ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ໝູ່ບ້ານອາຊີບຜະລິດທູບ ກວາງຝູ໋ເກົ່າ

ມາ​ຍັງໝູ່​ບ້ານອາຊີບຜະລິດ​ທູບ​ ກວາງຝູ໋ເກົ່າ (ເມືອງ​ ອຶງ​ຮວ່າ, ຮ່າ​ໂນ້ຍ), ນັກ​ທ່ອງ​ທ່ຽວ​ສາ​ມາດ​ຖ່າຍຮູບ​ ເຊັກ​ອິນ​ ບັນດາ ຮູບ ພາບທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ຮຽນ​ຮູ້​ ກ່ຽວ​ກັບ ​ຊີ​ວິດການ ເປັນຢູ່ ​ຂອງ​ ປະ​ຊາ​ຊົນ​ ໝູ່​ບ້ານ​ຫັດ​ຖະ​ກຳ​ພື້ນ​ເມືອງ​ ທີ່​ມີ​ອາ​ຍຸ​ຫຼາຍ​ຮ້ອຍ​ປີແຫ່ງນີ້.

ມາ​ຍັງໝູ່​ບ້ານອາຊີບຜະລິດ​ທູບ​ ກວາງຝູ໋ເກົ່າ (ເມືອງ​ ອຶງ​ຮວ່າ, ຮ່າ​ໂນ້ຍ), ນັກ​ທ່ອງ​ທ່ຽວ​ສາ​ມາດ​ຖ່າຍຮູບ​ ເຊັກ​ອິນ​ ບັນດາ ຮູບ ພາບທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ຮຽນ​ຮູ້​ ກ່ຽວ​ກັບ ​ຊີ​ວິດການ ເປັນຢູ່ ​ຂອງ​ ປະ​ຊາ​ຊົນ​ ໝູ່​ບ້ານ​ຫັດ​ຖະ​ກຳ​ພື້ນ​ເມືອງ​ ທີ່​ມີ​ອາ​ຍຸ​ຫຼາຍ​ຮ້ອຍ​ປີແຫ່ງນີ້.

ໃນ​ແຕ່​ລະ​ມື້, ໝູ່​ບ້ານ ກວາງ​ຝູ໋ເກົ່າ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດນັບ​ຮ້ອຍ​ເທື່ອ​ຄົນ. ພາບ: ກົງ ດາດ/VNP

ກ່ອນ​ໜ້າ​ນີ້, ອາຊີບ​ຜະລິດທູບ ພຽງແຕ່ ປາກົດ​ມີ​ຢູ່​ບ້ານ​ ຝູ໋ເລືອງ ເຖື້ອງ, ແຕ່​ຂ່າວ​ດີ​ໄດ້​ແຜ່​ລາມ​ໄປ​ໄກ, ເຮັດໃຫ້ອາຊີບນີ້ ຄ່ອຍໆ​ ໄດ້​ແຜ່​ລາມ​ໄປ​ຍັງໝູ່​ບ້ານ ດ້າວຕູ໋ ​ແລະ ເກົ່າເບົ່າ. ຍ້ອນ​ເຫດ​ນັ້ນ, ​ບໍ່​ຮູ້ແຕ່ເມື່ອໃດ, ຕາ​ແສງ ກວາງຝູ໋ເກົ່າ ດ້ວຍ​ເນື້ອ​ທີ່​ກວ້າງ​ຂວາງ ​ຈຶ່ງ​ກາຍ​ເປັນ​ໝູ່​ບ້ານ​ຜະລິດ ທູບ ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ​ຢູ່​ເຂດ​ຊານ​ເມືອງ. ປັດຈຸ​ບັນ, ​ເມື່ອ​ມາ​ຢ້ຽມ​ຢາມ​ໝູ່​ບ້ານ ຜະລິດທູບ ກວາງຝູ໋ ເກົ່າ, ຜູ້ຄົນ​ຈະ​ໄດ້​ພົບ​ເຫັນຄວາມ​ສວຍ​ງາມ​ ຂອງ​ ໝູ່ບ້ານ​ຊົນ ນະບົດ​ ເຂດ​ທົ່ງພຽງ​ພາກ​ເໜືອ​ ໃນ​ເມື່ອ​ກ່ອນ, ​ແຕ່​ໃນ​ຂະນະ​ດຽວ​ກັນ​ ກໍ​ຍັງ​ມີ​​ຄວາມ​ທັນ​ສະ​ໄໝ ອີກດ້ວຍ.

