ອາຊີບ ຫວຽດ

ອາຊີບ ຕີເງິນ ຢູ່ໝູ່ບ້ານ ດິ້ງກົງ

ໃນ​ເມື່ອ​ກ່ອນ, ຮ່າ​ໂນ້ຍ ມີ 4 ອາຊີບ​ທີ່​ມີ​ຊື່​ສຽງ​ໂດ່​ງດັງ​ທີ່​ໄດ້​ຮັບ​ການ​ຢັ້ງຢືນ​ຜ່ານ​ບົດ​ເພງ “ແພໄໝ ​ອຽນ​ຖ໋າຍ, ​ເຄື່ອງປັ້ນດິນ​ເຜົາ ​ບາດຈ່າງ, ຊ່າງ​ຄຳ ດິ້ງ​ກົງ, ​ຊ່າງທອງ ​ງູ​ຊ໊າ”. ຊ່າງ​ຄຳ​ ດິ້ງກົງ​ ມີ​ບາງໄລ ຍະ​ພັດທະນາ ​ຢ່າງໂດດເດັ່ນ, ​ແຕ່​ອາຊີບ​ນີ້​ ໄດ້ຮັບການ​ຜັນ​ແປ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ, ຄ່ອຍໆ ຫາຍ​ສາບ​ສູນ ​ແລະ ຫັນ​ມາເປັນອາຊີບ ຕີ​ເງິນ. ປັດຈຸ​ບັນ, ອາຊີບ​ ຕີເງິນ ​ຢູ່​ດິ້ງກົງ ​ໄດ້​ຮັບ​ການ​ຮັກສາ ​ແລະ ​ເສີມຂະຫຍາຍໂດຍ​ຄອບຄົວ​ນາຍຊ່າງ​ຕີເງິນ ເກວກວັນເຈື່ອງ ແລະ ເກວກຕວນແອ໋ງ. 

ໃນ​ເມື່ອ​ກ່ອນ, ຮ່າ​ໂນ້ຍ ມີ 4 ອາຊີບ​ທີ່​ມີ​ຊື່​ສຽງ​ໂດ່​ງດັງ​ທີ່​ໄດ້​ຮັບ​ການ​ຢັ້ງຢືນ​ຜ່ານ​ບົດ​ເພງ “ແພໄໝ ​ອຽນ​ຖ໋າຍ, ​ເຄື່ອງປັ້ນດິນ​ເຜົາ ​ບາດຈ່າງ, ຊ່າງ​ຄຳ ດິ້ງ​ກົງ, ​ຊ່າງທອງ ​ງູ​ຊ໊າ”. ຊ່າງ​ຄຳ​ ດິ້ງກົງ​ ມີ​ບາງໄລ ຍະ​ພັດທະນາ ​ຢ່າງໂດດເດັ່ນ, ​ແຕ່​ອາຊີບ​ນີ້​ ໄດ້ຮັບການ​ຜັນ​ແປ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ, ຄ່ອຍໆ ຫາຍ​ສາບ​ສູນ ​ແລະ ຫັນ​ມາເປັນອາຊີບ ຕີ​ເງິນ. ປັດຈຸ​ບັນ, ອາຊີບ​ ຕີເງິນ ​ຢູ່​ດິ້ງກົງ ​ໄດ້​ຮັບ​ການ​ຮັກສາ ​ແລະ ​ເສີມຂະຫຍາຍໂດຍ​ຄອບຄົວ​ນາຍຊ່າງ​ຕີເງິນ ເກວກວັນເຈື່ອງ ແລະ ເກວກຕວນແອ໋ງ. 

ນັກ​ສິລະ​ປິນ ເກວກຕວນແອ໋ງ, ​ເຈົ້າ​ຂອງ​ໂຮງງານ​ ຕີເງິນ ​ ​ຢູ່​ໃນ​ຫໍບູຊາບັນພະບຸລຸດ ຊ່າງ ຕີເງິນຕີຄຳ ​ຂອງ ​ໝູ່​ບ້ານ ດິ້ງກົງ ພວມ​ອອກ​ແບບ​ຜະລິດ​ຕະພັນ. ພາບ: ແທງຢາງ/VNP

