ສາລະຄະດີ

60 ປີແຫ່ງການສ້າງສາຍພົວພັນ ແບບພິເສດ ຫວຽດນາມ - ລາວ

ຫວຽດນາມ ແລະ ລາວ ແມ່ນສອງປະເທດ ບ້ານໃກ້ເຮືອນຄຽງ ມີພູ ເຂົາ ແລະ ແມ່ນໍ້າ ຕິດຈອດກັນ, ສາຍພົວພັນທີ່ສະໜິດຕິດພັນ ຖານສະຫາຍອ້າຍນ້ອງ ລະຫວ່າງສອງຊາດ ໄດ້ຮັບການສ້າງຕັ້ງ ແລະ ຖະນຸຖະໜອມ ຜ່ານຫຼາຍ &a

ຫວຽດນາມ ແລະ ລາວ ແມ່ນສອງປະເທດ ບ້ານໃກ້ເຮືອນຄຽງ ມີພູ ເຂົາ ແລະ ແມ່ນໍ້າ ຕິດຈອດກັນ, ສາຍພົວພັນທີ່ສະໜິດຕິດພັນ ຖານສະຫາຍອ້າຍນ້ອງ ລະຫວ່າງສອງຊາດ ໄດ້ຮັບການສ້າງຕັ້ງ ແລະ ຖະນຸຖະໜອມ ຜ່ານຫຼາຍ ເຊັ່ນຄົນ ໃນປະຫວັດສາດ ແຫ່ງການປົກປັກຮັກ ສາ ແລະ ສ້າງສາປະເທດຊາດ. ປີ 2022 ມີຄວາມໝາຍສຳຄັນພິເສດຕໍ່ ຫວຽດນາມ ແລະ ລາວ, ພັກ, ລັດ ແລະ ປະຊາຊົນ ສອງປະເທດ ໄດ້ຈັດຕັ້ງກິດຈະກຳ ທີ່ແທດເຖິງຕົວຈິງຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດ ລະຫວ່າງສອງຊາດ (ວັນທີ 5 ກັນຍາ 1962 - ວັນທີ 5 ກັນຍາ 2022) ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາມິດ ຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 - 18 ກໍລະກົດ 2022).

ບັນ​ດາ​ຂີດໝາຍ​ສຳ​ຄັນ​ໃນ​ການ​ພົວ​ພັນ​ ຫວຽດ​ນາມ - ລາວ. ພາບ: VNA

ໃນ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ, ສາຍ​ພົວພັນ​ມິດຕະພາບ ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ  ​ລະຫວ່າງ​ປະຊາຊົນ ​ສອງ​ປະ​ເທດ​ ຫວຽດນາມ-ລາວ ໄດ້​ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພາ ນຸວົງ  ວາງຮາກຖານ ແລະ ໄດ້ບັນດາຮຸ່ນການນຳພັກ, ລັດ ແລະ ປະ ຊາຊົນ ສອງປະເທດ ອອກແຮງ ເພີ່ມພູນຄູນສ້າງ ແລະ ປົກປັກຮັກສາ ໃຫ້ກາຍເປັນຊັບສົມອັນລໍ້າຄ່າລວມ ຂອງ ສອງຊາດ ບົນເສັ້ນທາງພັດທະນາປະເທດຊາດ ວັດທະນາຖາວອນ, ປະຊາຊົນ ໄດ້ໃຊ້ຊີວິດ ໃນຄວາມອີ່ມໜໍາສໍາລານ ແລະ ມີຄວາມສຸກ.     

ພາຍຫຼັງ​ສັນຕິພາບ​ ໄດ້​ຮັບ​ການ​ຟື້ນ​ຟູ, ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ສົນ ທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ ໃນ​ວັນ​ທີ 18 ກໍລະກົດ 1977, ​ແມ່ນ​ພື້ນຖານ​ດ້ານ​ການ​ເມືອງ, ນິຕິກຳທີ່​ສຳຄັນ​ ເພື່ອ​ຮັດ​ແໜ້ນ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ສາຍ​ພົວພັນ ​ຫວຽດນາມ - ລາວ ​ໃນ​ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ. 

