ກອງປະຊຸມສຸດຍອດ ASEAN ຄັ້ງທີ 40, 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງລວມທັງກອງປະຊຸມ ASEAN ກັບຄູ່ຮ່ວມມືຄື: ສປ ຈີນ, ສ ອາເມລິກາ, ຍີ່ປຸ່ນ, ສ ເກົາຫຼີ, ອິນເດຍ, ການາດາ, ອົດສະຕຣາລີ, ສະຫະປະຊາຊາດ... ໄດ້ປິດລົງ ດ້ວຍຜົນສໍາເລັດ ຫຼາຍຢ່າງ ທີ່ສຳຄັນພາຍໃນກຸ່ມ ກໍ່ຄືກັບບັນດາຄູ່ຮ່ວມມື, ສ້າງ ຂີດໝາຍເປັນປີ ປະສົບຜົນສຳເລັດ ຂອງ ASEAN ບົນຈິດໃຈ “ASEAN ເຄື່ອນໄຫວ - ແກ້ໄຂ ສິ່ງທ້າທາຍຮ່ວມກັນ”.

ສະເພາະໃນກອງປະຊຸມສຸດຍອດ ASEAN ຄັ້ງທີ 40, ຜູ້ນຳ ຂອງບັນດາປະເທດ ASEAN ໄດ້ສຸມໃສ່ປຶກສາຫາລື ກ່ຽວກັບຂະບວນການສ້າງປະຊາຄົມ ASEAN, ມຸ່ງໄປສູ່ປະຊາຄົມ ASEAN ທີ່ເປັນເອກະພາບ ແລະ ສາມັກຄີ. ໃນກອງປະຊຸມສຸດຍອດ ASEAN ຄັ້ງທີ 41, ຈຸດສຸມຂອງການປຶກສາຫາລື ໄດ້ສຸມໃສ່ ການພົວພັນຕ່າງ ປະເທດ ຂອງ ASEAN, ໂຄງປະກອບພາກພື້ນ ແລະ ບັນດາບັນຫາທີ່ພາກພື້ນ ແລະ ສາກົນມີຄວາມສົນໃຈ, ຜ່ານນັ້ນ ຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງ ASEAN ໃນບັນດາບັນຫາສາກົນ ແລະ ພາກພື້ນ.
ກອງປະຊຸມຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີ ແລະ ບົດບາດເປັນໃຈກາງ ຂອງ ສະມາຄົມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ASEAN). ໃນສະພາບການທີ່ສັບສົນ ແລະ ບໍ່ໝັ້ນຄົງ ດັ່ງໃນປັດຈຸບັນ, ທຸກປະເທດຢືນຢັນວ່າ ASEAN ພວມພະຍາຍາມ ຜ່ານຜ່າຄວາມຫຍຸ້ງຍາກ, ຮັກສາຂະບວນການຮ່ວມມື, ຊຸກຍູ້ການຟື້ນຟູແບບຍືນຍົງ ຢ່າງມີປະສິດທິຜົນ. ໃນຂະນະທີ່ສະພາບເສດຖະກິດຂອງໂລກ ແລະ ພາກພື້ນ ບໍ່ຄອ່ຍສົດໃສ, ອາຊີຕາເວັນອອກສ່ຽງໃຕ້ ແມ່ນຈຸດທີ່ສົດໃສ ໂດຍຄາດຄະເນການເຕີບໂຕບັນລຸໄດ້ 5,3% ໃນປີ 2022. ການແລກປ່ຽນການຄ້າ, ເປີດປະຕູເສດ ຖະກິດຄືນໃໝ່, ຜັນຂະຫຍາຍບັນດາສັນຍາ ການຄ້າເສລີຢ່າງມີປະສິດທິຜົນ ແມ່ນ ບູລິມະສິດ ໃນຄວາມພະຍາຍາມຮ່ວມກ່ຽວກັບການຟື້ນຕົວ ຫຼັງການແຜ່ລະບາດໃຫຍ່.
