Sunhouse - ເຄື່ອງຄົວ ຍີ່ຫໍ້ລະດັບໂລກ

Sunhouse - ເຄື່ອງຄົວ ຍີ່ຫໍ້ລະດັບໂລກ

ໂດຍ​ມີໜ້າຢູ່​ຕະຫຼາດ ​ມາ​ເປັນ​ເວລາ 22ປີ ​ແລະ ​ເປັນ​ເຈົ້າ​ຂອງ​ ກຸ່ມ​ໂຮງງານ​ຜະລິດ 12​ແຫ່ງ, Sunhouse ​ໄດ້​ຮັບ​ຮູ້​ວ່າ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຄື່ອງ​ໝາຍ​ການຄ້າ ນຳໜ້າໃນການ​ຜະລິດ ​ແລະ ການ​ຄ້າ ​ເຄື່ອງ​ໃຊ້​ໃນ​ຄົວ​ເຮືອນ ​ຢູ່ ຫວຽດນາມ. ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ສະຕິ​ປັນຍາ​ ຂອງ​ ຊາວ​ຫວຽດນາມ, ປັດຈຸ​ບັນ Sunhouse ພວມ​ພະຍາຍາມ ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ລະດັບໂລກ ດ້ວຍ​ລາຍ​ຮັບ​ນັບ​ຕື້ ໂດລາສະຫະລັດ​ ໃນ​ປີ 2025.

ແນະນຳ ແລະ ໃຫ້ຄຳປຶກສາຜະລິດຕະພັນທີ່ຫ້ອງວາງສະແດງເຄື່ອງໃຊ້ໃນເຮືອນ ແລະ ເຄື່ອງໃຊ້ໃນເຮືອນຄົວຂອງ Sunhouse.


ການກໍ່ສ້າງ​ຕ່ອງ​ໂສ້ການ​ຜະລິດ ຂອງ​ ບັນດາໂຮງ​ງານ

ຄື​ກັບ​ເສັ້ນທາງ​ດຳ​ເນີນ​ທຸລະ​ກິດ​​ ຂອງ​ ນັກທຸລະກິດ​ຫຼາຍ​ຄົນ, ທ່ານ ຫງວຽນ​ຊວນ​ຝູ໋, ປະທານ​ສະພາ​ບໍລິຫານ ຂອງ​ ກຸ່ມບໍລິສັດ Sunhouse ​ໃຫ້​ຮູ້​ວ່າ: ປີ 2000 ເພິ່ນ​ໄດ້​ສ້າງຕັ້ງ ບໍລິສັດ ຝູ໋ຖັງ (​ປັດຈຸ ບັນແມ່ນກຸ່ມບໍລິສັດ Sunhouse) ​ເພື່ອ​ນຳ​ເຂົ້າ​ບັນດາ ​ຜະລິດ​ຕະພັນ​ຂອງ ສ.​ເກົາຫຼີ ​ເຊັ່ນ: ໝໍ້, ໝໍ້ກະທະ... ມາຂາຍຢູ່ ຫວຽດນາມ. ການ​ໄປ​ຊອກຮູ້​ຕະຫຼາດ​ຕ່າງ​ປະ​ເທດ​ໄດ້​ຊ່ວຍ​ໃຫ້​ເພິ່ນ​ເປີດກວ້າງວິໄສທັດ ແລະ ​ຮູ້​ວ່າ ຊາວ​ຫວຽດ​ນາມ ຍັງ​ສາ​ມາດ​ຜະ​ລິດ​ ຜະ​ລິດ​ຕະ​ພັນ, ເປີດ​ໂຮງ​ງານ, ເປັນເຈົ້າເຕັກ​ໂນ​ໂລ​ຊີ​, ຄຽງ​ຄູ່​ກັບ ບັນດາປະເທດມະ ຫາ ກຳນາດ ໃນ 5 ທະ​ວີບ.

 

ຜູ້ອຳນວຍການຝ່າຍຂາຍ ຂອງ Sunhouse, ທ່ານ ຫວູແທງຫາຍ ໃຫ້ຮູ້ວ່າ: “ປີ 2022, Sunhouse ໄດ້ຈຳໜ່າຍຜະລິດຕະພັນ ອອກສູ່ຕະຫຼາດ ສ ອາເມລິກາ (ຂາຍຜ່ານ Amazon), ຫຼັງຈາກນັ້ນ ໄດ້ຂະຫຍາຍການສົ່ງອອກໄປຍັງອິນໂດເນເຊຍ ອີກດ້ວຍ”.

ນຳ​ມາ​ເຊິ່ງຄວາມ​ເຊື່ອ​ໝັ້ນ ​ແລະ​ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ ວິ​ສາ​ຫະກິດ ຫວຽດນາມ ​ໃນ​ການ​ຜະລິດ​ ຜະລິດ​ຕະພັນ​ ຂອງ​ ຫວຽດ ນາມ, ທ່ານ ຝູ໋ ​ໄດ້​ລົງທຶນ ​ແລະ ສ້າງ​ບັນດາ​ຜະລິດ​ຕະພັນເຄື່ອງໃຊ້ສອຍ​ພາຍໃນ​ຄອບຄົວ.

