ຮ່າໂນ້ຍ ໃນຈອກ ກາເຟໄຂ່
ກາເຟໄຂ່ ໄດ້ກາຍເປັນ ເຄື່ອງດື່ມ ທີ່ຕ້ອງໄດ້ຊີມ ໃນລາຍການ ອາຫານການກິນ ເມື່ອມາຍັງຮ່າໂນ້ຍ. ເຖິງຢ່າງໃດກໍຕາມ, ບໍ່ພຽງແຕ່ຢຸດຢູ່ໃນການຊົງຈອກກາເຟໄຂ່ ແບບງ່າຍດາຍເທົ່ານັ້ນ, ແຕ່ດ້ວຍຫົວຄິດສ້າງສັນ ຢ່າງບໍ່ຢຸດຢັ້ງ, ທ່ານ ເລຕ໋ວນເຫງ້ຍ ຍັງນຳພາບທິວທັດພິເສດຂອງ ຮ່າໂນ້ຍ ມາແຕ່ງແຕ້ມ ຢູ່ເທິງຈອກກາເຟໄຂ່ ອີກດ້ວຍ.
ເປັນຜູ້ທີ່ມີພອນສະຫວັນ ດ້ານການແຕ້ມ, ທັງເປັນນັກແຕ້ມ ພາບທິວທັດ ຂອງ ຫວຽດນາມ, ທ່ານ ເລຕ໋ວນເຫງ້ຍ ໄດ້ໄຝ່ຝັນ ການແຕ້ມຮູບ ໃສ່ຈອກກາເຟໄຂ່ ນັບແຕ່ເປີດຮ້ານກາເຟ ຄັ້ງທຳອິດ ໃນປີ 2012. ແຕ່ຍ້ອນພື້ນທີ່ເຊົ່າຄັບແຄບ, ຍ້ອນການແຜ່ລະບາດ ຂອງ ພະຍາດໂຄວິດ-19 ກໍ່ຕ້ອງປິດຮ້ານ, ດັ່ງນັ້ນ ໃນ ປີ 2021 ເມື່ອເປີດຮ້ານກາເຟ ຢູ່ເຮືອນເລກທີ 71 ຢູ່ຄຸ້ມ ເມືອງ ເກົ່າ ລ໊ານອົງ (ຮ່າໂນ້ຍ), ທ່ານ ຈຶ່ງເລີ່ມລົງມືປະຕິບັດ ໄດ້ ແນວ ຄວາມຄິດນີ້ຂອງຕົນ.
ທ່ານ ເຫງ້ຍ ໃຫ້ຮູ້ວ່າ: “ສິ່ງທີ່ຂ້າພະເຈົ້າຢາກສະແດງອອກຜ່ານກາເຟ ແຕ່ລະຈອກ ແມ່ນນ້ຳໃຈ ຮັກແພງ ຮ່າໂນ້ຍ, ຂ້າພະເຈົ້າ ຫວັງວ່າ ຈະມີຫຼາຍຄົນມາຊົມ ແລະ ຊີມກາເຟໄຂ່ ຂອງຮ້ານ, ພິເສດແມ່ນນັກທ່ອງທ່ຽວຕ່າງປະເທດ ເພື່ອໃຫ້ເຂົາເຈົ້າສາມາດ ເຂົ້າໃຈ ແລະ ຮັກແພງ ຮ່າໂນ້ຍ ຍິ່ງຂຶ້ນ ຜ່ານຈອກ ກາເຟ ພິ ເສດນີ້”.
ສຳລັບທ່ານ ເຫງ້ຍ, ຈອກກາເຟ ເມື່ອສົ່ງໃຫ້ລູກຄ້າ ບໍ່ພຽງແຕ່ມີຄວາມງາມເທົ່ານັ້ນ, ແຕ່ຕ້ອງໄດ້ຄຸນນະພາບ ອີກດ້ວຍ. ກາເຟ ຕ້ອງແມ່ນ ປະເພດໄດ້ຮັບການຄັດເລືອກແຕ່ລະເມັດ ຢ່າງລະ ອຽດ. ເພື່ອເຮັດໃຫ້ ກາເຟໄຂ່ ຫອມແຊບ, ຜູ້ປຸງແຕ່ງ ຕ້ອງມີ ປະສົບການ ຕີ ຄຣີມໄຂ່ ແນວໃດໃຫ້ ເວລາ ທີ່ດີ ເພື່ອ ລະລາຍ ກິ່ນຄາວ ຂອງໄຂ່ ໄດ້ໝົດ.