ຂະບວນການສ້າງປະຊາຄົມ ASEAN ສືບຕໍ່ແມ່ນບູລິມະສິດຂອງ ບັນດາປະເທດ, ໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອ ຈາກ ບັນດາຄູ່ຮ່ວມມື, ດ້ວຍບັນດາເສົາຄ້ຳ ດ້ານການເມືອງ-ຄວາມໝັ້ນຄົງ ໄດ້ບັນທຶກອັດຕາການນຳໃຊ້ ບັນລຸ 98%. ພິເສດ, ກອງປະຊຸມໄດ້ຮັບຮອງເອົາມະຕິກ່ຽວກັບການຜັນຂະຫຍາຍຄວາມເຫັນດີເຫັນພ້ອມ 5 ສະບັບກ່ຽວກັບບັນຫາ ມຽນມາ ແລະ ຖະແຫຼງການກ່ຽວກັບ ຕີມໍເລັສເຕ ຂໍເຂົ້າຮ່ວມ ASEAN.
ຫົວໜ້າຄະນະຜູ້ແທນບັນດາປະເທດ ASEAN ແລະ ຜູ້ນຳບັນດາຄູ່ຮ່ວມມືຖ່າຍຮູບຮ່ວມກັນ. ພາບ: VNA
ໃນການພົວພັນກັບຄູ່ຮ່ວມມື ຍັງໄດ້ຮັບຮອງຄວາມຄືບໜ້າທີ່ເປັນຈິງ ແລະ ສໍາຄັນ. ນີ້ແມ່ນຄັ້ງທຳອິດທີ່ກອງປະຊຸມສຸດຍອດ ASEAN ແລະ ບັນດາຄູ່ຮ່ວມມືໄດ້ຈັດຂຶ້ນໂດຍກົງພາຍຫຼັງເກືອບ 3 ປີໄດ້ໂຈະ ຍ້ອນການລະບາດ; ການນຳລັດ ແລະ ລັດຖະບານຂອງບັນດາ ຄູ່ຮ່ວມມື ເກືອບທັງໝົດໄດ້ເຂົ້າຮ່ວມ, ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມປາຖະໜາ ແລະ ຄວາມຕັດສິນໃຈຂອງບັນດາປະເທດໃນການສືບຕໍ່ດຳເນີນການພົບປະແລກປ່ຽນ ຕົວຈິງ ແລະ ອີກດ້ານໜຶ່ງແມ່ນຄວາມເອົາໃຈໃສ່ ແລະ ຖືສຳຄັນ ຂອງບັນດາຄູ່ຮ່ວມມື ໃຫ້ແກ່ ASEAN.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເຂົ້າຮ່ວມການໂອ້ລົມ ສົນທະນາທົ່ວໂລກ ASEAN ຄັ້ງທີ 2. ພາບ: ເຢືອງຢາງ/VNA
ສິ່ງທ່ີໜ້າສົນໃຈ ກໍແມ່ນວ່າ ການນຳບັນດາປະເທດໄດ້ຮັບຮອງເອົາຖະແຫຼງການ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ASEAN - ສ ອາເມລິກາ ແລະ ASEAN - ອິນເດຍ, ເຫັນດີເປັນເອກະພາບ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ ກັບ ການາດາ, ຍອມຮັບຂໍ້ສະເໜີຂອງ ສ ເກົາຫຼີ ແລະ ຍີ່ປຸ່ນ ຍົກລະດັບ ການພົວພັນກັບ ASEAN. ຄູ່ຮ່ວມມືຈຳນວນໜຶ່ງ ກໍ່ສະແດງຄວາມປາດຖະໜາຢາກ ຈັດຕັ້ງບັນດາກອງປະຊຸມຂັ້ນສູງ ກັບ ASEAN ເຊັ່ນ: ສະເຫຼີມສະຫຼອງ 50 ປີ ASEAN - ຍີ່ປຸ່ນ ໃນປີ 2023 ແລະ 50 ປີ ASEAN - ອົດສະຕຣາລີ ໃນປີ 2024.
