ASEAN ສູ້ຊົນພັດທະນາຂະແໜງການປະມົງແບບຍືນຍົງ
ດ້ວຍຈຳນວນພົນລະເມືອງກວ່າ 600 ລ້ານຄົນ, ASEANແມ່ນໜຶ່ງໃນບັນດາພາກພື້ນທີ່ສຳຄັນໃນການຂຸດຄົ້ນ, ຜະລິດ ແລະຊົມໃຊ້ຜະ ລິດຕະພັນສິນໃນນໍ້າ. ໃນຊຸມປີມໍ່ໆ ມານີ້, ບັນດາປະເທດ ASEAN ໄດ້ຮັບຮູ້ເຖິງຄວາມສໍາຄັນ ແລະ ຄວາມພະຍາຍາມຊຸກ ຍູ້ການຮ່ວມມືໃນການພັດທະນາເສດຖະກິດ ທາງທະເລ, ໂດຍສະເພາະແມ່ນການພັດທະນາຂະແໜງການປະມົງແບບຍືນຍົງ.
ພາກພື້ນ ASEANປະກອບສ່ວນປະມານ 25% ຂອງຈຳ ນວນສິນໃນນໍ້າ ທົ່ວໂລກ, ໃນນັ້ນມີ 4/10 ປະເທດຜະລິດສິນໃນນໍ້າໃຫຍ່ສຸດໃນໂລກ, ລວມມີ ອິນໂດເນເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ.
ອາຊີຕາເວັນອອກສ່ຽງໃຕ້ ມີເງື່ອນໄຂສະດວກ ເພື່ອພັດທະນາທັງອາຊີບຫາປາ ແລະ ລ້ຽງຊັບພະຍາກອນທາງນໍ້າ ດ້ວຍຄວາມສາ ມາດບົ່ມຊ້ອນອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ ແລະ ການຮັບປະກັນຄວາມປອດໄພດ້ານສະບຽງອາຫານ, ສະຫວັດດີການສັງຄົມ. ໃນໄລຍະຜ່ານມາ, ບັນດາປະເທດ ASEAN ໄດ້ມີຫຼາຍຂໍ້ລິເລີ່ມເພື່ອຮ່ວມກັນສ້າງກົນໄກຮ່ວມມືພັດ ທະນາການປະ ມົງໃນພາກພື້ນໃຫ້ທັນສະໄໝ, ຍືນຍົງ, ມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນ.
ແຕ່ການປະຕິບັດຕົວຈິງສະແດງໃຫ້ເຫັນວ່າ ການເຄື່ອນໄຫວຂຸດຄົ້ນຊັບພະຍາກອນທາງນໍ້າ ທີ່ຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີການຄຸ້ມຄອງ (IUU) ໄດ້ສ້າງຄວາມເສຍຫາຍດ້ານເສດຖະກິດຢ່າງໃຫຍ່ຫຼວງໃຫ້ບັນດາປະເທດ ASEAN, ຄາດວ່າ ປີ 2019 ເສຍຫາຍປະມານ 6 ຕື້ ໂດລາສະຫະລັດ. ໃນນັ້ນ, ອິນໂດເນເຊຍ ໄດ້ຮັບຄວາມເສຍຫາຍຫຼາຍທີ່ສຸດ, ປະມານ 3 ຕື້ ໂດລາສະຫະລັດແລະ ຫວຽດນາມ ປະມານ 1,6 ຕື້ ໂດລາສະຫະລັດຕໍ່ປີ.
ພາຍຫຼັງຄວາມພະຍາຍາມ ຫຼາຍຢ່າງເພື່ອປ້ອງກັນ ແລະ ຕໍ່ສູ້ກັບ IUU ເພື່ອຍົກເລີກ “ບັດເຫຼືອງ” ຂອງ EU, ປັດຈຸບັນ, ຫວຽດນາມ ມີກຳປັ່ນຫາປາ ກວ່າ 95% ໄດ້ສຳເລັດການຕິດຕັ້ງອຸປະກອນຕິດ ຕາມການເດີນເຮືອ, ໄດ້ກຳນົດ 49 ທ່າກຳປັ່ນ ຫາປາຢູ່ 28 ແຂວງ, ນະຄອນ ທີ່ສາມາດຕິດຕາມແຫຼ່ງກຳເນີດຂອງຜະລິດຕະພັນປາທີ່ຈັບໄດ້, ຄົບມາດຕະຖານໃຫ້ແກ່ການຢັ້ງຢືນ, ຄ່ອຍໆ ກາຍເປັນຄວາມໝັ້ນຄົງ ແລະ ຄວາມເຊື່ອຖືສູງ. ດ້ວຍຄວາມຕັດສິນໃຈຂອງທັງລະບົບການເມືອງ ແລະ ຄວາມເຫັນດີເຫັນພ້ອມຂອງຊາວປະ ມົງ, ຫວຽດນາມ ຈະພັດທະນາການປະມົງແບບຍືນຍົງ ແລະ ຕອບສະໜອງຄວາມຕ້ອງການສົ່ງອອກ ໄປສູ່ບັນດາຕະຫຼາດ ທ່ີຍາກຈະເຂົາເຖິງ.
