ເລື່ອງລາວ ກ່ຽວກັບຜູ້ເຈາະເຮືອໄມ້ລຳດຽວ ຢູ່ແມ່ນ້ຳ ດັກ ບລາ
ເຊັ່ນດຽວກັບປະຊາຊົນ ຫຼາຍຄົນໃນບ້ານ ລູງແລງ, ທ່ານ ອາຫຼຸຍ ບໍ່ຮູ້ຢ່າງແນ່ນອນວ່າ ເຮືອໄມ້ລຳດຽວ ມີມາແຕ່ເມື່ອໃດ ແລະ ໃຜເປັນຜູ້ປະດິດສ້າງ, ເພິ່ນຮູ້ພຽງແຕ່ວ່າ ຜ່ານຫຼາຍຮຸ່ນຄົນ ມາແລ້ວ, ເຮືອໄມ້ລຳນີ້ ມີຄວາມສະໜິດຕິດພັນກັບຊາວ ບານາ, ເຮືອໄດ້ພາເຂົາເຈົ້າ ຜ່ານແມ່ນ້ຳ ດັກ ບລາ ໄຫຼສ່ວນຕ່າງໆ ນັບບໍ່ຖ້ວນ ແລະ ປັດຈຸບັນ, ເພິ່ນຍັງສືບຕໍ່ຮັກສາອາຊີບ ເຈາະ ເຮືອໄມ້ລຳດຽວ, ເຖິງວ່າ ອາຊີບນີ້ ຍາກທີ່ຈະຫາລ້ຽງຊີບ ຕົນເອງ ແລະ ຄອບຄົວ ໃນສະໄໝທີ່ບໍ່ມີຄົນນຳໃຊ້ເຮືອປະເພດນີ້ ອີກແລ້ວ.
ອາຫຼຸຍ ແມ່ນຊາວ ບານາ, ອາໄສຢູ່ບ້ານ ລູງແລງ, ຕາແສງຊາບິ່ງ, ເມືອງ ຊາໄທ່, ແຂວງ ກອນຕູມ. ເພິ່ນເປັນໜຶ່ງ ໃນຈໍານວນທີ່ຍັງເຫຼືອຢູ່ໃນບ້ານ ທີ່ຍັງຮັກສາໄດ້ເຕັກນິກການ ຜະລິດເຮືອໄມ້ລຳດຽວ.
ໝູ່ບ້ານ ລູງແລງ ຕັ້ງຢູ່ແຄມແມ່ນ້ຳ ດັກ ບລາ, ດັ່ງນັ້ນ ທຸກສິ່ງທຸກຢ່າງ ນັບແຕ່ໄປເຮັດໄຮ່, ເຮັດນາ, ຫາປາ ຫຼື ຂົນສົ່ງສາລີ, ເຝືອກມັນ, ໝາກຖົ່ວ… ສ່ວນຫຼາຍແມ່ນໃຊ້ ເຮືອໄມ້ລຳດຽວ.
ເຮືອໄມ້ລຳດຽວ ແມ່ນມີຄວາມກະທັດຮັດ ແລະເຄື່ອນທີ່ສະບາຍ, ສະນັ້ນ ສະດວກໃນ ການເຄື່ອນໄຫວ ທາງນໍ້າ, ໂດຍສະເພາະ ໃນແມ່ນ້ຳ ທ່ີມີແກ້ງ, ໂກດຫີນ ແລະ ສິ່ງກີດຂວາງ ຢູ່ໃຕ້ນໍ້າ ຫຼາຍ ຄືຢູ່ເຂດ ໄຕງວຽນ ນີ້.
ພິເສດ, ໄຕງວຽນ ໃນສະໄໝກ່ອນ ແມ່ນເຂດທີ່ມີໄມ້ຫຼາຍ ຊະ ນິດ, ສະນັ້ນ ຈຶ່ງຫາໄມ້ໄດ້ງ່າຍ ເພື່ອເຮັດເຮືອໄມ້ລຳດຽວ. ປັດຈຸບັນ, ດ້ວຍການຫ້າມຂຸດຄົ້ນປ່າ ແລະ ການນຳໃຊ້ເຮືອ ໃໝ່ຫຼາຍລຳ, ດັ່ງນັ້ນ ຊາວບ້ານ ລູງແລງ ບໍ່ຄ່ອຍໄດ້ໃຊ້ເຮືອໄມ້ລຳດຽວ. ບາງທີ ຈະໄດ້ນຳໃຊ້ ພຽງແຕ່ໃນງານບຸນ ຫຼື ການແຂ່ງຂັນ ເຮືອປະເພນີ ເທ່ົານັ້ນ.