ເກືອບ 98% ຂໍ້ລິເລີ່ມໃນຂອບການຟື້ນໂຕ ຄືນຂອງ ASEAN ໄດ້ຖືກນຳເຂົ້າໄປຜັນຂະຫຍາຍໃນ 5 ເສົາຄໍ້າຂອງການເສີມສ້າງ ລະບົບສາທາລະນະສຸກ, ຄວາມໝັ້ນຄົງຂອງມະນຸດ, ການເຊື່ອມໂຍງເສດຖະກິດ, ການຫັນເປັນດີຈີຕອນ ແລະ ການພັດທະນາແບບຍືນຍົງ. ກອງທຶນຕອບໂຕ້ພະຍາດໂຄວິດ-19 ຂອງ ASEAN ໄດ້ເບີກຈ່າຍຫຼາຍກວ່າ 10 ລ້ານໂດລາສະຫະລັດ ເພື່ອຈັດຊື້ ວັກຊີນ ຕ້ານພະຍາດໂຄວິດ-19 ແລະ ຈະສືບຕໍ່ຈ່າຍ 7 ລ້ານໂດລາສະຫະລັດ ເພື່ອຈັດຊື້ ວັກຊີນ ໄຂ້ຫວັດສັດປີກ ໃນອະນາຄົດ ອັນໃກ້ໆ ນີ້.
ເອກະສານກວ່າ 100 ສະບັບກ່ຽວກັບຫຼາຍເນື້ອໃນທີ່ສຳຄັນ ໄດ້ຖືກລົງນາມໃນກອງປະຊຸມ, ພິເສດແມ່ນຖະແຫຼງການ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ASEAN; ຖະແຫຼງການ ວິໄສທັດ ASEAN “ຮັບມືກັບສິ່ງທ້າທາຍຮ່ວມກັນ”; ການຮັບຮອງເອົາຂອບການຮ່ວມມືກັບບັນດາຄູ່ເຈລະຈາ; ຖະແຫຼງການສະເຫຼີມສະຫຼອງ 20 ປີແຫ່ງການປະຕິບັດຖະແຫຼງການວ່າດ້ວຍການ ປະພຶດຕໍ່ຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC)…
ເກືອບ 98% ຂໍ້ລິເລີ່ມໃນຂອບການຟື້ນໂຕ ຄືນຂອງ ASEAN ໄດ້ຖືກນຳເຂົ້າໄປຜັນຂະຫຍາຍໃນ 5 ເສົາຄໍ້າຂອງການເສີມສ້າງ ລະບົບສາທາລະນະສຸກ, ຄວາມໝັ້ນຄົງຂອງມະນຸດ, ການເຊື່ອມໂຍງເສດຖະກິດ, ການຫັນເປັນດີຈີຕອນ ແລະ ການພັດທະນາແບບຍືນຍົງ. ກອງທຶນຕອບໂຕ້ພະຍາດໂຄວິດ-19 ຂອງ ASEAN ໄດ້ເບີກຈ່າຍຫຼາຍກວ່າ 10 ລ້ານໂດລາສະຫະລັດ ເພື່ອຈັດຊື້ ວັກຊີນ ຕ້ານພະຍາດໂຄວິດ-19 ແລະ ຈະສືບຕໍ່ຈ່າຍ 7 ລ້ານໂດລາສະຫະລັດ ເພື່ອຈັດຊື້ ວັກຊີນ ໄຂ້ຫວັດສັດປີກ ໃນອະນາຄົດ ອັນໃກ້ໆ ນີ້.
ເປີດສາກໃຫ້ແກ່ປີ ASEAN 2023, ປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ຮັບຄ້ອນ ປະທານໝູນວຽນ ແລະ ໄດ້ປະ ກາດ ຫົວຂໍ້ “ຂອບເຂດ ASEAN - ຈຸດສຸມແຫ່ງການເຕີບໂຕ”, ເພື່ອແນໃສ່ສ້າງປະຊາຄົມ ASEAN, ຍົກສູງຄວາມສາມາດ ແລະ ປະສິດທິຜົນ ການເຄື່ອນໄຫວ ຂອງ ASEAN. ການພົວພັນລະ ຫວ່າງ ASEAN ແລະ ບັນດາຄູ່ຮ່ວມມື, ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ເສີມຂະຫຍາຍບົດບາດ ແລະ ທີ່ຕັ້ງຂອງ ASEAN ໃນພາກພື້ນ ແລະ ໃນໂລກ.
ບົດ: VNP - ພາບ: VNA - ແປໂດຍ: ຢືຟຽນ