Kilomet 109 - ແຟຊັ່ນ ແຫ່ງສັນຍາລັກວັດທະນະທຳ

Kilomet 109 - ແຟຊັ່ນ ແຫ່ງສັນຍາລັກວັດທະນະທຳ

ກໍ່ຕັ້ງ Kilomet109- ນັກອອກແບບ ຫວູຖາວຖືເປັນ ເອື້ອຍກົກໃນສາຍຕາຂອງບັນດາຍີ່ຫໍ້ແຟຊັ່ນແບບຍືນຍົງຢູ່ຫວຽດນາມ. ມີ​ອາ​ຍຸ​ເກືອບ 10 ປີ, Kilomet109ໄດ້​ບິນ​ໄປ​ທົ່ວ​ໂລກ, ເປັນ​ສາຍ​ແຟ​ຊັ່ນ​ຊັ້ນ​ສູງ​ທັງສະຫງວນໃຫ້ແກ່ ​ສຸພາບບຸລຸດ ແລະ ສຸພາບສະຕີ.

ທາງໃນຮ້ານ​ flagship ຂອງ Kilomet 109 ຢູ່ເຮືອນ ເລກທີ 64 ກວາງ​ອານ, ຮ່າ​ໂນ້ຍ, ຫວຽດ​ນາມ. ພາບ: ກົງ​ດາດ/VNP

ແຟຊັ່ນ ແບບຍືນຍົງແມ່ນແນວໂນ້ມທົ່ວໂລກ ແລະ ​ເພື່ອກາຍ​ເປັນ​ເຄື່ອງ​ໝາຍ ​ແຟ​ຊັ່ນ ​ທີ່​ມີ​ຕົ້ນ​ກຳ​ເນີດ​ມາ​ຈາກ ​ຫວຽດ​ນາມ ​​ບໍ່ແມ່ນ ເປັນ​ໄປ​ບໍ່​ໄດ້. Kilomet109 ກໍາລັງເດີນທາງໄປທີ່ນັ້ນ. ເພາະຜູ້ກໍ່ຕັ້ງຖືວ່າ ນີ້ເປັນການເດີນທາງ “ຂ້ອຍພົບເຫັນຂ້ອຍ”, ຍິ່ງຍາກຍິ່ງມີຄວາມດຶງດູດຫຼາຍຍິ່ງຂຶ້ນ.

ການອອກແບບຂອງ Kilomet 109 ແຕ່ລະແບບ ມີວິທີບອກ ເລົ່າເລື່ອງໃນແບບ ຂອງຕົວເອງ. ການຝົນຫີນແມ່ນ ເຕັກນິກການຈັດການວັດສະດຸ ມີໜຶ່ງບໍ່ມີສອງ. ມັນຍັງຄົງຮັກສາໄວ້ຈົນເຖິງທຸກວັນນີ້ ຍ້ອນຊຸມຊົນເຜົ່າ ມົ້ງ ໃນເຂດພູສູງ ພາກຕາເວັນຕົກສ່ຽງເໜືອ. ຜ້າກັ້ງທີ່ເຮັດ ດ້ວຍມືໄດ້ຍ້ອມສີຄາມ 30 ຫາ 40 ເທື່ອ, ແລ້ວລີດດ້ວຍ ຂີ້ເຜີ້ງ. ບັນດານາຍຊ່າງ​ຊາວ​ເຜົ່າ ​ມົ້ງ ດຳ​ເນີນ​ບາດກ້າວ​ທີ່​ສຳຄັນ​ນີ້ ​ເພື່ອ​ເຮັດ​ໃຫ້​ຜ້າ​ປ່ານ​ອ່ອນ​ລົງ ​ແລະ ​ໃນ​ຂະນະ​ດຽວ​ກັນ​ ກໍ​ໄດ້​ຮັບ​ຄວາມ​ເງົາ​ງາມ​ທີ່​ມີ​ແສງ​ສະ​ຫວ່າງ. ແບບເສື້ອຄຸມວາງນີ້​ ແມ່ນ​ໜຶ່ງໃນ​ສີ່​ການ​ອອກ​ແບບ​ທີ່​ພວກ​ຂ້າພະເຈົ້າໄດ້​ນໍາ​ໃຊ້​ຜ້າປ່ານ”, ​ນີ້​ແມ່ນ​ການ​ນໍາ​ສະ​ເໜີກ່ຽວກັບ​ເສື້ອແບບໜຶ່ງ​ຂອງ Kilomet109.

