DH Foods -ນຳເຄື່ອງເທດ ຫວຽດນາມ ອອກສູ່ໂລກ

DH Foods -ນຳເຄື່ອງເທດ ຫວຽດນາມ ອອກສູ່ໂລກ

ຄວາມເຂັ້ມແຂງຂອງ DH Foods ແມ່ນມີທີມງານທີ່ມີຄວາມກະຕືລືລົ້ນ, ອຸທິດຕົນ ແລະ ມີຄວາມຕັ້ງໃຈ. ພາບ: ທົງຫາຍ/VNP

DH Foods ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຈາກ​ຄວາມ​ຕັ້ງໃຈໃນ​ເບື້ອງ​ຕົ້ນ​ທີ່​ຈະ​ຟື້ນ​ຟູ​ເຄື່ອງ​ເທດ​ໃນ​ໄວ​ເດັກ​ຂອງ ​ຊາວ ​ຫວຽດ​ນາມ​ຢູ່​ ປະເທດໂປ​ໂລຍ ຄົນໜຶ່ງ. ​ປັດຈຸ​ບັນ, ພາຍຫຼັງ 10 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຢູ່​ຕະ ຫຼາດ, DH Foods ພວມ​ຫັນຄວາມ​ມຸ່ງມາດ ປາຖະໜາຂອງ​ຜູ້​ກໍ່​ຕັ້ງ​ໃຫ້ກາຍເປັນຄວາມຈິງ ແມ່ນຈະ​ມີ​ຢູ່​ໃນ​ບັນດາ​ເຍື່ອງ​ອາຫານ​ຂອງ​ບັນ ດາ​ຄອບຄົວ ຫວຽດນາມ ​ແລະ ​ໃນ​ໂລກ.

ຂ້າ​ພະ​ເຈົ້າ​ຄິດ​ຮອດ​ອາ​ຫານ ແລະ ເຄື່ອງ​ເທດ​ ຫວຽດ​ນາມ​ ຫຼາຍ. ເພາະສະ​ນັ້ນ, ທຸກໆ​ ຄັ້ງ​ທີ່​ໄດ້​ຮັບ​ຂອງ​ຂວັນ​ ເຊັ່ນ: ​ເຄື່ອງ​ເທດ, ແກ້ວ​ນ້ຳ​ປາ, ໝາກ​ເຂືອດອງ... ຈາກ​ໝູ່​ເພື່ອນ​ ຍາດ​ພີ່​ນ້ອງ, ຂ້າ​ພະ​ເຈົ້າ​ທະ​ນຸ​ຖະ​ໜອມ​ຄື​ກັບ​ຄຳ. ຕໍ່ມາມີຄົນ ເລີ່ມນໍາເຂົ້າເຄື່ອງເທດ ຫວຽດນາມ ມາຂາຍ, ແຕ່ບາງຄັ້ງເຂົາເຈົ້າ ຕ້ອງເດີນທາງຫຼາຍຮ້ອຍກິໂລແມັດເພື່ອຊື້. ຈາກນັ້ນ, ເມື່ອ ລະບົບສັບພະສິນຄ້າເປີດ, ມີເຄື່ອງເທດ ອາຊີ, ແຕ່ສ່ວນຫຼາຍ ແມ່ນເຄື່ອງເທດ ຍີ່ປຸ່ນ ແລະ ໄທ, ເຄື່ອງເທດ ຫວຽດນາມ ຍັງມີໜ້ອຍ, ທ່ານ ຫງວຽນຈຸງຢຸງ, CEO, ຜູ້ກໍ່ຕັ້ງ DH Foods ແບ່ງ ປັນຄວາມຮັກແພງພິເສດ ຕໍ່ເຄື່ອງເທດ ຫວຽດນາມ ໃນເວລາຢູ່ຕ່າງ ປະເທດ. 

