ອາຊຽນ

ASEAN - ຈຸດໝາຍປາຍທາງແຫຼ່ງທ່ອງທ່ຽວທີ່ປະທັບໃຈ

ການທ່ອງທ່ຽວ ຂອງ ບັນດາປະເທດ ອາຊີຕາເວັນອອກ ສ່ຽງໃຕ້ (ASEAN) ໃນປີ 2022 ໄດ້ຟື້ນຟູ ຢ່າງໜ້າພໍໃຈ ພາຍຫຼັງການລະ ບາດໂຄວິດ-19 ຄວບຄຸມໄດ້. ຫຼາຍ​ປະ​ເທດ​ໄດ້​ສຳ​ເລັດ​ ແລະ ​ລື່ນ​ກາຍ​ເປົ້າ​ໝາຍ​ ຕ້ອນຮັບຈຳນວນ​ນັກທ່ອງທ່ຽວ​ສາກົນ. ນອກ ຈາກນີ້, ຍັງໄດ້ຮັບການຕີລາຄາວ່າ ເປັນແຫຼ່ງທ່ອງທ່ຽວທີ່ປະທັບໃຈ ເພາະນີ້ ເປັນເຂດທີ່ມີຄວາມສາມັກຄີ, ມີທິວທັດທຳມະຊາດທີ່ສວຍງາມຫຼາຍແຫ່ງ ແລະ ອຸດົມສົມບູນໄປດ້ວຍວັດທະນະທຳ...

ການທ່ອງທ່ຽວ ຂອງ ບັນດາປະເທດ ອາຊີຕາເວັນອອກ ສ່ຽງໃຕ້ (ASEAN) ໃນປີ 2022 ໄດ້ຟື້ນຟູ ຢ່າງໜ້າພໍໃຈ ພາຍຫຼັງການລະ ບາດໂຄວິດ-19 ຄວບຄຸມໄດ້. ຫຼາຍ​ປະ​ເທດ​ໄດ້​ສຳ​ເລັດ​ ແລະ ​ລື່ນ​ກາຍ​ເປົ້າ​ໝາຍ​ ຕ້ອນຮັບຈຳນວນ​ນັກທ່ອງທ່ຽວ​ສາກົນ. ນອກ ຈາກນີ້, ຍັງໄດ້ຮັບການຕີລາຄາວ່າ ເປັນແຫຼ່ງທ່ອງທ່ຽວທີ່ປະທັບໃຈ ເພາະນີ້ ເປັນເຂດທີ່ມີຄວາມສາມັກຄີ, ມີທິວທັດທຳມະຊາດທີ່ສວຍງາມຫຼາຍແຫ່ງ ແລະ ອຸດົມສົມບູນໄປດ້ວຍວັດທະນະທຳ...

         ຕາມ​ອົງການ​ທ່ອງ​ທ່ຽວ​ໂລກ (UNWTO), ​ໃນ​ບົດ​ລາຍ​ງານ​ຂອງ ​ ASEAN, ຈຳນວນ​ການ​ຊອກ​ຫາ​ໂຮງ​ແຮມ​ໃນ​ພາກ​ພື້ນ​ໄດ້​ເພີ່ມ​ຂຶ້ນ 28% ນັບ​ແຕ່​ຕົ້ນ​ປີ 2022 ມາ​ຮອດ​ປັດຈຸ​ບັນ, ອັດຕາ​ການ​ຈອງ​ໂຮງ​ແຮມ​ໄດ້​ເພີ່ມ​ຂຶ້ນ 57%. ຄວາມ​ໝັ້ນ​ໃຈ​ດ້ານ​ການ​ທ່ອງ​ທ່ຽວ​ໂດຍ​ລວມ​ໃນ​ທົ່ວ​ພາກ​ພື້ນ​ແມ່ນ​ເພີ່ມ​ຂຶ້ນ​ປະ​ມານ 40%. ບົດ​ລາຍ​ງານ​ເນັ້ນ​ໜັກ​ວ່າ: ASEAN ​ແມ່ນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ປະທັບໃຈ ​ຍ້ອນ​ເປັນ​ພາກ​ພື້ນ​ສາມັກຄີ, ບັນດາ​ປະ​ເທດ​ແມ່ນອຸດົມສົມ ບູນ​ໄປ​ດ້ວຍ​ວັດ ທະນະທຳ, ອາຫານ​ການ​ກິນ, ​ເປັນດິນແດນປະຫວັດສາດ, ທິວ​ທັດ​ທຳ​ມະ​ຊາດ, ​ແຫຼ່ງທ່ອງ​ທ່ຽວ​ດ້ານ​ນິ​ເວດ​ ແລະ ​ບັນດາ​ຕົວ​ເມືອງ​ທີ່​ທັນ​ສະ​ໄໝ ​ກໍຄື ການທ່ອງທ່ຽວແບບຜະຈົນ​ໄພ. 

