ເພື່ອນມິດ ກັບ ຫວຽດນາມ

Ryno Spence ເລົ່າເລື່ອງ ຫວຽດນາມ ຜ່ານເຄື່ອງປະດັບ

ທ່ານ Ryno Spence ໄດ້ເດີນທາງຜ່ານເຄິ່ງໂລກ ຈາກປະເທດ ອາຟຣິກາໃຕ້ ມາເຖິງ ຮ່າໂນ້ຍ ເພື່ອເປີດ Aurient Gold - ຊຶ່ງເປັນ ໂຮງງານອອກແບບ ແລະ ເຄື່ອງປະດັບ hanmade ທ່ີເຮັດ ດ້ວຍມື

ທ່ານ Ryno Spence ໄດ້ເດີນທາງຜ່ານເຄິ່ງໂລກ ຈາກປະເທດ ອາຟຣິກາໃຕ້ ມາເຖິງ ຮ່າໂນ້ຍ ເພື່ອເປີດ Aurient Gold - ຊຶ່ງເປັນ ໂຮງງານອອກແບບ ແລະ ເຄື່ອງປະດັບ hanmade ທ່ີເຮັດ ດ້ວຍມື ດ້ວຍຄວາມຫວັງ ບອກເລົ່າເລື່ອງລາວ ກ່ຽວກັບ ວັດທະນະທຳ ຫວຽດນາມ ຜ່ານແຕ່ລະຜະລິດຕະພັນ ຕົວແບບ. 

ທ່ານ Ryno Spence ກໍາລັງປະຕິບັດຂັ້ນຕອນຕ່າງໆ ເຄື່ອງປະດັບ ໃຫ້ສົມບູນແບບ. ພາບ: ຫວຽດເກື່ອງ

ທ່ານ Ryno Spence ເຄີີຍຮຽນວິຊາ ອອກແບບ ເຄື່ອງປະດັບ ຢູ່ມະ ຫາວິທະຍາໄລເຕັກໂນໂລຊີ Cape Peninsula, ອາຟຣິກກາໃຕ້. ຍ້ອນເປັນຄົນມີນິດໄສຫັນສູ່ ພາຍນອກ ແລະ ດຸໝັ່ນໃນ ການສຶກສາ ຫາຄວາມຮູ້ ເພາະສະນັ້ນ ຫຼັງຈາກຮຽນຈົບ, ທ່ານ Ryno Spence ໄດ້ໃຊ້ເວລາ ໜຶ່ງປີ ໄປທ່ົວທຸກຫົນແຫ່ງ ເພື່ອຫາປະສົບການຕົວຈິງ ດ້ານວັດທະນະທຳ ຂອງ ປະເທດຕ່າງໆ ໃນຂົງເຂດການອອກແບບ ເຄື່ອງປະດັບ. ກ່ອນ​ອື່ນ ເພິ່ນ​ໄປ ສປ ​ຈີນ ​ແລະ ​ຫຼັງ​ຈາກ​ນັ້ນແມ່ນ ​ມາ ຫວຽດ​ນາມ.

ຈຸດຢຸດພັກ ​ຢູ່ ຫວຽດນາມ ​ໄດ້​ສະ​ແດງ​ໃຫ້ເພິ່ນ​ເຫັນ​ວ່າ ນະແຫ່ງນີ້ ມີບໍ່ພໍເທົ່າໃດ​ຄົນ ເຮັດອາຊີບ ຜະລິດເຄື່ອງປະດັບ ດ້ວຍມື. ນີິ້ແມ່ນ ໂອກາດເພື່ອໃຫ້ເພິ່ນຖື ຫວຽດນາມ ເປັນຈຸດເລີ່ມຕົ້ນທຸລະກິດຂອງ ຕົນ. ເມື່ອຕັດສິນໃຈມາໃຊ້ຊີວິດ ແລະ ເຮັດວຽກຢູ່ ຮ່າໂນ້ຍ ໃນປີ 2017, ທ່ານ Ryno Spence ໄດ້ມີຊ່ວງເວລາໜຶ່ງເຮັດວຽກ ເປັນຄູ ສອນພາສາ ອັງກິດ. ປີ 2018, ທ່ານ Ryno Spence ຕັດສິນໃຈ ເຊົາໂຮງງານຜະລິດຂະໜາດນ້ອຍແຫ່ງໜຶ່ງ ເພື່ອອອກແບບ ແລະ ເຮັດເຄື່ອງປະດັບ. ເພິ່ນໃຊ້ເວລາ 2 ປີ ແຕ່ປີ 2020-2021ເຮັດວຽກ ອິດສະຫຼະ ແລະ ພຽງແຕ່ຂາຍເຄື່ອງປະດັບ ທາງອອນລາຍ ເນື່ອງ ຈາກຜົນກະທົບ ຈາກການແຜ່ລະບາດຂອງພະຍາດ ໂຄວິດ-19.

