DIFF 2026 - ຄວາມສະຫວ່າງສະໄຫວເທິງແມ່ນ້ຳ ຮ່ານ

DIFF 2026 - ຄວາມສະຫວ່າງສະໄຫວເທິງແມ່ນ້ຳ ຮ່ານ

ການສະແດງ ຂອງທີມຊະນະເລີດ ປອກຕຸຍການ ໃນຄ່ຳຄືນຮອບຊີງຊະນະເລີດ DIFF 2026. ພາບ: DIFF

ການສະແດງ ຍິງບັ້ງໄຟດອກ ອັນລະຍິບລະຍັບ ທີ່ສະທ້ອນລົງໃສ່ສາຍນ້ຳ ຮ່ານ ໄດ້ກາຍເປັນຂີດໝາຍສະເພາະຕົວ ຂອງ ດ່າໜັງ ໃນສາຍຕາ ຂອງ ນັກທ່ອງທ່ຽວສາກົນ. ດ້ວຍຫົວຂໍ້ “ດ່າໜັງ - ບັນດາຂອບຟ້າແຫ່ງການເຊື່ອມຕໍ່”, DIFF 2026 ສືບຕໍ່ນຳມາຊຶ່ງ ງານລ້ຽງແຫ່ງແສງສີ, ສຽງດົນຕີ ແລະ ສິນລະປະ, ປະກອບສ່ວນໂຄສະນາພາບພົດ ຂອງ ນະຄອນ ທີ່ເຕັມໄປດ້ວຍຄວາມຂະຫຍັນຂັນແຂງ, ເປີດກວ້າງ ແລະ ອຸດົມສົມບູນ ໄປດ້ວຍພະລັງຊີວິດ.

ຄະນະຈັດຕັ້ງ ມອບລາງວັນ ຊະນະເລີດ ລະດູການ DIFF 2026 ໃຫ້ແກ່ທີມ ປອກຕຸຍການ. ພາບ: DIFF
ການສະແດງ ຂອງທີມຊະນະເລີດ ປອກຕຸຍການ ໃນຄ່ຳຄືນຮອບຊີງຊະນະເລີດ DIFF 2026. ພາບ: DIFF

ງານ​ມະ​ໂຫລານ​ ຍິງບັ້ງໄຟດອກ​ ນາໆ ຊາດ ດ່າໜັງ 2026 - DIFF 2026 ເປັນການແຂ່ງຂັນ ບັ້ງໄຟດອກ ລະດັບມືອາຊີບ ເປັນເວລາ 6 ຄືນ ໃນທຸກວັນເສົາ. ໂດຍການແຂ່ງຂັນໃນປີນີ້ ໄດ້ເຫັນການປະ ຊັນໄຊ ຂອງ 10 ທີມ ທີ່ມາຈາກ 9 ປະເທດ ແລະ ເຂດແຄ້ວນລວມມີ: ຫວຽດນາມ (2 ທີມ), ສປ ຈີນ, ອີຕາລີ, ເຢຍລະມັນ, ປອກຕຸຍການ, ຝຣັ່ງ, ຍີ່ປຸ່ນ, ມາກາວ (ຈີນ) ແລະ ອົດສະຕຣາລີ.

ຜູ້ຊົມຫຼາຍໝື່ນຄົນ ຕິດຕາມຮັບຊົມ ຄ່ຳຄືນຮອບຊີງຊະນະເລີດ ງານ​ມະ​ໂຫລານ​ ຍິງບັ້ງໄຟດອກ​ ນາໆ ຊາດ ດ່າໜັງ 2026. ພາບ: DIFF

DIFF 2026 ໄດ້ຮັບການຕີລາຄາວ່າ ແມ່ນລະດູການແຂ່ງຂັນທີ່ພິ ເສດ ເມື່ອມີຫຼາຍວົງການ ບັ້ງໄຟດອກ ສາກົນ ທ່ີມີຊື່ສຽງເຂົ້າຮ່ວມ. ພິເສດ, ການທີ່ DIFF ໄດ້ຮັບຈັດເຂົ້າໃນບັນຊີ 9 ງານມະໂຫລານ ທີ່ໜ້າໄປທີ່ສຸດໃນໂລກ ໂດຍວາລະສານ Travel + Leisure ໄດ້ສ້າງແຮງກະຕຸ້ນອັນໃຫຍ່ຫຼວງ ໃຫ້ແກ່ລະດູການທ່ອງທ່ຽວ ລະດູຮ້ອນ ຂອງ ດ່າໜັງ ໃນປີນີ້ ເມື່ອໄດ້ເຫັນຈຳນວນນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ພ້ອມກັບ ອັດຕາ ການຈອງຫ້ອງພັກໂຮງແຮມ ເພີ່ມສູງຂຶ້ນເປັນປະຫວັດການ, ເປັນຕົ້ນແມ່ນ ໃນຊຸມມື້ທີ່ມີກິດຈະກຳ ຍິງບັ້ງໄຟດອກ.