ປີ 2003, Sunhouse ໄດ້ຮ່ວມມືກັບ ສ ເກົາຫຼີ ເພື່ອສ້າງໂຮງງານແຫ່ງທໍາອິດ ສໍາລັບການ ຜະລິດໝໍ້ ກະທະ ກັນຕິດ, ໝໍ້ ສະແຕນເລດ... ປີ 2005 ໄດ້ສ້າງຂີດໝາຍແຫ່ງບາດ ກ້າວ ກະໂດດຂັ້ນຂອງ ບໍລິສັດ ໃນການຕິດຕັ້ງສາຍ anode ເຢັນ ຈາກ ສ ເກົາຫຼີ, ຈາກນັ້ນ ນຳໃຊ້ ເສັ້ນ ອາລູ ມິນຽມ anode ມີຄວາມທົນທານສູງ, ຕ້ານການຊັກນຳ ໄຟຟ້າ ແລະ ຕ້ານການຫຼຸຍຫ້ຽນ, ແມ່ນດີຫຼາຍ ສໍາລັບຜະ ລິດຕະພັນ ໝໍ້ ດ້ວຍກຳລັງການ ຜະລິິດໝໍ້ 480.000 ຊຸດຕໍ່ປີ.

 

 

ບໍ່ໄດ້ຢຸດຢູ່ທີ່ນັ້ນ, Sunhouse ສືບຕໍ່ໃຫ້ເປີດນຳໃຊ້ບັນດາ ໂຮງງານ ກໍ່ຄືສາຍການຜະລິດ ບັນດາຜະລິດຕະພັນເຊັ່ນ: ໝໍ້ຫຸງເຂົ້າ, ເຕົາແກັດ, ເຕົາໄຟຟ້າ, ຈັກກັ່ນຕອງນ້ໍາ R.O, ໂຮງງານຜະລິດ ອາລູມິນຽມ ແລະ ປຼາສະຕິກ Aluba, ໂຮງງານຜະລິດໄມໂຄ ຈິບ Narae ແລະໂຮງງານຜະລິດຫຼອດໄຟ Lighting, ໂຮງ​ງານ​ຜະ​ລິດ​ເຕົາ​ອົບ​ ບໍ່​ໃຊ້ ນ​້​ໍາ​ມັນ ​ສໍາ​ລັບ​ການ​ສົ່ງ​ອອກ​ໄປ​ ສ ອາເມລິກາ... 

ບັນດາສາຍການຜະບິດຂະໜາດໃຫຍ່ໄດ້ຖືກເປີດນຳໃຊ້ຢ່າງ ຕໍ່ເນື່ອງໃນເວລາສັ້ນໆ, ພ້ອມກັບການເປັນເຈົ້າເຕັກໂນໂລຊີ ຫຼັກ ແລະ ຄຸນນະພາບຂອງຜະລິດຕະພັນໃນສີ່ດ້ານ, ລວມທັງ ປຼາສະ ຕິກ, ກົນຈັກ, ໄມໂຄຈິບ, ຄວາມຮ້ອນ ແລະ ເຕັກໂນໂລຊີ ໜູນຊ່ວຍ (ເຄືອບ, ກັນຕິດ).

ຜະລິດຕະພັນເຕົາອົບ ທີ່ບໍ່ໃຊ້ນ້ໍາມັນ ແລະ ຫຼອດໄຟ LED ທີ່ຜະ ລິດໂດຍ Sunhouse ຕອບສະໜອງໄດ້ ມາດຖານສາກົນ ເຂັ້ມງວດທີ່ສຸດ ແລະ ໄດ້ຮັບການຍອມຮັບ ຈາກ ສ ອາເມລິກາ ແລະ ໃບສັ່ງຊຶ້ືສິນຄ້າຫຼາຍ ສະບັບ. ລາຍຮັບຂອງສອງໂຮງງານ ໃນປີ 2021 ບັນລຸໄດ້ເກືອບ 1.500 ຕື້ດົ່ງ. ບັນດາຜະລິດຕະພັນເຊັ່ນ: ໝໍ້ກັນຕິດ, ໝໍ້ ສະແຕນເລດ, ໝໍ້ anod ແລະ ໝໍ້ຫຸງເຂົ້າ ໄຟຟ້າ Sunhouse ໄດ້ຈຳໜ່າຍຢູ່ໃນຕະຫຼາດສາກົນ ເກືອບ 20 ປະເທດເຊັ່ນ: ລາວ, ກໍາປູເຈຍ, ມຽນມາ, ບຣາຊິນ, ສ ອາເມລິກາ, ສ ເກົາຫຼີ, ຍີ່ປຸ່ນ, ການາດາ... ດ້ວຍລາຍຮັບການສົ່ງອອກບັນລຸໄດ້ 100 ລ້ານ ໂດລາສະຫະລັດຕໍ່ປີ.

