູ່​ເມືອງ ​ຮວ່ານ​ກ໋ຽມ ​ເຊັ່ນ: ສວນ​ດອກ​ໄມ້ ຫຼີຖາຍໂຕ, ສະໜາມ​ຫຼວງ ດົງກິງ ເຫງ້ຍທຸກ, ສູນ​ສິລະ​ປະ ​ແລະ ວັດທະນະ​ທຳ (22 ຮ່າງບ່ວມ), ສູນ​ຂໍ້​ມູນ​ຂ່າວສານ​ວັດທະນະທຳ ​ໂຮ່ເກືອມ (​ເຮືອນເລກ​ທີ 2 ຫຼີຖາຍໂຕ), ​ເຮືອນ​ວາງສະ​ແດງ (45 ​ຈ່າງຕ່ຽນ)… ງານ​ບຸນ​ອອກ​ແບບ ແລະ ​ຫົວ​ຄິດ​ປະ​ດິດ​ສ້າງ ແມ່ນ​ກິດຈະກຳ​ວັດທະນະທຳ​ ທີ່​ປະ​ທັບ​ໃຈ​ໃນ​ປີ 2022 ຂອງ ຮ່າ​ໂນ້ຍ ​ໄດ້​ສົມທົບ​ກັບ​ຫຼາຍ​ເຫດການ​ສິລະ​ປະ ​ຄື: ງານ​ວາງສະ​ແດງ, ​ງານສົນທະນາ, ສຳ​ມະ​ນາ ຫົວຂໍ້ສະເພາະ, ບັນດາ​ການ​ເຄື່ອນ​ໄຫວ ​ວັດທະນະທຳ ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ, ປະສົບ​ການ ແລະ ລັກສະນະສຶກສາ.

ທ່ານ Christian Manhart, ຫົວໜ້າຜູ້ຕາງໜ້າຫ້ອງການ UNESCO ປະຈໍາ ຮ່າໂນ້ຍ ໄດ້ແບ່ງປັນຄວາມຮູ້ສຶກກ່ຽວກັບ ຄວາມໝາຍ ຂອງ ງານບຸນ ແລະ ຄວາມມຸ່ງມາດປາດຖະໜາ ທີ່ ຢາກພັດທະນາ ວັດທະນະທໍາ ສາທາລະນະ ແລະ ສ້າງສັນ. ພາບ: ຫວຽດເກື່ອງ/VNP

ການ​ສະ​ແດງ​ວັດ​ທະ​ນະ​ທໍາ​ໃນ​ງານ​ບຸນ​​. ພາບ: ຫວຽດເກື່ອງ/VNP

ບັນດາ​ສະ​ຖານ​ທີ່​ວັດທະນະທຳ ​ໄດ້​ຮັບ​ການ​ແນະນຳ​ໃນ​ງານ​ບຸນ​ຄື: ງານ​ວາງສະ​ແດງ​ ບັນດາ​ຜົນງານການປະດິດແຕ່ງ​ໃນ​ງານ​ປະ​ກວດ​ສິລະ​ປະ ມວນຊົນ ຮ່າ​ໂນ້ຍ 2022, ງານ​ປະ​ກວດ ເຮືອນແຫ່ງຄວາມ​ຝັນ, ​ແນະນຳ​ສູນ​ອອກ​ແບບ​ປະດິດ​ສ້າງ​ ຂອງ​ ບັນດາ​ນະຄອນ​ ​ໃນ​ເຄືອ​ຂ່າຍ​ນະຄອນ​ປະດິດສ້າງ ຂອງ UNESCO. ນອກນັ້ນ, ຍັງມີສະຖານທີ່ ແນະນຳບັນດາຜະລິດຕະພັນຫັດຖະ ກຳພື້ນເມືອງ ແລະ ປັດຈຸບັນ ຂອງໝູ່ບ້ານອາຊີບ, ແນະນຳ ຮູບພາບ, ຮູບແຕ້ມ, ສິລະປະການແຕ້ມຮູບ ຈາກເຄື່ອງປັ້ນດິນເຜົາ, ຜ້າໄໝ, ເຈ້ຍສາ... ການຕິດຕັ້ງ ວີດີໂອ ຄືຕົວຈິງ ສ້າງທັດ ສະນະໃໝ່ ໃນການວາງແຜນ ​ແລະ ​ປົກ​ປັກ​ຮັກສາ​ມໍລະດົກ​ ຂອງ ຮ່າ​ໂນ້ຍ...