 
 

ຫຼື​ ຕາມ​ຄຳ​ອະທິບາຍ​ກ່ຽວກັບ​ເສື້ອ​ຄຸມ​ອີກ​ຊຸດ​ໜຶ່ງ​ຂອງ​Kilomet109: “ເສື້ອ​ຄຸມ ລາມບໍ່ຈຳແນກເພດລຸ້ນ​ນີ້​ ແມ່ນ​ໄດ້ຜະລິດຈາກ​ຜ້າ​ໄໝ​ tussah ທີ່​ຍ້ອມ​ສີ​ຢາງ. ຜ້າໄໝ ຖືກແຊ່ນ້ຳຢາງຫຼາຍເທື່ອ ແລ້ວນຳມາແຊ່ໃນຂີ້ຕົມສົດ. ຫຼັງຈາກຂຶ້ນສີແລ້ວ, ຜ້າຈະຖືກຕໍ່າດ້ວຍເຄື່ອງຈັກ ເພື່ອເຮັດ ໃຫ້ມັນອ່ອນລົງແລະ ແໜ້ນກວ່າ. ມັນເປັນຜ້າໄໝທີ່ທົນທີ່ສຸດ ທີ່ພວກຂ້າພະເຈົ້າສາມາດເຮັດໄດ້. ຜ້າມີຄຸນນະພາບພິເສດ, ສາມາດກັນນຳ້, ທົນທານຕໍ່ຮອຍເປື້ອນ. ເສື້ອໃນອຸດົມຄະຕິ ສຳລັບທຸກສະພາບອາກາດທີ່ແຕກຕ່າງກັນ.

ໃນ​ຂະນະ​ທີ່​ນັກ​ອອກ​ແບບ​ອື່ນໆ​ ມັກ​ມີ​ຄວາມ​ສົນ​ໃຈ​ເຖິງລວດລາຍ, ການ​ອອກ​ແບບ, ​ແນວ​ຄິດ, ບັນດາຊຸດ​ອອກ​ແບບ​ຂອງ ຫວູຖາວ ໄດ້ຖືສຳຄັນ​ເຖິງວັດຖຸ​ພັນ​ພື້ນ​ເມືອງ ດ້ວຍ​ລັກສະນະ​ເປີດ​ເຜີຍ ​ແລະ ລຽບ​ງ່າຍ​ຂອງ​ຜູ້ຄົນ ​ແລະ ຜືນ​ແຜ່ນດິນ​ຢູ່​ເຂດ​ພູ​ສູງທາງ​ພາກ​ເໜືອ.

 

 

ບໍ່​ພຽງ​ແຕ່​ມກ້າວໄປ​ສູ່ການ​ປົກ​ປັກ​ຮັກສາ​ບັນດາ​ວັດ​ຖຸ​ດິບ ​ແລະ ແຫຼ່ງຊັບພະຍາກອນ​ຂອງ​ຊາວ​ພື້ນ​ເມືອງ​ເທົ່າ​ນັ້ນ, ນັກ​ອອກ​ແບບ ຫວູຖາວຍັງປາດ​ຖະໜາ ​ຢາກ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ​ຂອງ ຫວຽດນາມ ອອກ​ສູ່​ໂລກອີກດ້ວຍ. 

Kilomet109 ໃຊ້ເຕັກນິກການຫຍິບ, ແສ່ວ ດ້ວຍມືກັບການ ຕັດ ແລະ ອອກແບບທີ່ທັນສະໄໝ. ດ້ວຍ​ແຮງ​ບັນ​ດານ​ໃຈ​ສະ​ໜິດ​ສະ​ໜົມ, ພຽງ​ແຕ່​ໄດ້​ພົບ​ເຫັນ​ຈາກຊີ​ວິດ, ທຳ​ມະ​ຊາດ ແລະ ຜູ້ຄົນ​ ຫວຽດ​ນາມ, ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ຄວາມ​ຮູ້​ສຶກ​ຕິດ​ພັນ​ຄື: ຕົວ​ເມືອງ - ຄວາມລຽບງ່າຍ- ມູນເຊື້ອ - ຊົນ​ເຜົ່າ.

 

 
 
 

ພວກເຮົາເອີ້ນວິທີການຂອງ Kilomet109 ວ່າ “ຄວາມແຕກຕ່າງ ໃນຄວາມແຕກຕ່າງ”. Kilomet109 ປະກົດຂຶ້ນເປັນ “ອັນແປກປະຫຼາດ” ໃນຫຼາຍສູດ ແຟຊັ່ນ ມີລາຄາຖືກ - ວ່ອງໄວ ໃນປັດຈຸບັນ.