ໂດຍ​ບັງ​ເອີນ ​ແລະ ມີວາດສະໜາ ທີ່​ເພິ່ນ​ໄດ້​ພົບ​​ເພື່ອນ​ສະໜິດ​ຊາວ ​ຫວຽດນາມ ຄື ນັກສະຖາປະນິກ ຟ້າ​ມຮຽບ. ທ່ານ ຮຽບ ແລະ ທ່ານ Ryno Spence ໄດ້​ເປີດ​ໂຮງງານຜະລິດ ​ອອກແບບ​ເຄື່ອງ​ປະດັບ ​ທີ່​ໃຫຍ່​ກວ່າ ​ແລະ ສວຍ​ງາມ​ກວ່າ, ​ໃນ​ນັ້ນ​ມີ​ຫ້ອງ​ວາງສະ​ແດງ​ແນະນຳ​ຜະລິດ​ຕະພັນ​ຢູ່​ ຮ່າ​ໂນ້ຍ ຊຶ່ງໄດ້ຕັ້ງຊື່ວ່າ Aurient Gold.

ລັກສະນະພິເສດ ຂອງ ເຄື່ອງປະດັບທີ່ທ່ານ Ryno Spence ປະດິດ ສ້າງແມ່ນ ເພິ່ນເຮັດດ້ວຍມື ທຸກຂັ້ນຕອນ ດ້ວຍເຄື່ອງມື ແລະ ວັດຖຸ ປະກອບທີ່ເກັບທ້ອນ ແລະ ຊອກຫາໄດ້ຢູ່ ຫວຽດນາມ. ບາງທີ ນັ້ນ ແມ່ນຜະລິດຕະພັນ ເຮັດດ້ວຍມື, ພຽງແຕ່ເບິ່ງກໍສາມາດ ເຫັນ ໄດ້ ຄວາມພິຖີພີຖັນ, ລະອຽດລະອໍ ແລະ ບຸກຄະລິກ ຂອງມັນ. ແຫວນ, ສາຍແຂນ, ຕຸ້ມຫູ, ສາຍຄໍ, ສາຍຄໍມຸກ… ລ້ວນແຕ່ໄດ້ທ່ານ Ryno Spence ອອກແບບສະແດງໃຫ້ເຫັນ ເລື່ອງລາວ ແລະ ຮູບພາບ ຕ່າງໆ  ກ່ຽວກັບຊີວິດວັດທະນະທຳ ຫວຽດນາມ. ນັ້ນອາດ​ຈະ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ ຈາກ​ນະຄອນ ຮ່າ​ໂນ້ຍ ​ເຊັ່ນ: ລະດູ​ດອກ​ບົວ​ບານ ໄດ້ເພິ່ນ​ວາດ​ພາບ​ໃສ່​ຕຸ້ມ​ຫູ, ​ແຫວນ, ​​​ຮູບ​ພາບ​ວັດ​ວາອາ​ຮາ​ມ ຮ່າໂນ້​ຍ ​ໃສ່ປອກຄໍ ແລະ ​ບັນດາ​ລວດລາຍ​ພື້ນ​ເມືອງ​ທີ່​ມີ​ຄວາມ​ສວຍ​ງາມ​ຂອງ ​ຫວຽດນາມ ​ເຊັ່ນ: ຮູບ​ແຕ້ມ​ພື້ນ​ເມືອງ, ສິລະ​ປະ​ ອິນ​ດູ​ຈີນ... ກໍໄດ້ ທ່ານນຳເຂົ້າສູ່ ຜະລິດຕະພັນ ແຕ່ລະຢ່າງ.