ສະຖານທີ່ສະຖາປັດຕະຍະກຳຂອງ ງານບຸນ ການອອກແບບ ແລະ ຫົວຄິດປະດິດສ້າງ ຮ່າໂນ້ຍ ດ້ວຍສານ ເຊື່ອມຕໍ່ ຮີດຄອງ ປະເພນີ ກັບທັນສະໄໝ, ທັງເປັນບ່ອນໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວສາມາດພົວພັນ ແລະ ຫັນທັດສະນະໃໝ່ ກ່ຽວກັບນະ ຄອນ ຮ່າໂນ້ຍ ທີ່ມີຫົວຄິດປະດິດສ້າງ, ທັງເປັນບ່ອນຫຼິ້ນ ທີ່ໜ້າສົນໃຈທີ່ທຸກຄົນ ຢາກສຳຜັດ.



ຜ່ານ ງານ​​ບຸນມະໂຫລານ ການອອກ​ແບບ​​​ປະດິດສ້າງ ຮ່າໂນ້ຍ 2022, UN-Habitat ປາດ​ຖະໜາ​ຢາກ​ໜູນ​ຊ່ວຍ ​ແລະ ຊຸກຍູ້​ບັນດາ​ແຫຼ່ງຊັບພະຍາກອນ​ວັດທະນະທຳ​ຂອງ ​ຮ່າ​ໂນ້ຍ. ຈາກ​ທີ່​ນີ້, UN-Habitat, UNESCO, ນະຄອນ​ ຮ່າ​ໂນ້ຍ ​ໄດ້​ເຜີຍ​ແຜ່​ສານກ່ຽວ​ກັບ​ການ​ຮ່ວມ​ມື​ສ້າງ​ ຮ່າ​ໂນ້ຍ - ຈາກນະຄອນເພື່ອ​ສັນ ຕິ ພາບ​ ຂຶ້ນ​ເປັນ​ນະຄອນ​ ປະດິດສ້າງ ຂອງ UNESCO.

UN-Habitat ໄດ້ເຮັດວຽກກັບລັດຖະບານ ຫວຽດນາມ ແຕ່ຊຸມປີ 1990 ແລະ ໄດ້ສ້າງຕັ້ງຫ້ອງການຢູ່ ຫວຽດນາມ ໃນປີ 2007. ປັດຈຸບັນ, UN-Habitat ສະໜັບສະໜູນ ຮ່າໂນ້ຍ ດ້ວຍ 3 ຂໍ້ລິເລີ່ມໃນລະດັບສາກົນ ລວມມີ: ງານບຸນ ຫົວຄິດປະດິດສ້າງ, ເວທີປາໄສນະຄອນສ້າງສັນ ຂອງ UNESCO ຢູ່ອາຊີຕາ ເວັນອອກສ່ຽງໃຕ້ ແລະ ສ້າງເຄືອຂ່າຍນັກອອກແບບໜຸ່ມ ແລະ ບັນດາງານປະກວດ.

ທ່ານ Christian Manhart, ຫົວໜ້າ​ຜູ້ຕາງໜ້າ​ຫ້ອງການ UNESCO ປະຈຳ ​ຮ່າ​ໂນ້ຍ ຫວັງ​ວ່າ: “ງານບຸນມະໂຫລານ ການອອກແບບ ແລະ ຫົວຄິດປະດິດສ້າງ ຮ່າໂນ້ຍ ​ແມ່ນ​ສະຖານ​ທີ່​ເພື່ອໃຫ້ຜູ້ທີ່ມີຄວາມສາມາດ ດ້ານສິລະປະ ໄດ້​ພົບປະ ແລກ ປ່ຽນ ​ແລະ ສົມທົບ​ກັນ​ປະກອບສ່ວນ ຫົວຄິດປະດິດ​ສ້າງ ​ແລະ ຄວາມ​ຮູ້​ໃຫ້​ແກ່​ການ​ພັດທະນາ​ຮ່ວມ ຂອງ​ ນະຄອນ”.

