ວັດທະນະທຳ

ຮ່າໂນ້ຍ ໃນຈອກ ກາເຟໄຂ່

ກາ​ເຟ​ໄຂ່​ ໄດ້​ກາຍ​ເປັນ ​ເຄື່ອງ​ດື່ມ​ ທີ່ຕ້ອງ​ໄດ້ຊີມ ໃນ​ລາຍ​ການ ອາຫານການກິນ​ ເມື່ອ​ມາຍັງ​ຮ່າ​ໂນ້ຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍ່​ພຽງ​ແຕ່ຢຸດຢູ່ໃນການ​ຊົງຈອກ​ກາ​ເຟ​ໄຂ່ ​ແບບ​ງ່າຍ​ດາຍ​ເທົ່າ​ນັ້ນ, ແຕ່​ດ້ວຍ​ຫົວຄິດ​ສ້າງກາ​ເຟ​ໄຂ່​ ໄດ້​ກາຍ​ເປັນ ​ເຄື່ອງ​ດື່ມ​ ທີ່ຕ້ອງ​ໄດ້ຊີມ ໃນ​ລາຍ​ການ ອາຫານການກິນ​ ເມື່ອ​ມາຍັງ​ຮ່າ​ໂນ້ຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍ່​ພຽງ​ແຕ່ຢຸດຢູ່ໃນການ​ຊົງຈອກ​ກາ​ເຟ​ໄຂ່ ​ແບບ​ງ່າຍ​ດາຍ​ເທົ່າ​ນັ້ນ, ແຕ່​ດ້ວຍ​ຫົວຄິດ​ສ້າງສັນ ຢ່າງ​ບໍ່​ຢຸດ​ຢັ້ງ, ທ່ານ ​ເລ​ຕ໋ວນ​ເຫງ້ຍ ຍັງ​ນຳ​ພາບທິວ​ທັດ​ພິ​ເສດ​ຂອງ ​ຮ່າ​ໂນ້ຍ ມາແຕ່ງ​ແຕ້ມ​ ຢູ່ເທິງຈອກ​ກາ​ເຟ​ໄຂ່ ອີກດ້ວຍ.

ທ່ານ​ ເລ​ຕ໋ວນ​ເຫງ້ຍ ​​ແຕ້ມບົນຈອກ​ກາ​ເຟ​ໄຂ່​ ຢ່າງຊໍານິຊໍານານ. ພາບ: ແຄ໋ງລອງ/VNP

ເປັນຜູ້ທີ່​ມີ​ພອນ​ສະຫວັນ ​ດ້ານ​ການ​ແຕ້ມ​, ທັງ​ເປັນ​ນັກ​ແຕ້ມ ​ພາບ​ທິວ​ທັດ​ ຂອງ ​ຫວຽດນາມ, ທ່ານ ​ເລ​ຕ໋ວນເຫງ້ຍ ​ໄດ້ໄຝ່ຝັນ ​ການ​ແຕ້ມ​ຮູບ​ ໃສ່​ຈອກ​ກາ​ເຟ​ໄຂ່ ​ນັບ​ແຕ່​​ເປີດ​ຮ້ານ​ກາ​ເຟ ​ຄັ້ງ​ທຳ​ອິດ ​ໃນ​ປີ 2012. ​ແຕ່​ຍ້ອນພື້ນທີ່ເຊົາຄັບແຄບ, ຍ້ອນການແຜ່​ລະບາດ ​ຂອງ​ ພະຍາດ​ໂຄ​ວິດ-19 ກໍ່​ຕ້ອງ​ປິດ​ຮ້ານ, ດັ່ງ​ນັ້ນ​ ໃນ ປີ 2021 ​ເມື່ອ​ເປີດ​ຮ້ານ​ກາ​ເຟ ​ຢູ່ເຮືອນເລກທີ 71 ຢູ່ຄຸ້ມ ເມືອງ ເກົ່າ ລ໊ານອົງ (ຮ່າ​ໂນ້ຍ), ທ່ານ​ ຈຶ່ງ​ເລີ່​ມລົງມືປະຕິບັດ ​ໄດ້ ແນວ ຄວາມຄິດນີ້ຂອງຕົນ. 