ສະຖານທີ່ທ່ອງທ່ຽວປະເທດ ໄທ.

ຕາມ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ປະ​ເທດ​ ໄທ (TAT), ​ມີຈຳນວນ​ນັກ​ທ່ອງ​ທ່ຽວ​ ຕ່າງປະ​ເທດ​ ມາ​ທ່ຽວໄທ ​ໃນ​ປີ 2022 ໄດ້ບັນລຸ 11,5 ລ້ານ​ເທື່ອ​ຄົນ, ລື່ນ​ກາຍ​ຄາດໝາຍ​ທີ່​ວາງ​ໄວ້​ກ່ອນ​ນີ້ 10 ລ້ານ​ເທື່ອ​ຄົນ. ​ໃນ​ນັ້ນ, ​ຈຳນວນນັກທ່ອງ​ທ່ຽວ​ຕ່າງປະ​ເທດ​ອັນ​ດັບ​ໜຶ່ງ​ຂອງ ​ໄທ ​ແມ່ນມາຈາກ​ ມາ​ເລ​ເຊຍ, ຮອງ​ລົງ​ມາ​ແມ່ນ ​ອິນ​ເດຍ, ລາວ, ກຳປູ​ເຈຍ, ສິງກະ​ໂປ, ສ ​ເກົາຫຼີ, ຫວຽດນາມ, ສ ອາ​ເມ​ລິ​ກາ, ອັງ ກິດ ​ແລະ ຣັດ​ເຊຍ. ນອກ​ນີ້, ​ໄທ​ ຖືກຈັດ​ອັນ​ດັບ​ທີ 5 ​ໃນ​ບັນດາ​ແຫຼ່ງທ່ອງ​ທ່ຽວ​ ການ​ແພດ​ທີ່​ນິຍົມ​ທີ່​ສຸດ​ໃນ​ໂລກ​ໃນ​ປີ​ 2021, ສະ​ນັ້ນ, ໄທ ໄດ້​ນຳ​ເອົາ​ແນວ​ຄວາມ​ຄິດ“ສຸຂະພາບ​ເພື່ອ​ຄວາມ​ຈະ​ເລີ​ນ ຮຸ່ງ​ເຮືອງ” ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ເສດຖະກິດ​ ຂອງ ​ປະ​ເທດ ໂດຍ​ການ​ຊຸກຍູ້​ການທ່ອງທ່ຽວ​ການ​ແພດ. ໄທ ​ຕັ້ງ​ເປົ້າ​ໝາຍຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 20 ລ້ານ​ເທື່ອ​ຄົນ​ໃນ​ປີ 2023, ສ້າງ​ລາຍ​ຮັບ 2.380 ຕື້ບາດ.

ແມ່​ຄ້າ​ຂາຍ​ເຄື່ອງ​ຕົບ​ແຕ່ງ​ເຕັນ​ຢູ່​ຕະ​ຫຼາດ Glodok ຂອງ​ຄົນ ຈີນ ​ໃນ​ນະ​ຄອນ​ຫຼວງ ຈາກາຕາ ​ຂອງ​ ອິນ​ໂດ​ເນ​ເຊຍ. ພາບ: ຮືວຈຽນ/VNA