ກ່ອນອື່ນໝົດ ໄຂ່ ຕ້ອງຕີເປັນ ຄຣີມ ແລ້ວຖອກໃສ່ຈອກ. ຫຼັງ ຈາກນັ້ນ ທ່ານເຫງ້ຍ ຈຶ່ງ ຖອກກາເຟ ບໍລິສຸດ ທີ່ຕົ້ມຮ້ອນລົງ ຈອກ ຄຣີມໄຂ່. ຄຣີມໄຂ່ ເບົາກວ່າ ຈະລອຍຢູ່ເທິງສຸດ, ສ່ວນ ກາເຟ ຈະຢູ່ດ້ານລຸ່ມ. ໜ້າ ຂອງ ຄຣີມໄຂ່ ຕ້ອງປະຕິບັດ ຢ່າງ ຊໍານິຊໍານານ ບໍ່ໃຫ້ມີ ຟອງອາກາດ ຈຶ່ງສ້າງເປັນ ດ້ານໜ້າ ສົມ ບູນແບບ ເພື່ອແຕ້ມພາບ ໃສ່ເທິງໄດ້.
ເພື່ອເຮັດໃຫ້ລາຍແຕ້ມໃນຈອກກາເຟໄຂ່ ປາກົດຂຶ້ນ ຢ່າງເດັ່ນ ຊັດ, ທ່ານ ເຫງ້ຍ ໄດ້ປະສົມແປ້ງກາກາວ ກັບນົມ ຕາມສັດ ສ່ວນ ທີ່ເໝາະສົມ ເພື່ອໃຫ້ມັນລອຍ ຢູ່ເທິງ ຊັ້ນຄຣີມໄຂ່. ຫຼັງ ຈາກນັ້ນ, ໃຊ້ເຂັມ ແຕ້ມໃສ່ດ້ານໜ້າ ຂອງ ຈອກກາເຟ ໄຂ່ນັ້ນ.
ເຖິງວ່າ ການແຕ້ມຢູ່ເທິງດ້ານໜ້າຈອກກາເຟແມ່ນ ຂ້ອນຂ້າງ ນ້ອຍ, ແຕ່ດ້ວຍສີມື ທ່ີຊໍານິຊໍານານ ຂອງທ່ານ ເຫງ້ຍ, ພາບທິວ ທັດ ກ່ຽວກັບ ຮ່າໂນ້ຍ ເຊັ່ນ: ທາດເຕົ່າ, ວັດເສົາດຽວ, ສຸສານ ລຸງໂຮ່... ໄດ້ປະກົດຂຶ້ນຢ່າງຈະແຈ້ງ ແລະ ຈັບຕາຈັບໃຈຫຼາຍ. ໃຊ້ເວລາ ປະມານ 15 ນາທີ ເພື່ອສໍາເລັດ ຈອກກາເຟໄຂ່ ຈອກ ໜຶ່ງ ທີ່ມີຮູບແຕ້ມໃສ່ມັນ.
ປັດຈຸບັນ, ຮ້ານກາເຟ ລິ໋ງ (ທະຫານ) ຂອງທ່ານ ເຫງ້ຍໄດ້ກາຍເປັນຈຸດ ທີ່ຄົນຊອກຫາ ເປັນຈຳນວນຫຼາຍ ບໍ່ພຽງແຕ່ ຍ້ອນລົດຊາດຂອງກາເຟໄຂ່ ເທົ່ານັ້ນ, ແຕ່ຍັງຢາກຮູ້ຢາກເຫັນ ກ່ຽວກັບ ສີມື ຜູ້ເປັນເຈົ້າຂອງຮ້ານ ທີ່ສາມາດເຮັດໃຫ້ ຈອກກາເຟໄຂ່ ທົ່ວ ໄປ ກາຍເປັນຜົນງານສິລະປະ ກ່ຽວກັບ ຮ່າໂນ້ຍ ຫຍໍ້ສ່ວນອີກດ້ວຍ.
ບົດ: ເງິນຮ່າ - ພາບ: ແຄ໋ງລອງ, ເອກະສານ ໂດຍຜູ້ກ່ຽວສະໜອງໃຫ້ - ແປໂດຍ: ບິກລຽນ