ໝູ່ບ້ານອາຊີບຜະລິດທູບ ກວາງຝູ໋ເກົ່າ
ມາຍັງໝູ່ບ້ານອາຊີບຜະລິດທູບ ກວາງຝູ໋ເກົ່າ (ເມືອງ ອຶງຮວ່າ, ຮ່າໂນ້ຍ), ນັກທ່ອງທ່ຽວສາມາດຖ່າຍຮູບ ເຊັກອິນ ບັນດາ ຮູບ ພາບທີ່ເປັນເອກະລັກສະເພາະ ແລະ ຮຽນຮູ້ ກ່ຽວກັບ ຊີວິດການ ເປັນຢູ່ ຂອງ ປະຊາຊົນ ໝູ່ບ້ານຫັດຖະກຳພື້ນເມືອງ ທີ່ມີອາຍຸຫຼາຍຮ້ອຍປີແຫ່ງນີ້.
ກ່ອນໜ້ານີ້, ອາຊີບຜະລິດທູບ ພຽງແຕ່ ປາກົດມີຢູ່ບ້ານ ຝູ໋ເລືອງ ເຖື້ອງ, ແຕ່ຂ່າວດີໄດ້ແຜ່ລາມໄປໄກ, ເຮັດໃຫ້ອາຊີບນີ້ ຄ່ອຍໆ ໄດ້ແຜ່ລາມໄປຍັງໝູ່ບ້ານ ດ້າວຕູ໋ ແລະ ເກົ່າເບົ່າ. ຍ້ອນເຫດນັ້ນ, ບໍ່ຮູ້ແຕ່ເມື່ອໃດ, ຕາແສງ ກວາງຝູ໋ເກົ່າ ດ້ວຍເນື້ອທີ່ກວ້າງຂວາງ ຈຶ່ງກາຍເປັນໝູ່ບ້ານຜະລິດ ທູບ ທີ່ພົ້ນເດັ່ນທີ່ສຸດຢູ່ເຂດຊານເມືອງ. ປັດຈຸບັນ, ເມື່ອມາຢ້ຽມຢາມໝູ່ບ້ານ ຜະລິດທູບ ກວາງຝູ໋ ເກົ່າ, ຜູ້ຄົນຈະໄດ້ພົບເຫັນຄວາມສວຍງາມ ຂອງ ໝູ່ບ້ານຊົນ ນະບົດ ເຂດທົ່ງພຽງພາກເໜືອ ໃນເມື່ອກ່ອນ, ແຕ່ໃນຂະນະດຽວກັນ ກໍຍັງມີຄວາມທັນສະໄໝ ອີກດ້ວຍ.
ໃນການເດີນທາງໄປຄົ້ນຫາໝູ່ບ້ານຜະລິດທູບ ກວາງຝູ໋ເກົ່າ, ນັກທ່ອງທ່ຽວ ຈະໄດ້ມີໂອກາດນັ່ງຮ່ວມກັບຊາວທ້ອງຖິ່ນ ແລະ ໄດ້ຟັງເຂົາເຈົ້າເລົ່າ ກ່ຽວກັບພື້ນຖານຕັດສິນຊີ້ຂາດ ເພື່ອຜະລິດ ອອກມາ ທູບ ດອກໜຶ່ງທ່ີສົມບູນແບບ. ວັດຖຸອຸປະກອນ ທີ່ໃຊ້ໃນການເຮັດທູບ ຕ້ອງໄດ້ຮັບການເລືອກເຟັ້ນຢ່າງລະມັດລະວັງ ເພາະອາຊີບນີ້ມີຫຼາຍປັດໄຈ ດ້ານຈິດວິນຍານ. ສ່ວນໄມ້ໄຜ່ ທີ່ ໃຊ້ເຮັດ ທູບຕ້ອງ ເປັນໄມ້ທີ່ “ແກ່” ໂດຍຈະຜ່ານຂັ້ນຕອນການ ຄັດເລືອກ ຢ່າງລະອຽດ ກ່ອນຈະນໍາໄປຜະລິດ. ໃນເມື່ອກ່ອນ, ປະຊາຊົນ ໄດ້ຜະລິດທູບ ຕາມແບບຫັດຖະກຳ, ແຕ່ ໃນປັດຈຸ ບັນ, ເຂົາເຈົ້າ ອີງໃສ່ເຄື່ອງຈັກ ເພື່ອສາມາດຕອບສະໜອງໄດ້ ຄໍາສັ່ງຊື້ສິນຄ້າ ໄດ້ທັນເວລາ.
ຖ້າໂຊກດີ ເມື່ອມາຍັງໝູ່ບ້ານຜະລິດທູບ ແຫ່ງນີ້ ໃນມື້ທີ່ມີ ແສງ ແດດ, ພຽງແຕ່ຍ່າງໄປຮອບໆ, ພວກເຮົາຈະພົບເຫັນ ຊາວບ້ານ ພວມຕາກທູບ. ໃນເວລານີ້, ບັນດາດອກທູບສີແດງ ຄື ດອກໄມ້ໃຫຍ່ຫຼາຍດອກ ໄດ້ຕາກທົ່ວເດີ່ນບ້ານ, ເດີ່ນສາລາ ບ້ານ ແລະ ບ່ອນຫວ່າງ, ສ້າງເປັນພາບແຕ້ມແຜ່ນໜຶ່ງທີ່ສວຍງາມ. ຍ່າງເລາະ ທົ່ວໝູ່ບ້ານ ແຫ່ງນີ້, ບາງຄັ້ງມີສາຍລົມພັດຄ່ອຍໆ ໄດ້ສົ່ງກິ່ນຫອມອ່ອນ ຂອງທູບ, ເຮັດໃຫ້ຜູ້ຄົນຮູ້ສຶກຜ່ອນຄາຍ ແລະ ສະບາຍໃຈ.
