ASEAN ເສີມຂະຫຍາຍຄຸນຄ່າວັດທະນະທຳ ທີ່ຫຼາກຫຼາຍສີສັນ

ASEAN ເສີມຂະຫຍາຍຄຸນຄ່າວັດທະນະທຳ ທີ່ຫຼາກຫຼາຍສີສັນ

ການ​ປະສົມປະສານ ​ຂອງ ​ຫຼາຍ​ພື້ນຖານວັດທະນະທຳ ​ໄດ້ເຮັດໃຫ້​ ASEAN ​​ມີ​ຫຼາຍ​ສີສັນ. ພິ​ເສດ​ແມ່ນ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ ບັນດາ​ມໍລະດົກ​ ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ ​ໄດ້​ສ້າງ​ເອກະລັກ ​ຂອງ ​ ASEAN, ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ວັດທະນາ​ຖາວອນ​ ຂອງ​ແຕ່ລະ​ປະ​ເທດ ​ສະມາຊິກ.

ສາມາດເຫັນໄດ້ວ່າ ລັກສະນະທົ່ວໄປທີ່ສຸດ ຂອງປະຊາຄົມ ASEAN ໃນດ້ານວັດທະນະທໍາ ແມ່ນມີພື້ນຖານຮ່ວມກັນ ຂອງ ອາລະຍະທໍາເຂົ້ານາ. ພູມສັນຖານ ຂອງ ພາກພື້ນ ແລະ ສະພາບອາກາດຮ້ອນ ແລະ ຊຸ່ມ ຂອງ ASEAN ໄດ້ສ້າງຄວາມຄ້າຍ ຄືກັນ ໃນວິຖີການກິນ, ການຢູ່ ແລະ ການດຳລົງຊີວິດ ຂອງ ປະຊາຊົນ ໃນພາກພື້ນນີ້.

ໃນ​ກອງ​ປະຊຸມ​ສຸດ​ຍອດ​ ASEAN ຄັ້ງ​ທີ 42 ຢູ່​ ອິນ​ໂດ​ເນ​ເຊຍ, ​ປະທານາທິບໍດີ ​ອິນໂດ​ເນ​ເຊຍ Joko Widodo ​ໄດ້​ເຊື້ອ​ເຊີນ​ຜູ້ ນຳ​ ASEAN ​ໄປ​ຢ້ຽມຢາມ ​ແລະ ຊົມ​​ຕາ​ເວັນ​ຕົກ ຢູ່ເຂດທະເລ Labuan Bajo, ທິດຕາ​ເວັນ​ຕົກ Manggarai, ທິດຕາ​ເວັນ​ອອກ East Nusa Tenggara ເທິງກໍາປັ່ນທ່ອງທ່ຽວ AYANA Lako Di'a. ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ຜູ້ນຳ​ ASEAN ​ແມ່ນ​ສ່ວນ​ໜຶ່ງ​ໃນແຜນການ​ຂອງ ອິນ​ໂດ​ເນ​ເຊຍ ​ເພື່ອ​ຊຸກຍູ້, ເຜີຍແຜ່​ການ ທ່ອງທ່ຽວ Labuan Bajo ​ໄປ​ສູ່​ໂລກ. ພາບ: ເຢືອງຢາງ/VNA

ເຖິງ​ຢ່າງ​ໃດ​ກໍ​ຕາມ, ວັດທະນະທຳ​ ASEAN ຍັງ​ມີ​ຄວາມ​ແຕກ​ຕ່າງ, ສ້າງ​ຄວາມ​ຫຼາກ​ຫຼາຍ​ດ້ວຍ​ລັກສະນະ​ ທີ່​ເປັນ​ເອກະລັກ​ສະ​ເພາະ. ASEAN ​ມີ​ຫຼາຍ​ຮ້ອຍ​ຊົນ​ເຜົ່າ ​ທີ່​ມີ​ຮີດ​ຄອງ​ປະ​ເພ​ນີ​ ທີ່​ແຕກ​ຕ່າງ​ກັນ. ​ໃນ​ຈຳນວນ 200 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ໃນ​ໂລກ, ພາກພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ມີ​ໂຄງ​ປະກອບ​ຊົນ​ເຜົ່າ​ ທີ່​ຫຼາກ​ຫຼາຍ ​ແລະ ສັບສົນ​ທີ່​ສຸດ.