ໃນຖານະເປັນປະເທດໝູ່ເກາະໃຫຍ່ທີ່ສຸດໃນໂລກ, ມີເນື້ອທີ່ທະເລທີ່ຄຸ້ມຄອງໄດ້ແມ່ນ 6,4 ລ້ານ ກມ2, ອິນໂດເນເຊຍ ປະຕິບັດການຫາປາແບບຍືນຍົງສູງສຸດເຖິງ 13 ລ້ານໂຕນຕໍ່ປີ. ຂະແໜງຊັບພະຍາ ກອນທາງນໍ້າ ໄດ້ປະກອບສ່ວນປະມານ 30 ຕື້ ໂດລາສະຫະລັດ, ປະມານ 2,7% ເຂົ້າໃນພື້ນຖານເສດຖະກິດ ຂອງປະເທດ ອິນໂດເນເຊຍ ໃນປີ 2019.
ຢູ່ ຟີລິບປິນ, ລັດຖະບານປະເທດນີ້ ໃຫ້ປະຕິບັດຄຽງຄູ່ກັນ ການບຳ ລຸງສ້າງເພີ່ມເຕີມກຳລັງປົກປັກຮັກສາທະເລ, ຊື້ອຸປະກອນທີ່ທັນສະ ໄໝສຳລັບກຳປັ່ນ ແລະ ລະບົບຈັບຈຸດທີ່ຕັ້ງ, ຕິດຕາມກວດກາ, ດ້ວຍການເຊື່ອມຕໍ່ດາວທຽມ. ປັດຈຸບັນ, ຢູ່ເຂດຫາປາຂະໜາດໃຫຍ່ ຂອງ ຟີລິບປິນ, ຊາວປະມົງ ຍັງປະຕິບັດລະບຽບການຢ່າງເຂັ້ມງວດເຊັ່ນ: ຫ້າມຫາປາ ເກີນກຳນົດ, ຫາປາ ໃນລະດູການທີ່ເໝາະສົມ ແລະ ນຳໃຊ້ເຄື່ອງມືຫາປາທີ່ໄດ້ມາດຕະຖານ.
ໃນຂະນະດຽວກັນ, ໄທ ໄດ້ເພີ່ມທະວີການຮ່ວມມືກັບປະເທດຕ່າງໆ ເພື່ອແກ້ໄຂບັນຫາການຫາປາ IUU ໃຫ້ດີຂຶ້ນ. ກົມຊັບພະຍາກອນ ທາງນໍ້າ ໄທ ຢືນຢັນວ່າ ປັດຈຸບັນ, ປະເທດນີ້ ສາມາດຮັບປະກັນບັນດາຜະລິດຕະພັນ ສິນໃນນໍ້າ ທີ່ໄດ້ເກັບກ່ຽວ, ປຸງແຕ່ງ, ນຳເຂົ້າ ແລະ ສົ່ງອອກຈາກ ໄທ ບໍ່ກ່ຽວຂ້ອງເຖິງການຫາປາ IUU ຫຼື ການບັງຄັບໃຊ້ແຮງງານ. “ເມື່ອພວກເຮົາເຮັດວຽກຮ່ວມກັນ, ພວກເຮົາຈຶ່ງສາມາດປະສົບຜົນສໍາເລັດ”, ປະເທດ ໄທ ໄດ້ແບ່ງປັນປະສົບການດັ່ງກ່າວ.
ໃນການຢ້ຽມຢາມ ບຣູໄນ ເມື່ອຕົ້ນເດືອນ ກຸມພາ 2023 ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, 2 ຝ່າຍໄດ້ລົງນາມໃນໂຄງການປະຕິບັດການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣູໄນ ໄລ ຍະ 2023-2027, ພິເສດແມ່ນສອງຝ່າຍໄດ້ເຫັນດີເປັນເອກະສັນກັນ ພິຈາລະນາຄວາມເປັນໄປໄດ້ ຂອງການຮ່ວມມືໃນການຂຸດຄົ້ນ, ລ້ຽງ ແລະ ປຸງແຕ່ງ ສິນໃນນໍ້າ.
ເຫັນໄດ້ວ່າ, ເພື່ອພັດທະນາການປະມົງ ແລະ ເສດຖະກິດທະເລແບບຍືນຍົງ, ASEAN ຕ້ອງມີຂອບກົດໝາຍທີ່ຜູກມັດ ແລະ ຂອບເຂດການຮ່ວມມືພາກພື້ນທີ່ມີປະສິດທິຜົນ.
ໃນການພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໃນທ້າຍປີ 2022, ຄະນະຜູ້ແທນຂັ້ນສູງ ສະຫະພາບ ເອີຣົບ (EU) ຮັບ ຜິດຊອບດ້ານສິ່ງແວດລ້ອມ, ມະຫາສະໝຸດ ແລະ ການປະມົງ - ທ່ານ Virginijus Sinkevicus ຕີລາຄາບັນດາຄວາມຄືບໜ້າຂອງ ຫວຽດນາມ ໃນການຕ້ານການຂຸດຄົ້ນ IUU ເພື່ອສາມາດແກ້ໄດ້ບັດເຫຼືອງນີ້ ໂດຍໄວທີ່ສຸດ.
ບົດ: VNP - ພາບ: VNA - ແປໂດຍ: ຢືຟຽນ