ທ່ານ Sandiaga Uno ລັດຖະມົນຕີ​ກະຊວງ​ທ່ອງ​ທ່ຽວ​ ແລະ ເສດ ຖະກິດ ອິນ​ໂດ​ເນ​ເຊຍ ໃຫ້ຮູ້ວ່າ ອິນໂດເນເຊຍ ​ໄດ້​ຕ້ອນຮັບ​ນັກ​ທ່ອງ ​ທ່ຽວ​ ສາກົນ 5,2 ລ້ານ​ເທື່ອ​ຄົນ​ໃນ​ປີ 2022, ​ເພີ່ມ​ຂຶ້ນ​ເກືອບ 70% ​ເມື່ອ​ທຽບ​ໃສ່​ຄາດໝາຍ 3,6 ລ້ານ​ເທື່ອ​ຄົນ. ສາມາດເຫັນ​ໄດ້​ວ່າ ຄວາມ​ໄວ​ການ​ຟື້ນ​ຕົວຂອງ​ຂະ​ແໜງ​ທ່ອງ​ທ່ຽວ ​ແລະ ​ເສດຖະ ກິດ​ສ້າງສັນ​ຂອງ ອິນໂດເນເຊຍ ​ແມ່ນ​ມີ​ຄວາມ​ຈະ​ແຈ້ງ​ເມື່ອ​ທຽບ​ໃສ່​ໄລຍະ​ທີ່ມີ​ການ​ລະບາດ​ໂຄ​ວິດ-19. ​ເພື່ອ​ຟື້ນ​ຟູ​ອຸດສາຫະກຳ ​ບໍ່ມີ​ຄວັນ, ລັດຖະບານ ​ອິນ​ໂດ​ເນ​ເຊຍ​ ຈະ​ຈ່າຍ​ງົບປະມານ​ຕື່ມ​ອີກ 15.000 ​ຕື້ ​ຣູ​ເປຍ (963 ລ້ານ​ໂດ​ລາ​ສະຫະລັດ) ​ເພື່ອ​ພັດທະ ນາ​ແຫຼ່ງທ່ອງ​ທ່ຽວ​ບຸລິມະສິດ 5 ​ແຫ່ງ​ໃນ​ສອງ​ປີ​ຕໍ່ໜ້າ. ອິນ​ໂດ​ເນ​ເຊຍ ​ຕັ້ງ​ເປົ້າ​ ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ໃຫ້​ໄດ້ 7,4 ລ້ານ​ເທື່ອ​ຄົນ​ໃນ​ປີ 2023.

ຕຶກອາຄານຊັ້ນສູງທີ່ເຂດການເງິນໃນ ສິງກະໂປ. ພາບ: AFP/VNA

ກົມໃຫຍ່​ທ່ອງ​ທ່ຽວ ​ສິງ​ກະ​ໂປ ​ຄາດ​​ວ່າ ​ໃນ​ປີ 2022 ຈະມີ​ນັກ​ທ່ອງ​ທ່ຽວ​ ມາ​ທ່ຽວ ສິງກະໂປ ​ປະ​ມານ 4-6 ລ້ານ​ເທື່ອ​ຄົນ. 5 ປະເທດ ທີ່ມີຈຳນວນຈັກທ່ອງທ່ຽວມາທ່ຽວ ສິງກະໂປ ຫຼາຍທີ່ສຸດແມ່ນ ອິນໂດເນເຊຍ, ອິນເດຍ, ມາເລເຊຍ, ອົດສະຕຣາລີ ແລະ ຟີລິບປິນ ເຊິ່ງກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນນັກທ່ອງທ່ຽວທັງໝົດ. ສິງກະ​ໂປ ໄດ້ຜັນຂະຫຍາຍ​ບັນດາ​ໂຄງການ​ທ່ອງ​ທ່ຽວ, ກິດຈະກຳ ​ແລະ ການ​ບໍລິການທ່ອງທ່ຽວທີ່ອຸດົມສົມບູນ, ​ສິ່ງດັ່ງກ່າວໃຫ້ສັນຍາ​ວ່າ​ ຈະ​ຊ່ວຍ​ປະ​ເທດ​ເກາະ​ແຫ່ງ​ນີ້​ ສືບ​ຕໍ່​ເປັນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ.

ຕ້ອນຮັບ​ນັກ​ທ່ອງ​ທ່ຽວມາ ​ມາ​ເລ​ເຊຍ ​ຢູ່​ສະໜາມ​ບິນ​ສາກົນ​ ກົວ​ລາ​ລຳ​ເປີ, ວັນ​ທີ 2 ​ເມສາ 2022. ພາບ: AFP/VNA

ກ່ອນການລະບາດຂອງພະຍາດໂຄວິດ-19, ອາຊີຕາເວັນ ອອກສ່ຽງໃຕ້ ແມ່ນໜຶ່ງໃນບັນດາພາກພື້ນທີ່ມີການຂະຫຍາຍຕົວໄວທີ່ສຸດໃນການທ່ອງທ່ຽວ ທົ່ວໂລກ. ຕາມ​ຂໍ້​ມູນ​ຂອງ​ ທະນາຄານ​ ພັດທະນາ ​ອາຊີ (ADB), ​ໃນ​ປີ 2019 ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ ​ສາກົນ 137 ລ້ານ​ເທື່ອ​ຄົນ ​ແລະ ​ເກືອບ 1 ຕື້​ຄົນ​ ແມ່ນນັກທ່ອງທ່ຽວ ພາຍ​ໃນ​. ອຸດສາຫະກໍາການທ່ອງທ່ຽວກວມເອົາ 12.1% ຂອງ GDP ຂອງອາຊີຕາເວັນອອກສ່ຽງໃຕ້, ປະ ມານ 42 ລ້ານຄົນແມ່ນເຄື່ອນໄຫວໃນຂະແໜງການທ່ອງທ່ຽວ.