ອາດສາມາດເວົ້າໄດ້ວ່າ ເຮືອໄມ້ລຳດຽວ ມີຄວາມສະໜິດຕິດພັນກັບຊີວິດ ແລະ ວັດທະນະທຳ ຂອງ ຊາວ ບານາ ເປັນເວລາຍາວ ນານ. ມັນບໍ່ພຽງແຕ່ເປັນເຄື່ອງໃຊ້ ໃນການຂົນສົ່ງ ແລະ ການໄປ ມາ ທີ່ໄດ້ຮັບຄວາມນິຍົມເທົ່ານັ້ນ, ແຕ່ຍັງ ສະແດງໃຫ້ເຫັນເຖິງ ຄວາມຄ່ອງແຄ່ວ ຂອງຊາວ ບານາ ໃນເຕັກນິກການເຮັດເຮືອ ໄມ້ລຳດຽວ ທີ່ເປັນເອກະລັກ ສະເພາະປະເພດນີ້.
ຕາມຜູ້ເຖົ້າແກ່ໃນໝູ່ບ້ານ ລູງແລງ ໃຫ້ຮູ້ວ່າ ເຮືອໄມ້ລຳດຽວ ຍັງເອີ້ນວ່າ “ຊ໊ອງ”, ໃນພາສາ ບານາ ແມ່ນ “ປລູງ”. ເຮືອໄມ້ລຳ ດຽວ ຖືກເຈາະ ຈາກຕົ້ນໄມ້ໃຫຍ່ລຳໜຶ່ງ; ເປັນປະເພດໄມ້ອ່ອນ, ທົນທານຕໍ່ນ້ໍາ, ຕໍ່ການກະແທກ. ເຮືອບໍ່ມີຂະໜາດ ທີ່ແນ່ນອນ, ສ່ວນຫຼາຍແມ່ນຂຶ້ນກັບ ຂະໜາດ ຂອງ ຕົ້ນໄມ້, ປົກກະຕິແລ້ວ ຈະຍາວ ປະມານ 5-9 ແມັດ ຫຼື ບາງທີຈະຍາວກວ່າ.
ເຄື່ອງມືເຈາະເຮືອ ໃນເບື້ອງຕົ້ນ ແມ່ນຂ້ອນຂ້າງງ່າຍ, ສ່ວນຫຼາຍ ແມ່ນເລື່ອຍມື, ຂວານ, ມີດ, ຊິ່ວ ແລະ ຕໍ່ມາມີການເພີ່ມເລື່ອຍ ຈັກ. ກໍ່ຍ້ອນວ່າ ເຮືອຖືກ ເຈາະແບບຫັດຖະກຳ, ສະນັ້ນ ມັນຂຶ້ນ ກັບປະສົບການ ແລະ ທັກສະ ຂອງຊ່າງໄມ້ ຫຼື ຊ່າງຫັດຖະກຳ.
ເພື່ອເຈາະ ໄດ້ເຮືອໄມ້ລຳດຽວ ທີ່ດີ ແລະ ສາມາດພາຍເທິງໜ້ານ້ຳໄດ້ໄວ, ຊ່າງຫັດຖະກຳ ຕ້ອງຄິດໄລ່ວິທີການເຈາະ, ເຮັດແນວ ໃດໃຫ້ຄວາມກົ່ງ ຂອງ ຫົວເຮືອ, ນ້ຳໜັກຂອງທ້າຍ, ຄວາມຊື່ຂອງລຳຕົວ ແລະ ຄວາມໜາ, ບາງຂອງ ທັງສອງຂ້າງ ແລະ ພື້ນເຮືອ ຕ້ອງສົມດູນ. ທຸກຢ່າງເບິ່ງຄືວ່າ ງ່າຍ, ແຕ່ຕົວຈິງ ແລ້ວແມ່ນຂ້ອນຂ້າງຍາກ ເພາະວ່າ ພຽງແຕ່ ຄິດໄລ່ຜິດ, ແຮງຕັດ ແລະ ທິດຕັດຂອງຂວານ ແມ່ນສາມາດສົ່ງຜົນກະທົບ ຕໍ່ຄວາມ ທົນທານ ແລະ ລັກສະນະ ດ້ານຕັກນິກ ຂອງເຮືອ.
