DH Foods ໄດ້ຮັບການສ້າງຕັ້ງຂຶ້ນຈາກຄວາມຕັ້ງໃຈໃນເບື້ອງຕົ້ນທີ່ຈະຟື້ນຟູເຄື່ອງເທດໃນໄວເດັກຂອງ ຊາວ ຫວຽດນາມຢູ່ ປະເທດໂປໂລຍ ຄົນໜຶ່ງ.
ຄວາມເຂັ້ມແຂງຂອງ DH Foods ແມ່ນມີທີມງານທີ່ມີຄວາມກະຕືລືລົ້ນ, ອຸທິດຕົນ ແລະ ມີຄວາມຕັ້ງໃຈ. ພາບ: ທົງຫາຍ/VNP
DH Foods ໄດ້ຮັບການສ້າງຕັ້ງຂຶ້ນຈາກຄວາມຕັ້ງໃຈໃນເບື້ອງຕົ້ນທີ່ຈະຟື້ນຟູເຄື່ອງເທດໃນໄວເດັກຂອງ ຊາວ ຫວຽດນາມຢູ່ ປະເທດໂປໂລຍ ຄົນໜຶ່ງ. ປັດຈຸບັນ, ພາຍຫຼັງ 10 ປີແຫ່ງການເຄື່ອນໄຫວຢູ່ຕະ ຫຼາດ, DH Foods ພວມຫັນຄວາມມຸ່ງມາດ ປາຖະໜາຂອງຜູ້ກໍ່ຕັ້ງໃຫ້ກາຍເປັນຄວາມຈິງ ແມ່ນຈະມີຢູ່ໃນບັນດາເຍື່ອງອາຫານຂອງບັນ ດາຄອບຄົວ ຫວຽດນາມ ແລະ ໃນໂລກ.
“ຂ້າພະເຈົ້າຄິດຮອດອາຫານ ແລະ ເຄື່ອງເທດ ຫວຽດນາມ ຫຼາຍ. ເພາະສະນັ້ນ, ທຸກໆ ຄັ້ງທີ່ໄດ້ຮັບຂອງຂວັນ ເຊັ່ນ: ເຄື່ອງເທດ, ແກ້ວນ້ຳປາ, ໝາກເຂືອດອງ... ຈາກໝູ່ເພື່ອນ ຍາດພີ່ນ້ອງ, ຂ້າພະເຈົ້າທະນຸຖະໜອມຄືກັບຄຳ. ຕໍ່ມາມີຄົນ ເລີ່ມນໍາເຂົ້າເຄື່ອງເທດ ຫວຽດນາມ ມາຂາຍ, ແຕ່ບາງຄັ້ງເຂົາເຈົ້າ ຕ້ອງເດີນທາງຫຼາຍຮ້ອຍກິໂລແມັດເພື່ອຊື້. ຈາກນັ້ນ, ເມື່ອ ລະບົບສັບພະສິນຄ້າເປີດ, ມີເຄື່ອງເທດ ອາຊີ, ແຕ່ສ່ວນຫຼາຍ ແມ່ນເຄື່ອງເທດ ຍີ່ປຸ່ນ ແລະ ໄທ, ເຄື່ອງເທດ ຫວຽດນາມ ຍັງມີໜ້ອຍ”, ທ່ານ ຫງວຽນຈຸງຢຸງ, CEO, ຜູ້ກໍ່ຕັ້ງ DH Foods ແບ່ງ ປັນຄວາມຮັກແພງພິເສດ ຕໍ່ເຄື່ອງເທດ ຫວຽດນາມ ໃນເວລາຢູ່ຕ່າງ ປະເທດ.
ເປັນເວລາກວ່າ 30 ປີ ຮ່ຳຮຽນ ແລະ ດຳລົງຊີວິດຢູ່ ເອີຣົບ, ທ່ານ ຢຸງ ເຂົ້າໃຈວ່າ ເຄື່ອງເທດຂອງ ຫວຽດນາມ ມີຄຸນຄ່າຢູ່ຕ່າງປະເທດຄືແນວໃດ. ເພິ່ນຕັ້ງໃຈວ່າ ມື້ໜຶ່ງເຄື່ອງເທດ ຫວຽດນາມ ທີ່ເປັນທຳມະຊາດ, ສະອາດ ແລະ ສະດວກສະບາຍ ຈະມີຂາຍຢູ່ທົ່ວໂລກ, ເພື່ອຮັບປະທານອາຫານ ທີ່ດີກວ່າ.