ໃນໝູ່ບ້ານຜະລິດທູບແຫ່ງນີ້, ບັນດາດອກທູບ ຖືກມັດດ້ວຍຂະໜາດໃຫຍ່, ຕົ້ນທູບ ຈຸ້ມເຂົ້າກັນ, ປາຍທູບແຜ່ອອກຄືດອກໄມ້ ບານ. ທູບ ຢູ່ກວາງຝູ໋ເກົ່າ ແມ່ນປະເພດທູບ ສີເຫຼືອງ ແລະ ສີແດງ ຊຶ່ງເປັນສີນໍາໂຊກຂອງທິດຕາເວັນອອກ, ດັ່ງນັ້ນມີຄວາມສວຍງາມ ແລະ ໂດດເດັ່ນທີ່ສຸດ. ເພາະສະນັ້ນ, ໝູ່ບ້ານຜະລິດ ທູບ ແຫ່ງນີ້ ໃນຫຼາຍປີຈຶ່ງເປັນບ່ອນທີ່ນັກຖ່າຍຮູບ ທັງພາຍໃນ ແລະ ຕ່າງປະເທດ ມາຖ່າຍຮູບ. ຮູບພາບຫຼາຍແຜ່ນ ກ່ຽວກັບໝູ່ບ້ານແຫ່ງນີ້ ຈິ່ງໄດ້ຮັບລາງວັນໃຫຍ່ຫຼາຍແຜ່ນ.
ປັດຈຸບັນ, ໝູ່ບ້ານຜະລິດທູບ ກວາງຝູ໋ເກົ່າ ແມ່ນໜຶ່ງໃນບັນດາໝູ່ບ້ານອາຊີບມູນເຊື້ອ ທີ່ເກົ່າແກ່ທີ່ສຸດຂອງ ຮ່າໂນ້ຍ ທີ່ຍັງຄົງຕົວ ແລະ ຂະຫຍາຍຕົວຢ່າງແຂງແຮງ. ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ ຮັກສາຈິດໃຈ ຂອງບັນດາລາຍການ ທີ່ມີຄວາມໝາຍ ທາງດ້ານ ຈິດໃຈ ແລະ ວັດທະນະທຳ ເທົ່ານັ້ນ, ແຕ່ຍັງແມ່ນ ແຫຼ່ງທ່ອງທ່ຽວ ທີ່ສວຍງາມເຊິ່ງນັກທ່ອງທ່ຽວ ຄວນມາຢ້ຽມຊົມ ເມື່ອມາຍັງນະ ຄອນຫຼວງ ຮ່າໂນ້ຍ.
ໝູ່ບ້ານຜະລິດທູບ ກວາງຝູ໋ເກົ່າ ກາຍເປັນໜຶ່ງໃນບັນດາຄວາມງາມພິເສດ ທີ່ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງວັດທະນະທຳ ຂອງ ຊົນນະບົດ ຢູ່ເຂດທົ່ງພຽງພາກເໜືອ.
ຈາກໃຈກາງນະຄອນ ຮ່າໂນ້ຍ, ນັກທ່ອງທ່ຽວ ສາມາດໄປຍັງໝູ່ບ້ານຜະລິດທູບ ກວາງຝູ໋ເກົ່າ ໂດຍລົດຈັກ ຫຼື ລົດເມ. ຖ້ານໍາໃຊ້ ລົດຈັກ, ທ່ານ ຈະເດີນທາງຕາມຖະໜົນຫຼວງ ແຫ່ງຊາດ ເລກ 21B, ເສັ້ນທາງແຂວງ ເລກ 429. ນອກຈາກນັ້ນ, ຍ້ອນ ເສັ້ນ ທາງລົດໄຟ ກາດລິງ - ຮ່າໂດງ ໄດ້ເປີດນຳໃຊ້ຢ່າງເປັນທາງການ, ທ່ານສາມາດເລືອກພາຫະນະທີ່ເປັນເອກະລັກນີ້ ໃນການເດີນທາງໄປຍັງໝູ່ບ້ານຜະລິດທູບ ກວາງຝູ໋ເກົ່າ. ເມື່ອທ່ານ ໄປເຖິງ ສະຖານີລົດເມ ອຽນເຫງ້ຍ, ຊຶ່ງເປັນສະຖານີລົດເມ ແຫ່ງສຸດທ້າຍ, ຫຼັງຈາກນັ້ນ ສືບຕໍ່ຂຶ້ນ ລົດເມ ສາຍ 91 ເພື່ອ ມາຍັງໝູ່ບ້ານ ທີ່ສວຍງາມແຫ່ງນີ້.
ປະຕິບັດ: VNP/ແຄ໋ງລອງ ແລະ ກົງດາດ - ແປໂດຍ: ຢືຟຽນ