ທ່ານ ອາ ຫຼູຍ ກ່າວວ່າ ໃນເມື່ອກ່ອນ, ເກືອບທຸກຄອບຄົວ ໃນ ບ້ານລ້ວນແຕ່ມີເຮືອໄມ້ລຳດຽວ, ປັດຈຸບັນ, ຍ້ອນບໍ່ມີຄົນໃຊ້ເຮືອໄມ້ລຳດຽວຫຼາຍ, ສະນັ້ນ ຈຳນວນຄົນງານ ແລະຊ່າງເຈາະເຮືອໄມ້ລຳດຽວ ກໍ່ຄ່ອຍໆ ຫຼຸດລົງ. ປັດຈຸບັນ, ເພິ່ນແມ່ນໜຶ່ງໃນບັນດາຊ່າງຫັດຖະກຳ ຈຳນວນໜ້ອຍທີ່ຍັງມີຄວາມຊຳນານໃນການເຈາະເຮືອໄມ້ລໍາດຽວ ຂອງ ຊາວເຜົ່າ ບານາ ຢູ່ບ້ານ ລູງແລງ. ການຢຶດໝັ້ນກັບອາຊີບຂອງ ເພິ່ນ ແມ່ນຄວາມມັກ ແລະ ຄວາມປາຖະໜາ ທີ່ຈະຮັກສາອາຊີບພື້ນເມືອງທີ່ບັນພະບຸລຸດ ປະໄວ້ໃຫ້. ເຖິງວ່າ ວຽກງານບໍ່ຫຼາຍປານໃດ ແລະ ບໍ່ໄດ້ນຳມາເຊິ່ງແຫຼ່ງລາຍຮັບກໍ່ຕາມ, ແຕ່ຍັງຄົງເປັນການອະນຸລັກຮັກ ສາອາຊີບເຮັດເຮືອຂອງໝູ່ບ້ານ ແລະ ຊ່ວຍໃຫ້ຄະນະແຂ່ງຂັນເຮືອຂອງໝູ່ບ້ານມີເຮືອຊ່ວງທີ່ດີ ທີສຸດ ໃນທຸກໆ ລະດູການແຂ່ງຂັນ ເຮືອໄມ້ ລຳດຽວ ຂອງ ຊາວເຜົ່າ ບານາ.
ປັດຈຸບັນ, ໂດຍປະຕິບັດ “ໂຄງການອະນຸລັກຮັກສາ ແລະ ພັດ ທະນາອາຊີບ ຫັດຖະກຳພື້ນເມືອງ ຂອງ ປະຊາຊົນ ບັນດາເຜົ່າສ່ວນໜ້ອຍ ໃນຂົງເຂດແຂວງ ກອນຕູມ”, ຄະນະກຳມະການຊົນເຜົ່າແຂວງ ກອນຕູມ ໄດ້ສົມທົບກັບຄະນະກຳມະການປະຊາຊົນ ເມືອງ ຊາໄທ່ ສ້າງເງື່ອນໄຂໃຫ້ບັນດາຊ່າງ ຫັດຖະກຳບ້ານ ລູງແລງ, ຕາແສງ ຊາບິ່ງ ໄດ້ເປີດ ຫ້ອງຮຽນສອນອາຊີບ ພື້ນ ເມືອງ ເພື່ອອະນຸລັກຮັກສາ ອາຊີບ ຫັດຖະກຳພື້ນເມືອງ ພ້ອມທັງແນະ ນຳວິທີການຮັກສາເຮືອ ເພື່ອບໍ່ໃຫ້ເກີດຄວາມ ເສຍຫາຍຈາກຟ້າຝົນ, ລົມ ແລະ ປວກ ມອດ.
ປັດຈຸບັນ, ເຖິງວ່າ ເຮືອໄມ້ລຳດຽວ ບໍ່ໄດ້ໃຊ້ຫຼາຍ ໃນຊີວິດປະຈຳ ວັນກໍ່ຕາມ, ແຕ່ຍັງຄົງແມ່ນສ່ວນໜຶ່ງໃນວັດທະນະທຳ ຂອງ ຊາວເຜົ່າ ບານາ ຢູ່ບ້ານ ລູງແລງ ແລະ ພວມໄດ້ຮັບການຄົ້ນຄວ້າ ແລະ ນຳໄປຮັບໃຊ້ບໍລິການທ່ອງທ່ຽວ ເທື່ອລະກ້າວ ເພື່ອໃຫ້ນັກທ່ອງທ່ຽວ ໄດ້ສຳຜັດກັບການຂີ່ເຮືອໄມ້ລຳດຽວ ແລະ ຄົ້ນພົບກັບການແຂ່ງຂັນເຮືອໄມ້ ລຳດຽວພື້ນເມືອງ ທີ່ເຕັມໄປດ້ວຍຈິດວິນຍານການຕໍ່ສູ້ ຂອງຊາວ ໄຕງວຽນ ເທິງແມ່ນ້ຳ ດັກ ບລາ.
- ບົດ ແລະ ພາບ: VNP/ແທງຮ່ວາ - ແປໂດຍ: ຢືຟຽນ