80 ປີແຫ່ງການເປັນເອກະລາດ: ຫວຽດນາມ ຢືນຢັນ ຄວາມ ປາດຖະໜາສັນຕິພາບ ແລະ ວັດທະນາຖາວອນ
ວັນທີ 2 ກັນຍາ 2025, ທີ່ສະໜາມຫຼວງ ບາດິ່ງ, ນະຄອນຫຼວງ ຮ່າໂນ້ຍ, ຄະນະບໍລິຫານງານ ສູນກາງ ພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຄະນະກໍາມະການ ສູນກາງ ແນວໂຮມ ປະເທດຊາດ ຫວຽດນາມ ແລະ ນະຄອນ ຮ່າໂນ້ຍ ໄດ້ຈັດພິທີ ສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງການ ປະຕິວັດ ເດືອນສິງຫາ ປະສົບຜົນສໍາເລັດ (ວັນທີ 19 ສິງຫາອ1945 - ວັນທີ 19 ສິງຫາ 2025) ແລະ ວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ວັນທີ 2 ກັນຍາ 1945 - ວັນທີ 2 ກັນຍາ 2025) ຢ່າງສົມກຽດ.
ພິທີດັ່ງກ່າວມີການເຂົ້າຮ່ວມ ຂອງບັນດາການນໍາຂັ້ນສູງ ຂອງ ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ, ແນວໂຮມປະເທດ ຊາດ ຫວຽດນາມ, ພ້ອມດ້ວຍປະຊາຊົນ ຫຼາຍແສນຄົນ ໃນ ນະຄອນຫຼວງ ແລະ ທົ່ວປະເທດ. ຄະນະຜູ້ແທນສາກົນ ແລະ ມີຊາວ ຫວຽດນາມ ທີ່ຢູ່ຕ່າງປະເທດ ຫຼາຍຄະນະ ກໍໄດ້ເຂົ້າຮ່ວມ, ໃນນັ້ນ ມີການນໍາ ຂັ້ນສູງຈາກ ສປປ ລາວ, ກຳປູເຈຍ, ກູບາ, ສປ ຈີນ, ລັດເຊຍ ແລະ ເບລາຣຸດ, ເຊິ່ງສະແດງໃຫ້ ເຫັນເຖິງ ມິດຕະພາບ ແລະ ຄວາມສາມັກຄີ ສາກົນ.
ພິທີສະເຫຼີມສະຫຼອງ ໄດ້ຈັດຂຶ້ນທ່າມກາງບັນຍາກາດ ທີ່ເຄັ່ງຂຶມ ແລະ ສະຫງ່າຜ່າເຜີຍ, ດ້ວຍພິທີກໍາແຫ່ທວນໄຟ, ເຄົາລົບທຸງຊາດ, ຍິງປືນໃຫຍ່ 21 ນັດ ແລະ ບົດປາໄສ ອັນສໍາຄັນ ຂອງສະຫາຍ ເລຂາທິການໃຫຍ່ ໂຕເລີມ, ເຊິ່ງໄດ້ຢືນຢັນ ຄຸນຄ່າ ອັນເປັນອະມະຕະ ຂອງ ເອກະລາດ, ເສລີພາບ ແລະ ຄວາມປາດຖະໜາສັນຕິພາບ, ວັດທະນາຖາວອນ ຂອງຊາດ ຫວຽດນາມ.
ພິເສດ, ໃນພິທີສວນສະໜາມ, ແຫ່ຂະບວນ ຂະໜາດໃຫຍ່ ເຊິ່ງມີປະມານ 30.000 ຄົນ ແລະ ບັນດາກຳລັງສາກົນ ເຂົ້າຮ່ວມ, ໄດ້ສະແດງໃຫ້ເຫັນເຖິງ ພະລັງ ແຫ່ງຄວາມສາມັກ ຄີທົ່ວປວງຊົນ ທັງຊາດ, ພ້ອມທັງແນະນໍາ ບາດກ້າວໃໝ່ ໃນການພັດທະນາ ອຸດສາຫະກຳ ປ້ອງກັນປະເທດ ຂອງ ຫວຽດນາມ.
ເຫດການຄັ້ງນີ້ ໄດ້ກາຍເປັນຂີດໝາຍທາງປະຫວັດສາດ, ສ້າງ ແຮງບັນດານໃຈໃຫ້ ຫວຽດນາມ ສືບຕໍ່ ກ້າວເຂົ້າສູ່ຍຸກສະໄໝໃໝ່ ຢ່າງໝັ້ນຄົງ, ເພື່ອເປົ້າໝາຍ ການພັດທະນາ ແບບຍືນຍົງ ແລະ ຄວາມຜາສຸກ ຂອງ ປະຊາຊົນ.
- ປະບັດໂດຍ: ເຕິດເຊີນ, ຮວ່າງຮ່າ, ກົງດາດ, ແທງຢາງ, ແຄ໋ງລອງ/VNP - ແປໂດຍ: ບິກລຽນ