 

ເປັນເວລາກວ່າ 30 ປີ​ ​ຮ່ຳຮຽນ ​ແລະ ດຳລົງ​ຊີວິດ​ຢູ່ ​ເອີ​ຣົບ, ທ່ານ ຢຸງ ​ເຂົ້າ​ໃຈ​ວ່າ ​ເຄື່ອງ​ເທດ​ຂອງ​ ຫວຽດນາມ ມີ​ຄຸນຄ່າ​ຢູ່​ຕ່າງປະ​ເທດ​ຄື​ແນວ​ໃດ. ເພິ່ນ​ຕັ້ງໃຈວ່າ ມື້​ໜຶ່ງ​ເຄື່ອງ​ເທດ ​ຫວຽດນາມ ​ທີ່​ເປັນ​ທຳ​ມະ​ຊາດ, ສະອາດ ​ແລະ ສະດວກ​ສະບາຍ ​ຈະ​ມີຂາຍ​ຢູ່​ທົ່ວ​ໂລກ, ​ເພື່ອ​ຮັບ​ປະທານ​ອາຫານ ​ທີ່​ດີກ​ວ່າ.

ປີ 2010, ທ່ານ​ ຢຸງ​ ໄດ້​ກັບ​ຄືນ​ ຫວຽດ​ນາມ. ນອກຈາກຄວາມສຸກ ​ທີ່​ໄດ້​ເຫັນ​ ຫວຽດ​ນາມ ​ມີ​ການ​ປ່ຽນ​ແປງ, ທັນ​ສະ​ໄໝ, ສີວິໄລຂຶ້ນ... ທ່ານ ຢຸງ ຍັງ​ມີ​ຄວາມ​ເສຍ​ໃຈ​ຫຼາຍຢ່າງ​ເມື່ອ​ໄດ້​ຢືນ​ຢູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ, ແຕ່​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຄື່ອງ​ເທດ​ໃນ​ໄວ​ເດັກ​ພັດ​ປ່ຽນ​ແປງ. ບັນດາຜະລິດຕະພັນເຄື່ອງປຸງ "ທັນສະໄໝ" ໃນມື້ນີ້ ໄດ້ສູນເສຍ ລົດຊາດ ທ່ີເປັນທໍາມະຊາດ ແລະ ຖືກແທນທີ່ດ້ວຍສີທຽມ, ສານກັນບູດທຽມ ແລະ ລົດຫອມທຽມ.

ທ່ານ ​ຢຸງ ​ເຄີຍ​ເປັນ​ຄົນ ​ຫວຽດນາມ ​ຢູ່​ຕ່າງປະ​ເທດ​ຜູ້​ໜຶ່ງ​ ທີ່​ເລີ່​ມດຳ ​ເນີນ ​ທຸລະ​ກິດ​ດ້ວຍການຂາຍ ໝີ່ຫໍ່ ​ຢູ່​ ​ໂປ​ໂລຍ. ຢ່າງໃດກໍຕາມ, ຍ້ອນຫຼາຍເຫດຜົນ, ໂຊກ ບໍ່ເຂົ້າຂ້າງເພິ່ນ. ດັ່ງນັ້ນ, ໃນປີ 2010 ເພິ່ນກັບຄືນ ຫວຽດນາມ, ພາຍຫຼັງ ເປັນເຈົ້ານາຍຫຼາຍປີ, ທ່ານ ຢຸງ ຍອມຮັບເຮັດວຽກເປັນ ຜູ້ຈັດການ ຂອງ ບໍລິສັດຕ່າງໆ, ດ້ວຍຄວາມຄິດທີ່ຢາກໄດ້ຊີວິດທີ່ ສະຫງົບສຸກ ຂອງ ຜູ້ທີ່ເຄີຍໃຊ້ຊີວິດ ເຄິ່ງໜຶ່ງຄວາມເປັນມະນຸດ.