ໃນ​ການ​ເດີນທາງ​ໄປ​ຄົ້ນ​ຫາ​ໝູ່​ບ້ານ​ຜະລິດທູບ​ ກວາງຝູ໋ເກົ່າ, ​ນັກທ່ອງ​ທ່ຽວ​ ຈະ​ໄດ້​ມີ​ໂອກາດ​ນັ່ງ​ຮ່ວມ​ກັບ​ຊາວ​ທ້ອງ​ຖິ່ນ ​ແລະ ​ໄດ້​ຟັງ​ເຂົາ​ເຈົ້າ​ເລົ່າ​ ກ່ຽວ​ກັບ​ພື້ນຖານ​ຕັດສິນຊີ້ຂາດ ເພື່ອຜະລິດ ອອກມາ​ ທູບ​ ດອກໜຶ່ງ​ທ່ີສົມບູນແບບ. ວັດຖຸ​ອຸປະກອນ ​ທີ່​ໃຊ້​ໃນ​ການ​ເຮັດທູບ​ ຕ້ອງ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ຢ່າງ​ລະມັດລະວັງ​ ເພາະ​ອາຊີບ​ນີ້​ມີ​ຫຼາຍ​ປັດໄຈ ດ້ານ​ຈິດວິນ​ຍານ. ສ່ວນໄມ້ໄຜ່ ທີ່ ໃຊ້ເຮັດ ທູບຕ້ອງ ເປັນໄມ້ທີ່ ແກ່ໂດຍຈະຜ່ານຂັ້ນຕອນການ ຄັດເລືອກ ຢ່າງລະອຽດ ກ່ອນຈະນໍາໄປຜະລິດ. ໃນເມື່ອກ່ອນ, ປະຊາຊົນ ໄດ້ຜະລິດທູບ ຕາມແບບຫັດຖະກຳ, ແຕ່ ໃນປັດຈຸ ບັນ, ເຂົາເຈົ້າ ອີງໃສ່ເຄື່ອງຈັກ ເພື່ອສາມາດຕອບສະໜອງໄດ້ ຄໍາສັ່ງຊື້ສິນຄ້າ ໄດ້ທັນເວລາ.

 

ເມື່ອ​ຕາກທູບ, ຜູ້​ຄົນ​ກໍ່​ເປັນ​ຮູບ​ຮ່າງ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ​ແລະ ຖ່າຍຮູບ. ພາບ: ກົງດາດ/VNP

ຖ້າໂຊກດີ ເມື່ອມາຍັງໝູ່ບ້ານຜະລິດທູບ ແຫ່ງນີ້ ໃນມື້ທີ່ມີ ແສງ ແດດ, ພຽງແຕ່ຍ່າງໄປຮອບໆ, ພວກເຮົາຈະພົບເຫັນ ຊາວບ້ານ ພວມຕາກທູບ. ​ໃນ​ເວລາ​ນີ້, ບັນດາດອກທູບ​ສີແດງ​ ຄື ດອກ​ໄມ້ໃຫຍ່ຫຼາຍດອກ ​ໄດ້​ຕາກ​​ທົ່ວ​ເດີ່ນ​ບ້ານ, ​ເດີ່ນສາລາ ບ້ານ ​ແລະ ​​ບ່ອນ​ຫວ່າງ, ​ສ້າງເປັນພາບແຕ້ມແຜ່ນໜຶ່ງ​ທີ່​ສວຍ​​ງາມ. ຍ່າງເລາະ ທົ່ວໝູ່ບ້ານ ແຫ່ງນີ້, ບາງຄັ້ງມີສາຍລົມພັດຄ່ອຍໆ ໄດ້ສົ່ງກິ່ນຫອມອ່ອນ ຂອງທູບ, ເຮັດໃຫ້ຜູ້ຄົນຮູ້ສຶກຜ່ອນຄາຍ ແລະ ສະບາຍໃຈ.

ໃນ​ໝູ່​ບ້ານ​ຜະລິດທູບ​​ແຫ່ງ​ນີ້, ບັນດາດອກທູບ ​ຖືກມັດ​ດ້ວຍ​ຂະ​ໜາດ​ໃຫຍ່, ຕົ້ນທູບ​ ຈຸ້ມເຂົ້າກັນ, ປາຍທູບແຜ່​ອອກ​ຄື​ດອກ​ໄມ້ ບານ. ທູບ ຢູ່​ກວາງຝູ໋ເກົ່າ ​ແມ່ນປະເພດທູບ ​ສີ​ເຫຼືອງ​ ແລະ ​ສີ​ແດງ  ຊຶ່ງເປັນສີ​ນໍາໂຊກ​ຂອງ​ທິດຕາ​ເວັນ​ອອກ, ດັ່ງ​ນັ້ນ​ມີ​ຄວາມ​ສວຍ​ງາມ​ ແລະ​ ໂດດເດັ່ນ​ທີ່​ສຸດ. ເພາະສະ​ນັ້ນ, ໝູ່​ບ້ານ​ຜະລິດ ທູບ ແຫ່ງ​ນີ້​ ໃນຫຼາຍ​ປີ​ຈຶ່ງ​ເປັນ​ບ່ອນ​ທີ່​ນັກ​ຖ່າຍ​ຮູບ ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ ມາ​ຖ່າຍຮູບ. ຮູບພາບຫຼາຍແຜ່ນ ກ່ຽວ​ກັບ​ໝູ່​ບ້ານ​ແຫ່ງ​ນີ້​ ຈິ່ງໄດ້​ຮັບ​ລາງວັນ​ໃຫຍ່​ຫຼາຍ​ແຜ່ນ.