ການ​ຮຽນ​ຮູ້ ​ແລະ ນັບຖືຢ່າງສູງ​ຄຸນຄ່າ​ເຕັກນິກ​ການ​ຍ້ອມ​ສີ​ປ່ານຂອງຊາວເຜົ່າ ນຸ່ງ, ແຕ່ການ​ອອກ​ແບບ​ຂອງ Kilomet 109 ບໍ່​ພຽງ​ແຕ່​ຖືແຮງບັນດານໃຈ​ຈາກ​ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເທົ່າ​ນັ້ນ, ຫາກ​ຍັງປະສົມ​ກັບ​ຮູບ​ແບບ​ການ​ອອກ​ແບບ​ທັນ​ສະ​ໄໝ​ຈາກ​ປະສົບ​ການ​ຮ່ວມ​ມື​ກັບ​ບັນດາ​ເຄື່ອງ​ໝາຍການຄ້າ ແຟຊັ່ນ​ ເອີຣົບ ອີກດ້ວຍ.

ດ້ວຍຫົວຄິດປະດິດສ້າງ ແລະ ເປີດໃຈ, ທ່ານ ນາງ ຫວູຖາວ, ຜູ້ກໍ່ຕັ້ງ Kilomet109 ໄດ້ຊຸກຍູ້ບັນດາຂໍ້ລິເລີ່ມໃໝ່, ນຳໃຊ້ ແລະ ທົດລອງເຕັກນິກການຍ້ອມສີປ່ານມູນເຊື້ອເພື່ອສ້າງສີສັນທີ່ແຕກຕ່າງ. ຕົວຢ່າງຄື, ແຕ່ໃດໆ ມາ, ແມ່ຍິງຊາວເຜົ່າ ນຸ່ງ ຮູ້ແຕ່ຍອມສີ ປ່ານມູນເຊື້ອ ສອງຊະນິດເທ່ົານັ້ນ, ນາງ ຫວູຖາວ ມີຄວາມມຸ່ງ ມາດປາດຖະໜາຢ່າງສູງ ຂອງຕົນ ທ່ີຈະປະດິດ ສ້າງສີຄາມ ທີ່ ນິ້ມນວນ ໃຫ້ແກ່ບັນດາຊຸດອອກແບບຂອງ Kilomet 109, ບໍ່ສະເພາະແຕ່ສີຄາມອ່ອນຫຼື ສີຄາມ ເຖົາເທົ່ານັ້ນ. ໂຮງອອກ ແບບຂອງ Kilomet 109 ໄດ້ປະດິດສ້າງສີທຳມະຊາດ ຈາກວັດສະດຸເຊັ່ນ: ໃບຫູກວາງ, ໃບຊາຂຽວ, ຫົວກະເບົາ, ຂີ້ໝິ້ນ, ເປືອກໄມ້ ແລະ ອື່ນໆ.

ຕະຫຼອດ 10 ປີ​ທີ່​ຜ່ານ​ມາ, ນາງ ຫວູ​ຖາວ ໄດ້​ເລືອກ​ເສັ້ນ​ທາງ​ເດີນເປັນ ຂອງ​ຕົນ​ເອງ, ບໍ່​ອຶກກະທຶກ, ບໍ່ສີ​ສັນ,ບໍ່ວາງມາດ ​ຫຼື​ ໄປຕາມ​ຍຸກ​ ແຟ​ຊັ່ນ ​ໂລກ. ເສັ້ນທາງເດີນຂອງ Kilomet 109 ຍາມໃດກໍ່ມຸ່ງໄປສູ່ບັນດາຄຸນຄ່າ ແລະ ຈິດໃຈດ້ານວັດທະນະທຳ ພື້ນເມືອງ, ເພາະວ່າ ສິ່ງດັ່ງກ່າວ ໄດ້ສ້າງບຸກຄະລິກກະພາບ ແລະ ເອກະລັກສະເພາະ ເພື່ອວາງຕຳແໜ່ງເຄື່ອງ ແຟຊັ່ນຂອງ ຫວຽດນາມ ຢູ່ໃນແຜນທີ່ໂລກ.

ຊຸດສະສົມ ມຽນ. ​ພາບ: ເລຫງວຽນເຍີດ

ເລື່ອງລາວຕ່າງໆ ຂອງ Kilomet109 ປະກອບດ້ວຍ ປະສົບການຂອງມະນຸດ, ປະຫວັດສາດຂອງແຜ່ນດິນ ແລະ ສຽງກະຊິບຂອງເມັດພືດ, ດອກໄມ້ແລະພືດ. ຖືລັກສະນະ ອາຊີຕາເວັນອອກ ປະສານສົມທົບກັບລາຍລະອຽດການປະຕິບັດ ຂອງແບບແຜນ ແຟຊັ່ນ ເອີຣົບ ແລະ ອາເມລິກາ.

ບົດ: ຖາວວີ - ພາບ: ກົງດາດ - ແປໂດຍ: ຢືຟຽນ


Top