 ໃນ​ຂະນະ​ດຽວກັນ, ບັນດາ​ປະ​ເທດ​ ASEAN ​ໄດ້​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃຫ້ແກ່ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ຂອງ ມາ​ເລ​ເຊຍ, ກວມ 68,5% ຂອງ​ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ກ່ອນ​ໄລຍະການ ລະບາດ​ໂຄ​ວິດ-19. ທ່ານ​ນາງ Nancy Shukri ລັດຖະມົນຕີ​ກະ ຊວງ​ທ່ອງທ່ຽວ, ສິລະ​ປະ ​ແລະ ວັດທະນະ​ທຳ​ ມາ​ເລ​ເຊຍ​ ໃຫ້ຮູ້ວ່າ ບັນດາ​ປະ​ເທດ​ ASEAN ສາມາດ​ສົມທົບ​ກັນ​ຊຸກຍູ້​ການ​ຕະຫຼາດ ​ແລະ ການ​ບໍລິການ​ທ່ອງ​ທ່ຽວ​ຂອງ​ພາກ​ພື້ນ, ສິ່ງດັ່ງ ກ່າວສອດຄ່ອງ​ກັບ​ຄຳ​ຂວັນ​ໃໝ່​ຂອງ​ການ​ທ່ອງ​ທ່ຽວ ASEAN ​ແມ່ນ “ຈຸດໝາຍ​ປາຍທາງ​ຂອງ​ທຸກຄວາມ​ຝັນ”. ເຮັດໃຫ້ ASEAN ກາຍເປັນ ແຫຼ່ງທ່ອງທ່ຽວທີ່ມີຄຸນນະພາບ, ສະໜອງປະສົບການ ASEAN ທີ່ເປັນເອກະລັກ, ມີຈຸດພິເສດ ແລະ ມຸ່ງໝັ້ນພັດທະນາການທ່ອງທ່ຽວ ແບບມີຄວາມຮັບຜິດຊອບ, ຍືນຍົງ, ກວມລວມແລະມີຄວາມ ສົມດຸນ, ປະກອບສ່ວນອັນສຳຄັນເຂົ້າໃນຄວາມຜາສຸກທາງດ້ານເສດ ຖະກິດ-ສັງຄົມຂອງປະຊາຊົນ ASEAN.

ASEAN ​ໄດ້​ຮັບ​ຮູ້​ຄວາມ​ສຳ​ຄັນ​ຂອງ​ການ​ທ່ອງ​ທ່ຽວ​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະສາມາດຮັບມືກັບ​ວິ​ກິດ​ການຂອງຂະແໜງ ການທ່ອງທ່ຽວ. ສະນັ້ນ, ວິໄສທັດຂອງ “ແຜນຍຸດທະສາດການ ທ່ອງທ່ຽວ ASEAN 2016-2025” ຄືເຖິງປີ 2025, ASEAN ຈະກາຍເປັນແຫຼ່ງທ່ອງທ່ຽວ ທີ່ມີຄຸນນະພາບສູງ. ASEAN ຍັງ​ຈະ​ພະ ຍາຍາມ​ຊຸກຍູ້ຢ່າງ​ກວ້າງ​ຂວາງ​ເພື່ອ​​ພັດທະນາ​ການທ່ອງ ທ່ຽວ​ຢ່າງ​ມີ​ຄວາມ​ຮັບຜິດຊອບ, ​ແບບ​ຍືນ​ຍົງ, ກວມລວມ​ ແລະ ​ມີຄວາມສົມ​ດູນ, ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ຄວາມ​ຜາ​ສຸກ​ດ້ານ​ເສດຖະ ກິດ - ສັງຄົມ​ຂອງ​ປະຊາຊົນ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ບົດ: VNP/ບິກເວິນ - ພາບ: ແທງຢ່າງ, ເອກະສານ ແລະ VNP

top