Ryno Spence ເລົ່າເລື່ອງ ຫວຽດນາມ ຜ່ານເຄື່ອງປະດັບ
ທ່ານ Ryno Spence ໄດ້ເດີນທາງຜ່ານເຄິ່ງໂລກ ຈາກປະເທດ ອາຟຣິກາໃຕ້ ມາເຖິງ ຮ່າໂນ້ຍ ເພື່ອເປີດ Aurient Gold - ຊຶ່ງເປັນ ໂຮງງານອອກແບບ ແລະ ເຄື່ອງປະດັບ hanmade ທ່ີເຮັດ ດ້ວຍມື ດ້ວຍຄວາມຫວັງ ບອກເລົ່າເລື່ອງລາວ ກ່ຽວກັບ ວັດທະນະທຳ ຫວຽດນາມ ຜ່ານແຕ່ລະຜະລິດຕະພັນ ຕົວແບບ.
ທ່ານ Ryno Spence ເຄີີຍຮຽນວິຊາ ອອກແບບ ເຄື່ອງປະດັບ ຢູ່ມະ ຫາວິທະຍາໄລເຕັກໂນໂລຊີ Cape Peninsula, ອາຟຣິກກາໃຕ້. ຍ້ອນເປັນຄົນມີນິດໄສຫັນສູ່ ພາຍນອກ ແລະ ດຸໝັ່ນໃນ ການສຶກສາ ຫາຄວາມຮູ້ ເພາະສະນັ້ນ ຫຼັງຈາກຮຽນຈົບ, ທ່ານ Ryno Spence ໄດ້ໃຊ້ເວລາ ໜຶ່ງປີ ໄປທ່ົວທຸກຫົນແຫ່ງ ເພື່ອຫາປະສົບການຕົວຈິງ ດ້ານວັດທະນະທຳ ຂອງ ປະເທດຕ່າງໆ ໃນຂົງເຂດການອອກແບບ ເຄື່ອງປະດັບ. ກ່ອນອື່ນ ເພິ່ນໄປ ສປ ຈີນ ແລະ ຫຼັງຈາກນັ້ນແມ່ນ ມາ ຫວຽດນາມ.
ຈຸດຢຸດພັກ ຢູ່ ຫວຽດນາມ ໄດ້ສະແດງໃຫ້ເພິ່ນເຫັນວ່າ ນະແຫ່ງນີ້ ມີບໍ່ພໍເທົ່າໃດຄົນ ເຮັດອາຊີບ ຜະລິດເຄື່ອງປະດັບ ດ້ວຍມື. ນີິ້ແມ່ນ ໂອກາດເພື່ອໃຫ້ເພິ່ນຖື ຫວຽດນາມ ເປັນຈຸດເລີ່ມຕົ້ນທຸລະກິດຂອງ ຕົນ. ເມື່ອຕັດສິນໃຈມາໃຊ້ຊີວິດ ແລະ ເຮັດວຽກຢູ່ ຮ່າໂນ້ຍ ໃນປີ 2017, ທ່ານ Ryno Spence ໄດ້ມີຊ່ວງເວລາໜຶ່ງເຮັດວຽກ ເປັນຄູ ສອນພາສາ ອັງກິດ. ປີ 2018, ທ່ານ Ryno Spence ຕັດສິນໃຈ ເຊົາໂຮງງານຜະລິດຂະໜາດນ້ອຍແຫ່ງໜຶ່ງ ເພື່ອອອກແບບ ແລະ ເຮັດເຄື່ອງປະດັບ. ເພິ່ນໃຊ້ເວລາ 2 ປີ ແຕ່ປີ 2020-2021ເຮັດວຽກ ອິດສະຫຼະ ແລະ ພຽງແຕ່ຂາຍເຄື່ອງປະດັບ ທາງອອນລາຍ ເນື່ອງ ຈາກຜົນກະທົບ ຈາກການແຜ່ລະບາດຂອງພະຍາດ ໂຄວິດ-19.
ໂດຍບັງເອີນ ແລະ ມີວາດສະໜາ ທີ່ເພິ່ນໄດ້ພົບເພື່ອນສະໜິດຊາວ ຫວຽດນາມ ຄື ນັກສະຖາປະນິກ ຟ້າມຮຽບ. ທ່ານ ຮຽບ ແລະ ທ່ານ Ryno Spence ໄດ້ເປີດໂຮງງານຜະລິດ ອອກແບບເຄື່ອງປະດັບ ທີ່ໃຫຍ່ກວ່າ ແລະ ສວຍງາມກວ່າ, ໃນນັ້ນມີຫ້ອງວາງສະແດງແນະນຳຜະລິດຕະພັນຢູ່ ຮ່າໂນ້ຍ ຊຶ່ງໄດ້ຕັ້ງຊື່ວ່າ Aurient Gold.