ນັກ​ສິລະ​ປິນ ຫງວຽນ​ເຖ໋​ເຊີນ, ​ໃນ​ບົດບາດ​ເປັນ​ຜູ້​ຄວບຄຸມ​ ແລະ ຄັດເລືອກ ຂອງ ງານ​ບຸນ​ ມະໂຫລານ ການອອກແບບ ແລະ ຫົວ ຄິດ ປະດິດສ້າງ 2022 ​ໃຫ້​ຮູ້​ວ່າ: ເພິ່ນໄດ້​ເຂົ້າ​ຮ່ວມ​ງານ​ບຸນດັ່ງ ກ່າວ ​ຫຼາຍ​ເທື່ອແລ້ວ, ​ແຕ່​ປີ​ນີ້​ ໄດ້​ນຳ​ເອົາ​ປະສົບ​ການ​ໃໝ່​ຫຼາຍ​ຢ່າງ​ໃຫ້​ເພິ່ນ ກໍ່​ຄື​ບັນດາ​ການ​ປະດິດ​ສ້າງ​ ຢ່າງ​ບໍ່​ຢຸດ​ຢັ້ງ... ເພິ່ນປາດ​ຖະໜາ​ວ່າ ດ້ວຍກຳລັງແຮງຂອງ​ໄວ​ໜຸ່ມ ແລະ ຄວາມ​ກະຕືລືລົ້ນ​ຂອງ​ຊາວ ​ຫວຽດນາມ ຈະ​ສົມທົບ​ກັນ​ເຮັດ​ໃຫ້​ນະຄອນ ​ຮ່າ​ໂນ້ຍ ມີ​ການປ່ຽນແປງໃໝ່ ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ສາມາດຄຽງບ່າຄຽງໄຫຼ່​ກັບ​ບັນດາ​ນະຄອນ​ມີ​ຫົວຄິດ​ປະດິດ​ສ້າງຕ່າງໆ ​ໃນ​ໂລກ.

 


ງານ​ບຸນ​ອອກ​ແບບ ແລະ ​ຫົວ​ຄິດ​ປະ​ດິດ​ສ້າງ ​ຮ່າ​ໂນ້ຍ 2022 ​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ ເພື່ອ​ປະຕິບັດ​ຂໍ້​ລິ​ເລີ່​ມ ​ແລະ ຄຳ​ໝັ້ນ​ສັນຍາ​ກັບ UNESCO ​ເມື່ອ ​ຮ່າ​ໂນ້ຍ ​ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ນະຄອນ​ສ້າງສັນ. ງານ​ບຸນ​ ພາຍໃຕ້ຫົວ​ຂໍ້​ກ່ຽວ​ກັບ​ການ​ອອກ​ແບບ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຊາວ​ ຮ່າ​ໂນ້ຍ ​ແລະ ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມາ​ຢ້ຽມຢາມ, ​ໄດ້​ສຳຜັດ ​ແລະ ຮັບຊົມ​ບັນຍາກາດ​ຂອງ​ງານ​ບຸນ.

 

ນັກທ່ອງທ່ຽວ ມີ​ຄວາມ​ສົນ​ໃຈ​ເຖິງ​ບັນດາ​ຜົນງານ​ປະດິດ​ສ້າງ​ຂອງ​ນັກ​ສິລະ​ປິນ ຫວຽດນາມ. ພາບ: ຫວຽດເກື່ອງ/VNP

ບົດ: VNP/ບິກເວິນ - ພາບ: ຫວຽດເກື່ອງ - ແປໂດຍ: ຢືຟຽນ


top