ທ່ານ ເ​ຫງ້ຍ ໃຫ້ຮູ້ວ່າ: “ສິ່ງ​ທີ່​ຂ້າພະ​ເຈົ້າ​ຢາກ​ສະ​ແດງ​ອອກ​ຜ່ານ​ກາ​ເຟ ​ແຕ່ລະ​ຈອກ ແມ່ນ​ນ້ຳ​ໃຈ​ ຮັກ​ແພງ​ ​ຮ່າ​ໂນ້ຍ, ຂ້າພະ​ເຈົ້າ ຫວັງ​ວ່າ ​ຈະ​ມີ​ຫຼາຍ​ຄົນ​ມາ​ຊົມ ແລະ ຊີມກາເຟໄຂ່ ຂອງຮ້ານ, ພິ​ເສດ​ແມ່ນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ​ເພື່ອ​ໃຫ້​ເຂົາ​ເຈົ້າສາມາ​ດ ເຂົ້າ​ໃຈ​ ແລະ ​ຮັກ​ແພງ​ ຮ່າ​ໂນ້ຍ ຍິ່ງຂຶ້ນ ຜ່ານຈອກ ກາເຟ ພິ ເສດນີ້”. 

ສຳລັບ​ທ່ານ​ ເຫງ້ຍ, ຈອກ​ກາ​ເຟ ​ເມື່ອ​ສົ່ງ​ໃຫ້​ລູກ​ຄ້າ ​ບໍ່​ພຽງ​ແຕ່​ມີ​ຄວາມ​ງາມ​ເທົ່າ​ນັ້ນ, ​ແຕ່ຕ້ອງໄດ້​ຄຸນ​ນະພາ​ບ ອີກດ້ວຍ. ກາເຟ ຕ້ອງແມ່ນ ປະເພດໄດ້ຮັບການຄັດເລືອກແຕ່ລະເມັດ ຢ່າງລະ ອຽດ. ເພື່ອເຮັດໃຫ້ ກາເຟໄຂ່ ຫອມແຊບ, ຜູ້ປຸງແຕ່ງ ຕ້ອງມີ ປະສົບການ ຕີ ຄຣີມໄຂ່ ແນວໃດໃຫ້ ເວລາ ທີ່ດີ ເພື່ອ ລະລາຍ ກິ່ນຄາວ ຂອງໄຂ່ ໄດ້ໝົດ.

ບັນດາຂັ້ນຕອນປຸງແຕ່ງ ຈອກກາເຟໄຂ່. ພາບ: ແຄ໋ງລອງ/VNP

ກ່ອນອື່ນໝົດ ໄຂ່ ຕ້ອງຕີເປັນ ຄຣີມ ແລ້ວຖອກໃສ່ຈອກ. ຫຼັງ ຈາກນັ້ນ ທ່ານເຫງ້ຍ ຈຶ່ງ ຖອກກາເຟ ບໍລິສຸດ ທີ່ຕົ້ມຮ້ອນລົງ ຈອກ ຄຣີມໄຂ່. ຄຣີມໄຂ່ ເບົາກວ່າ ຈະລອຍຢູ່ເທິງສຸດ, ສ່ວນ ກາເຟ ຈະຢູ່ດ້ານລຸ່ມ. ໜ້າ ຂອງ ຄຣີມໄຂ່ ຕ້ອງປະຕິບັດ ຢ່າງ ຊໍານິຊໍານານ ບໍ່ໃຫ້ມີ ຟອງອາກາດ ຈຶ່ງສ້າງເປັນ ດ້ານໜ້າ ສົມ ບູນແບບ ເພື່ອແຕ້ມພາບ ໃສ່ເທິງໄດ້. 

