ASEAN - ຈຸດໝາຍປາຍທາງແຫຼ່ງທ່ອງທ່ຽວທີ່ປະທັບໃຈ
ການທ່ອງທ່ຽວ ຂອງ ບັນດາປະເທດ ອາຊີຕາເວັນອອກ ສ່ຽງໃຕ້ (ASEAN) ໃນປີ 2022 ໄດ້ຟື້ນຟູ ຢ່າງໜ້າພໍໃຈ ພາຍຫຼັງການລະ ບາດໂຄວິດ-19 ຄວບຄຸມໄດ້. ຫຼາຍປະເທດໄດ້ສຳເລັດ ແລະ ລື່ນກາຍເປົ້າໝາຍ ຕ້ອນຮັບຈຳນວນນັກທ່ອງທ່ຽວສາກົນ. ນອກ ຈາກນີ້, ຍັງໄດ້ຮັບການຕີລາຄາວ່າ ເປັນແຫຼ່ງທ່ອງທ່ຽວທີ່ປະທັບໃຈ ເພາະນີ້ ເປັນເຂດທີ່ມີຄວາມສາມັກຄີ, ມີທິວທັດທຳມະຊາດທີ່ສວຍງາມຫຼາຍແຫ່ງ ແລະ ອຸດົມສົມບູນໄປດ້ວຍວັດທະນະທຳ...
ຕາມອົງການທ່ອງທ່ຽວໂລກ (UNWTO), ໃນບົດລາຍງານຂອງ ASEAN, ຈຳນວນການຊອກຫາໂຮງແຮມໃນພາກພື້ນໄດ້ເພີ່ມຂຶ້ນ 28% ນັບແຕ່ຕົ້ນປີ 2022 ມາຮອດປັດຈຸບັນ, ອັດຕາການຈອງໂຮງແຮມໄດ້ເພີ່ມຂຶ້ນ 57%. ຄວາມໝັ້ນໃຈດ້ານການທ່ອງທ່ຽວໂດຍລວມໃນທົ່ວພາກພື້ນແມ່ນເພີ່ມຂຶ້ນປະມານ 40%. ບົດລາຍງານເນັ້ນໜັກວ່າ: ASEAN ແມ່ນແຫຼ່ງທ່ອງທ່ຽວທີ່ປະທັບໃຈ ຍ້ອນເປັນພາກພື້ນສາມັກຄີ, ບັນດາປະເທດແມ່ນອຸດົມສົມ ບູນໄປດ້ວຍວັດ ທະນະທຳ, ອາຫານການກິນ, ເປັນດິນແດນປະຫວັດສາດ, ທິວທັດທຳມະຊາດ, ແຫຼ່ງທ່ອງທ່ຽວດ້ານນິເວດ ແລະ ບັນດາຕົວເມືອງທີ່ທັນສະໄໝ ກໍຄື ການທ່ອງທ່ຽວແບບຜະຈົນໄພ.
ຕາມອົງການທ່ອງທ່ຽວແຫ່ງປະເທດ ໄທ (TAT), ມີຈຳນວນນັກທ່ອງທ່ຽວ ຕ່າງປະເທດ ມາທ່ຽວໄທ ໃນປີ 2022 ໄດ້ບັນລຸ 11,5 ລ້ານເທື່ອຄົນ, ລື່ນກາຍຄາດໝາຍທີ່ວາງໄວ້ກ່ອນນີ້ 10 ລ້ານເທື່ອຄົນ. ໃນນັ້ນ, ຈຳນວນນັກທ່ອງທ່ຽວຕ່າງປະເທດອັນດັບໜຶ່ງຂອງ ໄທ ແມ່ນມາຈາກ ມາເລເຊຍ, ຮອງລົງມາແມ່ນ ອິນເດຍ, ລາວ, ກຳປູເຈຍ, ສິງກະໂປ, ສ ເກົາຫຼີ, ຫວຽດນາມ, ສ ອາເມລິກາ, ອັງ ກິດ ແລະ ຣັດເຊຍ. ນອກນີ້, ໄທ ຖືກຈັດອັນດັບທີ 5 ໃນບັນດາແຫຼ່ງທ່ອງທ່ຽວ ການແພດທີ່ນິຍົມທີ່ສຸດໃນໂລກໃນປີ 2021, ສະນັ້ນ, ໄທ ໄດ້ນຳເອົາແນວຄວາມຄິດ“ສຸຂະພາບເພື່ອຄວາມຈະເລີນ ຮຸ່ງເຮືອງ” ເພື່ອສ້າງຄວາມເຂັ້ມແຂງດ້ານເສດຖະກິດ ຂອງ ປະເທດ ໂດຍການຊຸກຍູ້ການທ່ອງທ່ຽວການແພດ. ໄທ ຕັ້ງເປົ້າໝາຍຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 20 ລ້ານເທື່ອຄົນໃນປີ 2023, ສ້າງລາຍຮັບ 2.380 ຕື້ບາດ.