ປີ 2003, ທ່ານ​ ຕວນ​ແອ໋ງ​ ໄດ້​ຮັບກິດຈະກໍາ ຂອງໂຮງງານຈາກ​ພໍ່. ເສັ້ນທາງໄປສູ່ການເປັນເຈົ້າຂອງໂຮງງານ ແລະ ການສ້າງແບບດັ້ງເດີມຂອງອາຊີບ ຕີເງິນ ມູນເຊື້ອ ບໍ່ແມ່ນເລື່ອງງ່າຍ. ໂຮງ​ງານ​ ຕີເງິນ ຂອງຄອບຄົວທ່ານ ຕວນແອ໋ງ ຕັ້ງ​ຢູ່​ພາຍໃນ​ຫໍບູຊາ​ບັນ​ພະ​ບຸ​ລຸດ ຊ່າງຕີເງິນຕີຄຳ. ປັດຈຸ​ບັນ, ໂຮງງານ​ ມີ​ຊ່າງຕີເງິນ​ໜຸ່ມ 6 ຄົນ​ພວມ​ເຮັດ​ວຽກ. ຊ່າງ ຕີເງິນ ຢູ່ທີ່ນີ້ ສ່ວນຫຼາຍມີນິໄສທີ່ງ່າຍດາຍ, ບໍ່ເວົ້າຫຼາຍ. ພວກເຂົາເຈົ້າໝົກມຸ່ນກັບວຽກງານສ້າງຮູບຮ່າງ ແລະ ເຮັດ ໃຫ້ຜະລິດຕະພັນສົມບູນແບບ. ທ່ານ ຕວຽນ​ແອ໋ງ ​ໃຫ້​ຮູ້​ວ່າ: ເພິ່ນໄດ້​ຮັບ​ເອົາ​ອາຊີບ​ ຕີ​ເງິນ ​ຈາກ​ພໍ່ຂອງຕົນຄື ນາຍຊ່າງ ເກວກວັນເຈື່ອງ. ແຕ່​ຍັງ​ນ້ອຍ, ເພິ່ນ​ໄດ້​ສຳຜັດ​ກັບ​ອາຊີບ​ນີ້ ແລະ ໄດ້​ເຫັນ​ພໍ່​ ຕົ້ມ​ເງິນ, ອອກແບບ​ຮູບ​ຮ່າງ, ມ້ວນ​ເງິນ​ເປັນ​ເສັ້ນ ​ແລະເປຍເສັ້ນເງິນໃຫ້ກາຍເປັນຜະລິດຕະພັນ ສຳເລັດຮູບ. ເວລາຜ່ານໄປ, ອາ ຊີບ ຕີເງິນ ໄດ້ຊຶມເຂົ້າໄປໃນເພິ່ນ ແຕ່ເວລາກໍ່ບໍ່ຮູ້. ອາຊີບ ຕີເງິນ ຕ້ອງການນາຍຊ່າງ ທີ່ມີຄວາມອົດທົນ ແລະ ຊໍານິຊໍານານ. ​ເພື່ອ​ເຮັດ​ໃຫ້​ເປັນ​ຜະລິດ​ຕະ​ພັນ​ເງິນ ​ທີ່​ສົມບູນແບບ, ນາຍຊ່າງ​ ​ຕ້ອງ​ຜ່ານ​ຫຼາຍ​ຂັ້ນ​ຕອນ​ຄື: ການ​ອອກ​ແບບ (​ແຕ້ມ​ດ້ວຍ​ມື), ການ​ຫຼອມເງິນ (​ເອົາ​ເງິນ​ໃສ່​ໝໍ້​ແລ້ວຕົ້ມ), ຮີດ​ເງິນ, ​ມ້ວນ​ເງິນ​ເປັນ​ເສັ້ນ​, ​ ສ້າງແບບຈໍາລອງ ຜະລິດຕະພັນຕາມຮູບແບບ, ຕີເງິນ, ຂັດ ແລະ ເຮັດໃຫ້ຜະລິດຕະພັນ ເຫຼື້ອມໃສ.

