ອາຊຽນ

ASEAN ສູ້ຊົນພັດທະນາຂະແໜງການປະມົງແບບຍືນຍົງ

ດ້ວຍ​ຈຳນວນ​ພົນລະ​ເມືອງ​ກວ່າ 600 ລ້ານ​ຄົນ, ASEAN​ແມ່ນ​ໜຶ່ງ​ໃນ​ບັນດາ​ພາກ​ພື້ນ​ທີ່​ສຳຄັນ​ໃນ​ການ​ຂຸດ​ຄົ້ນ, ຜະລິດ ​ແລະຊົມ​ໃຊ້​ຜະ ລິດ​ຕະພັນ​ສິນໃນນໍ້າ. ໃນຊຸມປີມໍ່ໆ ມານີ້, ບັນດາປະເທດ ASEAN ໄດ້ຮັບຮູ້ເຖິງຄວາມສໍາຄັນ ແລະ ຄວາມພະຍາຍາມຊຸກ ຍູ້ການຮ່ວມມືໃນການພັດທະນາເສດຖະກິດ ທາງທະເລ, ໂດຍສະເພາະແມ່ນການພັດທະນາຂະແໜງການປະມົງແບບຍືນຍົງ.

ດ້ວຍ​ຈຳນວນ​ພົນລະ​ເມືອງ​ກວ່າ 600 ລ້ານ​ຄົນ, ASEAN​ແມ່ນ​ໜຶ່ງ​ໃນ​ບັນດາ​ພາກ​ພື້ນ​ທີ່​ສຳຄັນ​ໃນ​ການ​ຂຸດ​ຄົ້ນ, ຜະລິດ ​ແລະຊົມ​ໃຊ້​ຜະ ລິດ​ຕະພັນ​ສິນໃນນໍ້າ. ໃນຊຸມປີມໍ່ໆ ມານີ້, ບັນດາປະເທດ ASEAN ໄດ້ຮັບຮູ້ເຖິງຄວາມສໍາຄັນ ແລະ ຄວາມພະຍາຍາມຊຸກ ຍູ້ການຮ່ວມມືໃນການພັດທະນາເສດຖະກິດ ທາງທະເລ, ໂດຍສະເພາະແມ່ນການພັດທະນາຂະແໜງການປະມົງແບບຍືນຍົງ.

ກໍາປັ່ນຫາປາຂອງຊາວປະມົງແຂວງ ນິງຖ້ວນ. ພາບ: ຫງວຽນແທ່ງ/VNA

ພາກພື້ນ ASEANປະກອບສ່ວນປະມານ 25% ຂອງຈຳ ນວນສິນໃນນໍ້າ ທົ່ວໂລກ, ໃນນັ້ນມີ 4/10 ປະເທດຜະລິດສິນໃນນໍ້າໃຫຍ່ສຸດໃນໂລກ, ລວມມີ ອິນໂດເນເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ.

ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ມີ​ເງື່ອນ​ໄຂ​ສະດວກ​ ເພື່ອ​ພັດທະນາ​ທັງ​ອາຊີບ​ຫາ​ປາ ​ແລະ ລ້ຽງຊັບພະຍາກອນທາງນໍ້າ ດ້ວຍ​ຄວາມ​ສາ ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ການ​ຮັບປະກັນ​ຄວາມປອດໄພດ້ານສະບຽງ​ອາຫານ, ​ສະຫວັດດີການສັງຄົມ. ​ໃນ​ໄລຍະ​ຜ່ານ​ມາ, ບັນດາ​ປະ​ເທດ ​ ASEAN ​ໄດ້​ມີ​ຫຼາຍ​ຂໍ້​ລິ​ເລີ່​ມເພື່ອ​ຮ່ວມ​ກັນ​ສ້າງ​ກົນ​ໄກ​ຮ່ວມ​ມື​ພັດ ທະນາ​ການ​ປະ ມົງ​ໃນ​ພາກ​ພື້ນ​ໃຫ້​ທັນ​ສະ​ໄໝ, ຍືນ​ຍົງ, ມີ​ຄວາມ​ຮັບຜິດຊອບ ​ແລະ ມີ​ປະສິດທິ​ຜົນ.