ປີ 2010, ທ່ານ ຢຸງ ໄດ້ກັບຄືນ ຫວຽດນາມ. ນອກຈາກຄວາມສຸກ ທີ່ໄດ້ເຫັນ ຫວຽດນາມ ມີການປ່ຽນແປງ, ທັນສະໄໝ, ສີວິໄລຂຶ້ນ... ທ່ານ ຢຸງ ຍັງມີຄວາມເສຍໃຈຫຼາຍຢ່າງເມື່ອໄດ້ຢືນຢູ່ບ້ານເກີດເມືອງນອນຂອງຕົນ, ແຕ່ບັນດາຜະລິດຕະພັນເຄື່ອງເທດໃນໄວເດັກພັດປ່ຽນແປງ. ບັນດາຜະລິດຕະພັນເຄື່ອງປຸງ "ທັນສະໄໝ" ໃນມື້ນີ້ ໄດ້ສູນເສຍ ລົດຊາດ ທ່ີເປັນທໍາມະຊາດ ແລະ ຖືກແທນທີ່ດ້ວຍສີທຽມ, ສານກັນບູດທຽມ ແລະ ລົດຫອມທຽມ.
ທ່ານ ຢຸງ ເຄີຍເປັນຄົນ ຫວຽດນາມ ຢູ່ຕ່າງປະເທດຜູ້ໜຶ່ງ ທີ່ເລີ່ມດຳ ເນີນ ທຸລະກິດດ້ວຍການຂາຍ ໝີ່ຫໍ່ ຢູ່ ໂປໂລຍ. ຢ່າງໃດກໍຕາມ, ຍ້ອນຫຼາຍເຫດຜົນ, ໂຊກ ບໍ່ເຂົ້າຂ້າງເພິ່ນ. ດັ່ງນັ້ນ, ໃນປີ 2010 ເພິ່ນກັບຄືນ ຫວຽດນາມ, ພາຍຫຼັງ ເປັນເຈົ້ານາຍຫຼາຍປີ, ທ່ານ ຢຸງ ຍອມຮັບເຮັດວຽກເປັນ ຜູ້ຈັດການ ຂອງ ບໍລິສັດຕ່າງໆ, ດ້ວຍຄວາມຄິດທີ່ຢາກໄດ້ຊີວິດທີ່ ສະຫງົບສຸກ ຂອງ ຜູ້ທີ່ເຄີຍໃຊ້ຊີວິດ ເຄິ່ງໜຶ່ງຄວາມເປັນມະນຸດ.
ເຖິງຢ່າງໃດກໍຕາມ, “ຕົ້ນໄມ້ຢາກງຽບແຕ່ລົມພັດບໍ່ເຊົາ”, ໃນເວລາໄປປະຕິບັດງານແຕ່ເໜືອ ເຖິງໃຕ້, ທ່ານ ຢຸງ ເຫັນວ່າ ແຕ່ລະເຂດລ້ວນແຕ່ມີເຄື່ອງເທດພິເສດ ທີ່ມີລັກສະນະຂອງດິນແດນນັ້ນ, ແກ່ຍາວເປັນຫຼາຍພັນກິໂລແມັດຈາກ ຮ່າຢາງ ໄປ ກ່າເມົາ. ແຕ່ເຄື່ອງເທດເຫຼົ່ານີ້ ບໍ່ໄດ້ຖືກຂາຍຢ່າງກວ້າງຂວາງ, ສ່ວນຫຼາຍແມ່ນຢູ່ໃນທຸລະກິດຂະໜາດນ້ອຍ. ເຂົາເຈົ້າເວົ້າວ່າ ຮັກແທ້ຈະບໍ່ເສຍໄປງ່າຍໆ. ຄວາມຮັກທີ່ມີຕໍ່ “ເຄື່ອງເທດໃນ ໄວເດັກ” ເປັນສາເຫດທີ່ເຮັດໃຫ້ທ່ານ ຢຸງ ຕັດສິນໃຈເລີ່ມດຳເນີນເຮັດທຸລະກິດກັບ Dh Foods ເມື່ອອາຍຸ 50 ກວ່າປີ.
DH Foods ໄດ້ຖືກສ້າງຕັ້ງໃນປີ 2012. ຄວາມຫຍຸ້ງຍາກໃຫຍ່ສຸດສໍາລັບ DH Foods ໃນເວລານັ້ນ ອາດຈະແມ່ນເຮັດແນວໃດ ຈະສ້າງນິໄສ ນຳໃຊ້ບັນດາຜະລິດຕະພັນ ເຄື່ອງເທດທໍາມະຊາດຄືນໃໝ່ ເມື່ອຜູ້ບໍລິໂພກຢູ່ ຫວຽດນາມ ສ່ວນຫຼາຍເຄີຍນຳໃຊ້ເຄື່ອງເທດ "ອຸດສາຫະກໍາ"ຢູ່ແລ້ວ.
