ອາຊີບ ຕີເງິນ ຢູ່ໝູ່ບ້ານ ດິ້ງກົງ
ໃນເມື່ອກ່ອນ, ຮ່າໂນ້ຍ ມີ 4 ອາຊີບທີ່ມີຊື່ສຽງໂດ່ງດັງທີ່ໄດ້ຮັບການຢັ້ງຢືນຜ່ານບົດເພງ “ແພໄໝ ອຽນຖ໋າຍ, ເຄື່ອງປັ້ນດິນເຜົາ ບາດຈ່າງ, ຊ່າງຄຳ ດິ້ງກົງ, ຊ່າງທອງ ງູຊ໊າ”. ຊ່າງຄຳ ດິ້ງກົງ ມີບາງໄລ ຍະພັດທະນາ ຢ່າງໂດດເດັ່ນ, ແຕ່ອາຊີບນີ້ ໄດ້ຮັບການຜັນແປໄປຢ່າງບໍ່ຢຸດຢັ້ງ, ຄ່ອຍໆ ຫາຍສາບສູນ ແລະ ຫັນມາເປັນອາຊີບ ຕີເງິນ. ປັດຈຸບັນ, ອາຊີບ ຕີເງິນ ຢູ່ດິ້ງກົງ ໄດ້ຮັບການຮັກສາ ແລະ ເສີມຂະຫຍາຍໂດຍຄອບຄົວນາຍຊ່າງຕີເງິນ ເກວກວັນເຈື່ອງ ແລະ ເກວກຕວນແອ໋ງ.
ປີ 2003, ທ່ານ ຕວນແອ໋ງ ໄດ້ຮັບກິດຈະກໍາ ຂອງໂຮງງານຈາກພໍ່. ເສັ້ນທາງໄປສູ່ການເປັນເຈົ້າຂອງໂຮງງານ ແລະ ການສ້າງແບບດັ້ງເດີມຂອງອາຊີບ ຕີເງິນ ມູນເຊື້ອ ບໍ່ແມ່ນເລື່ອງງ່າຍ. ໂຮງງານ ຕີເງິນ ຂອງຄອບຄົວທ່ານ ຕວນແອ໋ງ ຕັ້ງຢູ່ພາຍໃນຫໍບູຊາບັນພະບຸລຸດ ຊ່າງຕີເງິນຕີຄຳ. ປັດຈຸບັນ, ໂຮງງານ ມີຊ່າງຕີເງິນໜຸ່ມ 6 ຄົນພວມເຮັດວຽກ. ຊ່າງ ຕີເງິນ ຢູ່ທີ່ນີ້ ສ່ວນຫຼາຍມີນິໄສທີ່ງ່າຍດາຍ, ບໍ່ເວົ້າຫຼາຍ. ພວກເຂົາເຈົ້າໝົກມຸ່ນກັບວຽກງານສ້າງຮູບຮ່າງ ແລະ ເຮັດ ໃຫ້ຜະລິດຕະພັນສົມບູນແບບ. ທ່ານ ຕວຽນແອ໋ງ ໃຫ້ຮູ້ວ່າ: ເພິ່ນໄດ້ຮັບເອົາອາຊີບ ຕີເງິນ ຈາກພໍ່ຂອງຕົນຄື ນາຍຊ່າງ ເກວກວັນເຈື່ອງ. ແຕ່ຍັງນ້ອຍ, ເພິ່ນໄດ້ສຳຜັດກັບອາຊີບນີ້ ແລະ ໄດ້ເຫັນພໍ່ ຕົ້ມເງິນ, ອອກແບບຮູບຮ່າງ, ມ້ວນເງິນເປັນເສັ້ນ ແລະເປຍເສັ້ນເງິນໃຫ້ກາຍເປັນຜະລິດຕະພັນ ສຳເລັດຮູບ. ເວລາຜ່ານໄປ, ອາ ຊີບ ຕີເງິນ ໄດ້ຊຶມເຂົ້າໄປໃນເພິ່ນ ແຕ່ເວລາກໍ່ບໍ່ຮູ້. ອາຊີບ ຕີເງິນ ຕ້ອງການນາຍຊ່າງ ທີ່ມີຄວາມອົດທົນ ແລະ ຊໍານິຊໍານານ. ເພື່ອເຮັດໃຫ້ເປັນຜະລິດຕະພັນເງິນ ທີ່ສົມບູນແບບ, ນາຍຊ່າງ ຕ້ອງຜ່ານຫຼາຍຂັ້ນຕອນຄື: ການອອກແບບ (ແຕ້ມດ້ວຍມື), ການຫຼອມເງິນ (ເອົາເງິນໃສ່ໝໍ້ແລ້ວຕົ້ມ), ຮີດເງິນ, ມ້ວນເງິນເປັນເສັ້ນ, ສ້າງແບບຈໍາລອງ ຜະລິດຕະພັນຕາມຮູບແບບ, ຕີເງິນ, ຂັດ ແລະ ເຮັດໃຫ້ຜະລິດຕະພັນ ເຫຼື້ອມໃສ.