 

​ທູບ​​ຖືກ​ຈັດ​ຂຶ້ນ​ໂດຍ​ຜູ້​ຄົນ​ເພື່ອ​ສ້າງ​ຮູບ​ພາບ​ທີ່​ຈັບ​ໃຈ​ດ້ວຍ​ຫຼາຍ​ສີ. ພາບ: ແຄ໋ງລອງ/VNP

ປັດຈຸ​ບັນ, ໝູ່​ບ້ານຜະລິດທູບ ກວາງຝູ໋ເກົ່າ​ ແມ່ນ​ໜຶ່ງ​ໃນ​ບັນດາ​ໝູ່​ບ້ານອາຊີບມູນເຊື້ອ ທີ່​ເກົ່າ​ແກ່​ທີ່​ສຸດ​ຂອງ​ ຮ່າ​ໂນ້ຍ ທີ່​ຍັງ​ຄົງ​ຕົວ ​ແລະ ​ຂະຫຍາຍຕົວຢ່າງແຂງແຮງ. ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ ຮັກສາຈິດໃຈ ຂອງບັນດາລາຍການ ທີ່ມີຄວາມໝາຍ ທາງດ້ານ ຈິດໃຈ ແລະ ວັດທະນະທຳ ເທົ່ານັ້ນ, ແຕ່ຍັງແມ່ນ ແຫຼ່ງທ່ອງທ່ຽວ ທີ່ສວຍງາມເຊິ່ງນັກທ່ອງທ່ຽວ ຄວນມາຢ້ຽມຊົມ ເມື່ອມາຍັງນະ ຄອນຫຼວງ ຮ່າໂນ້ຍ.

ພາບ​ການ​ອອກ​ແຮງ​ງານ​ທີ່​ຄຶກ​ຄື້ນ​ຂອງ​ປະ​ຊາ​ຊົນ​ຢູ່​ທີ່​ນີ້​ໃນ​ທ້າຍ​ປີ. ພາບ: ແຄ໋ງລອງ/VNP

ໝູ່​ບ້ານຜະລິດ​ທູບ​ ກວາງຝູ໋ເກົ່າ ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຄວາມ​ງາມ​ພິ​ເສດ ​ທີ່​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ວັດ​ທະ​ນະ​ທຳ ຂອງ ​ຊົນ​ນະ​ບົດ​ ຢູ່​ເຂດ​ທົ່ງ​ພຽງ​ພາກ​ເໜືອ.

ແຂກ​ທ່ອງ​ທ່ຽວ​ບັນ​ທຶກ​ຮູບ​ພາບ​ທີ່​ສວຍ​ງາມ​ເມື່ອ​ມາ​ຢ້ຽມ​ຢາມ​ເຮັດ​ທູບ​ທຽນ​ຢູ່​ໝູ່​ບ້ານ​ກວາງ​ຟຸກ. ພາບ: ກົງດາດ/VNP 

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ໝູ່​ບ້ານ​ທູບ​ທຽນ ກວາງ​ຝູ໋ເກົ່າ ​​ໄດ້​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ພາບ: ກົງດາດ/VNP

ຈາກ​ໃຈກາງນະຄອນ ​ຮ່າ​ໂນ້ຍ, ​ນັກ​ທ່ອງ​ທ່ຽວ​ ສາມາດໄປ​ຍັງໝູ່ບ້ານຜະລິດ​ທູບ ກວາງຝູ໋ເກົ່າ​ ໂດຍ​ລົດ​ຈັກ ​ຫຼື​ ລົດ​ເມ. ຖ້າ​ນໍາໃຊ້ ​ລົດຈັກ, ທ່ານ​ ຈະ​ເດີນທາງ​ຕາມຖະໜົນຫຼວງ ແຫ່ງຊາດ ເລກ 21B, ​ເສັ້ນທາງແຂວງ​ ເລກ 429. ນອກຈາກນັ້ນ, ຍ້ອນ ເສັ້ນ ທາງ​ລົດ​ໄຟ ກາດລິງ - ຮ່າໂດງ ໄດ້​ເປີດນຳໃຊ້​ຢ່າງ​ເປັນ​ທາງ​ການ, ທ່ານ​ສາມາດ​ເລືອກ​ພາຫະນະ​ທີ່​ເປັນ​ເອກະລັກ​ນີ້ ໃນ​ການ​ເດີນທາງໄປ​ຍັງ​ໝູ່​ບ້ານຜະລິດທູບ ກວາງຝູ໋ເກົ່າ. ເມື່ອທ່ານ ໄປເຖິງ ສະຖານີລົດເມ ອຽນເຫງ້ຍ, ຊຶ່ງເປັນສະຖານີລົດເມ ແຫ່ງສຸດທ້າຍ, ຫຼັງຈາກນັ້ນ ສືບຕໍ່ຂຶ້ນ ລົດເມ ສາຍ 91 ເພື່ອ ມາຍັງໝູ່ບ້ານ ທີ່ສວຍງາມແຫ່ງນີ້.

ປະຕິບັດ: VNP/ແຄ໋ງລອງ ແລະ ກົງດາດ - ແປໂດຍ: ຢືຟຽນ


top