DIFF 2026 - ຄວາມສະຫວ່າງສະໄຫວເທິງແມ່ນ້ຳ ຮ່ານ

DIFF 2026 - ຄວາມສະຫວ່າງສະໄຫວເທິງແມ່ນ້ຳ ຮ່ານ

ການສະແດງ ຂອງທີມຊະນະເລີດ ປອກຕຸຍການ ໃນຄ່ຳຄືນຮອບຊີງຊະນະເລີດ DIFF 2026. ພາບ: DIFF

ບັນດາການສະແດງ ບັ້ງໄຟດອກ ອັນລະຍິບລະຍັບ ທີ່ສະທ້ອນໃສ່ໜ້ານ້ຳ ຂອງສາຍນ້ຳ ຮ່ານ ໄດ້ກາຍເປັນຂີດໝາຍສະເພາະຕົວ ຂອງ ດ່າໜັງ (Da Nang) ໃນສາຍຕາ ຂອງນັກທ່ອງທ່ຽວສາກົນ. ດ້ວຍຫົວຂໍ້ “ດ່າໜັງ - ບັນດາຂອບຟ້າແຫ່ງການເຊື່ອມຕໍ່", DIFF 2026 ສືບຕໍ່ນຳມາຊຶ່ງງານລ້ຽງແຫ່ງແສງສີ, ສຽງດົນຕີ ແລະ ສິນລະປະ, ປະກອບສ່ວນໂຄສະນາພາບພົດ ຂອງນະຄອນທີ່ເຕັມໄປດ້ວຍຄວາມຂະຫຍັນຂັນແຂງ, ເປີດກວ້າງ ແລະ ອຸດົມສົມບູນໄປດ້ວຍພະລັງຊີວິດ.

ຄະນະຈັດຕັ້ງ ມອບລາງວັນທີໜຶ່ງ ລະດູການ DIFF 2026 ໃຫ້ແກ່ທີມ ປອກຕຸຍການ. ພາບ: DIFF
ການສະແດງ ຂອງທີມຊະນະເລີດ ປອກຕຸຍການ ໃນຄ່ຳຄືນຮອບຊີງຊະນະເລີດ DIFF 2026. ພາບ: DIFF

ງານ​ມະ​ໂຫລານ​ ຍິງບັ້ງໄຟດອກ​ ນາໆ ຊາດ ດ່າໜັງ 2026 - DIFF 2026 ມີ 6 ຄືນແຫ່ງການແຂ່ງຂັນ ບັ້ງໄຟດອກ ລະດັບມືອາຊີບ ໃນບັນດາຄ່ຳຄືນວັນເສົາ. ລະດູການແຂ່ງຂັນໃນປີນີ້ ໄດ້ເຫັນການປະຊັນໄຊ ຂອງ 10 ທີມ ທີ່ມາຈາກ 9 ປະເທດ ແລະ ເຂດແຄ້ວນ, ລວມມີ: ຫວຽດນາມ (2 ທີມ), ຈີນ, ອີຕາລີ, ເຢຍລະມັນ, ປອກຕຸຍການ, ຝຣັ່ງ, ຍີ່ປຸ່ນ, ມາກາວ (ຈີນ) ແລະ ອົດສະຕຣາລີ.

ຜູ້ຊົມຫຼາຍໝື່ນຄົນ ຕິດຕາມຮັບຊົມ ຄ່ຳຄືນຮອບຊີງຊະນະເລີດ ງານ​ມະ​ໂຫລານ​ ຍິງບັ້ງໄຟດອກ​ ນາໆ ຊາດ ດ່າໜັງ 2026. ພາບ: DIFF

DIFF 2026 ໄດ້ຮັບການຕີລາຄາວ່າ ແມ່ນລະດູການແຂ່ງຂັນທີ່ພິເສດ ເມື່ອມີຫຼາຍຊື່ສຽງໂດ່ງດັງ ຂອງວົງການ ບັ້ງໄຟດອກ ສາກົນ ເຂົ້າຮ່ວມ. ເປັນພິເສດ, ການທີ່ DIFF ໄດ້ຮັບການຈັດເຂົ້າໃນບັນຊີ 9 ງານມະໂຫລານ ທີ່ໜ້າໄປທີ່ສຸດໃນໂລກ ໂດຍວາລະສານ Travel + Leisure ໄດ້ສ້າງແຮງຊຸກກະຕຸ້ນອັນໃຫຍ່ຫຼວງ ໃຫ້ແກ່ລະດູການທ່ອງທ່ຽວລະດູຮ້ອນ ຂອງ ດ່າໜັງ ໃນປີນີ້ ເມື່ອໄດ້ເຫັນຈຳນວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ພ້ອມກັບອັດຕາການຈອງຫ້ອງພັກໂຮງແຮມ ເພີ່ມສູງຂຶ້ນເປັນປະຫວັດການ, ເປັນຕົ້ນແມ່ນ ໃນຊຸມມື້ທີ່ມີກິດຈະກຳ ຍິງບັ້ງໄຟດອກ.