ທ່ານ ຕວນແອ໋ງ ທັງເປັນຜູ້ອອກແບບ, ທັງເປັນຜູ້ຜະລິດ ຜະລິດຕະພັນ, ກໍ່ສ້າງນາຍຊ່າງ. ນອກນັ້ນ, ເພິ່ນຍັງເປັນນັກການຕະຫຼາດນຳຜະລິດຕະພັນເງິນ ມາຍັງຜູ້ຊົມໃຊ້. ເພິ່ນໄດ້ແບ່ງປັນວ່າ: “ຊ່າງ ຕີເງິນ ມີຄວາມອົດທົນ, ດຸໝັ່ນ, ລະອຽດອ່ອນ ແລະ ຄວາມຄິດສ້າງ ສັນກັບຜະລິດຕະພັນ, ແຕ່ບໍ່ຊໍານານວິທີການຂາຍ ຫຼື ແນະນໍາຜະ ລິດຕະພັນຂອງຕົນ”.
ບໍ່ຄືກັບຜະລິດຕະພັນເງິນ ອຸດສາຫະກໍາ ທີ່ສາມາດຜະລິດໄດ້ເປັນ ຈໍານວນຫຼາຍ, ສ່ວນຜະລິດຕະພັນເງິນ ໜຶ່ງ ທ່ີເຮັດດ້ວຍມື ຈະໃຊ້ເວລາ ແລະ ລະອຽດຫຼາຍ. ຜະລິດຕະພັນທຳມະດາເຊັ່ນ:ແຫວນ, ສາຍຄໍ, ຕຸ້ມຫູ... ຖ້າຕັ້ງໃຈເຮັດ ກໍ່ຕ້ອງໃຊ້ເວລາ 3 ມື້ຈຶ່ງໄດ້ຜະລິດ ຕະພັນໜຶ່ງ. ສໍາລັບຮູບແຕ້ມດ້ວຍເງິນ, ຕ້ອງໃຊ້ເວລາຫຼາຍເດືອນຈຶ່ງສໍາເລັດ.
ຊ່າງ ຕີເງິນ ເລ້ວັນເຊີນ (ເກີດປີ 1996) ໃຫ້ຮູ້ວ່າ: “ຂ້າພະເຈົ້າ ທັງຮຽນ, ທັງເຮັດອາຊີບນີ້ ມາໄດ້ 3 ປີແລ້ວ, ຂ້າພະເຈົ້າເລີ່ມເຮັດຈາກ ລວດລາຍທີ່ງ່າຍເຊັ່ນ: ດອກ ແລະ ໃບ, ແລ້ວຄ່ອຍໆ ຍາກຂຶ້ນເຊັ່ນຕົວແບບທີ່ມີລາຍລະອຽດນ້ອຍໆ ຄື ສັດ. ຂ້າພະເຈົ້າປາດຖະໜາວ່າ ມີຄົນງານຄືຂ້າພະເຈົ້າຫຼາຍກວ່າເກົ່າ ເພື່ອໃຫ້ມີປະຊາຄົມຜູ້ທຳອາຊີບ ຕີເງິນ, ໄດ້ຮ່ຳຮຽນຮ່ວມກັນ, ແບ່ງປັນຕົວຢ່າງ ແລະ ເຕີບໂຕໄປພ້ອມກັນ, ຮັກສາວຽກເຮັດງານທຳໃຫ້ໝູ່ບ້ານ”. ສ່ວນທ້າວ ຈຽນ, ດາດ, ເຊີນ, ນາມ, ນາຍຊ່າງ ຂອງ ໂຮງງານ ຕີເງິນ ດິ້ງກົງ ລ້ວນແຕ່ມີແນວຄິດ ແມ່ນເຮັດແນວໃດ ເພື່ອພັດທະນາອາຊີບໄດ້ຢ່າງກວ້າງຂວາງ, ຜະລິດຕະພັນມີຄວາມງາມ, ທົນທານ, ຈາກນັ້ນ ຈຶ່ງໄດ້ຮັບຄວາມນິຍົມຈາກຕະຫຼາດ.
