ໂດຍມີໜ້າຢູ່ຕະຫຼາດ ມາເປັນເວລາ 22ປີ ແລະ ເປັນເຈົ້າຂອງ ກຸ່ມໂຮງງານຜະລິດ 12ແຫ່ງ, Sunhouse ໄດ້ຮັບຮູ້ວ່າ ແມ່ນໜຶ່ງໃນບັນດາເຄື່ອງໝາຍການຄ້າ ນຳໜ້າໃນການຜະລິດ ແລະ ການຄ້າ ເຄື່ອງໃຊ້ໃນຄົວເຮືອນ ຢູ່ ຫວຽດນາມ. ດ້ວຍຄວາມມຸ່ງມາດປາດຖະໜາ ແລະ ສະຕິປັນຍາ ຂອງ ຊາວຫວຽດນາມ, ປັດຈຸບັນ Sunhouse ພວມພະຍາຍາມ ສ້າງເຄື່ອງໝາຍການຄ້າລະດັບໂລກ ດ້ວຍລາຍຮັບນັບຕື້ ໂດລາສະຫະລັດ ໃນປີ 2025.
ແນະນຳ ແລະ ໃຫ້ຄຳປຶກສາຜະລິດຕະພັນທີ່ຫ້ອງວາງສະແດງເຄື່ອງໃຊ້ໃນເຮືອນ ແລະ ເຄື່ອງໃຊ້ໃນເຮືອນຄົວຂອງ Sunhouse.
ການກໍ່ສ້າງຕ່ອງໂສ້ການຜະລິດ ຂອງ ບັນດາໂຮງງານ
ຄືກັບເສັ້ນທາງດຳເນີນທຸລະກິດ ຂອງ ນັກທຸລະກິດຫຼາຍຄົນ, ທ່ານ ຫງວຽນຊວນຝູ໋, ປະທານສະພາບໍລິຫານ ຂອງ ກຸ່ມບໍລິສັດ Sunhouse ໃຫ້ຮູ້ວ່າ: ປີ 2000 ເພິ່ນໄດ້ສ້າງຕັ້ງ ບໍລິສັດ ຝູ໋ຖັງ (ປັດຈຸ ບັນແມ່ນກຸ່ມບໍລິສັດ Sunhouse) ເພື່ອນຳເຂົ້າບັນດາ ຜະລິດຕະພັນຂອງ ສ.ເກົາຫຼີ ເຊັ່ນ: ໝໍ້, ໝໍ້ກະທະ... ມາຂາຍຢູ່ ຫວຽດນາມ. ການໄປຊອກຮູ້ຕະຫຼາດຕ່າງປະເທດໄດ້ຊ່ວຍໃຫ້ເພິ່ນເປີດກວ້າງວິໄສທັດ ແລະ ຮູ້ວ່າ ຊາວຫວຽດນາມ ຍັງສາມາດຜະລິດ ຜະລິດຕະພັນ, ເປີດໂຮງງານ, ເປັນເຈົ້າເຕັກໂນໂລຊີ, ຄຽງຄູ່ກັບ ບັນດາປະເທດມະ ຫາ ກຳນາດ ໃນ 5 ທະວີບ.
ຜູ້ອຳນວຍການຝ່າຍຂາຍ ຂອງ Sunhouse, ທ່ານ ຫວູແທງຫາຍ ໃຫ້ຮູ້ວ່າ: “ປີ 2022, Sunhouse ໄດ້ຈຳໜ່າຍຜະລິດຕະພັນ ອອກສູ່ຕະຫຼາດ ສ ອາເມລິກາ (ຂາຍຜ່ານ Amazon), ຫຼັງຈາກນັ້ນ ໄດ້ຂະຫຍາຍການສົ່ງອອກໄປຍັງອິນໂດເນເຊຍ ອີກດ້ວຍ”.
ນຳມາເຊິ່ງຄວາມເຊື່ອໝັ້ນ ແລະ ຄວາມມຸ່ງມາດປາດຖະໜາຂອງ ວິສາຫະກິດ ຫວຽດນາມ ໃນການຜະລິດ ຜະລິດຕະພັນ ຂອງ ຫວຽດ ນາມ, ທ່ານ ຝູ໋ ໄດ້ລົງທຶນ ແລະ ສ້າງບັນດາຜະລິດຕະພັນເຄື່ອງໃຊ້ສອຍພາຍໃນຄອບຄົວ.
