ກໍ່ຕັ້ງ Kilomet109- ນັກອອກແບບ ຫວູຖາວຖືເປັນ “ເອື້ອຍກົກ” ໃນສາຍຕາຂອງບັນດາຍີ່ຫໍ້ແຟຊັ່ນແບບຍືນຍົງຢູ່ຫວຽດນາມ.
ກໍ່ຕັ້ງ Kilomet109- ນັກອອກແບບ ຫວູຖາວຖືເປັນ “ເອື້ອຍກົກ” ໃນສາຍຕາຂອງບັນດາຍີ່ຫໍ້ແຟຊັ່ນແບບຍືນຍົງຢູ່ຫວຽດນາມ. ມີອາຍຸເກືອບ 10 ປີ, Kilomet109ໄດ້ບິນໄປທົ່ວໂລກ, ເປັນສາຍແຟຊັ່ນຊັ້ນສູງທັງສະຫງວນໃຫ້ແກ່ ສຸພາບບຸລຸດ ແລະ ສຸພາບສະຕີ.
ທາງໃນຮ້ານ flagship ຂອງ Kilomet 109 ຢູ່ເຮືອນ ເລກທີ 64 ກວາງອານ, ຮ່າໂນ້ຍ, ຫວຽດນາມ. ພາບ: ກົງດາດ/VNP ແຟຊັ່ນ ແບບຍືນຍົງແມ່ນແນວໂນ້ມທົ່ວໂລກ ແລະ ເພື່ອກາຍເປັນເຄື່ອງໝາຍ ແຟຊັ່ນ ທີ່ມີຕົ້ນກຳເນີດມາຈາກ ຫວຽດນາມ ບໍ່ແມ່ນ ເປັນໄປບໍ່ໄດ້. Kilomet109 ກໍາລັງເດີນທາງໄປທີ່ນັ້ນ. ເພາະຜູ້ກໍ່ຕັ້ງຖືວ່າ ນີ້ເປັນການເດີນທາງ “ຂ້ອຍພົບເຫັນຂ້ອຍ”, ຍິ່ງຍາກຍິ່ງມີຄວາມດຶງດູດຫຼາຍຍິ່ງຂຶ້ນ.
ການອອກແບບຂອງ Kilomet 109 ແຕ່ລະແບບ ມີວິທີບອກ ເລົ່າເລື່ອງໃນແບບ ຂອງຕົວເອງ. “ການຝົນຫີນແມ່ນ ເຕັກນິກການຈັດການວັດສະດຸ ມີໜຶ່ງບໍ່ມີສອງ. ມັນຍັງຄົງຮັກສາໄວ້ຈົນເຖິງທຸກວັນນີ້ ຍ້ອນຊຸມຊົນເຜົ່າ ມົ້ງ ໃນເຂດພູສູງ ພາກຕາເວັນຕົກສ່ຽງເໜືອ. ຜ້າກັ້ງທີ່ເຮັດ ດ້ວຍມືໄດ້ຍ້ອມສີຄາມ 30 ຫາ 40 ເທື່ອ, ແລ້ວລີດດ້ວຍ ຂີ້ເຜີ້ງ. ບັນດານາຍຊ່າງຊາວເຜົ່າ ມົ້ງ ດຳເນີນບາດກ້າວທີ່ສຳຄັນນີ້ ເພື່ອເຮັດໃຫ້ຜ້າປ່ານອ່ອນລົງ ແລະ ໃນຂະນະດຽວກັນ ກໍໄດ້ຮັບຄວາມເງົາງາມທີ່ມີແສງສະຫວ່າງ. ແບບເສື້ອຄຸມວາງນີ້ ແມ່ນໜຶ່ງໃນສີ່ການອອກແບບທີ່ພວກຂ້າພະເຈົ້າໄດ້ນໍາໃຊ້ຜ້າປ່ານ”, ນີ້ແມ່ນການນໍາສະເໜີກ່ຽວກັບເສື້ອແບບໜຶ່ງຂອງ Kilomet109.