 

ເຖິງ​ຢ່າງ​ໃດ​ກໍ​ຕາມ, “ຕົ້ນ​ໄມ້​ຢາກ​ງຽບ​ແຕ່​ລົມ​ພັດບໍ່ເຊົາ”, ​ໃນ​ເວລາໄປປະຕິບັດງານ​ແຕ່​​ເໜືອ​ ເຖິງໃຕ້, ທ່ານ ຢຸງ ​ເຫັນ​ວ່າ ​ແຕ່ລະ​ເຂດ​ລ້ວນ​ແຕ່​ມີ​ເຄື່ອງ​ເທດ​ພິ​ເສດ​ ທີ່​ມີ​ລັກສະນະ​ຂອງ​ດິນ​ແດນ​ນັ້ນ, ​ແກ່ຍາວ​ເປັນ​ຫຼາຍພັນກິ​ໂລ​ແມັດ​ຈາກ ​ຮ່າ​ຢາງ ​ໄປ ​ກ່າ​ເມົາ. ແຕ່ເຄື່ອງເທດເຫຼົ່ານີ້ ບໍ່ໄດ້ຖືກຂາຍຢ່າງກວ້າງຂວາງ, ສ່ວນຫຼາຍແມ່ນຢູ່ໃນທຸລະກິດຂະໜາດນ້ອຍ. ເຂົາເຈົ້າເວົ້າວ່າ ຮັກແທ້ຈະບໍ່ເສຍໄປງ່າຍໆ. ຄວາມຮັກທີ່ມີຕໍ່ “ເຄື່ອງເທດໃນ ໄວເດັກ” ເປັນສາເຫດທີ່ເຮັດໃຫ້ທ່ານ ຢຸງ ຕັດສິນໃຈເລີ່ມດຳເນີນເຮັດທຸລະກິດກັບ Dh Foods ເມື່ອອາຍຸ 50 ກວ່າປີ.


DH Foods ໄດ້ຖືກສ້າງຕັ້ງໃນປີ 2012. ຄວາມຫຍຸ້ງຍາກໃຫຍ່ສຸດສໍາລັບ DH Foods ໃນເວລານັ້ນ ອາດຈະແມ່ນເຮັດແນວໃດ ຈະສ້າງນິໄສ ນຳໃຊ້ບັນດາຜະລິດຕະພັນ ເຄື່ອງເທດທໍາມະຊາດຄືນໃໝ່ ເມື່ອຜູ້ບໍລິໂພກຢູ່ ຫວຽດນາມ ສ່ວນຫຼາຍເຄີຍນຳໃຊ້ເຄື່ອງເທດ "ອຸດສາຫະກໍາ"ຢູ່ແລ້ວ.

ຄືກັບຄຳແບ່ງປັນ​ບົດຮຽນ​ໃນ​ການ​ເລີ່​ມຕົ້ນ​ເຮັດທຸລະກິດ ຂອງ​ທ່ານ ຢຸງ ກັບບັນດາ​ໄວ​ໜຸ່ມ, ​ແມ່ນ​ການຈັດ​ວາງ​ຄຸນ​ນະພາ​ບຂອງຜະລິດ​ ຕະ ພັນ​ ແຕ່​ຕົ້ນ. ຕົວຢ່າງ, Dh Foods ໄດ້ປະຕິບັດ ຕາມເສັ້ນທາງຂອງການນໍາໃຊ້ທີ່ບໍ່ມີສານກັນບູດທຽມ, ສີສັງເຄາະ ຫຼື ລົດຊາດທຽມ. ເລື່ອງດັ່ງກ່າວ ຈະສ້າງຄວາມຫຍຸ້ງຍາກ, ແຕ່ເມື່ອທ່ານ ຜະລິດອອກ ບັນດາຜະລິດຕະພັນ ທີ່ສະອາດຕາມໃຈມັກ ຈະຮູ້ສຶກສະໜຸກຍິ່ງຂຶ້ນ, ມັນກະຕຸ້ນຄວາມ ຄິດສ້າງສັນ... ນີ້ກໍ່ໝາຍຄວາມວ່າ ເມື່ອເລີ່ມຕົ້ນທຸລະກິດ ກັບຜະລິດຕະພັນທີ່ທ່ານ ບໍ່ມັກ, ທ່ານ ຄວນເລືອກອີກເທື່ອໜຶ່ງ, ບໍ່ດັ່ງນັ້ນ ກໍ່ປະມັນໄປ, ເພາະວ່າເສັ້ນທາງຂ້າງໜ້າແມ່ນຫຍຸ້ງ ຍາກ ລຳບາກຫຼາຍ, ພຽງແຕ່ ມີຄວາມເຊື່ອໃນຜະລິດຕະພັນຂອງທ່ານ ຫຼື ເສັ້ນທາງທີ່ ທ່ານເລືອກ ຈຶ່ງຊ່ວຍໃຫ້ທ່ານເອົາຊະນະໄດ້.