ການສະແດງ ຂອງທີມ ຈີນ (ລາງວັນທີ ສອງ) ໃນຄ່ຳຄືນຮອບຊີງຊະນະເລີດ DIFF 2026. ພາບ: DIFF

ພາຍຫຼັງການປະຊັນໄຊ ເປັນເວລາກວ່າໜຶ່ງເດືອນ, ຄ່ຳຄືນຮອບຊີງຊະນະເລີດ ໄດ້ຈັດຂຶ້ນໃນຄ່ຳຄືນວັນທີ 11 ກໍລະກົດ ດ້ວຍການແຂ່ງຂັນ ລະຫວ່າງ ສອງທີມ ຈີນ ແລະ ປອກຕຸຍການ. ຜົນການແຂ່ງຂັນລວມ, ທີມ ປອກຕຸຍການ ໄດ້ຮັບລາງວັນທີໜຶ່ງ, ທີມ ຈີນ ໄດ້ຮັບລາງວັນທີສອງ.

 

ການສະແດງ ຂອງທີມຊະນະເລີດ ປອກຕຸຍການ ໃນຄ່ຳຄືນຮອບຊີງຊະນະເລີດ DIFF 2026. ພາບ: DIFF

DIFF 2026 ໄດ້ອັດລົງ ດ້ວຍບັນດາຄ່ຳຄືນການສະແດງ ບັ້ງໄຟດອກ ລະດັບສຸດຍອດ, ເຮັດໃຫ້ສາຍນ້ຳ ຮ່ານ ສະຫວ່າງສະໄຫວ, ນຳມາຊຶ່ງງານລ້ຽງ ບັ້ງໄຟດອກ ອັນຍິ່ງໃຫຍ່ທີ່ບໍ່ສາມາດ ຫຼົງລືມໄດ້ ໃຫ້ແກ່ຜູ້ຊົມ. 

ແມ່ນ້ຳ ຮ່ານ ສະຫວ່າງສະໄຫວ ໃນຄ່ຳຄືນຮອບຊີງຊະນະເລີດ ຍິງບັ້ງໄຟດອກ. ພາບ: ແທັງຢາງ/VNP
ແມ່ນ້ຳ ຮ່ານ ສະຫວ່າງສະໄຫວ ໃນຄ່ຳຄືນຮອບຊີງຊະນະເລີດ ຍິງບັ້ງໄຟດອກ. ພາບ: ແທັງຢາງ/VNP

ແລະ ສິ່ງທີ່ສຳຄັນກວ່ານັ້ນ, ທຸກໆ ຄັ້ງທີ່ລະດູການ DIFF ມາຮອດ, ດ່າໜັງ ພັດຍິ່ງສ້າງຄວາມປະທັບໃຈກວ່າເກົ່າ ໃນດວງໃຈ ຂອງນັກທ່ອງທ່ຽວ, ສົມສ່ວນເປັນນະຄອນແຫ່ງ ບັ້ງໄຟດອກ, ນະຄອນແຫ່ງເທດສະການ ລະດັບພາກພື້ນ ແລະ ໂລກ.

ແມ່ນ້ຳ ຮ່ານ ສະຫວ່າງສະໄຫວ ໃນຄ່ຳຄືນຮອບຊີງຊະນະເລີດ ຍິງບັ້ງໄຟດອກ. ພາບ: ແທັງຢາງ/VNP
ແມ່ນ້ຳ ຮ່ານ ສະຫວ່າງສະໄຫວ ໃນຄ່ຳຄືນຮອບຊີງຊະນະເລີດ ຍິງບັ້ງໄຟດອກ. ພາບ: ແທັງຢາງ/VNP
ແມ່ນ້ຳ ຮ່ານ ສະຫວ່າງສະໄຫວ ໃນຄ່ຳຄືນຮອບຊີງຊະນະເລີດ ຍິງບັ້ງໄຟດອກ. ພາບ: ແທັງຢາງ/VNP  
  • ບົດ: ແທັງຮ່ວາ - ພາບ: ແທງຢາງ/VNP ແລະ DIFF

top