ຫຼື ຕາມຄຳອະທິບາຍກ່ຽວກັບເສື້ອຄຸມອີກຊຸດໜຶ່ງຂອງKilomet109: “ເສື້ອຄຸມ ລາມບໍ່ຈຳແນກເພດລຸ້ນນີ້ ແມ່ນໄດ້ຜະລິດຈາກຜ້າໄໝ tussah ທີ່ຍ້ອມສີຢາງ. ຜ້າໄໝ ຖືກແຊ່ນ້ຳຢາງຫຼາຍເທື່ອ ແລ້ວນຳມາແຊ່ໃນຂີ້ຕົມສົດ. ຫຼັງຈາກຂຶ້ນສີແລ້ວ, ຜ້າຈະຖືກຕໍ່າດ້ວຍເຄື່ອງຈັກ ເພື່ອເຮັດ ໃຫ້ມັນອ່ອນລົງແລະ ແໜ້ນກວ່າ. ມັນເປັນຜ້າໄໝທີ່ທົນທີ່ສຸດ ທີ່ພວກຂ້າພະເຈົ້າສາມາດເຮັດໄດ້. ຜ້າມີຄຸນນະພາບພິເສດ, ສາມາດກັນນຳ້, ທົນທານຕໍ່ຮອຍເປື້ອນ. ເສື້ອໃນອຸດົມຄະຕິ ສຳລັບທຸກສະພາບອາກາດທີ່ແຕກຕ່າງກັນ.”
ໃນຂະນະທີ່ນັກອອກແບບອື່ນໆ ມັກມີຄວາມສົນໃຈເຖິງລວດລາຍ, ການອອກແບບ, ແນວຄິດ, ບັນດາຊຸດອອກແບບຂອງ ຫວູຖາວ ໄດ້ຖືສຳຄັນເຖິງວັດຖຸພັນພື້ນເມືອງ ດ້ວຍລັກສະນະເປີດເຜີຍ ແລະ ລຽບງ່າຍຂອງຜູ້ຄົນ ແລະ ຜືນແຜ່ນດິນຢູ່ເຂດພູສູງທາງພາກເໜືອ.
ບໍ່ພຽງແຕ່ມກ້າວໄປສູ່ການປົກປັກຮັກສາບັນດາວັດຖຸດິບ ແລະ ແຫຼ່ງຊັບພະຍາກອນຂອງຊາວພື້ນເມືອງເທົ່ານັ້ນ, ນັກອອກແບບ ຫວູຖາວຍັງປາດຖະໜາ ຢາກເຜີຍແຜ່ບັນດາຄຸນຄ່າວັດທະນະທຳພື້ນເມືອງຂອງ ຫວຽດນາມ ອອກສູ່ໂລກອີກດ້ວຍ.
Kilomet109 ໃຊ້ເຕັກນິກການຫຍິບ, ແສ່ວ ດ້ວຍມືກັບການ ຕັດ ແລະ ອອກແບບທີ່ທັນສະໄໝ. ດ້ວຍແຮງບັນດານໃຈສະໜິດສະໜົມ, ພຽງແຕ່ໄດ້ພົບເຫັນຈາກຊີວິດ, ທຳມະຊາດ ແລະ ຜູ້ຄົນ ຫວຽດນາມ, ສະແດງໃຫ້ເຫັນບັນດາຄວາມຮູ້ສຶກຕິດພັນຄື: ຕົວເມືອງ - ຄວາມລຽບງ່າຍ- ມູນເຊື້ອ - ຊົນເຜົ່າ.
ພວກເຮົາເອີ້ນວິທີການຂອງ Kilomet109 ວ່າ “ຄວາມແຕກຕ່າງ ໃນຄວາມແຕກຕ່າງ”. Kilomet109 ປະກົດຂຶ້ນເປັນ “ອັນແປກປະຫຼາດ” ໃນຫຼາຍສູດ ແຟຊັ່ນ ມີລາຄາຖືກ - ວ່ອງໄວ ໃນປັດຈຸບັນ.
ການຮຽນຮູ້ ແລະ ນັບຖືຢ່າງສູງຄຸນຄ່າເຕັກນິກການຍ້ອມສີປ່ານຂອງຊາວເຜົ່າ ນຸ່ງ, ແຕ່ການອອກແບບຂອງ Kilomet 109 ບໍ່ພຽງແຕ່ຖືແຮງບັນດານໃຈຈາກຊຸດອາພອນຂອງຊົນເຜົ່າສ່ວນໜ້ອຍເທົ່ານັ້ນ, ຫາກຍັງປະສົມກັບຮູບແບບການອອກແບບທັນສະໄໝຈາກປະສົບການຮ່ວມມືກັບບັນດາເຄື່ອງໝາຍການຄ້າ ແຟຊັ່ນ ເອີຣົບ ອີກດ້ວຍ.