ທ່ານ Sandiaga Uno ລັດຖະມົນຕີກະຊວງທ່ອງທ່ຽວ ແລະ ເສດ ຖະກິດ ອິນໂດເນເຊຍ ໃຫ້ຮູ້ວ່າ ອິນໂດເນເຊຍ ໄດ້ຕ້ອນຮັບນັກທ່ອງ ທ່ຽວ ສາກົນ 5,2 ລ້ານເທື່ອຄົນໃນປີ 2022, ເພີ່ມຂຶ້ນເກືອບ 70% ເມື່ອທຽບໃສ່ຄາດໝາຍ 3,6 ລ້ານເທື່ອຄົນ. ສາມາດເຫັນໄດ້ວ່າ ຄວາມໄວການຟື້ນຕົວຂອງຂະແໜງທ່ອງທ່ຽວ ແລະ ເສດຖະ ກິດສ້າງສັນຂອງ ອິນໂດເນເຊຍ ແມ່ນມີຄວາມຈະແຈ້ງເມື່ອທຽບໃສ່ໄລຍະທີ່ມີການລະບາດໂຄວິດ-19. ເພື່ອຟື້ນຟູອຸດສາຫະກຳ ບໍ່ມີຄວັນ, ລັດຖະບານ ອິນໂດເນເຊຍ ຈະຈ່າຍງົບປະມານຕື່ມອີກ 15.000 ຕື້ ຣູເປຍ (963 ລ້ານໂດລາສະຫະລັດ) ເພື່ອພັດທະ ນາແຫຼ່ງທ່ອງທ່ຽວບຸລິມະສິດ 5 ແຫ່ງໃນສອງປີຕໍ່ໜ້າ. ອິນໂດເນເຊຍ ຕັ້ງເປົ້າ ດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ 7,4 ລ້ານເທື່ອຄົນໃນປີ 2023.
ກົມໃຫຍ່ທ່ອງທ່ຽວ ສິງກະໂປ ຄາດວ່າ ໃນປີ 2022 ຈະມີນັກທ່ອງທ່ຽວ ມາທ່ຽວ ສິງກະໂປ ປະມານ 4-6 ລ້ານເທື່ອຄົນ. 5 ປະເທດ ທີ່ມີຈຳນວນຈັກທ່ອງທ່ຽວມາທ່ຽວ ສິງກະໂປ ຫຼາຍທີ່ສຸດແມ່ນ ອິນໂດເນເຊຍ, ອິນເດຍ, ມາເລເຊຍ, ອົດສະຕຣາລີ ແລະ ຟີລິບປິນ ເຊິ່ງກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນນັກທ່ອງທ່ຽວທັງໝົດ. ສິງກະໂປ ໄດ້ຜັນຂະຫຍາຍບັນດາໂຄງການທ່ອງທ່ຽວ, ກິດຈະກຳ ແລະ ການບໍລິການທ່ອງທ່ຽວທີ່ອຸດົມສົມບູນ, ສິ່ງດັ່ງກ່າວໃຫ້ສັນຍາວ່າ ຈະຊ່ວຍປະເທດເກາະແຫ່ງນີ້ ສືບຕໍ່ເປັນສະຖານທີ່ດຶງດູດນັກທ່ອງທ່ຽວ.