ດ້ວຍຄວາມເຊື່ອໝັ້ນທີ່ເຂັ້ມແຂງ ແລະ ຄວາມຮັກຕໍ່ສາຍຜະລິດ ຕະພັນທີ່ເລືອກ, DH Foods ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນການ "ເຮັດໃໝ່ປະເພດຜະລິດຕະພັນເກົ່າ ໜຶ່ງ" ເພື່ອກ້າວໄປສູ່ຕະຫຼາດ.

ບັນດາຜະລິດຕະພັນຂອງ DH Foods ຖືກວາງຂາຍຢູ່ບ່ອນ ຈັບຕາໃນສ່ວນຫຼາຍຮ້ານສັບພະສິນຄ້າ ທີ່ ຫວຽດນາມ ແລະ ໄດ້ສົ່ງອອກໄປ ຍັງຍີ່ປຸ່ນ, ສ.ເກົາຫຼີ, ໂຮນລັງ, ອົດສະຕຣາລີ, ສ ອາເມລິກາ, ອັງກິດ, ເຢຍລະມັນ, ລັດເຊຍ… ໂດຍສະເພາະ ຕະຫຼາດ ຍີ່ປຸ່ນ ແລະ ໂຮນລັງ ເຕີບໂຕ 30-50% ຕໍ່ປີ. ວັນທີ 22 ກຸມພາ, ບໍລິສັດ DH Foods ໄດ້ລົງນາມໃນສັນຍາຮ່ວມມື ກັບບໍລິສັດ Heritage Beverage, ບໍລິສັດນຳເຂົ້າ ແລະ ຈຳໜ່າຍບັນດາຜະລິດຕະພັນລະດັບສູງຂອງຫວຽດນາມ ຢູ່ ສ ອາເມລິກາ.

ແບ່ງປັນກ່ຽວກັບຄວາມຄາດຫວັງຂອງ DH Foods, CEO ຫງວຽນຈຸງຢຸງ ໃຫ້ຮູ້ວ່າ: “ການເດີນທາງໄປສູ່ທະເລໃຫຍ່ ມີຄວາມຫຍຸ້ງຍາກ ນາໆ ພັນ, ແຕ່ກໍ່ຍັງມີຄວາມເບີກ ບານມ່ວນຊື່ນຫຼາຍຢ່າງ. ສຳລັບຊາວປະມົງແລ້ວ, ການກັບມາ ຈາກທະເລແມ່ນຄວາມສຸກຈາກການຈັບປາທີ່ອຸດົມສົມບູນ, ສຳລັບ Dh Foods, ນັ້ນແມ່ນຄວາມພາກພູມໃຈ ແລະ ປິຕິຍິນດີເມື່ອໄດ້ແນະນຳບັນດາຄຸນຄ່າອັນດີງາມຂອງຫວຽດນາມ ອອກສູ່ໂລກ. ທ່ານ Philip Kotler - ບິດາຂອງ ທິດສະດີ ການຕະຫຼາດທີ່ທັນສະໄໝ ໄດ້ສົ່ງເສີມຄືແນວນີ້: “ຫວຽດນາມ ຄວນຈະເປັນເຮືອນຄົວຂອງໂລກ” ແລະ Dh Foods ປາດຖະໜາທີ່ຈະກາຍເປັນເຄື່ອງເທດ ໃນເຮືອນ ຄົວຫຼັງນັ້ນ. ພວກຂ້າພະເຈົ້າ, Dh Foods, ພ້ອມທີ່ຈະຂຶ້ນກໍາປັ່ນ ເພື່ອເດີນອອກໄປສູ່ທະເລ”.


 


Top