ດ້ວຍຫົວຄິດປະດິດສ້າງ ແລະ ເປີດໃຈ, ທ່ານ ນາງ ຫວູຖາວ, ຜູ້ກໍ່ຕັ້ງ Kilomet109 ໄດ້ຊຸກຍູ້ບັນດາຂໍ້ລິເລີ່ມໃໝ່, ນຳໃຊ້ ແລະ ທົດລອງເຕັກນິກການຍ້ອມສີປ່ານມູນເຊື້ອເພື່ອສ້າງສີສັນທີ່ແຕກຕ່າງ. ຕົວຢ່າງຄື, ແຕ່ໃດໆ ມາ, ແມ່ຍິງຊາວເຜົ່າ ນຸ່ງ ຮູ້ແຕ່ຍອມສີ ປ່ານມູນເຊື້ອ ສອງຊະນິດເທ່ົານັ້ນ, ນາງ ຫວູຖາວ ມີຄວາມມຸ່ງ ມາດປາດຖະໜາຢ່າງສູງ ຂອງຕົນ ທ່ີຈະປະດິດ ສ້າງສີຄາມ ທີ່ ນິ້ມນວນ ໃຫ້ແກ່ບັນດາຊຸດອອກແບບຂອງ Kilomet 109, ບໍ່ສະເພາະແຕ່ສີຄາມອ່ອນຫຼື ສີຄາມ ເຖົາເທົ່ານັ້ນ. ໂຮງອອກ ແບບຂອງ Kilomet 109 ໄດ້ປະດິດສ້າງສີທຳມະຊາດ ຈາກວັດສະດຸເຊັ່ນ: ໃບຫູກວາງ, ໃບຊາຂຽວ, ຫົວກະເບົາ, ຂີ້ໝິ້ນ, ເປືອກໄມ້ ແລະ ອື່ນໆ.
ຕະຫຼອດ 10 ປີທີ່ຜ່ານມາ, ນາງ ຫວູຖາວ ໄດ້ເລືອກເສັ້ນທາງເດີນເປັນ ຂອງຕົນເອງ, ບໍ່ອຶກກະທຶກ, ບໍ່ສີສັນ,ບໍ່ວາງມາດ ຫຼື ໄປຕາມຍຸກ ແຟຊັ່ນ ໂລກ. ເສັ້ນທາງເດີນຂອງ Kilomet 109 ຍາມໃດກໍ່ມຸ່ງໄປສູ່ບັນດາຄຸນຄ່າ ແລະ ຈິດໃຈດ້ານວັດທະນະທຳ ພື້ນເມືອງ, ເພາະວ່າ ສິ່ງດັ່ງກ່າວ ໄດ້ສ້າງບຸກຄະລິກກະພາບ ແລະ ເອກະລັກສະເພາະ ເພື່ອວາງຕຳແໜ່ງເຄື່ອງ ແຟຊັ່ນຂອງ ຫວຽດນາມ ຢູ່ໃນແຜນທີ່ໂລກ.
ຊຸດສະສົມ ມຽນ. ພາບ: ເລຫງວຽນເຍີດ
ເລື່ອງລາວຕ່າງໆ ຂອງ Kilomet109 ປະກອບດ້ວຍ ປະສົບການຂອງມະນຸດ, ປະຫວັດສາດຂອງແຜ່ນດິນ ແລະ ສຽງກະຊິບຂອງເມັດພືດ, ດອກໄມ້ແລະພືດ. ຖືລັກສະນະ ອາຊີຕາເວັນອອກ ປະສານສົມທົບກັບລາຍລະອຽດການປະຕິບັດ ຂອງແບບແຜນ ແຟຊັ່ນ ເອີຣົບ ແລະ ອາເມລິກາ.
ບົດ: ຖາວວີ - ພາບ: ກົງດາດ - ແປໂດຍ: ຢືຟຽນ