ASEAN ຍົກສູງການພົວພັນ ກັບບັນດາຄູ່ຮ່ວມມື

ASEAN ຍົກສູງການພົວພັນ ກັບບັນດາຄູ່ຮ່ວມມື

ກອງ​ປະຊຸມ​ສຸດ​ຍອດ​ ASEAN ຄັ້ງ​ທີ 40, 41 ​ແລະ ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ກ່ຽວຂ້ອງ​ລວມທັງ​ກອງ​ປະຊຸມ​ ASEAN ​ ກັບ​ຄູ່​ຮ່ວມ​ມື​ຄື: ສປ ຈີນ, ສ ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ ​ເກົາຫຼີ, ອິນ​ເດຍ, ກາ​ນາ​ດາ, ອົດສະຕຣາລີ, ສະຫະ​ປະຊາ​ຊາດ... ໄດ້ປິດລົງ ດ້ວຍຜົນສໍາເລັດ ຫຼາຍຢ່າງ ທີ່ສຳຄັນພາຍໃນກຸ່ມ ກໍ່ຄື​ກັບ​ບັນດາ​ຄູ່​ຮ່ວມ​ມື, ​ສ້າງ ຂີດໝາຍເປັນ​ປີ​ ປະສົບ​ຜົນສຳ​ເລັດ ​ຂອງ​ ASEAN ​ບົນ​ຈິດ​ໃຈ “ASEAN ​​ເຄື່ອນ​ໄຫວ - ​ແກ້​ໄຂ ​ສິ່ງ​ທ້າ​ທາຍ​ຮ່ວມ​ກັນ”.

ສະ​ເພາະ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ ASEAN ຄັ້ງ​ທີ 40, ຜູ້ນຳ ຂອງ​ບັນດາ​ປະ​ເທດ​ ASEAN ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ​ກ່ຽວ​ກັບ​ຂະ​ບວນການ​ສ້າງ​ປະຊາ​ຄົມ​ ASEAN, ມຸ່ງ​ໄປ​ສູ່​ປະຊາ​ຄົມ ASEAN ທີ່​ເປັນ​ເອກະ​ພາບ ​ແລະ ສາມັກຄີ. ໃນກອງປະຊຸມສຸດຍອດ ASEAN ຄັ້ງທີ 41, ຈຸດສຸມຂອງການປຶກສາຫາລື ໄດ້ສຸມໃສ່ ການພົວພັນຕ່າງ ປະເທດ ຂອງ ASEAN, ໂຄງປະກອບພາກພື້ນ ແລະ ບັນດາບັນຫາທີ່ພາກພື້ນ ແລະ ສາກົນມີຄວາມສົນໃຈ, ຜ່ານນັ້ນ ຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງ ASEAN ໃນບັນດາບັນຫາສາກົນ ແລະ ພາກພື້ນ.


ກອງ​ປະຊຸມ​ຄັ້ງ​ນີ້​ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສາມັກຄີ ​ແລະ ບົດບາດ​ເປັນໃຈກາງ ​ຂອງ ​ສະມາຄົມບັນດາປະເທດ ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ASEAN). ​ໃນ​ສະພາບ​ການ​ທີ່​ສັບສົນ ​ແລະ ບໍ່​ໝັ້ນຄົງ​ ດັ່ງໃນ​ປັດຈຸ​ບັນ, ທຸກ​ປະ​ເທດ​ຢືນຢັນ​ວ່າ ASEAN ພວມ​ພະຍາຍາມ ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ຮັກສາ​ຂະ​ບວນການ​ຮ່ວມ​ມື, ຊຸກຍູ້​ການ​ຟື້ນ​ຟູ​ແບບ​ຍືນ​ຍົງ​ ຢ່າງ​ມີ​ປະສິດທິ​ຜົນ. ໃນ​ຂະ​ນະ​ທີ່​ສະ​ພາບ​ເສດ​ຖະ​ກິດ​ຂອງ​ໂລກ ​ແລະ​ ພາກ​ພື້ນ​ ບໍ່ຄອ່ຍສົດໃສ, ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ແມ່ນ​ຈຸດ​ທີ່​ສົດ​ໃສ​ ໂດຍ​ຄາດ​ຄະ​ເນ​ການ​ເຕີບ​ໂຕບັນລຸໄດ້ 5,3% ໃນ​ປີ 2022. ການແລກປ່ຽນການຄ້າ, ເປີດປະຕູເສດ ຖະກິດຄືນໃໝ່, ຜັນຂະຫຍາຍບັນດາສັນຍາ ການຄ້າເສລີຢ່າງມີປະສິດທິຜົນ ແມ່ນ ບູລິມະສິດ ໃນຄວາມ​ພະ​ຍາ​ຍາມ​ຮ່ວມ​ກ່ຽວ​ກັບ​ການ​ຟື້ນ​ຕົວ ​ຫຼັງ​ການ​ແຜ່​ລະ​ບາດ​ໃຫຍ່.