ນັບ​ແຕ່​ນັ້ນ​ມາ, ການ​ພົວພັນ​ດ້ານ​ການ​ເມືອງ​ ລະຫວ່າງ​ສອງ​ພັກ ​ແລະ ສອງ​ປະ​ເທດ ​ນັບ​ມື້​ນັບມີຄວາມ​ສະໜິດຕິດ​ແໜ້ນ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນ ​ໃຫ້​ແກ່​ທິດ​ທາງ​ການ​ຮ່ວມ​ມື ​ລະຫວ່າງ​ສອງ​ປະ​ເທດ ​ໃນ​ທຸກ​ຂົງ​ເຂດ. ນັບ​ແຕ່​ປີ 2013 ​ເປັນ​ຕົ້ນ​ມາ, ສອງ​ຝ່າຍ​ໄດ້​ສຳ​ເລັດ​ວຽກ​ງານ​ປັກຫຼັກໝາຍຖີ່, ບູລະນະຫຼັກໝາຍຊາຍແດນ ລະ ຫວ່າງສອງປະເທດ ບົນພື້ນທີ່ຕົວຈິງ. ຫຼາຍ​ໂຄງການ, ກິດຈະການ ​ຮ່ວມ​ມື ​ທີ່ເຕັມໄປດ້ວຍສີສັນ ຂອງ ໄມຕີຈິດມິດຕະພາບ ໄດ້ ແລະ ກຳ ລັງ​ເສີມຂະຫຍາຍຢ່າງມີປະສິດທິຜົນ. ພົ້ນເດັ່ນໃນນັ້ນແມ່ນ ຫໍສະພາແຫ່ງຊາດຫຼັງໃໝ່ຂອງ ລາວ ໄດ້ເປີດນໍາໃຊ້ໃນປີ 2021. 

ເມື່ອຫວນຄືນຫຼັງ ໄລຍະທາງປະຫວັດສາດ ອັນສະຫງ່າອົງອາດ ທີ່ໄດ້ຜ່ານພົ້ນໄປ, ຫວຽດນາມ ແລະ ລາວ ສາມາດພູມໃຈ ໃນຂະບວນການກໍ່ຮ່າງສ້າງຕົວ ແລະ ພັດທະນາ ຂອງສາຍພົວພັນແບບພິເສດ ແລະ ຫາຍາກ ລະຫວ່າງ ປະຊາຊົນ ສອງປະເທດ.​

ສາຍພົວພັນ ໜຶ່ງບໍ່ມີສອງ ໃນປະຫວັດສາດໂລກ

ສອງ​ພັກ, ສອງລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ ຕັດສິນໃຈ ​ຮ່ວມ​ກັນ ​ປົກ​ປັກ​ຮັກສາ ​ສາຍ​ພົວ ພັນທີ່ເປັນແບບ​ຢ່າງ, ຊື່​ສັດບໍລິສຸດ ໜຶ່ງບໍ່ມີສອງໃນປະຫວັດສາດໂລກ. ພາບ: VNA

ຄວາມສາມັກຄີ, ການຮ່ວມມື ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ລະຫວ່າງ ຫວຽດນາມ -ລາວ ແມ່ນກົດເກນພາວະວິໄສ, ແມ່ນປັດໄຈເປັນ-ຕາຍ ຂອງ ແຕ່ລະພັກ, ພ້ອມດຽວກັນ ກໍ່ເປັນຊັບສົມບັດລວມ ອັນລໍ້າຄ່າ ແລະ ເປັນພື້ນຖານ ເພື່ອໃຫ້ສອງປະເທດ ພວກເຮົາ ພ້ອມກັນເສີມຂະຫຍາຍ ໃນປະຫວັດສາດຕໍ່ໆ ໄປ ຂອງ ສອງປະເທດ. ຫວຽດນາມ ແລະ ລາວ ບໍ່ພຽງແຕ່ ເປັນສອງປະເທດ ບ້ານໃກ້ເຮືອນຄຽງເທົ່ານັ້ນ ແຕ່ຍັງແມ່ນ ສອງປະເທດ ສະຫາຍ ອ້າຍນ້ອງອີກດ້ວຍ. ສິ່ງດັ່ງກ່າວໄດ້ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ເນັ້ນໜັກ ທີ່ພິທີສະເຫຼີມ ສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ທີ່ໄດ້ຮັບການຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ. 

