ແບັ໋ງແຕ໋ ຝູ໋ຍີ
ກັບຄືນສູ່ໝູ່ບ້ານອາຊີບຫັດຖະກຳ ຝູ໋ຍີ (ບ້ານ ຝູ໋ຖິ້ງ, ນະຄອນ ເຊີນໄຕ, ຮ່າໂນ້ຍ) ໃນຊຸມມື້ສຸດທ້າຍຂອງປີ, ນັກທ່ອງທ່ຽວສາມາດຮູ້ສຶກໄດ້ກິ່ນຫອມຂອງ ແບັ໋ງແຕ໊ ແລະ ໃບກ້ວຍ. ໃນໝູ່ບ້ານທີ່ມີ 30 ກວ່າຄອບຄົວນີ້, ເຮືອນຄົວໄດ້ “ດັງໄຟ” ໃນແຕ່ລະມື້ ເພື່ອຜະລິດອອກ ແບັ໋ງແຕ໊ທີ່ມີລົດຊາດຫອມແຊບ.
ນັກທ່ອງທ່ຽວມັກເວົ້າວ່າ ແບັ໋ງແຕ໊ ເຊີນໄຕແຊບຫຼາຍ ເມື່ອກິນແລ້ວ ຢາກກິນອີກ. ສຳລັບຊາວທ້ອງຖິ່ນ, ໃນງານລ້ຽງ ເບິ່ງຄືວ່າ ຍາມໃດກໍ ມີລາຍການອາຫານ ແບ໋ັງແຕ໊.
ປັດຈຸບັນ, ຢູ່ ເຊີນໄຕ, ມີສະຖານທີ່ເຮັດ ແບ໋ັງແຕ໊ ທີ່ມີຊື່ສຽງຫຼາຍ ແຫ່ງ ດ້ວຍລົດຊາດທີ່ແຕກຕ່າງກັນ. ຈາກເປັນຂອງຕ້ອນທີ່ລຽບງ່າຍ, ແບ໋ັງແຕ໊ ໄດ້ກາຍເປັນລາຍການອາຫານພິເສດ ທີ່ເປັນຕົວແທນ ຂອງ ຊາວພາກເໜືອ ຫວຽດນາມ.
- ໃນລາຍການ “ປີໃໝ່ ໝູ່ບ້ານ ຫວຽດນາມ” ເພື່ອຕ້ອນຮັບບຸນປີໃໝ່ປະຈຳຊາດ ປີເຖາະ, ແບັ໋ງແຕ໊ ໄດ້ຮັບເລືອກ ແນະນຳຕໍ່ ບັນດາ ນັກ ການທູດຕ່າງປະເທດ ທີ່ກຳລັງເຮັດວຽກຢູ່ ຮ່າໂນ້ຍ ແລະ ໄດ້ຮັບ ຄວາມຍິນດີຕ້ອນຮັບຈາກທຸກຄົນ.
- ປະຕິບັດໂດຍ: ຫວຽດເກື່ອງ