ຕາມ​ຜູ້​ຊ່ຽວ​ຊານ​ ດ້ານ​ຊົນ​ເຜົ່າ​ໃຫ້ຮູ້ວ່າ ມຽນ​ມາ ​ມີ 130 ກວ່າ​ຊົນ​ເຜົ່າ; ຫວຽດນາມ ມີ 54 ຊົນເຜົ່າ, ໄທ ມີປະມານ 40 ຊົນເຜົ່າ; ລາວ ມີ 48 ຊົນເຜົ່າໃນດ້ານພາສາ, ອິນໂດເນເຊຍ ມີ 300 ກຸ່ມພາສາ ທີ່ແຕກຕ່າງກັນ; ຢູ່ ​ຟີ​ລິບ​ປິນ ມີ​ຫຼາຍ​ກວ່າ 90 ​ກຸ່ມທ້ອງ​ຖິ່ນ ຂຶ້ນກັບຫຼາຍ​ຊົນ​ເຜົ່າ​ ທີ່​ແຕກ​ຕ່າງ​ກັນ ​ແລະ​ ຢູ່​ ມາ​ເລ​ເຊຍ, ​ໂຄງ​ປະກອບ ​ຂອງ​ຊົນ​ເຜົ່າ​ພື້ນ​ເມືອງ​ກໍ່​ກະ​ແຈກ​ກະຈາຍ​ໄປ​ທົ່ວ​ປະເທດ. ນອກຈາກນັ້ນ, ພາກພື້ນ ASEAN ຍັງມີຄວາມຫຼາກຫຼາຍ ທາງດ້ານສາສະໜາ. ບັນດາສາສະໜາ ທີ່ໃຫຍ່ຂອງໂລກ ລ້ວນແຕ່ມີຢູ່ໃນ ອາຊີຕາເວັນອອກສ່ຽງໃຕ້.

 


ໜຶ່ງໃນສາມເສົາຄໍ້າຂອງປະຊາຄົມ ASEAN ແມ່ນປະຊາຄົມວັດທະ ນະທຳ - ສັງຄົມ. ອາດ​ເວົ້າ​ໄດ້​ວ່າ ການ​ສ້າງ​ປະຊາ​ຄົມ​ ວັດທະນະທຳ - ສັງຄົມ​ ASEAN ​ໂດຍ​ສະ​ເພາະ ​ແລະ ປະຊາ​ຄົມ ASEAN ​ເວົ້າລວມ ​ແມ່ນຂີດ​ໝາຍ​ສຳຄັນ, ຍົກ​ການ​ຮ່ວມ​ມື​ ASEAN ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ ມີ​ຄວາມ​ພະຍາຍາມ​ ຂຶ້ນກວ່າ​ເກົ່າ ເພື່ອ​ໃຫ້​ປະຊາຊົນ ​ກວ່າ 650 ລ້ານ​ຄົນ ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ສາມາດ​ດຳລົງ​ຊີວິດ ​ໃນ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ມິດຕະພາບ, ​ສາມັກຄີ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ ​ແລະ ໄດ້ຊ່ວຍ​ເຫຼືອພັດທະນາ​ຢ່າງ​ສະ​ເໝີ​ພາບ. ຕາມ​ນັ້ນ​ແລ້ວ, ​ແຜນ​ແມ່​ບົດ​ຂອງປະຊາ​ຄົມ ​ຮອດ​ປີ 2025 ​ໄດ້​ສະ​ເໜີ 109 ມາດ​ຕະການ​ຍຸດ​ທະ​ສາດ ​ເພື່ອ​ບັນລຸ​ໄດ້ບັນດາເປົ້າ​ໝາຍ​ຄື: ​ສະໜິດຕິດພັນ ​ແລະ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ; ເຊື່ອມໂຍງ; ຍືນຍົງ; ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຂະຫຍັນຂັນເຂື່ອນ...

