ສະຫາຍເລຂາທິການໃຫຍ່ ໂຕເລີມ ອ່ານບົດປາໄສ ສະເຫຼີມ ສະຫຼອງຄົບຮອບ 80 ປີ ການປະຕິວັດ ເດືອນ ສິງຫາ ປະສົບ ຜົນສຳເລັດ ແລະ ວັນຊາດທີ 2 ກັນຍາ. ພາບ: VNA
ບັນດາສະຫາຍການນໍາ, ອະດີດການນໍາຂອງພັກ, ລັດ, ບັນ ດາແຂກຕ່າງປະເທດ ແລະ ຜູ້ແທນຕ່າງໆ ປະຕິບັດ ພິທີເຄົາ ລົບທຸງຊາດ. ພາບ: VNA
ປືນໃຫຍ່ 15 ກະບອກ ພ້ອມກັນຍິງ, ເປີດສາກ ພິທີສະເຫຼີມ ສະຫຼອງ ສວນສະໜາມ, ແຫ່ຂະບວນ ຄົບຮອບ 80 ປີ ວັນ ຊາດ. ພາບ: ແທງຢາງ/VNP
ພິທີດັ່ງກ່າວມີການເຂົ້າຮ່ວມ ຂອງບັນດາການນໍາຂັ້ນສູງ ຂອງ ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ, ແນວໂຮມປະເທດ ຊາດ ຫວຽດນາມ, ພ້ອມດ້ວຍປະຊາຊົນ ຫຼາຍແສນຄົນ ໃນ ນະຄອນຫຼວງ ແລະ ທົ່ວປະເທດ. ຄະນະຜູ້ແທນສາກົນ ແລະ ມີຊາວ ຫວຽດນາມ ທີ່ຢູ່ຕ່າງປະເທດ ຫຼາຍຄະນະ ກໍໄດ້ເຂົ້າຮ່ວມ, ໃນນັ້ນ ມີການນໍາ ຂັ້ນສູງຈາກ ສປປ ລາວ, ກຳປູເຈຍ, ກູບາ, ສປ ຈີນ, ລັດເຊຍ ແລະ ເບລາຣຸດ, ເຊິ່ງສະແດງໃຫ້ ເຫັນເຖິງ ມິດຕະພາບ ແລະ ຄວາມສາມັກຄີ ສາກົນ.
ພິທີສະເຫຼີມສະຫຼອງ ໄດ້ຈັດຂຶ້ນທ່າມກາງບັນຍາກາດ ທີ່ເຄັ່ງຂຶມ ແລະ ສະຫງ່າຜ່າເຜີຍ, ດ້ວຍພິທີກໍາແຫ່ທວນໄຟ, ເຄົາລົບທຸງຊາດ, ຍິງປືນໃຫຍ່ 21 ນັດ ແລະ ບົດປາໄສ ອັນສໍາຄັນ ຂອງສະຫາຍ ເລຂາທິການໃຫຍ່ ໂຕເລີມ, ເຊິ່ງໄດ້ຢືນຢັນ ຄຸນຄ່າ ອັນເປັນອະມະຕະ ຂອງ ເອກະລາດ, ເສລີພາບ ແລະ ຄວາມປາດຖະໜາສັນຕິພາບ, ວັດທະນາຖາວອນ ຂອງຊາດ ຫວຽດນາມ.
ເຮືອບິນ ເຮລີຄອບແຕ ຖືທຸງຊາດ, ທຸງພັກ ບິນສະແດງ ຢູ່ເທິງ ທ້ອງຟ້າ ນະຄອນຫຼວງ ຮ່າໂນ້ຍ. ພາບ: ເຕິດເຊີນ/VNP
ບັນດາພາຫະນະ ທາງການທະຫານ ຂອງກອງທັບປະຊາຊົນ ຫວຽດນາມ ເຄື່ອນຜ່ານເວທີ. ພາບ: ຮ່ວາງຮ່າ/VNP
ບັນດາຮູບພາບທີ່ປະທັບໃຈ ຂອງບັນດາທີມສວນສະໜາມ. ພາບ: ຕັດເຊີນ/VNP
ບັນດາທີມສວນສະໜາມ, ແຫ່ຂະບວນ ຢູ່ຕາມຖະໜົນ ໃນ ນະຄອນຫຼວງ ຮ່າໂນ້ຍ. ພາບ: ກົງດາດ/VNP
ຮອຍຍິ້ມ ຂອງບັນດານັກຮົບ ໃນພິທີສະເຫຼີມສະຫຼອງ, ສວນ ສະໜາມ . ພາບ: ກົງດາດ/VNP
ກອງກຽດຕິຍົດ ກອງທັບປົດປ່ອຍ ປະຊາຊົນ ຈີນ. ພາບ: ກົງດາດ/VNP
ກ້ອນກຳລັງທຸງຊາດ ສະຫະພັນ ລັດເຊຍ. ພາບ: ກົງດາດ/VNP
ກ້ອນກຳລັງ ກອງທັບປະຊາຊົນ ລາວ. ພາບ: ຮ່ວາງຮ່າ/VNP
ກ້ອນກຳລັງ ກອງທັບພະລາຊະວັງ ກຳປູເຈຍ. ພາບ: ກົງ ດາດ/VNP
ຈໍ ຂະໜາດໃຫຍ່ຫຼາຍໜ່ວຍ ໄດ້ຖືກຕິດຕັ້ງ ຢູ່ຕາມຈຸດຕ່າງໆ ເພື່ອຖ່າຍທອດສົດ ໃຫ້ປະຊາຊົນ ສະດວກ ໃນການຕິດຕາມ ພິທີສວນສະໜາມ, ແຫ່ຂະບວນ. ພາບ: ເຕິດເຊີນ/VNP
ປະຊາຊົນນະຄອນຫຼວງຮ່າໂນ້ຍ ພົບປະກັບບັນດາ ຂະບວນ ແຫ່. ພາບ: ເຕິດເຊີນ/VNP
ເຫດການຄັ້ງນີ້ ໄດ້ກາຍເປັນຂີດໝາຍທາງປະຫວັດສາດ, ສ້າງ ແຮງບັນດານໃຈໃຫ້ ຫວຽດນາມ ສືບຕໍ່ ກ້າວເຂົ້າສູ່ຍຸກສະໄໝໃໝ່ ຢ່າງໝັ້ນຄົງ, ເພື່ອເປົ້າໝາຍ ການພັດທະນາ ແບບຍືນຍົງ ແລະ ຄວາມຜາສຸກ ຂອງ ປະຊາຊົນ.