Chuck Searcy: ຜູ້ເກັບກູ້ລະເບີດຫຼັງສົງຄາມ
ທ່ານ Chuck Searcy ຍັງເປັນຜູ້ຮ່ວມກໍ່ຕັ້ງໂຄງການ RENEW ເມື່ອປີ 2001 ຢູ່ແຂວງ ກວາງຈີ້. ດິນແດນແຫ່ງນີ້ເມື່ອກ່ອນເຄີຍເປັນສະໜາມຮົບທີ່ດຸເດືອດຈົນເຖິງທຸກວັນນີ້ຍັງມີລະເບີດບໍ່ທັນແຕກຕົກຄ້າງຢູ່ເປັນຈຳນວນຫຼວງຫຼາຍ. ທ່ານ Chuck Searcy ກ່າວວ່າ: “ຄັ້ງທຳອິດທີ່ຂ້າພະເຈົ້າມາຍັງແຂວງກວາງຈີ້, ຂ້າພະເຈົ້າຮູ້ສຶກບໍ່ສະບາຍໃຈເມື່ອເຫັນປະຊາຊົນຢູ່ທີ່ນີ້ ມີຄວາມຫຍຸ້ງຍາກຫຼາຍ, ລະເບີດທີ່ຍັງບໍ່ທັນແຕກ ແມ່ນກະຈາຍຢູ່ທົ່ວຜືນແຜ່ນດິນແຫ່ງນີ້. ການຮ່ວມມືລະຫວ່າງລັດຖະບານສອງປະເທດຫວຽດນາມ ແລະ ສ ອາເມລິກາ ເພື່ອເກັບກູ້ລະເບີດທີ່ຍັງຕົກຄ້າງຢູ່ນີ້ແມ່ນມີຄວາມຈຳເປັນທີ່ສຸດເພື່ອນຳເອົາຊີວິດການເປັນຢູ່ຢ່າງສະຫງົບສຸກມາໃຫ້ແກ່ປະຊາຊົນຢູ່ທີ່ນີ້”.
ພ້ອມກັບໂຄງການ RENEW, ແຕ່ລະປີ, VFP160 ໄດ້ໃຫ້ການຊ່ວຍ ເຫຼືອ ບັນດານັກຮຽນດ້ອຍໂອກາດຂອງໂຮງຮຽນວິ໊ງລິງ, ຢໍລິງ, ກາມໂລ໊ ແລະ ເຮືອງຮວ໋າ ເປັນລົດຖີບນັບຮ້ອຍຄັນ ເພື່ອໃຫ້ນັກຮຽນສາມາດໄປໂຮງຮຽນໄດ້ສະດວກ. ຫວ່າງມໍ່ໆມານີ້, ໃນພິທີມອບລົດຖີບໃຫ້ແກ້ບັນດາໂຮງຮຽນ, ທ່ານ Chuck Searcy ໄດ້ກ່າວຄວາມໃນໃຈອອກມາ ວ່າ: “ພວກຂ້າພະເຈົ້າຫວັງວ່າລົດຖີບໃໝ່ຈຳນວນນີ້ຈະນຳມາເຊິ່ງຄວາມມ່ວນຊື່ນໃຫ້ແກ່ນັກຮຽນໃນເວລາໄປໂຮງຮຽນ ແລະ ຮ່ຳຮຽນໃນທຸກໆວັນ”.
ບໍ່ພຽງແຕ່ຢູ່ແຂວງ ກວາງຈີ້ເທົ່ານັ້ນ, ທ່ານ Chuck Searcy ແລະ VFP160 ຍັງໄດ້ມາເຫ້ວ ແລະ ດ່າໜັງ ເພື່ອບໍລິຈາກລົດຖີບໃຫ້ບັນດາໂຮງຮຽນ. ແຕ່ລະປີ, ລົດຖີບ 200 ຄັນແມ່ນໄດ້ມອບໃຫ້ນັກຮຽນຢູ່ 2 ທ້ອງຖິ່ນດັ່ງກ່າວ.
ໄດ້ດຳລົງຊີວິດຢູ່ ຫວຽດນາມ ເປັນເວລາ 27 ປີ, ທ່ານ Chuck Searcy ພ້ອມກັບບັນດານັກຮົບເກົ່າໄດ້ດຳເນີນບັນດາລາຍການ “Inside Vietnam Peace tour”. ນີ້ແມ່ນລາຍການທ່ອງທ່ຽວເພື່ອໃຫ້ເພື່ອນຂອງ VFP160 ມາຢ້ຽມຢາມ ຫວຽດນາມ ຢູ່ບັນດາໂຮງຮຽນໃນທົ່ວປະເທດ. ບັນດານັກທ່ອງທ່ຽວທີ່ເຂົ້າຮ່ວມ “Inside Vietnam Peace tour” ລ້ວນແຕ່ປະກອບສ່ວນເຂົ້າໃນກອງທຶນຮ່ວມ ແລະ ເຂົ້າຮ່ວມເປັນອາສາສະໝັກຊ່ວຍເຫຼືອ ບັນດາໂຄງການຊ່ວຍເຫຼືອຄົນທຸກຍາກຢູ່ ຫວຽດນາມ.

ບົດ: ບິກເວິນ - ພາບ: ຫວຽດເກື່ອງ, TI- ແປໂດຍ: ຢືຟຽນ