60 ປີແຫ່ງການສ້າງສາຍພົວພັນ ແບບພິເສດ ຫວຽດນາມ - ລາວ
ຫວຽດນາມ ແລະ ລາວ ແມ່ນສອງປະເທດ ບ້ານໃກ້ເຮືອນຄຽງ ມີພູ ເຂົາ ແລະ ແມ່ນໍ້າ ຕິດຈອດກັນ, ສາຍພົວພັນທີ່ສະໜິດຕິດພັນ ຖານສະຫາຍອ້າຍນ້ອງ ລະຫວ່າງສອງຊາດ ໄດ້ຮັບການສ້າງຕັ້ງ ແລະ ຖະນຸຖະໜອມ ຜ່ານຫຼາຍ ເຊັ່ນຄົນ ໃນປະຫວັດສາດ ແຫ່ງການປົກປັກຮັກ ສາ ແລະ ສ້າງສາປະເທດຊາດ. ປີ 2022 ມີຄວາມໝາຍສຳຄັນພິເສດຕໍ່ ຫວຽດນາມ ແລະ ລາວ, ພັກ, ລັດ ແລະ ປະຊາຊົນ ສອງປະເທດ ໄດ້ຈັດຕັ້ງກິດຈະກຳ ທີ່ແທດເຖິງຕົວຈິງຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດ ລະຫວ່າງສອງຊາດ (ວັນທີ 5 ກັນຍາ 1962 - ວັນທີ 5 ກັນຍາ 2022) ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາມິດ ຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 - 18 ກໍລະກົດ 2022).
ໃນຫຼາຍທົດສະວັດຜ່ານມາ, ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງປະຊາຊົນ ສອງປະເທດ ຫວຽດນາມ-ລາວ ໄດ້ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພາ ນຸວົງ ວາງຮາກຖານ ແລະ ໄດ້ບັນດາຮຸ່ນການນຳພັກ, ລັດ ແລະ ປະ ຊາຊົນ ສອງປະເທດ ອອກແຮງ ເພີ່ມພູນຄູນສ້າງ ແລະ ປົກປັກຮັກສາ ໃຫ້ກາຍເປັນຊັບສົມອັນລໍ້າຄ່າລວມ ຂອງ ສອງຊາດ ບົນເສັ້ນທາງພັດທະນາປະເທດຊາດ ວັດທະນາຖາວອນ, ປະຊາຊົນ ໄດ້ໃຊ້ຊີວິດ ໃນຄວາມອີ່ມໜໍາສໍາລານ ແລະ ມີຄວາມສຸກ.
ພາຍຫຼັງສັນຕິພາບ ໄດ້ຮັບການຟື້ນຟູ, ສອງປະເທດໄດ້ລົງນາມໃນສົນ ທິສັນຍາມິດຕະພາບ ແລະ ການຮ່ວມມື ໃນວັນທີ 18 ກໍລະກົດ 1977, ແມ່ນພື້ນຖານດ້ານການເມືອງ, ນິຕິກຳທີ່ສຳຄັນ ເພື່ອຮັດແໜ້ນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ສາຍພົວພັນ ຫວຽດນາມ - ລາວ ໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ນັບແຕ່ນັ້ນມາ, ການພົວພັນດ້ານການເມືອງ ລະຫວ່າງສອງພັກ ແລະ ສອງປະເທດ ນັບມື້ນັບມີຄວາມສະໜິດຕິດແໜ້ນ ແລະ ໄວ້ເນື້ອເຊື່ອໃຈ, ເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ທິດທາງການຮ່ວມມື ລະຫວ່າງສອງປະເທດ ໃນທຸກຂົງເຂດ. ນັບແຕ່ປີ 2013 ເປັນຕົ້ນມາ, ສອງຝ່າຍໄດ້ສຳເລັດວຽກງານປັກຫຼັກໝາຍຖີ່, ບູລະນະຫຼັກໝາຍຊາຍແດນ ລະ ຫວ່າງສອງປະເທດ ບົນພື້ນທີ່ຕົວຈິງ. ຫຼາຍໂຄງການ, ກິດຈະການ ຮ່ວມມື ທີ່ເຕັມໄປດ້ວຍສີສັນ ຂອງ ໄມຕີຈິດມິດຕະພາບ ໄດ້ ແລະ ກຳ ລັງເສີມຂະຫຍາຍຢ່າງມີປະສິດທິຜົນ. ພົ້ນເດັ່ນໃນນັ້ນແມ່ນ ຫໍສະພາແຫ່ງຊາດຫຼັງໃໝ່ຂອງ ລາວ ໄດ້ເປີດນໍາໃຊ້ໃນປີ 2021.