ນອກຈາກປະເພດຜະລິດຕະພັນ ທ່ີເຮັດດ້ວຍເງິນ ທີ່ໄດ້ຮັບຄວາມນິຍົມຫຼາຍຄື: ແຫວນ, ສາຍຄໍ, ຕຸ້ມຫູ, ສາຍແຂນ, ເຂັມຂັດເສື້ອ, ປິ່ນປັກຜົມ ແລະ ອື່ນໆ, ທ່ານ ຕວນແອ໋ງ ຍັງໄດ້ສ້າງບັນດາຜະລິດຕະພັນເຄື່ອງທີ່ລະນຶກ ຄື ຮູບແຕ້ມດ້ວຍເງິນ. ໃນປະເພດຜະລິດ ຕະພັນຮູບແຕ້ມ, ທ່ານ ຕວນແອ໋ງ ໄດ້ວາງບັນດາຮູບພາບວັດທະ ນະທຳ ທີ່ຕິດພັນກັບສັນຍະລັກ ຂອງນະຄອນ ຮ່າໂນ້ຍ ໃສ່ບັນດາຮູບແຕ້ມຂອງຕົນຄື: ຮູບພາບ ເຄວວັນກາກ, ຫໍເຕົ່າ, ຄຸ້ມເມືອງເກົ່າ… ຫຼື ບັນດາຮູບແຕ້ມດອກບົວ ທີ່ມີຄວາມໝາຍ ສະຫງົບສຸກ, ຮູບເດັກລ້ຽງຄວາຍ ເປົ່າຂຸ່ຍ ຫວັງວ່າ ຊີວິດທີ່ສະຫງົບສຸກ, ອີ່ມໜຳສຳລານ ແລະ ມີຄວາມສຸກ.
ໂຮງງານ ຕີເງິນ ດິ້ງກົງ ມີຫຼາຍຕົວຢ່າງຂອງລູກຄ້າທີ່ສັ່ງ ເຮັດຕາມຄວາມມັກຂອງເຂົາເຈົ້າ ແລະ ຕົວຢ່າງ ທີ່ອອກແບບໂດຍນາຍຊ່າງ. ທັງໝົດສະແດງໃຫ້ເຫັນເຖິງຄວາມຄ່ອງແຄ້ວ, ຄວາມເປັນເອກະລັກສະເພາະ ແລະ ແບບຢ່າງຂອງຜະລິດຕະພັນດ້ວຍເງິນ ມູນເຊື້ອ. ຄວາມມຸ່ງຫວັງຂອງຊ່າງ ຕີເງິນ ຢູ່ໝູ່ບ້ານ ດິ້ງກົງ ແມ່ນໄດ້ເປີດໂຮງງານ ຕີເງິນ ອີກຫຼາຍແຫ່ງ ເພື່ອແຜ່ລາມອາຊີບດັ່ງ ກ່າວ ແລະ ຍິ່ງກວ່ານັ້ນເຂົາເຈົ້າຢາກເຜີຍແຜ່ຄວາມງາມດ້ານວັດ ທະນະທຳ ຂອງບ້ານເກີດເມືອງນອນ ຂອງ ຫວຽດນາມ ເຂົ້າສູ່ບັນ ດາຜະລິດຕະພັນທ່ີເຮັດດ້ວຍເງິນ, ເຊິ່ງແມ່ນສິ່ງຂອງທີ່ຂາດບໍ່ໄດ້ຂອງ ຜູ້ບໍລິໂພກທຸກຄົນ.