DIFF 2023: “ແຮງຜັນດັນ” ທີ່ແຂງແຮງ ໃຫ້ແກ່ການທ່ອງທ່ຽວ ດ່າໜັງ

DIFF 2023: “ແຮງຜັນດັນ” ທີ່ແຂງແຮງ ໃຫ້ແກ່ການທ່ອງທ່ຽວ ດ່າໜັງ

ແມ່ນ້ຳຮ່ານ ຂອງນະຄອນ ດ່າໜັງ ມີຄວາມສວຍງາມ ໃນງານມະໂຫລານ ຍິງບັ້ງໄຟດອກ ນາໆ ຊາດ 2023. ພາບ: DIFF

ງານ​ມະ​ໂຫລານ​ ຍິງບັ້ງໄຟດອກ​ ນາໆ ຊາດ ດ່າໜັງ (DIFF 2023) ​ໄດ້​ກາຍ​ເປັນ​ເຫດການ ​ຢືນຢັນ​ຄວາມ​ ພະຍາຍາມ “ທຳລາຍ​ນ້ຳກ້ອນ” ຂອງ​ຂະ​ແໜງການ​ທ່ອງ​ທ່ຽວ ດ່າ​ໜັງ, ​ໄດ້ສ້າງ “ຄວາມຫວັງທີ່ສົດໃສ” ບໍ່​ພຽງ​ແຕ່​ໃຫ້​ນະຄອນ​ແຄມ​ທະ​ເລ​ເທົ່າ​ນັ້ນ, ແຕ່​ຍັງ​ໃຫ້ທັງ​ຂະ​ແໜງ​ທ່ອງ​ທ່ຽວ ​ຂອງ ຫວຽດນາມ ອີກດ້ວຍ.

ງານມະໂຫລານ ຍິງບັ້ງໄຟດອກ ນາໆ ຊາດ ດ່າໜັງ (DIFF 2023) ໄດ້ຮັບການດຳເນີນໄປລະຫວ່າງວັນທີ 2 ມີຖຸນາ ເຖິງ ວັນທີ 8 ກໍລະກົດ ດ້ວຍການເຄື່ອນໄຫວທີ່ໜ້າປະທັບໃຈຢ່າງຫຼວງຫຼາຍ. ພາບ: ແທງຮ່ວາ/VNP

 ພາຍຫຼັງ 3 ປີລໍຖ້າ, ຜູ້ຊົມ DIFF ສາມາດເຫັນທ້ອງຟ້າ ແລະ ແມ່ນ້ຳ ຮ່ານ ເໝືອນດັ່ງເປັນໜຶ່ງດຽວ ເມື່ອໄດ້ຮັບຊົມການສະແດງ ຂອງ ບັນດາທີມຍິງບັ້ງໄຟດອກ ທີ່ມາຈາກປະເທດ ອັງກິດ, ໂປໂລຍ, ການາດາ, ຝຣັ່ງ, ແຟງລັງ, ອົດສະຕຣາລີ, ອີຕາລີ ແລະ ຫວຽດນາມ. DIFF 2023 ແມ່ນການເຕົ້າໂຮມກັນ ຂອງ ຜູ້ຕາງໜ້າ ບັນດາປະເທດ ທີ່ມີມູນເຊື້ອສະ ແດງຍິງບັ້ງໄຟດອກ ມາແຕ່ດົນນານ, ໄດ້ນໍາມາໃຫ້ແກ່ປະຊາຊົນ ແລະ ນັກທ່ອງທ່ຽວ “ງານລ້ຽງ” ແສງສະຫວ່າງ ທີ່ເປັນເອກະລັກ, ມືອາຊີບ ແລະ ລໍ້າຍຸກ. 

ການສະແດງຍິງບັ້ງໄຟດອກທີ່ໄດ້ບັນລຸເຖິງຈຸດສູງສຸດ ຢູ່ເທິງແມ່ນຳ້ ຮ່ານ. ພາບ: ແທງຮ່ວາ/VNP
ເຫດການດັ່ງກ່າວໄດ້ດຶງດູດຄວາມສົນໃຈເປັນພິເສດຈາກວົງການສື່ສານ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ພາບ: ແທງຮ່ວາ/VNP