ຄຽງ​ຄູ່​ກັນ​ນັ້ນ, ຄວາມ​ຫຼາກ​ຫຼາຍ​ດ້ານ​ວັດທະນະທຳ ​ຢູ່​ພາກ​ພື້ນ​ໄດ້​ນຳ​ມາ​ໃຫ້​ບັນດາ​ທ່າ​ໄດ້​ປຽບ​ ໃນ​ການ​ພັດທະນາ​ເສດຖະກິດ, ພິ​ເສດ​ແມ່ນ​ເສດຖະກິດ​ການທ່ອງທ່ຽວ. ຄວາມຄິດສ້າງສັນ ແລະ ຊັບສິນທາງດ້ານວັດທະນະທໍາ ຂອງ ແຕ່ລະຊົນເຜົ່າ ໃນພາກພື້ນ ASEAN, ໂດຍສະ ເພາະໃນຂົງເຂດຜະລິດຕະພັນຫັດຖະກໍາ ແລະ ອຸດສາຫະກໍາ ວັດທະ ນະທໍາ ແມ່ນຊັບພະຍາກອນ ທີ່ບໍ່ມີຂອບເຂດ. ແຕ່​ລະ​ປີ, ຂະ​ແໜງ​ການ​ນີ້​ ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ມາ​ຢ້ຽມ​ຢາມແລະ ຊື້​ເຄື່ອງ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ, ປະ​ກອບ​ສ່ວນ​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ.


ສະນັ້ນ, ບັນດາ​ປະ​ເທດ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ຕ້ອງ​ຮ່ວມ​ມື​ປົກ​ປັກ​ຮັກສາ ​ແລະ ​ເຊື່ອມ​ຕໍ່ບັນດາ​ມໍລະດົກ​ວັດທະນະທຳ; ຄົ້ນ​ຄວ້າ​ ແລະ​ ສ້າງ​ຜະ​ລິດ​ຕະ​ພັນ​ ຫຼາຍ​ພາ​ສາ​ຂອງມູນເຊື້ອ​ວັດ​ທະ​ນະ​ທໍາ​ ແລະ ​ການ​ ສຶກ​ສາ​; ສ້າງ​ເສັ້ນທາງ​ມໍລະດົກ​ວັດທະນະທຳ ​ເພື່ອ​ເຊື່ອມ​ຕໍ່ແລະ ​ແລກ ປ່ຽນ​ວັດທະນະທຳ ສິ່ງດັ່ງກ່າວແມ່ນສອດຄ່ອງ​ ກັບ​ແຜນການເຄື່ອນ ໄຫວ​ຂອງ UNESCO ກ່ຽວກັບການອະນຸລັກ​ ມໍລະດົກ​ ວັດທະນະທຳ​ ແລະ ທໍາມະຊາດ ໂລກ ພ້ອມ​ທັງ​​ຮັກສາ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ວັດທະນະທຳ ​ເຊິ່ງຖື​ວ່າ​ ເປັນ​ເງື່ອນ​ໄຂ​ແຫ່ງ​ການ​ພັດ ທະນາ​ແບບ​ຍືນ​ຍົງ​ ຂອງ​ ສັນຕິພາບ, ຄວາມ​ໝັ້ນຄົງ​ໃນ​ລະດັບ​ຊາດ, ພາກ​ພື້ນ ​ແລະ ສາກົນ.

ລັດຖະບານ ​ແລະ ປະຊາຊົນ ​ບັນດາ​ປະ​ເທດ ​ ASEAN ລ້ວນ​ມີ​ເປົ້າ​ໝາຍ ​ດຽວກັນ ຄືການຮ່ວມ​ມື​ເພື່ອ​ພື້ນຖານ​ວັດທະນະທຳ​ ASEAN ທີ່​ເຕັມ​ໄປ​ດ້ວຍ​ເອກະລັກ, ຄວາມ​ຫຼາກ​ຫຼາຍ​ເປັນ​ເອກະ​ພາບ. ດ້ວຍ​ທີ່​ຕັ້ງ​ພູມ​ສາດ​ ຍຸດ​ທະ​ສາດ​ທີ່​ສຳຄັນ - ບ່ອນ​ທີ່​ວັດທະນະທຳ​ ຂອງ ​ໂລກ​ ມາ​ເຕົ້າ​ໂຮມ​ກັນ, ຄວາມ​ຫຼາກ​ຫຼາຍ​ດ້ານ​ວັດທະນະທຳ​ ຂອງASEAN ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຊື່ອມ​ຕໍ່ ​ລະຫວ່າງ​ເຜົ່າ, ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ກາຍ​ເປັນ​ກຳລັງ​ແຮງ​ ຊຸກຍູ້​ການ​ພັດທະນາ​ໃນ​ພາກ​ພື້ນ ວັດທະນະທຳ ​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນ​ເພື່ອ​ໃຫ້         “​ເຮືອນລວມ ASEAN ​ນັບ​ມື້​ດີ​ຂຶ້ນ ​ແລະ ວັດທະນາຖາວອນ.

ບົດ: VNP – ພາບ: VNA - ແປໂດຍ: ຢືຟຽນ


Top