ປີ 2003, Sunhouse ໄດ້ຮ່ວມມືກັບ ສ ເກົາຫຼີ ເພື່ອສ້າງໂຮງງານແຫ່ງທໍາອິດ ສໍາລັບການ ຜະລິດໝໍ້ ກະທະ ກັນຕິດ, ໝໍ້ ສະແຕນເລດ... ປີ 2005 ໄດ້ສ້າງຂີດໝາຍແຫ່ງບາດ ກ້າວ ກະໂດດຂັ້ນຂອງ ບໍລິສັດ ໃນການຕິດຕັ້ງສາຍ anode ເຢັນ ຈາກ ສ ເກົາຫຼີ, ຈາກນັ້ນ ນຳໃຊ້ ເສັ້ນ ອາລູ ມິນຽມ anode ມີຄວາມທົນທານສູງ, ຕ້ານການຊັກນຳ ໄຟຟ້າ ແລະ ຕ້ານການຫຼຸຍຫ້ຽນ, ແມ່ນດີຫຼາຍ ສໍາລັບຜະ ລິດຕະພັນ ໝໍ້ ດ້ວຍກຳລັງການ ຜະລິິດໝໍ້ 480.000 ຊຸດຕໍ່ປີ.
ບໍ່ໄດ້ຢຸດຢູ່ທີ່ນັ້ນ, Sunhouse ສືບຕໍ່ໃຫ້ເປີດນຳໃຊ້ບັນດາ ໂຮງງານ ກໍ່ຄືສາຍການຜະລິດ ບັນດາຜະລິດຕະພັນເຊັ່ນ: ໝໍ້ຫຸງເຂົ້າ, ເຕົາແກັດ, ເຕົາໄຟຟ້າ, ຈັກກັ່ນຕອງນ້ໍາ R.O, ໂຮງງານຜະລິດ ອາລູມິນຽມ ແລະ ປຼາສະຕິກ Aluba, ໂຮງງານຜະລິດໄມໂຄ ຈິບ Narae ແລະໂຮງງານຜະລິດຫຼອດໄຟ Lighting, ໂຮງງານຜະລິດເຕົາອົບ ບໍ່ໃຊ້ ນ້ໍາມັນ ສໍາລັບການສົ່ງອອກໄປ ສ ອາເມລິກາ...
ບັນດາສາຍການຜະບິດຂະໜາດໃຫຍ່ໄດ້ຖືກເປີດນຳໃຊ້ຢ່າງ ຕໍ່ເນື່ອງໃນເວລາສັ້ນໆ, ພ້ອມກັບການເປັນເຈົ້າເຕັກໂນໂລຊີ ຫຼັກ ແລະ ຄຸນນະພາບຂອງຜະລິດຕະພັນໃນສີ່ດ້ານ, ລວມທັງ ປຼາສະ ຕິກ, ກົນຈັກ, ໄມໂຄຈິບ, ຄວາມຮ້ອນ ແລະ ເຕັກໂນໂລຊີ ໜູນຊ່ວຍ (ເຄືອບ, ກັນຕິດ).
ຜະລິດຕະພັນເຕົາອົບ ທີ່ບໍ່ໃຊ້ນ້ໍາມັນ ແລະ ຫຼອດໄຟ LED ທີ່ຜະ ລິດໂດຍ Sunhouse ຕອບສະໜອງໄດ້ ມາດຖານສາກົນ ເຂັ້ມງວດທີ່ສຸດ ແລະ ໄດ້ຮັບການຍອມຮັບ ຈາກ ສ ອາເມລິກາ ແລະ ໃບສັ່ງຊຶ້ືສິນຄ້າຫຼາຍ ສະບັບ. ລາຍຮັບຂອງສອງໂຮງງານ ໃນປີ 2021 ບັນລຸໄດ້ເກືອບ 1.500 ຕື້ດົ່ງ. ບັນດາຜະລິດຕະພັນເຊັ່ນ: ໝໍ້ກັນຕິດ, ໝໍ້ ສະແຕນເລດ, ໝໍ້ anod ແລະ ໝໍ້ຫຸງເຂົ້າ ໄຟຟ້າ Sunhouse ໄດ້ຈຳໜ່າຍຢູ່ໃນຕະຫຼາດສາກົນ ເກືອບ 20 ປະເທດເຊັ່ນ: ລາວ, ກໍາປູເຈຍ, ມຽນມາ, ບຣາຊິນ, ສ ອາເມລິກາ, ສ ເກົາຫຼີ, ຍີ່ປຸ່ນ, ການາດາ... ດ້ວຍລາຍຮັບການສົ່ງອອກບັນລຸໄດ້ 100 ລ້ານ ໂດລາສະຫະລັດຕໍ່ປີ.