ລັກສະນະພິເສດ ຂອງ ເຄື່ອງປະດັບທີ່ທ່ານ Ryno Spence ປະດິດ ສ້າງແມ່ນ ເພິ່ນເຮັດດ້ວຍມື ທຸກຂັ້ນຕອນ ດ້ວຍເຄື່ອງມື ແລະ ວັດຖຸ ປະກອບທີ່ເກັບທ້ອນ ແລະ ຊອກຫາໄດ້ຢູ່ ຫວຽດນາມ. ບາງທີ ນັ້ນ ແມ່ນຜະລິດຕະພັນ ເຮັດດ້ວຍມື, ພຽງແຕ່ເບິ່ງກໍສາມາດ ເຫັນ ໄດ້ ຄວາມພິຖີພີຖັນ, ລະອຽດລະອໍ ແລະ ບຸກຄະລິກ ຂອງມັນ. ແຫວນ, ສາຍແຂນ, ຕຸ້ມຫູ, ສາຍຄໍ, ສາຍຄໍມຸກ… ລ້ວນແຕ່ໄດ້ທ່ານ Ryno Spence ອອກແບບສະແດງໃຫ້ເຫັນ ເລື່ອງລາວ ແລະ ຮູບພາບ ຕ່າງໆ ກ່ຽວກັບຊີວິດວັດທະນະທຳ ຫວຽດນາມ. ນັ້ນອາດຈະໄດ້ຮັບແຮງບັນດານໃຈ ຈາກນະຄອນ ຮ່າໂນ້ຍ ເຊັ່ນ: ລະດູດອກບົວບານ ໄດ້ເພິ່ນວາດພາບໃສ່ຕຸ້ມຫູ, ແຫວນ, ຮູບພາບວັດວາອາຮາມ ຮ່າໂນ້ຍ ໃສ່ປອກຄໍ ແລະ ບັນດາລວດລາຍພື້ນເມືອງທີ່ມີຄວາມສວຍງາມຂອງ ຫວຽດນາມ ເຊັ່ນ: ຮູບແຕ້ມພື້ນເມືອງ, ສິລະປະ ອິນດູຈີນ... ກໍໄດ້ ທ່ານນຳເຂົ້າສູ່ ຜະລິດຕະພັນ ແຕ່ລະຢ່າງ.

ນອກຈາກການອອກແບບ ແລະ ຜະລິດເຄື່ອງປະດັບແລ້ວ, ທ່ານ Ryno Spence ຍັງໄດ້ປະຕິບັດ ໂຄງການໜຶ່ງ ກ່ຽວກັບເຄື່ອງປະດັບດ້ວຍມື ຂອງ ຫວຽດນາມ. ໂຄງການນີ້ໄດ້ແບ່ງອອກເປັນ 3 ພາກເຊັ່ນ: ສິ່ງແວດລ້ອມ, ແມ່ທໍາມະຊາດ, ມະຫາສະໝຸດ. ທ່ານ Ryno Spence ຍັງເປັນຊ່າງຖ່າຍຮູບ ຂອງ ຕົວແບບນັ້ນເອງ. ໂຄງການມີ ຊື່ວ່າ “Irradiate” ໄດ້ຮັບລາງວັນທີ່ຊົງກຽດ ຢູ່ ອາຟຣິກກາໃຕ້ ສໍາ ລັບວຽກງານ ທີ່ມີຄວາມໝາຍທີ່ດີເລີດ ດ້ານວັດທະນະທໍາ ໃນຂະ ແໜງ ອຸດສາຫະກໍາ ການອອກແບບ ເຄື່ອງປະດັບ.
ຊຸມຊົນຊາວຕ່າງປະເທດ ແລະ ຊາວ ຫວຽດນາມ ຕ່າງກໍມີຄວາມ ນິ ຍົມ ເຄື່ອງປະດັບ ຂອງ ທ່ານ Ryno Spence ເນື່ອງຈາກ ການອອກ ແບບທ່ີສ້າງສັນ ມັນສະແດງໃຫ້ເຫັນເຖິງບຸກຄະລິກ, ຄວາມເຂັ້ມ ແຂງ, ຄວາມໝັ້ນໃຈ ແລະ ມີແບບແຜນ.
ປັດຈຸບັນ, ທ່ານ Ryno Spence ກຳລັງຊອກຫາຄົນໜຸ່ມສາວ ທີ່ມີ ຄວາມກະຕືລືລົ້ນ ໃນການອອກແບບ ເຄື່ອງປະດັບ ເພື່ອການແບ່ງ ປັນ ແລະ ຝຶກອົບຮົມວິຊາຊີບ. ເພິ່ນເຄີຍໄປຍັງມະຫາວິທະຍາໄລ ແຫ່ງຕ່າງໆ ເພື່ອຮັບສະໝັກນັກຮຽນ ແລະ ເຜີຍແຜ່ ຄວາມດຶງດູດ ຂອງອາຊີບ ອອກແບບເຄື່ອງປະດັບ ທີ່ເຮັດດ້ວຍມື. ສຳລັບເພິ່ນແລ້ວ, ການຊອກໄດ້ຜູ້ທີ່ມີຄວາມຮັກອາຊີບນີ້ ແມ່ນການເດີນທາງ ທີ່ເພິ່ນຈະສືບຕໍ່ ປະຕິບັດຢູ່ ຫວຽດນາມ. ທ່ານ Ryno Spence ກ່າວວ່າ: “ຄວາມລຽບງ່າຍ ແລະ ຄວາມສຸກຂອງຂ້າພະເຈົ້າ ເມື່ອດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ ແມ່ນຮອຍຍິ້ມ ແລະ ຄວາມພໍໃຈກັບສິ່ງທີ່ຂ້າພະເຈົ້າ ກຳລັງປະຕິບັດ”.
ບົດ: ບິກເວິນ - ພາບ: ຫວຽດເກື່ອງ, ເອກະສານ