ກ່ອນການລະບາດຂອງພະຍາດໂຄວິດ-19, ອາຊີຕາເວັນ ອອກສ່ຽງໃຕ້ ແມ່ນໜຶ່ງໃນບັນດາພາກພື້ນທີ່ມີການຂະຫຍາຍຕົວໄວທີ່ສຸດໃນການທ່ອງທ່ຽວ ທົ່ວໂລກ. ຕາມຂໍ້ມູນຂອງ ທະນາຄານ ພັດທະນາ ອາຊີ (ADB), ໃນປີ 2019 ອາຊີຕາເວັນອອກສ່ຽງໃຕ້ ໄດ້ຕ້ອນຮັບນັກທ່ອງທ່ຽວ ສາກົນ 137 ລ້ານເທື່ອຄົນ ແລະ ເກືອບ 1 ຕື້ຄົນ ແມ່ນນັກທ່ອງທ່ຽວ ພາຍໃນ. ອຸດສາຫະກໍາການທ່ອງທ່ຽວກວມເອົາ 12.1% ຂອງ GDP ຂອງອາຊີຕາເວັນອອກສ່ຽງໃຕ້, ປະ ມານ 42 ລ້ານຄົນແມ່ນເຄື່ອນໄຫວໃນຂະແໜງການທ່ອງທ່ຽວ.
ໃນຂະນະດຽວກັນ, ບັນດາປະເທດ ASEAN ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ຈຳນວນນັກທ່ອງທ່ຽວສາກົນຂອງ ມາເລເຊຍ, ກວມ 68,5% ຂອງຈຳນວນນັກທ່ອງທ່ຽວທີ່ມາກ່ອນໄລຍະການ ລະບາດໂຄວິດ-19. ທ່ານນາງ Nancy Shukri ລັດຖະມົນຕີກະ ຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳ ມາເລເຊຍ ໃຫ້ຮູ້ວ່າ ບັນດາປະເທດ ASEAN ສາມາດສົມທົບກັນຊຸກຍູ້ການຕະຫຼາດ ແລະ ການບໍລິການທ່ອງທ່ຽວຂອງພາກພື້ນ, ສິ່ງດັ່ງ ກ່າວສອດຄ່ອງກັບຄຳຂວັນໃໝ່ຂອງການທ່ອງທ່ຽວ ASEAN ແມ່ນ “ຈຸດໝາຍປາຍທາງຂອງທຸກຄວາມຝັນ”. ເຮັດໃຫ້ ASEAN ກາຍເປັນ ແຫຼ່ງທ່ອງທ່ຽວທີ່ມີຄຸນນະພາບ, ສະໜອງປະສົບການ ASEAN ທີ່ເປັນເອກະລັກ, ມີຈຸດພິເສດ ແລະ ມຸ່ງໝັ້ນພັດທະນາການທ່ອງທ່ຽວ ແບບມີຄວາມຮັບຜິດຊອບ, ຍືນຍົງ, ກວມລວມແລະມີຄວາມ ສົມດຸນ, ປະກອບສ່ວນອັນສຳຄັນເຂົ້າໃນຄວາມຜາສຸກທາງດ້ານເສດ ຖະກິດ-ສັງຄົມຂອງປະຊາຊົນ ASEAN.
ASEAN ໄດ້ຮັບຮູ້ຄວາມສຳຄັນຂອງການທ່ອງທ່ຽວໃນການພັດທະນາແບບຍືນຍົງ ແລະສາມາດຮັບມືກັບວິກິດການຂອງຂະແໜງ ການທ່ອງທ່ຽວ. ສະນັ້ນ, ວິໄສທັດຂອງ “ແຜນຍຸດທະສາດການ ທ່ອງທ່ຽວ ASEAN 2016-2025” ຄືເຖິງປີ 2025, ASEAN ຈະກາຍເປັນແຫຼ່ງທ່ອງທ່ຽວ ທີ່ມີຄຸນນະພາບສູງ. ASEAN ຍັງຈະພະ ຍາຍາມຊຸກຍູ້ຢ່າງກວ້າງຂວາງເພື່ອພັດທະນາການທ່ອງ ທ່ຽວຢ່າງມີຄວາມຮັບຜິດຊອບ, ແບບຍືນຍົງ, ກວມລວມ ແລະ ມີຄວາມສົມດູນ, ປະກອບສ່ວນອັນສຳຄັນເຂົ້າໃນຄວາມຜາສຸກດ້ານເສດຖະ ກິດ - ສັງຄົມຂອງປະຊາຊົນ ອາຊີຕາເວັນອອກສ່ຽງໃຕ້.