ຂະບວນການສ້າງປະຊາຄົມ ASEAN ສືບຕໍ່ແມ່ນບູລິມະສິດຂອງ ບັນດາປະເທດ, ໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອ ຈາກ ບັນດາຄູ່ຮ່ວມມື, ດ້ວຍບັນດາເສົາຄ້ຳ ດ້ານການເມືອງ-ຄວາມໝັ້ນຄົງ ໄດ້ບັນທຶກອັດຕາການນຳໃຊ້ ບັນລຸ 98%. ພິ​ເສດ, ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ຜັນຂະຫຍາຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ 5 ສະບັບ​ກ່ຽວ​ກັບ​ບັນຫາ ມຽນມາ ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ ​ຕີ​ມໍ​ເລັສ​ເຕ ຂໍ​ເຂົ້າ​ຮ່ວມ ​ASEAN.

 

ຫົວໜ້າ​ຄະນະ​ຜູ້​ແທນ​ບັນດາ​ປະ​ເທດ​ ASEAN ​ແລະ ຜູ້ນຳ​ບັນດາ​ຄູ່​ຮ່ວມ​ມື​ຖ່າຍຮູບ​ຮ່ວມ​ກັນ. ພາບ: VNA

ໃນ​ການ​ພົວ​ພັນ​ກັບ​ຄູ່​ຮ່ວມ​ມື ຍັງ​ໄດ້​ຮັບຮອງ​ຄວາມ​ຄືບ​ໜ້າ​ທີ່​ເປັນ​ຈິງ ​ແລະ ສໍາ​ຄັນ​. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ກອງ​ປະຊຸມ​ສຸດ​ຍອດ ASEAN ​ແລະ ບັນດາ​ຄູ່​ຮ່ວມ​ມື​ໄດ້​ຈັດ​ຂຶ້ນ​ໂດຍ​ກົງ​ພາຍຫຼັງ​ເກືອບ 3 ປີ​ໄດ້​ໂຈະ ຍ້ອນ​ການລະບາດ; ການນຳ​ລັດ ​ແລະ ລັດຖະບານ​ຂອງ​ບັນດາ ​ຄູ່​ຮ່ວມ​ມື​ ເກືອບ​ທັງ​ໝົດ​ໄດ້​ເຂົ້າ​ຮ່ວມ, ​ສິ່ງດັ່ງກ່າວ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາຖະໜາ ​ແລະ ຄວາມ​ຕັດສິນ​ໃຈ​​ຂອງ​ບັນດາ​ປະ​ເທດ​ໃນການສືບ​ຕໍ່​ດຳ​ເນີນ​ການ​ພົບ​ປະ​ແລກປ່ຽນ ​ຕົວ​ຈິງ ​ແລະ ອີກ​ດ້ານ​ໜຶ່ງ​ແມ່ນ​ຄວາມ​ເອົາໃຈໃສ່ ​ແລະ ຖື​ສຳຄັນ ​ຂອງ​ບັນດາ​ຄູ່​ຮ່ວມ​ມື ໃຫ້ແກ່ ASEAN

ທ່ານນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິ໋ງ ເຂົ້າຮ່ວມການໂອ້ລົມ ສົນທະນາທົ່ວໂລກ ASEAN ຄັ້ງທີ 2. ພາບ: ເຢືອງຢາງ/VNA

ສິ່ງທ່ີໜ້າສົນໃຈ ກໍແມ່ນວ່າ ​ການ​ນຳ​ບັນດາ​ປະ​ເທດ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ ASEAN - ສ ອາ​ເມ​ລິ​ກາ ​ແລະ ASEAN - ອິນ​ເດຍ, ​ເຫັນ​ດີ​ເປັນ​ເອກະ​ພາບ ​ຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ກັບ ກາ​ນາ​ດາ, ຍອມຮັບ​ຂໍ້​ສະ​ເໜີ​ຂອງ ສ ​ເກົາຫຼີ ​ແລະ ຍີ່ປຸ່ນ ຍົກ​ລະດັບ ການ​ພົວ​ພັນ​ກັບ ASEAN. ​ຄູ່​ຮ່ວມ​ມືຈຳນວນໜຶ່ງ ​ກໍ່​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ຂັ້ນສູງ ​ກັບ​ ASEAN ​ເຊັ່ນ: ສະເຫຼີມສະຫຼອງ 50 ປີ ASEAN - ຍີ່ປຸ່ນ ​ໃນ​ປີ 2023 ​ແລະ 50 ປີ ASEAN - ອົດ​ສະ​ຕຣາ​ລີ ​ໃນ​ປີ 2024.