ແຕ່ການ​ປະ​ຕິ​ບັດຕົວຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ ການເຄື່ອນໄຫວຂຸດຄົ້ນຊັບພະຍາກອນທາງນໍ້າ ທີ່ຜິດ​ກົດໝາຍ, ບໍ່​ມີ​ການ​ລາຍ​ງານ ​ແລະ ບໍ່​ມີ​ການຄຸ້ມຄອງ (IUU) ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ບັນດາ​ປະ​ເທດ ASEAN, ຄາດ​ວ່າ ​ປີ 2019 ເສຍຫາຍປະມານ 6 ຕື້ ໂດລາສະຫະລັດ. ໃນ​ນັ້ນ, ອິນ​ໂດ​ເນ​ເຊຍ​ ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຫຼາຍທີ່​ສຸດ​, ປະມານ 3 ຕື້ ໂດລາສະຫະລັດແລະ ຫວຽດນາມ ປະມານ 1,6 ຕື້ ໂດລາສະຫະລັດຕໍ່ປີ.

 

ພາຍຫຼັງ​ຄວາມ​ພະຍາຍາມ ​ຫຼາຍ​ຢ່າງ​ເພື່ອ​ປ້ອງ​ກັນ ​ແລະ ຕໍ່ສູ້ກັບ IUU ​​ເພື່ອຍົກ​ເລີກ ບັດ​ເຫຼືອງຂອງ EU, ປັດຈຸ​ບັນ, ຫວຽດນາມ ມີ​ກຳ​ປັ່ນ​ຫາ​ປາ​ ກວ່າ 95% ​ໄດ້​ສຳ​ເລັດ​ການ​ຕິດ​ຕັ້ງ​ອຸປະກອນ​ຕິດ ຕາມ​ການ​ເດີນ​ເຮືອ, ​ໄດ້​ກຳນົດ 49 ທ່າ​ກຳ​ປັ່ນ​ ຫາ​ປາ​ຢູ່ 28 ​ແຂວງ, ນະຄອນ ທີ່ສາມາດ​ຕິດຕາມ​ແຫຼ່ງກຳ​ເນີ​ດຂອງ​ຜະ​ລິດ​ຕະ​ພັນ​ປາ​ທີ່​ຈັບໄດ້, ​ຄົບມາດຕະຖານໃຫ້ແກ່ການ​ຢັ້ງຢືນ, ຄ່ອຍໆ​ ກາຍ​ເປັນ​ຄວາມ​ໝັ້ນຄົງ ​ແລະ ຄວາມ​ເຊື່ອ​ຖື​ສູງ. ດ້ວຍ​ຄວາມ​ຕັດສິນ​ໃຈ​ຂອງ​ທັງ​ລະບົບ​ການ​ເມືອງ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ຊາວ​ປະ ມົງ, ຫວຽດນາມ ຈະ​ພັດທະນາ​ການ​ປະມົງ​ແບບ​ຍືນ​ຍົງ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ສົ່ງ​ອອກ ​ໄປສູ່​ບັນດາຕະຫຼາດ ທ່ີຍາກຈະເຂົາເຖິງ.

ໃນ​ຖາ​ນະ​ເປັນ​ປະ​ເທດ​ໝູ່​ເກາະ​ໃຫຍ່​ທີ່​ສຸດ​ໃນ​ໂລກ​, ມີເນື້ອ​ທີ່​ທະ​ເລ​ທີ່​ຄຸ້ມ​ຄອງ​ໄດ້ແມ່ນ 6,4 ລ້ານ​ ກມ2, ອິນ​ໂດ​ເນ​ເຊຍ​ ປະ​ຕິ​ບັດ​ການ​ຫາ​ປາ​ແບບ​ຍືນ​ຍົງ​ສູງ​ສຸດ​ເຖິງ 13 ລ້ານ​ໂຕນ​ຕໍ່​ປີ. ຂະແໜງຊັບພະຍາ ກອນທາງນໍ້າ ​ໄດ້​ປະ​ກອບ​ສ່ວນ​ປະ​ມານ 30 ຕື້​ ໂດ​ລາ​ສະ​ຫະ​ລັດ, ປະມານ 2,7% ເຂົ້າໃນພື້ນຖານເສດ​ຖະ​ກິດ ​ຂອງ​ປະ​ເທດ​ ອິນໂດເນເຊຍ ​ໃນ​ປີ 2019.