ຄືກັບຄຳແບ່ງປັນບົດຮຽນໃນການເລີ່ມຕົ້ນເຮັດທຸລະກິດ ຂອງທ່ານ ຢຸງ ກັບບັນດາໄວໜຸ່ມ, ແມ່ນການຈັດວາງຄຸນນະພາບຂອງຜະລິດ ຕະ ພັນ ແຕ່ຕົ້ນ. ຕົວຢ່າງ, Dh Foods ໄດ້ປະຕິບັດ ຕາມເສັ້ນທາງຂອງການນໍາໃຊ້ທີ່ບໍ່ມີສານກັນບູດທຽມ, ສີສັງເຄາະ ຫຼື ລົດຊາດທຽມ. ເລື່ອງດັ່ງກ່າວ ຈະສ້າງຄວາມຫຍຸ້ງຍາກ, ແຕ່ເມື່ອທ່ານ ຜະລິດອອກ ບັນດາຜະລິດຕະພັນ ທີ່ສະອາດຕາມໃຈມັກ ຈະຮູ້ສຶກສະໜຸກຍິ່ງຂຶ້ນ, ມັນກະຕຸ້ນຄວາມ ຄິດສ້າງສັນ... ນີ້ກໍ່ໝາຍຄວາມວ່າ ເມື່ອເລີ່ມຕົ້ນທຸລະກິດ ກັບຜະລິດຕະພັນທີ່ທ່ານ ບໍ່ມັກ, ທ່ານ ຄວນເລືອກອີກເທື່ອໜຶ່ງ, ບໍ່ດັ່ງນັ້ນ ກໍ່ປະມັນໄປ, ເພາະວ່າເສັ້ນທາງຂ້າງໜ້າແມ່ນຫຍຸ້ງ ຍາກ ລຳບາກຫຼາຍ, ພຽງແຕ່ ມີຄວາມເຊື່ອໃນຜະລິດຕະພັນຂອງທ່ານ ຫຼື ເສັ້ນທາງທີ່ ທ່ານເລືອກ ຈຶ່ງຊ່ວຍໃຫ້ທ່ານເອົາຊະນະໄດ້.
ດ້ວຍຄວາມເຊື່ອໝັ້ນທີ່ເຂັ້ມແຂງ ແລະ ຄວາມຮັກຕໍ່ສາຍຜະລິດ ຕະພັນທີ່ເລືອກ, DH Foods ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນການ "ເຮັດໃໝ່ປະເພດຜະລິດຕະພັນເກົ່າ ໜຶ່ງ" ເພື່ອກ້າວໄປສູ່ຕະຫຼາດ.
ບັນດາຜະລິດຕະພັນຂອງ DH Foods ຖືກວາງຂາຍຢູ່ບ່ອນ ຈັບຕາໃນສ່ວນຫຼາຍຮ້ານສັບພະສິນຄ້າ ທີ່ ຫວຽດນາມ ແລະ ໄດ້ສົ່ງອອກໄປ ຍັງຍີ່ປຸ່ນ, ສ.ເກົາຫຼີ, ໂຮນລັງ, ອົດສະຕຣາລີ, ສ ອາເມລິກາ, ອັງກິດ, ເຢຍລະມັນ, ລັດເຊຍ… ໂດຍສະເພາະ ຕະຫຼາດ ຍີ່ປຸ່ນ ແລະ ໂຮນລັງ ເຕີບໂຕ 30-50% ຕໍ່ປີ. ວັນທີ 22 ກຸມພາ, ບໍລິສັດ DH Foods ໄດ້ລົງນາມໃນສັນຍາຮ່ວມມື ກັບບໍລິສັດ Heritage Beverage, ບໍລິສັດນຳເຂົ້າ ແລະ ຈຳໜ່າຍບັນດາຜະລິດຕະພັນລະດັບສູງຂອງຫວຽດນາມ ຢູ່ ສ ອາເມລິກາ.
ແບ່ງປັນກ່ຽວກັບຄວາມຄາດຫວັງຂອງ DH Foods, CEO ຫງວຽນຈຸງຢຸງ ໃຫ້ຮູ້ວ່າ: “ການເດີນທາງໄປສູ່ທະເລໃຫຍ່ ມີຄວາມຫຍຸ້ງຍາກ ນາໆ ພັນ, ແຕ່ກໍ່ຍັງມີຄວາມເບີກ ບານມ່ວນຊື່ນຫຼາຍຢ່າງ. ສຳລັບຊາວປະມົງແລ້ວ, ການກັບມາ ຈາກທະເລແມ່ນຄວາມສຸກຈາກການຈັບປາທີ່ອຸດົມສົມບູນ, ສຳລັບ Dh Foods, ນັ້ນແມ່ນຄວາມພາກພູມໃຈ ແລະ ປິຕິຍິນດີເມື່ອໄດ້ແນະນຳບັນດາຄຸນຄ່າອັນດີງາມຂອງຫວຽດນາມ ອອກສູ່ໂລກ. ທ່ານ Philip Kotler - ບິດາຂອງ ທິດສະດີ ການຕະຫຼາດທີ່ທັນສະໄໝ ໄດ້ສົ່ງເສີມຄືແນວນີ້: “ຫວຽດນາມ ຄວນຈະເປັນເຮືອນຄົວຂອງໂລກ” ແລະ Dh Foods ປາດຖະໜາທີ່ຈະກາຍເປັນເຄື່ອງເທດ ໃນເຮືອນ ຄົວຫຼັງນັ້ນ. ພວກຂ້າພະເຈົ້າ, Dh Foods, ພ້ອມທີ່ຈະຂຶ້ນກໍາປັ່ນ ເພື່ອເດີນອອກໄປສູ່ທະເລ”.