ເມື່ອຫວນຄືນຫຼັງ ໄລຍະທາງປະຫວັດສາດ ອັນສະຫງ່າອົງອາດ ທີ່ໄດ້ຜ່ານພົ້ນໄປ, ຫວຽດນາມ ແລະ ລາວ ສາມາດພູມໃຈ ໃນຂະບວນການກໍ່ຮ່າງສ້າງຕົວ ແລະ ພັດທະນາ ຂອງສາຍພົວພັນແບບພິເສດ ແລະ ຫາຍາກ ລະຫວ່າງ ປະຊາຊົນ ສອງປະເທດ.
ສາຍພົວພັນ ໜຶ່ງບໍ່ມີສອງ ໃນປະຫວັດສາດໂລກ
ຄວາມສາມັກຄີ, ການຮ່ວມມື ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ລະຫວ່າງ ຫວຽດນາມ -ລາວ ແມ່ນກົດເກນພາວະວິໄສ, ແມ່ນປັດໄຈເປັນ-ຕາຍ ຂອງ ແຕ່ລະພັກ, ພ້ອມດຽວກັນ ກໍ່ເປັນຊັບສົມບັດລວມ ອັນລໍ້າຄ່າ ແລະ ເປັນພື້ນຖານ ເພື່ອໃຫ້ສອງປະເທດ ພວກເຮົາ ພ້ອມກັນເສີມຂະຫຍາຍ ໃນປະຫວັດສາດຕໍ່ໆ ໄປ ຂອງ ສອງປະເທດ. ຫວຽດນາມ ແລະ ລາວ ບໍ່ພຽງແຕ່ ເປັນສອງປະເທດ ບ້ານໃກ້ເຮືອນຄຽງເທົ່ານັ້ນ ແຕ່ຍັງແມ່ນ ສອງປະເທດ ສະຫາຍ ອ້າຍນ້ອງອີກດ້ວຍ. ສິ່ງດັ່ງກ່າວໄດ້ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ເນັ້ນໜັກ ທີ່ພິທີສະເຫຼີມ ສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ທີ່ໄດ້ຮັບການຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ.
ດ້ວຍຮູບຖ່າຍ 100 ກວ່າແຜ່ນ ກ່ຽວກັບສາຍພົວພັນຂອງສອງປະເທດ, ງານວາງສະແດງຮູບພາບທີ່ໃສ່ຊື່ “ໄມຕີຈິດມິດຕະພາບ ລາວ-ຫວຽດ ນາມ ໝັ້ນຄົງຕະຫຼອດໄປ” ໄດ້ປະກອບສ່ວນ ເພີ່ມທະວີສາຍພົວພັນມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງປະເທດ ຫວຽດນາມ ແລະ ລາວ.
ກ່າວປາໄສ ໃນພິທີສະເຫຼີມສະຫຼອງ ທີ່ໄດ້ຈັດຂຶ້ນ ຢູ່ນະຄອນຫຼວງ ວຽງຈັນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໄດ້ທວນຄືນມູນເຊື້ອ ສະໜິດຕິດພັນ, ສັດຊື່ບໍລິສຸດ ທີ່ມີມາແຕ່ດົນນານ ຂອງ ສອງປະເທດບ້ານໃກ້ເຮືອນຄຽງ, ພິເສດ ແມ່ນ ນັບແຕ່ການກຳເນີດ ຂອງ ພັກກອມມູນິດ ອິນດູຈີນ ແລະ ປະ ຫວັດສາດ ສອງປະເທດ ເປັນພັນທະມິດ ຕໍ່ສູ້ຕ້ານການຮຸກຮານ ຈາກ ພາຍນອກ ເພື່ອຍາດເອົາເອກະລາດ; ພ້ອມກັນນັ້ນ, ສະຫາຍ ຍັງເນັ້ນໜັກວ່າ ໃນຕະຫຼອດໄລຍະການຕໍ່ສູ້ອັນຍາວນານ, ດ້ວຍຄວາມຫຍຸ້ງ ຍາກລຳບາກນາໆ ປະການ, ປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ ໄດ້ມີຄວາມອົງອາດກ້າແກ່ນ, ພິລະອາດຫານ, ຄຽງບ່າ ຄຽງໄຫຼ່ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ເດັດດ່ຽວຕໍ່ສູ້ ແລະ ພ້ອມທ່ີຈະເສຍສະຫຼະເພື່ອກັນ.