 

Sunhouse - ພາກພູມໃຈທີ່ເປັນຜະລິດຕະພັນ ຫວຽດ

ໃນ​ຖານະ​ເປັນ​ວິ​ສາ​ຫະກິດ​ໃຫຍ່​ທີ່​ສຸດ​ຂອງ ​ຫວຽດນາມ ​ໃນ​ຂົງ​ເຂດ​ຜະລິດ​ເຄື່ອງ​ໃຊ້​ໃນ​ເຮືອນຄົວ, Sunhouse ສືບ​ຕໍ່​ຄົ້ນຄວ້າ ​ແລະ ນຳ​ໃຊ້​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ທີ່​ທັນ​ສະ​ໄໝ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ນຳ​ມາ​ສູ່​ຕະຫຼາດ​ທີ່​ມີ​ຄວາມງາມ ​ແລະ ປອດ​ໄພ​ໃຫ້ແກ່​ຜູ້​ບໍລິ​ໂພ​ກ. Sunhouse ໄດ້ລົງທຶນເຂົ້າໃນແຫຼ່ງ ຊັບພະຍາກອນ ມະນຸດ ລະດັບສູງ ເພື່ອ ຫັນຍີ່ຫໍ້ Sunhouse ກາຍເປັນວິສາຫະກິດ ມີມູນຄ່າ ນັບຕື້ໂດລາ  ໃນປີ 2025. Sunhouse ຍັງວາງເປົ້າໝາຍຍຸດທະສາດ ດ້ວຍຍອດຂາຍ 5.000 ຕື້ດົ່ງໃນປີ 2022 ແລະ 10.000 ຕື້ດົ່ງ ໃນປີ 2025. 

ທ່ານ ຫວູແທງຫາຍ, ຜູ້​ອຳ​ນວຍ​ການ​ຝ່າຍ​ຂາຍ​ແຫ່ງ​ຊາດ ຂອງ Sunhouse ​ໃຫ້​ຮູ້​ວ່າ: “ປັດຈຸ​ບັນ, Sunhouse ​ໄດ້​ຮັບ​ການ​ກໍ່ສ້າງ​ລະ ບົບ​ນິ​ເວດ “ເຮືອນຄົວ​ແຫ່ງ​ຄວາມສຸກຂອງຄົນ ຫວຽດ”, ສ້າງ​ເຄືອ​ຂ່າຍ​ມູນ​ຄ່າ​ເຮືອນຄົວທີ່ທັນສະໄໝ. ດ້ວຍ​ຕາໜ່າງ​ຈຸດ​ຂາຍ 60.000 ກວ່າ​ແຫ່ງ, ການຜະລິດ ແລະ ຈຳໜ່າຍ​ ຜະລິດ​ຕະ​ພັນ​ທີ່​ຈຳ​ເປັນ​ຂອງ​ຄົວ​ເຮືອນກວ່າ 500 ກຸ່ມ, ບາງ​ຜະ​ລິດ​ຕະ​ພັນ Sunhouse ໄດ້​ຄອບ​ຄອງ​ສ່ວນ​ແບ່ງ​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ 30% ເຊັ່ນ: ເຕົາ​ແກັດ, ໝໍ້ຫຸງ​ເຂົ້າໄຟຟ້າ, ໝໍ້ ​ບໍ່​ຕິດ ​ໄດ້​ຮັບ​ໃບ​ຢັ້ງ​ຢືນ​ທີ່​ມີ​ຊື່​ສຽງ​ເປັນ​ເວ​ລາ​ຫຼາຍ​ປີ​ຕິດ​ຕໍ່​ກັນ, ຢືນ​ອັນ​ດັບ​ແຖວ​ໜ້າ​ໃນ​ປະເພດ​ເຄື່ອງ​ໃຊ້​ຂອງສອຍພາຍໃນ​ຄອບຕົວ ແລະ ​ໃນ​ໃຈ​ຜູ້​ບໍລິ​ໂພ​ກ ຫວຽດນາມ” ຢູ່ສະເໝີ.

 


ດ້ວຍຖັນແຖວພະນັກງານ 2.500 ຄົນ ທີ່ຮັກຕໍ່ອາຊີບ, ມີຄວາມກະຕືລືລົ້ນ ໃນການເຮັດວຽກ, ດ້ວຍທ່າແຮງບົ່ມຊ້ອນ ແລະ ແຫຼ່ງຊັບພະ ຍາກອນມະນຸດ, Sunhouse ໄດ້ພັດທະນາ ຢ່າງຍືນຍົງບໍ່ພຽງແຕ່ຢູ່ຕະຫຼາດຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ຮັບການຕີລາຄາ ສູງຈາກ ຕະຫຼາດສາກົນ ອີກດ້ວຍ./.

ບົດ: ບິກເວິນ - ພາບ: ແທງຢາງ - ແປໂດຍ: ຢືຟຽນ


Top