ເກືອບ 98% ຂໍ້ລິເລີ່ມໃນຂອບການຟື້ນໂຕ ຄືນຂອງ ASEAN ໄດ້ຖືກນຳເຂົ້າໄປຜັນຂະຫຍາຍໃນ 5 ເສົາຄໍ້າຂອງການເສີມສ້າງ ລະບົບສາທາລະນະສຸກ, ຄວາມໝັ້ນຄົງຂອງມະນຸດ, ການເຊື່ອມໂຍງເສດຖະກິດ, ການຫັນເປັນດີຈີຕອນ ແລະ ການພັດທະນາແບບຍືນຍົງ. ກອງ​ທຶນ​ຕອບ​ໂຕ້​ພະ​ຍາດ​ໂຄວິດ-19 ຂອງ ASEAN ໄດ້​ເບີກ​ຈ່າຍ​ຫຼາຍກວ່າ 10 ລ້ານ​ໂດ​ລາ​ສະ​ຫະ​ລັດ ເພື່ອ​ຈັດ​ຊື້ ​ວັກ​ຊີນ ​ຕ້ານ​ພະ​ຍາດ​ໂຄວິດ-19 ແລະ ຈະ​ສືບ​ຕໍ່​ຈ່າຍ​ 7 ລ້ານ​ໂດ​ລາ​ສະ​ຫະ​ລັດ ເພື່ອ​ຈັດ​ຊື້​ ວັກ​ຊີ​ນ ​ໄຂ້​ຫວັດ​ສັດ​ປີກ​ ໃນ​ອະ​ນາ​ຄົດ ​ອັນ​ໃກ້ໆ ນີ້.

ເອກະສານກວ່າ 100 ສະບັບກ່ຽວກັບຫຼາຍເນື້ອໃນທີ່ສຳຄັນ ໄດ້ຖືກລົງນາມໃນກອງປະຊຸມ, ພິເສດແມ່ນຖະແຫຼງການ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ASEAN; ຖະແຫຼງການ ວິໄສທັດ ASEAN “ຮັບມືກັບສິ່ງທ້າທາຍຮ່ວມກັນ”; ການ​ຮັບຮອງ​ເອົາ​ຂອບ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ເຈລະຈາ; ຖະ​ແຫຼງ​ການ​ສະ​ເຫຼີມ​ສະ​ຫຼອງ 20 ປີ​ແຫ່ງ​ການ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ວ່າດ້ວຍການ ປະພຶດຕໍ່ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາເວັນອອກ (DOC)…

ເກືອບ 98% ຂໍ້ລິເລີ່ມໃນຂອບການຟື້ນໂຕ ຄືນຂອງ ASEAN ໄດ້ຖືກນຳເຂົ້າໄປຜັນຂະຫຍາຍໃນ 5 ເສົາຄໍ້າຂອງການເສີມສ້າງ ລະບົບສາທາລະນະສຸກ, ຄວາມໝັ້ນຄົງຂອງມະນຸດ, ການເຊື່ອມໂຍງເສດຖະກິດ, ການຫັນເປັນດີຈີຕອນ ແລະ ການພັດທະນາແບບຍືນຍົງ. ກອງ​ທຶນ​ຕອບ​ໂຕ້​ພະ​ຍາດ​ໂຄວິດ-19 ຂອງ ASEAN ໄດ້​ເບີກ​ຈ່າຍ​ຫຼາຍກວ່າ 10 ລ້ານ​ໂດ​ລາ​ສະ​ຫະ​ລັດ ເພື່ອ​ຈັດ​ຊື້ ​ວັກ​ຊີນ ​ຕ້ານ​ພະ​ຍາດ​ໂຄວິດ-19 ແລະ ຈະ​ສືບ​ຕໍ່​ຈ່າຍ​ 7 ລ້ານ​ໂດ​ລາ​ສະ​ຫະ​ລັດ ເພື່ອ​ຈັດ​ຊື້​ ວັກ​ຊີ​ນ ​ໄຂ້​ຫວັດ​ສັດ​ປີກ​ ໃນ​ອະ​ນາ​ຄົດ ​ອັນ​ໃກ້ໆ ນີ້.

ເປີດສາກໃຫ້ແກ່​ປີ​ ASEAN 2023, ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Joko Widodo ​ໄດ້​ຮັບຄ້ອນ ​ປະທານ​ໝູນວຽນ ​ແລະ ​ໄດ້​ປະ ກາດ​ ຫົວ​ຂໍ້ “ຂອບ​ເຂດ ASEAN - ຈຸດ​ສຸມ​ແຫ່ງ​ການ​ເຕີບ​ໂຕ”, ​ເພື່ອ​ແນ​ໃສ່​ສ້າງ​ປະຊາ​ຄົມ​ ASEAN, ຍົກ​ສູງ​ຄວາມ​ສາມາດ ​ແລະ ປະສິດທິ​ຜົນ ​ການ​ເຄື່ອນ​ໄຫວ​ ຂອງ ASEAN. ການ​ພົວພັນ​ລະ ຫວ່າງ​ ASEAN ​ແລະ ບັນດາ​ຄູ່​ຮ່ວມ​ມື, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ, ​ເສີມ​ຂະຫຍາຍ​ບົດບາດ ​ແລະ ທີ່​ຕັ້ງ​ຂອງ​ ASEAN ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

 

ບົດ: VNP - ພາບ: VNA - ແປໂດຍ: ຢືຟຽນ


Top