ນັ້ນແມ່ນຕົ້ນກໍາເນີດ ຂອງສາຍພົວພັນແບບພິເສດ, ເປັນແບບຢ່າງ ແລະ ຫາຍາກໃນໂລກ, ເປັນປັດໄຈຕັດສິນ ຜົນສຳເລັດ ແລະ ໄຊຊະ ນະ ຂອງ ການປະຕິວັດ ຂອງແຕ່ລະປະເທດ. ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຕັດສິນໃຈ ຮ່ວມກັນ ປົກປັກຮັກສາ ສາຍພົວ ພັນທີ່ເປັນແບບຢ່າງ, ຊື່ສັດບໍລິສຸດ ໜຶ່ງບໍ່ມີສອງໃນປະຫວັດສາດໂລກ.
ສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ໄດ້ດຳເນີນໄປດ້ວຍກິດ ຈະການຫຼາຍຢ່າງຄື: ງານວາງສະແດງຮູບຖ່າຍ, ເອກະສານ, ວັດຖຸແລະ ປື້ມ ໃນຫົວຂໍ້ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ, ຫວຽດນາມ - ລາວ 2022”; ງານວາງສະແດງ “ຄວາມງາມ ຫວຽດ ນາມ” ດ້ວຍຮູບແຕ້ມ, ຮູບຖ່າຍ 60 ແຜ່ນ ກ່ຽວກັບ ປະເທດຊາດ, ຜູ້ຄົນ, ທິວທັດທຳມະຊາດ ແລະ ຊີວິດການເປັນຢູ່ ປະຈຳວັນ ຂອງຊາວ ຫວຽດນາມ.
ຊຸກຍູ້ການຮ່ວມມືໃນທຸກຂົງເຂດ
ໃນການພົບປະເຈລະຈາ, ພົບປະແລກປ່ຽນ ຄໍາຄິດຄໍາເຫັນຄັ້ງຕ່າງໆ, ການນຳຂັ້ນສູງ 2 ປະເທດ ໄດ້ຕີລາຄາສູງ ການພັດທະນາອັນດີງາມ ແລະ ໝັ້ນຄົງ ຂອງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນຊຸມປີຜ່ານມາ, ສະແດງຄວາມປາດຖະໜາ ຢາກຊຸກຍູ້ການພົວພັນຮ່ວມມືໃນທຸກຂົງເຂດ.
ໃນນັ້ນ, ການຮ່ວມມືດ້ານປ້ອງກັນປະເທດ, ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນ ຂອງການພົວພັນ ຫວຽດນາມ-ລາວ. ສອງປະເທດສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການຮັກສາ ສະຖຽນລະພາບ ດ້ານການເມືອງ, ຮັບປະກັນການ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍແລະ ຄວາມປອດໄພທາງສັງຄົມ ຢູ່ແຕ່ລະປະເທດ.
ການຮ່ວມມືດ້ານເສດຖະກິດ ໄດ້ກາຍເປັນພື້ນຖານ ອັນຍາວນານ ໃນການພົວພັນ ລະຫວ່າງສອງປະເທດ ແລະ ນັບມື້ນັບເລິກເຊິ່ງ. ເຖິງວ່າຈະໄດ້ຮັບຜົນກະທົບຫຼາຍຢ່າງ ຈາກການລະບາດໂຄວິດ-19, ແຕ່ການແລກປ່ຽນການຄ້າ ຂອງສອງປະເທດ ໃນປີ 2021 ຍັງຄົງເຕີບໂຕ 33,3%, ບັນລຸ 1,37 ຕື້ ໂດລາສະຫະລັດ. ການຮ່ວມມືດ້ານການລົງທຶນຍັງໄດ້ຮັບການຂະຫຍາຍຕົວຢ່າງກະໂດດຂັ້ນ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ລົງທຶນເຂົ້າໃນ 214 ໂຄງການຢູ່ ລາວ ດ້ວຍຍອດຈຳ ນວນທຶນ 5,33 ຕື້ ໂດລາສະຫະລັດ, ເປັນອັນດັບ 3 ໃນບັນດາປະເທດ ແລະ ເຂດແຄວ້ນລົງທຶນຢູ່ ລາວ.