ຢູ່​ ຟີ​ລິບ​ປິນ, ລັດ​ຖະ​ບານ​ປະ​ເທດ​ນີ້​ ໃຫ້ປະຕິບັດຄຽງຄູ່ກັນ ​ການ​ບຳ ລຸງສ້າງເພີ່ມເຕີມກຳລັງປົກປັກຮັກສາທະເລ, ຊື້​ອຸ​ປະ​ກອນ​ທີ່​ທັນ​ສະ ​ໄໝ​ສຳ​ລັບ​ກຳ​ປັ່ນ ​ແລະ ​ລະ​ບົບ​ຈັບຈຸດທີ່ຕັ້ງ, ຕິດຕາມກວດກາ, ດ້ວຍ​ການ​ເຊື່ອມ​ຕໍ່​ດາວ​ທຽມ. ປັດຈຸ​ບັນ, ຢູ່​ເຂດ​ຫາ​ປາ​ຂະໜາດ​ໃຫຍ່​ ຂອງ​ ຟີ​ລິບ​ປິນ, ຊາວ​ປະມົງ​ ຍັງ​ປະຕິບັດ​ລະບຽບ​ການ​ຢ່າງ​ເຂັ້ມ​ງວດ​ເຊັ່ນ: ຫ້າມ​ຫາ​ປາ​ ເກີນ​ກຳນົດ, ຫາ​ປາ ​ໃນ​ລະດູ​ການ​ທີ່ເໝາະ​ສົມ ​ແລະ ນຳ​ໃຊ້​ເຄື່ອງ​ມື​ຫາ​ປາ​ທີ່​ໄດ້​ມາດຕະຖານ.

 

ໃນຂະນະດຽວກັນ, ໄທ ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ປະ​ເທດ​ຕ່າງໆ​ ເພື່ອ​ແກ້​ໄຂ​ບັນຫາການ​ຫາ​ປາ IUU ​ໃຫ້​ດີ​ຂຶ້ນ. ກົມ​ຊັບພະຍາກອນ ທາງນໍ້າ ໄທ ​ຢືນຢັນ​ວ່າ ປັດຈຸ​ບັນ, ປະ​ເທດ​ນີ້​ ສາມາດ​ຮັບປະກັນ​ບັນດາ​ຜະລິດ​ຕະພັນ ສິນໃນນໍ້າ ​ທີ່​ໄດ້ເກັບ​ກ່ຽວ, ປຸງ​ແຕ່ງ, ນຳ​ເຂົ້າ ​ແລະ ສົ່ງ​ອອກ​ຈາກ​ ໄທ ​ບໍ່​ກ່ຽວຂ້ອງ​ເຖິງ​ການ​ຫາ​ປາ IUU ຫຼື​ ການ​ບັງຄັບ​ໃຊ້​ແຮງ​ງານ. “ເມື່ອພວກເຮົາເຮັດວຽກຮ່ວມກັນ, ພວກເຮົາຈຶ່ງສາມາດປະສົບຜົນສໍາເລັດ”, ປະເທດ ໄທ ໄດ້ແບ່ງປັນປະສົບການດັ່ງກ່າວ.

ໃນ​ການຢ້ຽມຢາມ ​ບຣູ​ໄນ ​ເມື່ອຕົ້ນ​ເດືອນ​ ກຸມພາ 2023 ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ໂຄງການ​ປະຕິບັດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ບຣູ​ໄນ ​ໄລ ຍະ 2023-2027, ພິ​ເສດ​ແມ່ນ​ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ ພິຈາລະນາ​ຄວາມ​ເປັນ​ໄປ​ໄດ້​ ຂອງ​ການ​ຮ່ວມ​ມື​ໃນ​ການ​ຂຸດຄົ້ນ​, ລ້ຽງ​ ແລະ ປຸງແຕ່ງ ສິນໃນນໍ້າ. 

 

ເຫັນ​ໄດ້​ວ່າ, ​ເພື່ອ​ພັດທະນາ​ການ​ປະມົງ ​ແລະ ​ເສດຖະກິດ​ທະ​ເລ​ແບບ​ຍືນ​ຍົງ, ASEAN ຕ້ອງ​ມີ​ຂອບ​ກົດໝາຍ​ທີ່​ຜູກ​ມັດ ​ແລະ ຂອບ​ເຂດ​ການ​ຮ່ວມ​ມື​ພາກ​ພື້ນ​ທີ່​ມີ​ປະສິດທິ​ຜົນ.

ໃນການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ​ໃນ​ທ້າຍ​ປີ 2022, ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ສະຫະພາບ​ ເອີ​ຣົບ (EU) ຮັບ ຜິດຊອບ​ດ້ານ​ສິ່ງ​ແວດ​ລ້ອມ, ມະຫາ​ສະໝຸດ ​ແລະ ການ​ປະມົງ - ທ່ານ Virginijus Sinkevicus ຕີ​ລາຄາ​ບັນດາ​ຄວາມ​ຄືບ​ໜ້າ​ຂອງ​ ຫວຽດນາມ ​ໃນ​ການ​ຕ້ານ​ການ​ຂຸດ​ຄົ້ນ IUU ​ເພື່ອ​ສາມາດແກ້ໄດ້ບັດເຫຼືອງນີ້ ໂດຍໄວທີ່ສຸດ. 

ບົດ: VNP - ພາບ: VNA - ແປໂດຍ: ຢືຟຽນ


top