 DIFF 2023 ດ້ວຍ​ຫົວ​ຂໍ້ “ໂລກ​ບໍ່​ມີ​ໄລ​ຍະຫ່າງ” ​ແມ່ນ​ການ​ຢືນ​ຢັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ ຊຸກ​ຍູ້​ການ​ຟື້ນ​ຟູ​ຢ່າງ​ແຂງ​ແຮງ ​ຂອງ ຂະແໜງ​ການ​ທ່ອງ​ທ່ຽວ​ ດ່າ​ໜັງ. ທ່ານ​ນາງ ໂງ​ທິກິມ​ອ໋ຽນຮອງ​ປະທານ​ຄະນະ​ກຳມະການ ​ປະຊາຊົນ​ ນະຄອນ ດ່າໜັງຫົວໜ້າຄະນະຈັດຕັ້ງ DIFF 2023 ໃຫ້ຮູ້ວ່າ: ບຸນບັ້ງໄຟດອກ ຄັ້ງນີ້ ໄດ້ມີຄວາມຫວັງວ່າ ຈະ ເປັນ “ການກະຕຸກຊຸກຍູ້” ຊ່ວຍໃຫ້ຂະແໜງການທ່ອງທ່ຽວ ນະຄອນ ດ່າ ໜັງ ກັບຄືນສູ່ສະພາບເດີມ ຄືກ່ອນ ການລະບາດ ໂຄວິດ-19. ດ້ວຍ​ການ​ຊ່ວຍເຫຼືອ ​ຂອງບັນດາ​ວິ​ສາ​ຫະ​ກິດນະຄອນ​ ດ່າໜັງ​ ໄດ້​ຈັດ​ຕັ້ງ 28 ​ເຫດການ​ຮ່ວມ​ງານ​ໃນ​ໄລຍະ​ກວ່າໜຶ່ງ​ເດືອນ​ ຂອງ​ບຸນ​ບັ້ງ​ໄຟ​ດອກ ​ແລະ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ ກວ່າ 1,5 ລ້ານ​ເທື່ອ​ຄົນ.

ທ່ອງທ່ຽວ ດ່າໜັງ ໃນໂອກາດຈັດງານມະໂຫລານ ຍິງບັ້ງໄຟດອກ ນາໆ ຊາດມີບັນຍາກາດຄຶກຄື້ນ. ພາບ: ເຕິດເຊີນ/VNP

ເມື່ອ​ທຽບ​ໃສ່ 10 ຄັ້ງ​ກ່ອນ​ນີ້​ ທີ່​ນະຄອນ ດ່າ​ໜັງ ຈັດ​ຕັ້ງ DIFF, ສາມາດ​ເວົ້າ​ໄດ້​ວ່າ ​ເທື່ອ​ນີ້​ໄດ້ມີ​ການ​ຍົກ​ສູງດ້ານ​ຄຸນ​ນະພາ​ບ. ຄຸນ​ນະ​ພາບ​​ໄດ້​ຮັບ​ການ​ປັບ​ປຸງ​ຫຼາຍນັບທັງ​ທີມ​ງານ​ ຫວຽດ​ນາມ​ ກໍມີຄວາມກ້າວໜ້າຫຼາຍ ຍິ່ງຂຶ້ນ”.

ທ່ານ ວີ​ກ໋ຽນ​ແທ່ງຫົວ​ໜ້າ​ກົມ​ຮູບ​ເງົາ ທັງເປັນຮອງ​ປະ​ທານ​ສະ​ມາ​ຄົມ​ວິ​ຈິດ​ສິນ ​ຫວຽດ​ນາມ - ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ DIFF 2023

ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ ທີ່ມາ​ຍັງນະຄອນ ດ່າ​ໜັງ ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ ​ໃນ​ໂອກາດ​ບຸນ​ບັ້ງ​ໄຟ​ດອກດຳເນີນໄປ. ພາບ: ແທງຮ່ວາ/VNP
ດ່່າໜັງ-ເປັນແດນສະຫວັນຂອງ ອາຫານການກິນ ສຳລັບນັກທ່ອງທ່ຽວ. ພາບ: ແທງຮ່ວາ/VNP

 ເມື່ອ​ທຽບ​ໃສ່ 10 ຄັ້ງ​ກ່ອນ​ນີ້​ ທີ່​ນະຄອນ ດ່າ​ໜັງ ຈັດ​ຕັ້ງ DIFF, ສາມາດ​ເວົ້າ​ໄດ້​ວ່າ ​ເທື່ອ​ນີ້​ໄດ້ມີ​ການ​ຍົກ​ສູງດ້ານ​ຄຸນ​ນະພາ​ບ. ຄຸນ​ນະ​ພາບ​​ໄດ້​ຮັບ​ການ​ປັບ​ປຸງ​ຫຼາຍ, ນັບທັງ​ທີມ​ງານ​ ຫວຽດ​ນາມ​ ກໍມີຄວາມກ້າວໜ້າຫຼາຍ ຍິ່ງຂຶ້ນ”.

ທ່ານ ວີ​ກ໋ຽນ​ແທ່ງ, ຫົວ​ໜ້າ​ກົມ​ຮູບ​ເງົາ ທັງເປັນຮອງ​ປະ​ທານ​ສະ​ມາ​ຄົມ​ວິ​ຈິດ​ສິນ ​ຫວຽດ​ນາມ - ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ DIFF 2023

ບົດ: ແທງຮ່ວາ -​ ພາບ: ແທງຮ່ວາ, ເຕິດເຊີນ, DIFF - ແປໂດຍ: ບິກລຽນ



top