ກ່ຽວກັບການຮ່ວມມືດ້ານການສຶກສາ, ເພື່ອຊ່ວຍເຫຼືອ ລາວ ມີແຫຼ່ງຊັບ ພະຍາກອນມະນຸດ ທີ່ມີຄຸນນະພາບ ຢ່າງພຽງພໍ ໃນຂະບວນການປ້ອງກັນ ແລະ ພັດທະນາປະເທດຊາດ, ໃນໄລຍະ 60 ປີຜ່ານມາ, ຫວຽດ ນາມ ໄດ້ຊ່ວຍ ລາວ ບຳລຸງສ້າງພະນັກງານລັດຖະກອນ, ນັກຄົ້ນຄວ້າ, ພະນັກງານການແພດ, ທະຫານ, ວິສະວະກອນ ນັບໝື່ນຄົນ… ທ່ານ ສຈ ປອ ພຸດ ສິມມະລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລາວ ໄດ້ຢືນຢັນວ່າ: “ນີ້ແມ່ນແຫຼ່ງທຶນອັນລ້ຳຄ່າ ທີ່ບໍ່ມີສິ່ງໃດສາ ມາດຈະປຽບທຽບໄດ້, ປະກອບສ່ວນຊ່ວຍໃຫ້ການພົວພັນຮ່ວມມືຮອບ ດ້ານລະຫວ່າງ ລາວ-ຫວຽດນາມ ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ”.
ສອງປະເທດຍັງໄດ້ເພີ່ມທະວີ ການຮ່ວມມື ດ້ານການແພດ ຢ່າງບໍ່ຢຸດຢັ້ງ, ໂດຍສະເພາະ ຂະແໜງສາທາລະນະສຸກ ຫວຽດນາມ - ລາວ ໄດ້ສຸມໃສ່ເຂົ້າໃນຂົງເຂດຕົ້ນຕໍ ຈຳນວນໜຶ່ງເຊັ່ນ: ການກວດກາ ແລະ ປິ່ນ ປົວພະຍາດ; ການບຳລຸສ້າງ ຝຶກອົບຮົມ, ລົງທຶນໃນການຜະລິດຢາ; ການຄຸ້ມຄອງຫຼັກອະນາໄມດ້ານສະບຽງອາຫານ…
ບົນເສັ້ນທາງ 60 ປີ ປະຫວັດສາດ ທີ່ສະຫງ່າອົງອາດໄດ້ຜ່ານໄປ, ປະຊາຊົນ ສອງປະເທດ ມີຄວາມພາກພູມໃຈ ທີ່ສຸດ ຕໍ່ສາຍພົວພັນແບບພິເສດ ຫວຽດນາມ - ລາວ ເຊິ່ງມີການພັດທະນາຢ່າງບໍ່ຢຸດຢັ້ງ. ສາຍພົວພັນນີ້ໄດ້ກາຍເປັນກົດເກນແຫ່ງການພັດທະນາ, ເປັນປັດໄຈສຳຄັນເພື່ອຮັບປະກັນໄຊຊະນະ ແຫ່ງການປະຕິວັດ ຂອງແຕ່ລະປະເທດ, ເປັນຊັບສົມບັດ ລວມອັນລ້ຳຄ່າ ຂອງສອງພັກ ແລະ ປະຊາຊົນສອງປະເທດ ໃນປັດຈຸບັນ ຕ້ອງປົກປັກຮັກສາ, ເສີມສ້າງ ແລະ ບຳລຸງສ້າງ ແລະ ສືບທອດໃຫ້ລູກຫຼານຮຸ່ນຕໍ່ໆ ໄປ.
ບົດ: VNP ສັງລວມ - ພາບ: VNA - ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