Sunhouse - ພາກພູມໃຈທີ່ເປັນຜະລິດຕະພັນ ຫວຽດ
ໃນຖານະເປັນວິສາຫະກິດໃຫຍ່ທີ່ສຸດຂອງ ຫວຽດນາມ ໃນຂົງເຂດຜະລິດເຄື່ອງໃຊ້ໃນເຮືອນຄົວ, Sunhouse ສືບຕໍ່ຄົ້ນຄວ້າ ແລະ ນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ທີ່ທັນສະໄໝ ເພື່ອຍົກສູງຄຸນນະພາບ ແລະ ນຳມາສູ່ຕະຫຼາດທີ່ມີຄວາມງາມ ແລະ ປອດໄພໃຫ້ແກ່ຜູ້ບໍລິໂພກ. Sunhouse ໄດ້ລົງທຶນເຂົ້າໃນແຫຼ່ງ ຊັບພະຍາກອນ ມະນຸດ ລະດັບສູງ ເພື່ອ ຫັນຍີ່ຫໍ້ Sunhouse ກາຍເປັນວິສາຫະກິດ ມີມູນຄ່າ ນັບຕື້ໂດລາ ໃນປີ 2025. Sunhouse ຍັງວາງເປົ້າໝາຍຍຸດທະສາດ ດ້ວຍຍອດຂາຍ 5.000 ຕື້ດົ່ງໃນປີ 2022 ແລະ 10.000 ຕື້ດົ່ງ ໃນປີ 2025.
ທ່ານ ຫວູແທງຫາຍ, ຜູ້ອຳນວຍການຝ່າຍຂາຍແຫ່ງຊາດ ຂອງ Sunhouse ໃຫ້ຮູ້ວ່າ: “ປັດຈຸບັນ, Sunhouse ໄດ້ຮັບການກໍ່ສ້າງລະ ບົບນິເວດ “ເຮືອນຄົວແຫ່ງຄວາມສຸກຂອງຄົນ ຫວຽດ”, ສ້າງເຄືອຂ່າຍມູນຄ່າເຮືອນຄົວທີ່ທັນສະໄໝ. ດ້ວຍຕາໜ່າງຈຸດຂາຍ 60.000 ກວ່າແຫ່ງ, ການຜະລິດ ແລະ ຈຳໜ່າຍ ຜະລິດຕະພັນທີ່ຈຳເປັນຂອງຄົວເຮືອນກວ່າ 500 ກຸ່ມ, ບາງຜະລິດຕະພັນ Sunhouse ໄດ້ຄອບຄອງສ່ວນແບ່ງຕະຫຼາດພາຍໃນປະເທດ 30% ເຊັ່ນ: ເຕົາແກັດ, ໝໍ້ຫຸງເຂົ້າໄຟຟ້າ, ໝໍ້ ບໍ່ຕິດ ໄດ້ຮັບໃບຢັ້ງຢືນທີ່ມີຊື່ສຽງເປັນເວລາຫຼາຍປີຕິດຕໍ່ກັນ, ຢືນອັນດັບແຖວໜ້າໃນປະເພດເຄື່ອງໃຊ້ຂອງສອຍພາຍໃນຄອບຕົວ ແລະ ໃນໃຈຜູ້ບໍລິໂພກ ຫວຽດນາມ” ຢູ່ສະເໝີ.
ດ້ວຍຖັນແຖວພະນັກງານ 2.500 ຄົນ ທີ່ຮັກຕໍ່ອາຊີບ, ມີຄວາມກະຕືລືລົ້ນ ໃນການເຮັດວຽກ, ດ້ວຍທ່າແຮງບົ່ມຊ້ອນ ແລະ ແຫຼ່ງຊັບພະ ຍາກອນມະນຸດ, Sunhouse ໄດ້ພັດທະນາ ຢ່າງຍືນຍົງບໍ່ພຽງແຕ່ຢູ່ຕະຫຼາດຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ຮັບການຕີລາຄາ ສູງຈາກ ຕະຫຼາດສາກົນ ອີກດ້ວຍ./.
ບົດ: ບິກເວິນ - ພາບ: ແທງຢາງ - ແປໂດຍ: ຢືຟຽນ