ການສະແດງ ຂອງທີມ ສປ ຈີນ (ຮອງຊະນະເລີດ) ໃນຄ່ຳຄືນຮອບຊີງຊະນະເລີດ DIFF 2026. ພາບ: DIFF

ພາຍຫຼັງການປະຊັນໄຊ ເປັນເວລາກວ່າໜຶ່ງເດືອນ, ຮອບຊີງຊະນະເລີດ ໄດ້ຈັດຂຶ້ນ ໃນຄ່ຳຄືນວັນທີ 11 ກໍລະກົດ ດ້ວຍການແຂ່ງຂັນລະຫວ່າງທີມ ສປ ຈີນ ແລະ ປອກຕຸຍການ. ຜົນການແຂ່ງຂັນທີມ ປອກຕຸຍການ ໄດ້ຊະນະເລີດ, ທີມ ສປ ຈີນ ໄດ້ຮອງຊະນະເລີດ.

ການສະແດງ ຂອງທີມຊະນະເລີດ ປອກຕຸຍການ ໃນຄ່ຳຄືນຮອບຊີງຊະນະເລີດ DIFF 2026. ພາບ: DIFF

DIFF 2026 ໄດ້ປິດສາກລົງ ດ້ວຍການສະແດງ ຍິງບັ້ງໄຟດອກ ສຸດຕະການຕາ, ເຮັດໃຫ້ສາຍນ້ຳ ຮ່ານ ສະຫວ່າງສະໄຫວ, ນຳມາຊຶ່ງງານລ້ຽງ ບັ້ງໄຟດອກ ອັນຍິ່ງໃຫຍ່ ທີ່ບໍ່ສາມາດ ຫຼົງລືມໄດ້ ໃຫ້ແກ່ຜູ້ຊົມ.

ແມ່ນ້ຳ ຮ່ານ ສະຫວ່າງສະໄຫວ ໃນຄ່ຳຄືນຮອບຊີງຊະນະເລີດ ຍິງບັ້ງໄຟດອກ. ພາບ: ເຈິ່ນແທັງຢາງ/VNP
ແມ່ນ້ຳ ຮ່ານ ສະຫວ່າງສະໄຫວ ໃນຄ່ຳຄືນຮອບຊີງຊະນະເລີດ ຍິງບັ້ງໄຟດອກ. ພາບ: ເຈິ່ນແທັງຢາງ/VNP

ແລະ ສິ່ງທີ່ສຳຄັນກວ່ານັ້ນ, ທຸກໆ ຄັ້ງທີ່ລະດູການ DIFF ມາຮອດ, ດ່າໜັງ ໄດ້ສ້າງຄວາມປະທັບໃຈກວ່າເກົ່າ ໃນດວງໃຈ ຂອງນັກທ່ອງທ່ຽວ, ສົມເປັນນະຄອນແຫ່ງ ບັ້ງໄຟດອກ, ນະຄອນແຫ່ງເທດສະການ ລະດັບພາກພື້ນ ແລະ ໂລກ.

ແມ່ນ້ຳ ຮ່ານ ສະຫວ່າງສະໄຫວ ໃນຄ່ຳຄືນຮອບຊີງຊະນະເລີດ ຍິງບັ້ງໄຟດອກ. ພາບ: ເຈິ່ນແທັງຢາງ/VNP
ແມ່ນ້ຳ ຮ່ານ ສະຫວ່າງສະໄຫວ ໃນຄ່ຳຄືນຮອບຊີງຊະນະເລີດ ຍິງບັ້ງໄຟດອກ. ພາບ: ເຈິ່ນແທັງຢາງ/VNP
ແມ່ນ້ຳ ຮ່ານ ສະຫວ່າງສະໄຫວ ໃນຄ່ຳຄືນຮອບຊີງຊະນະເລີດ ຍິງບັ້ງໄຟດອກ. ພາບ: ເຈິ່ນແທັງຢາງ/VNP
  • ບົດ: ແທັງຮ່ວາ - ພາບ: ແທງຢາງ/VNP ແລະ DIFF

Top