ເພື່ອເຮັດໃຫ້ລາຍແຕ້ມໃນຈອກກາເຟໄຂ່ ປກົດຂຶ້ນ ຢ່າງເດັ່ນ ຊັດ, ທ່ານ ເຫງ້ຍ ໄດ້ປະສົມແປ້ງກາກາວ ກັບນົມ ຕາມສັດ ສ່ວນ ທີ່ເໝາະສົມ ເພື່ອໃຫ້ມັນລອຍ ຢູ່ເທິງ ຊັ້ນຄຣີມໄຂ່. ຫຼັງ ຈາກນັ້ນ, ໃຊ້ເຂັມ ແຕ້ມໃສ່ດ້ານໜ້າ ຂອງ ຈອກກາເຟ ໄຂ່ນັ້ນ.

ດ້ວຍສີໄມ້ລາຍມື​ ແລະ​ ຫົວ​ຄິດ​ປະ​ດິດ​ສ້າງ ​ຂອງ​ ທ່ານ ​ເລ​ຕ໋ວນ​ເຫງ້້ຍ, ຮູບ​ພາບ​ນະ​ຄອນ ​ຮ່າ​ໂນ້ຍ ​ໄດ້​ປະກົດຂຶ້ນ ໃນຈອກ ກາ ເຟໄຂ່ ຢ່າງຈັບຕາຈັບໃຈ. 

ເຖິງວ່າ ການແຕ້ມຢູ່ເທິງດ້ານໜ້າຈອກກາເຟແມ່ນ ຂ້ອນຂ້າງ ນ້ອຍ, ແຕ່ດ້ວຍສີມື ທ່ີຊໍານິຊໍານານ ​ຂອງ​ທ່ານ ເ​ຫງ້ຍ, ພາບທິວ ທັດ ກ່ຽວກັບ ຮ່າໂນ້ຍ ​ເຊັ່ນ: ທາດເຕົ່າ, ວັດເສົາດຽວ, ສຸສານ ລຸງໂຮ່... ໄດ້ປະກົດຂຶ້ນ​ຢ່າງຈະແຈ້ງ ແລະ ຈັບຕາຈັບໃຈຫຼາຍ. ໃຊ້ເວລາ ປະມານ 15 ນາທີ ເພື່ອສໍາເລັດ ຈອກກາເຟໄຂ່ ຈອກ ໜຶ່ງ ທີ່ມີຮູບແຕ້ມໃສ່ມັນ.

ັດຈຸ​ບັນ, ຮ້ານ​ກາ​ເຟ ລິ໋ງ (ທະຫານ) ຂອງ​ທ່ານ ເຫງ້ຍ​ໄດ້​ກາຍ​ເປັນຈຸດ ທີ່ຄົນຊອກຫາ ເປັນຈຳນວນຫຼາຍ ບໍ່ພຽງແຕ່ ຍ້ອນ​ລົດ​ຊາດ​ຂອງ​ກາ​ເຟ​ໄຂ່ ​ເທົ່າ​ນັ້ນ, ແຕ່​ຍັງ​ຢາກ​ຮູ້​ຢາກ​ເຫັນ ​ກ່ຽວກັບ ​ສີມື ຜູ້ເປັນ​ເຈົ້າຂອງຮ້ານ ​ທີ່​ສາມາດເຮັດໃຫ້ ຈອກ​ກາ​ເຟ​ໄຂ່​ ທົ່ວ ໄປ ​ກາຍ​ເປັນຜົນງານສິລະປະ ກ່ຽວກັບ ຮ່າໂນ້ຍ ຫຍໍ້ສ່ວນອີກດ້ວຍ.

ທັດສະນີຍະພາບ ຮ່າໂນ້ຍ ໄດ້ຮັບການປະດິດແຕ່ງ ໃນ ຈອກ ກາເຟໄຂ່ ໂດຍທ່ານ ເລຕ໋ວນເຫງ້ຍ. ພາບ: ເອກະສານ

ບົດ: ເງິນຮ່າ - ພາບ: ແຄ໋ງລອງ, ເອກະສານ ໂດຍຜູ້ກ່ຽວສະໜອງໃຫ້ - ແປໂດຍ: ບິກລຽນ