ດ້ວຍ​ຮູບ​ຖ່າຍ 100 ກວ່າ​ແຜ່ນ​ ກ່ຽວ​ກັບ​ສາຍ​ພົວພັນ​ຂອງ​ສອງ​ປະ​ເທດ, ງານ​ວາງສະ​ແດງ​ຮູບ​ພາບທີ່ໃສ່ຊື່ “ໄມຕີຈິດມິດຕະພາບ ລາວ-ຫວຽດ ນາມ ໝັ້ນຄົງຕະຫຼອດໄປ” ​ໄດ້​ປະກອບສ່ວນ ເພີ່ມທະວີສາຍ​ພົວພັນ​ມິດຕະພາບ​ ທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ​ຂອງ​ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ ​ສອງ​ປະ​ເທດ ​ຫວຽດນາມ ​ແລະ ລາວ.

ກ່າວປາໄສ ໃນພິທີສະເຫຼີມສະຫຼອງ ທີ່ໄດ້ຈັດຂຶ້ນ ຢູ່ນະຄອນຫຼວງ ວຽງຈັນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໄດ້ທວນຄືນມູນເຊື້ອ ສະໜິດຕິດພັນ, ສັດຊື່ບໍລິສຸດ ທີ່ມີມາແຕ່ດົນນານ ຂອງ ສອງປະເທດບ້ານໃກ້ເຮືອນຄຽງ, ພິເສດ ແມ່ນ ນັບແຕ່ການກຳເນີດ ຂອງ ພັກກອມມູນິດ ອິນດູຈີນ ແລະ ປະ ຫວັດສາດ ສອງປະເທດ ເປັນພັນທະມິດ ຕໍ່ສູ້ຕ້ານການຮຸກຮານ ຈາກ ພາຍນອກ ເພື່ອຍາດເອົາເອກະລາດ; ພ້ອມກັນນັ້ນ, ສະຫາຍ ຍັງເນັ້ນໜັກວ່າ ໃນຕະຫຼອດໄລຍະການຕໍ່ສູ້ອັນຍາວນານ, ດ້ວຍຄວາມຫຍຸ້ງ ຍາກລຳບາກນາໆ ປະການ, ປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ ໄດ້ມີຄວາມອົງອາດກ້າແກ່ນ, ພິລະອາດຫານ, ຄຽງບ່າ ຄຽງໄຫຼ່ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ເດັດດ່ຽວຕໍ່ສູ້ ແລະ ພ້ອມທ່ີຈະເສຍສະຫຼະເພື່ອກັນ.   

ນັ້ນແມ່ນຕົ້ນກໍາເນີດ ຂອງສາຍພົວພັນແບບພິເສດ, ເປັນແບບຢ່າງ ແລະ ຫາຍາກໃນໂລກ, ເປັນປັດໄຈຕັດສິນ ຜົນສຳເລັດ ແລະ ໄຊຊະ ນະ ຂອງ ການປະຕິວັດ ຂອງແຕ່ລະປະເທດ. ສອງ​ພັກ, ສອງລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ ຕັດສິນໃຈ ​ຮ່ວມ​ກັນ ​ປົກ​ປັກ​ຮັກສາ ​ສາຍ​ພົວ ພັນທີ່ເປັນແບບ​ຢ່າງ, ຊື່​ສັດບໍລິສຸດ ໜຶ່ງບໍ່ມີສອງໃນປະຫວັດສາດໂລກ. 

ສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ໄດ້ດຳເນີນໄປດ້ວຍກິດ ຈະການຫຼາຍຢ່າງຄື: ງານວາງສະແດງຮູບຖ່າຍ, ເອກະສານ, ວັດຖຸແລະ ປື້ມ ໃນຫົວຂໍ້ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ, ຫວຽດນາມ - ລາວ 2022”; ງານ​ວາງສະ​ແດງ “ຄວາມ​ງາມ ​​ຫວຽດ ນາມ” ດ້ວຍ​ຮູບ​ແຕ້ມ, ຮູບຖ່າຍ 60 ​ແຜ່ນ ​ກ່ຽວ​ກັບ ​ປະ​ເທດຊາດ, ຜູ້ຄົນ, ທິວທັດທຳມະຊາດ ແລະ ຊີວິດການເປັນຢູ່ ປະຈຳ​ວັນ ​ຂອງ​ຊາວ ຫວຽດນາມ.

ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ

ໃນການ​ພົບ​ປະ​ເຈລະຈາ, ພົບປະແລກປ່ຽນ ຄໍາຄິດຄໍາເຫັນຄັ້ງຕ່າງໆ, ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ​ໄດ້​ຕີ​ລາຄາ​ສູງ​ ການ​ພັດທະນາ​ອັນ​ດີງາມ ​ແລະ ໝັ້ນຄົງ ​ຂອງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ​ໃນ​ຊຸມ​ປີ​​ຜ່ານ​ມາ, ສະແດງຄວາມປາດ​ຖະໜາ ​ຢາກ​ຊຸກຍູ້​ການ​ພົວພັນຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. 

ໃນນັ້ນ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ສຳ​ຄັນ ​ຂອງ​ການ​ພົວ​ພັນ ຫວຽດ​ນາມ-ລາວ. ສອງປະ​ເທດ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ ໃນ​ການ​ຮັກສາ ​ສະຖຽນ​ລະ​ພາບ​ ດ້ານ​ການ​ເມືອງ, ຮັບປະກັນ​ການ ​ປ້ອງ​ກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​​ແລະ ຄວາມ​ປອດ​ໄພທາງ​ສັງຄົມ ຢູ່​ແຕ່ລະ​ປະ​ເທດ.

ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ ໄດ້​ກາຍ​ເປັນ​ພື້ນ​ຖານ ​ອັນ​ຍາວ​ນານ ​ໃນ​ການ​ພົວ​ພັນ​ ລະ​ຫວ່າງ​ສອງ​ປະ​ເທດ​ ແລະ ນັບ​ມື້​ນັບ​ເລິກເຊິ່ງ. ​ເຖິງ​ວ່າ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຫຼາຍ​ຢ່າງ​ ຈາກ​ການລະບາດ​ໂຄ​ວິດ-19, ​ແຕ່​ການ​ແລກປ່ຽນ​ການ​ຄ້າ ​ຂອງ​ສອງ​ປະ​ເທດ​ ໃນ​ປີ 2021 ຍັງ​ຄົງ​ເຕີບ​ໂຕ 33,3%, ບັນລຸ 1,37 ຕື້ ໂດລາສະຫະລັດ. ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ຍັງ​ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ​ຢ່າງກະໂດດຂັ້ນ​. ມາ​ຮອດ​ປັດຈຸ​ບັນ, ຫວຽດນາມ ​ໄດ້​ລົງທຶນ​ເຂົ້າ​ໃນ 214 ​ໂຄງການ​ຢູ່​ ລາວ ດ້ວຍ​ຍອດ​ຈຳ ນວນ​ທຶນ 5,33 ຕື້ ໂດລາສະຫະລັດ, ເປັນ​ອັນ​ດັບ 3 ​ໃນ​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ລົງທຶນ​ຢູ່ ​ລາວ.

ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ​ເພື່ອ​​ຊ່ວຍເຫຼືອ ​ລາວ ​ມີ​ແຫຼ່ງຊັບ ພະຍາກອນ​ມະນຸດ ​ທີ່​ມີ​ຄຸນ​ນະພາ​ບ ຢ່າງ​ພຽງພໍ ​ໃນ​ຂະ​ບວນການ​ປ້ອງ​ກັນ​ ​ແລະ ພັດທະນາປະເທດຊາດ, ​ໃນ​ໄລຍະ 60 ປີຜ່ານມາ, ຫວຽດ ນາມ ​ໄດ້​ຊ່ວຍ​ ລາວ ​ບຳລຸງ​ສ້າງ​ພະນັກງານ​ລັດຖະກອນ, ນັກ​ຄົ້ນ​ຄວ້າ, ພະນັກງານ​ການ​ແພດ, ທະຫານ, ວິສະວະກອນ ​ນັບ​ໝື່ນ​ຄົນ… ທ່ານ ສຈ ປອ ພຸດ ສິມມະລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລາວ ໄດ້ຢືນຢັນ​ວ່າ: “ນີ້​ແມ່ນ​ແຫຼ່ງ​ທຶນອັນ​ລ້ຳ​ຄ່າ​ ທີ່​ບໍ່ມີສິ່ງໃດສາ ມາດ​ຈະ​ປຽບ​ທຽບ​ໄດ້, ປະກອບສ່ວນ​ຊ່ວຍໃຫ້​ການ​ພົວພັນ​ຮ່ວມ​ມື​ຮອບ ດ້ານ​ລະຫວ່າງ​ ລາວ-ຫວຽດນາມ ເກີດດອກອອກຜົນ​ຢ່າງ​ບໍ່​ຢຸດ​ຢັ້ງ”.

ສາຍ​ພົວພັນ​ແບບ​ພິ​ເສດ​ ຫວຽດນາມ - ລາວ ​ເຊິ່ງມີການພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. 

ສອງ​ປະ​ເທດ​ຍັງ​ໄດ້​ເພີ່ມ​ທະວີ​ ການ​ຮ່ວມ​ມື​ ດ້ານ​ການ​ແພດ​ ຢ່າງ​ບໍ່​ຢຸດ​ຢັ້ງ, ໂດຍສະ​ເພາະ​ ຂະ​ແໜງ​ສາທາລະນະ​ສຸກ ຫວຽດນາມ - ລາວ ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ຂົງ​ເຂດຕົ້ນຕໍ ຈຳນວນໜຶ່ງ​ເຊັ່ນ: ການ​ກວດກາ ​ແລະ ປິ່ນ ປົວ​ພະຍາດ; ການບຳລຸສ້າງ ຝຶກອົບຮົມ, ລົງທຶນໃນການຜະລິດຢາ; ການຄຸ້ມຄອງຫຼັກອະນາໄມດ້ານສະບຽງອາຫານ…

ບົນເສັ້ນທາງ 60 ປີ​ ປະຫວັດສາດ ທີ່ສະຫງ່າອົງອາດໄດ້ຜ່ານໄປ, ປະຊາຊົນ ​ສອງ​ປະ​ເທດ ​ມີ​ຄວາມ​ພາກພູມ​ໃຈ​ ທີ່​ສຸດ ​ຕໍ່​ສາຍ​ພົວພັນ​ແບບ​ພິ​ເສດ​ ຫວຽດນາມ - ລາວ ​ເຊິ່ງມີການພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ສາຍພົວພັນ​ນີ້​ໄດ້​ກາຍ​ເປັນ​ກົດເກນ​ແຫ່ງ​ການ​ພັດທະນາ, ​ເປັນ​ປັດ​ໄຈ​ສຳຄັນ​ເພື່ອ​ຮັບປະກັນ​ໄຊຊະນະ ​ແຫ່ງ​ການ​ປະຕິວັດ​ ຂອງ​ແຕ່ລະ​ປະ​ເທດ, ​ເປັນ​ຊັບ​ສົມບັດ ​ລວມອັນ​ລ້ຳ​ຄ່າ​ ຂອງ​ສອງ​ພັກ ​ແລະ ປະຊາຊົນ​ສອງ​ປະ​ເທດ​ ໃນ​ປັດຈຸ​ບັນ ​ຕ້ອງ​ປົກ​ປັກ​ຮັກສາ, ເສີມສ້າງ ແລະ ບຳລຸງ​ສ້າງ ​ແລະ ສືບທອດໃຫ້ລູກຫຼານຮຸ່ນຕໍ່ໆ ໄປ. 


ບົດ: VNP ສັງລວມ - ພາບ: VNA - ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ 


top