DIFF 2023: “ແຮງຜັນດັນ” ທີ່ແຂງແຮງ ໃຫ້ແກ່ການທ່ອງທ່ຽວ ດ່າໜັງ
ງານມະໂຫລານ ຍິງບັ້ງໄຟດອກ ນາໆ ຊາດ ດ່າໜັງ (DIFF 2023) ໄດ້ກາຍເປັນເຫດການ ຢືນຢັນຄວາມ ພະຍາຍາມ “ທຳລາຍນ້ຳກ້ອນ” ຂອງຂະແໜງການທ່ອງທ່ຽວ ດ່າໜັງ, ໄດ້ສ້າງ “ຄວາມຫວັງທີ່ສົດໃສ” ບໍ່ພຽງແຕ່ໃຫ້ນະຄອນແຄມທະເລເທົ່ານັ້ນ, ແຕ່ຍັງໃຫ້ທັງຂະແໜງທ່ອງທ່ຽວ ຂອງ ຫວຽດນາມ ອີກດ້ວຍ.
ພາຍຫຼັງ 3 ປີລໍຖ້າ, ຜູ້ຊົມ DIFF ສາມາດເຫັນທ້ອງຟ້າ ແລະ ແມ່ນ້ຳ ຮ່ານ ເໝືອນດັ່ງເປັນໜຶ່ງດຽວ ເມື່ອໄດ້ຮັບຊົມການສະແດງ ຂອງ ບັນດາທີມຍິງບັ້ງໄຟດອກ ທີ່ມາຈາກປະເທດ ອັງກິດ, ໂປໂລຍ, ການາດາ, ຝຣັ່ງ, ແຟງລັງ, ອົດສະຕຣາລີ, ອີຕາລີ ແລະ ຫວຽດນາມ. DIFF 2023 ແມ່ນການເຕົ້າໂຮມກັນ ຂອງ ຜູ້ຕາງໜ້າ ບັນດາປະເທດ ທີ່ມີມູນເຊື້ອສະ ແດງຍິງບັ້ງໄຟດອກ ມາແຕ່ດົນນານ, ໄດ້ນໍາມາໃຫ້ແກ່ປະຊາຊົນ ແລະ ນັກທ່ອງທ່ຽວ “ງານລ້ຽງ” ແສງສະຫວ່າງ ທີ່ເປັນເອກະລັກ, ມືອາຊີບ ແລະ ລໍ້າຍຸກ.
DIFF 2023 ດ້ວຍຫົວຂໍ້ “ໂລກບໍ່ມີໄລຍະຫ່າງ” ແມ່ນການຢືນຢັນຄວາມມານະພະຍາຍາມ ຊຸກຍູ້ການຟື້ນຟູຢ່າງແຂງແຮງ ຂອງ ຂະແໜງການທ່ອງທ່ຽວ ດ່າໜັງ. ທ່ານນາງ ໂງທິກິມອ໋ຽນ, ຮອງປະທານຄະນະກຳມະການ ປະຊາຊົນ ນະຄອນ ດ່າໜັງ, ຫົວໜ້າຄະນະຈັດຕັ້ງ DIFF 2023 ໃຫ້ຮູ້ວ່າ: ບຸນບັ້ງໄຟດອກ ຄັ້ງນີ້ ໄດ້ມີຄວາມຫວັງວ່າ ຈະ ເປັນ “ການກະຕຸກຊຸກຍູ້” ຊ່ວຍໃຫ້ຂະແໜງການທ່ອງທ່ຽວ ນະຄອນ ດ່າ ໜັງ ກັບຄືນສູ່ສະພາບເດີມ ຄືກ່ອນ ການລະບາດ ໂຄວິດ-19. ດ້ວຍການຊ່ວຍເຫຼືອ ຂອງບັນດາວິສາຫະກິດ, ນະຄອນ ດ່າໜັງ ໄດ້ຈັດຕັ້ງ 28 ເຫດການຮ່ວມງານໃນໄລຍະກວ່າໜຶ່ງເດືອນ ຂອງບຸນບັ້ງໄຟດອກ ແລະ ໄດ້ຕ້ອນຮັບນັກທ່ອງທ່ຽວ ກວ່າ 1,5 ລ້ານເທື່ອຄົນ.
ທ່ອງທ່ຽວ ດ່າໜັງ ໃນໂອກາດຈັດງານມະໂຫລານ ຍິງບັ້ງໄຟດອກ ນາໆ ຊາດມີບັນຍາກາດຄຶກຄື້ນ. ພາບ: ເຕິດເຊີນ/VNP
“ເມື່ອທຽບໃສ່ 10 ຄັ້ງກ່ອນນີ້ ທີ່ນະຄອນ ດ່າໜັງ ຈັດຕັ້ງ DIFF, ສາມາດເວົ້າໄດ້ວ່າ ເທື່ອນີ້ໄດ້ມີການຍົກສູງດ້ານຄຸນນະພາບ. ຄຸນນະພາບໄດ້ຮັບການປັບປຸງຫຼາຍ, ນັບທັງທີມງານ ຫວຽດນາມ ກໍມີຄວາມກ້າວໜ້າຫຼາຍ ຍິ່ງຂຶ້ນ”.
ທ່ານ ວີກ໋ຽນແທ່ງ, ຫົວໜ້າກົມຮູບເງົາ ທັງເປັນຮອງປະທານສະມາຄົມວິຈິດສິນ ຫວຽດນາມ - ສະມາຊິກຄະນະກຳມະການ DIFF 2023
“ເມື່ອທຽບໃສ່ 10 ຄັ້ງກ່ອນນີ້ ທີ່ນະຄອນ ດ່າໜັງ ຈັດຕັ້ງ DIFF, ສາມາດເວົ້າໄດ້ວ່າ ເທື່ອນີ້ໄດ້ມີການຍົກສູງດ້ານຄຸນນະພາບ. ຄຸນນະພາບໄດ້ຮັບການປັບປຸງຫຼາຍ, ນັບທັງທີມງານ ຫວຽດນາມ ກໍມີຄວາມກ້າວໜ້າຫຼາຍ ຍິ່ງຂຶ້ນ”.
ທ່ານ ວີກ໋ຽນແທ່ງ, ຫົວໜ້າກົມຮູບເງົາ ທັງເປັນຮອງປະທານສະມາຄົມວິຈິດສິນ ຫວຽດນາມ - ສະມາຊິກຄະນະກຳມະການ DIFF 2023
ບົດ: ແທງຮ່ວາ - ພາບ: ແທງຮ່ວາ, ເຕິດເຊີນ, DIFF - ແປໂດຍ: ບິກລຽນ