ບັນດາຕົວແບບເຄື່ອງປະດັບທີ່ເຮັດດ້ວຍມື ຈາກ ທ່ານ Ryno Spence ພາບ: ຫວຽດເກື່ອງ

ນອກຈາກ​ການ​ອອກ​ແບບ ແລະ ຜະລິດ​ເຄື່ອງ​ປະດັບແລ້ວ, ທ່ານ Ryno Spence ຍັງ​ໄດ້​ປະຕິບັດ ​ໂຄງການ​ໜຶ່ງ ກ່ຽວກັບເຄື່ອງປະດັບ​​ດ້ວຍ​ມື ​ຂອງ​ ຫວຽດນາມ. ໂຄງ​ການ​ນີ້ໄດ້​ແບ່ງ​ອອກ​ເປັນ 3 ພາກ​ເຊັ່ນ: ສິ່ງ​ແວດ​ລ້ອມ, ແມ່ທໍາ​ມະ​ຊາດ, ມະ​ຫາ​ສະ​ໝຸດ. ທ່ານ Ryno Spence ຍັງເປັນຊ່າງຖ່າຍຮູບ ຂອງ ຕົວແບບນັ້ນເອງ. ໂຄງການມີ ຊື່ວ່າ Irradiateໄດ້ຮັບລາງວັນທີ່ຊົງກຽດ ຢູ່ ອາຟຣິກກາໃຕ້ ສໍາ ລັບວຽກງານ ທີ່ມີຄວາມໝາຍທີ່ດີເລີດ ດ້ານວັດທະນະທໍາ ໃນຂະ ແໜງ ອຸດສາຫະກໍາ ການອອກແບບ ເຄື່ອງປະດັບ.

 ຊຸມຊົນຊາວຕ່າງປະເທດ ແລະ ຊາວ ຫວຽດນາມ ຕ່າງກໍມີຄວາມ ນິ ຍົມ ເຄື່ອງປະດັບ ຂອງ ທ່ານ Ryno Spence ເນື່ອງຈາກ ການອອກ ແບບທ່ີສ້າງສັນ ມັນສະແດງໃຫ້ເຫັນເຖິງບຸກຄະລິກ, ຄວາມເຂັ້ມ ແຂງ,  ຄວາມໝັ້ນໃຈ ແລະ ມີແບບແຜນ.

ຮູບລາຍດອກ ສະແດງໃຫ້ເຫັນຄວາມເລິກຂອງມະຫາສະໝຸດ ສະ ແດງ ໃນເຄື່ອງປະດັບ ທີ່ Ryno Spence Spence ຜະລິດອອກມາ. ພາບ: Ryno Spence

ປັດຈຸບັນ, ທ່ານ Ryno Spence ກຳລັງຊອກຫາຄົນໜຸ່ມສາວ ທີ່ມີ ຄວາມກະຕືລືລົ້ນ ໃນການອອກແບບ ເຄື່ອງປະດັບ ເພື່ອການແບ່ງ ປັນ ແລະ ຝຶກອົບຮົມວິຊາຊີບ. ເພິ່ນເຄີຍໄປຍັງມະຫາວິທະຍາໄລ ແຫ່ງຕ່າງໆ ເພື່ອຮັບສະໝັກນັກຮຽນ ແລະ ເຜີຍແຜ່ ຄວາມດຶງດູດ ຂອງອາຊີບ ອອກແບບເຄື່ອງປະດັບ ທີ່ເຮັດດ້ວຍມື. ສຳລັບເພິ່ນ​ແລ້ວ, ການ​ຊອກ​ໄດ້​ຜູ້​ທີ່ມີຄວາມ​ຮັກ​ອາຊີບນີ້ ​ແມ່ນ​ການ​ເດີນທາງ​ ທີ່ເພິ່ນ​ຈະ​ສືບ​ຕໍ່ ​ປະຕິບັດ​ຢູ່​ ຫວຽດນາມ. ທ່ານ Ryno Spence ​ກ່າວ​ວ່າ: “ຄວາມ​ລຽບ​ງ່າຍ ​ແລະ ຄວາມ​ສຸກ​ຂອງ​ຂ້າພະ​ເຈົ້າ​ ເມື່ອ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ແມ່ນ​ຮອຍ​ຍິ້ມ ​ແລະ ຄວາມພໍ​ໃຈ​ກັບ​ສິ່ງ​ທີ່​ຂ້າພະ​ເຈົ້າ​ ກຳລັງປະຕິບັດ”.

ບົດ: ບິກເວິນ - ພາບ: ຫວຽດເກື່ອງ, ເອກະສານ