 


ທ່ານ ຕວນແອ໋ງ ທັງເປັນ​ຜູ້​ອອກ​ແບບ, ທັງເປັນຜູ້​ຜະ​ລິດ ​ຜະ​ລິດ​ຕະ​ພັນ, ກໍ່ສ້າງນາຍຊ່າງ. ນອກ​ນັ້ນ, ເພິ່ນ​ຍັງ​ເປັນ​ນັກ​ການຕະຫຼາດ​ນຳ​ຜະລິດ​ຕະ​ພັນ​ເງິນ​ ມາຍັງຜູ້​ຊົມ​ໃຊ້. ເພິ່ນໄດ້ແບ່ງປັນວ່າ: “ຊ່າງ ຕີເງິນ ມີຄວາມອົດທົນ, ດຸໝັ່ນ, ລະອຽດອ່ອນ ແລະ ຄວາມຄິດສ້າງ ສັນກັບຜະລິດຕະພັນ, ແຕ່ບໍ່ຊໍານານວິທີການຂາຍ ຫຼື ແນະນໍາຜະ ລິດຕະພັນຂອງຕົນ”.

ບໍ່ຄືກັບຜະລິດຕະພັນເງິນ ອຸດສາຫະກໍາ ທີ່ສາມາດຜະລິດໄດ້ເປັນ ຈໍານວນຫຼາຍ, ສ່ວນຜະລິດຕະພັນເງິນ ໜຶ່ງ ທ່ີເຮັດດ້ວຍມື ຈະໃຊ້ເວລາ ແລະ ລະອຽດຫຼາຍ. ຜະລິດຕະພັນທຳມະດາເຊັ່ນ:ແຫວນສາຍຄໍ, ຕຸ້ມຫູ... ຖ້າຕັ້ງໃຈເຮັດ ກໍ່ຕ້ອງໃຊ້ເວລາ 3 ມື້ຈຶ່ງໄດ້ຜະລິດ ຕະພັນໜຶ່ງ. ສໍາລັບຮູບແຕ້ມດ້ວຍເງິນ, ຕ້ອງໃຊ້ເວລາຫຼາຍເດືອນຈຶ່ງສໍາເລັດ.

Các thợ kim hoàn làm việc bên trong đền thờ tổ nghề. Ảnh: Công Đạt

ຊ່າງ ຕີເງິນ ເລ້ວັນເຊີນ (ເກີດປີ 1996) ໃຫ້ຮູ້ວ່າ: ຂ້າພະເຈົ້າ ທັງຮຽນ, ທັງເຮັດອາຊີບນີ້ ມາໄດ້ 3 ປີແລ້ວ, ຂ້າພະເຈົ້າເລີ່ມເຮັດຈາກ ລວດລາຍທີ່ງ່າຍເຊັ່ນ: ດອກ ແລະ ໃບ, ແລ້ວຄ່ອຍໆ ຍາກຂຶ້ນເຊັ່ນຕົວແບບທີ່ມີລາຍລະອຽດນ້ອຍໆ ຄື ສັດ. ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ​ ມີ​ຄົນ​ງານ​ຄື​ຂ້າ​ພະ​ເຈົ້າ​ຫຼາຍ​ກວ່າ​ເກົ່າ ເພື່ອ​ໃຫ້​ມີປະຊາຄົມຜູ້ທຳອາຊີບ ຕີ​ເງິນ​, ໄດ້​ຮ່ຳ​ຮຽນ​ຮ່ວມ​ກັນ, ແບ່ງ​ປັນ​ຕົວ​ຢ່າງ ແລະ ເຕີບ​ໂຕ​ໄປ​ພ້ອມ​ກັນ, ຮັກ​ສາ​ວຽກ​ເຮັດ​ງານ​ທຳ​ໃຫ້​ໝູ່​ບ້ານ”. ສ່ວນທ້າວ ຈຽນ, ດາດ, ເຊີນ, ນາມ, ນາຍຊ່າງ ຂອງ ໂຮງງານ ຕີເງິນ ດິ້ງກົງ ລ້ວນແຕ່ມີແນວຄິດ ແມ່ນເຮັດແນວໃດ ເພື່ອພັດທະນາອາຊີບໄດ້ຢ່າງກວ້າງຂວາງ, ຜະລິດຕະພັນມີຄວາມງາມ, ທົນທານ, ຈາກນັ້ນ ຈຶ່ງໄດ້ຮັບຄວາມນິຍົມຈາກຕະຫຼາດ.


ນອກຈາກ​ປະເພດ​ຜະລິດຕະພັນ ທ່ີເຮັດດ້ວຍເງິນ ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍຄື: ​ແຫວນ, ສາຍ​ຄໍ, ຕຸ້ມ​ຫູ, ​ສາຍແຂນ, ເຂັມ​ຂັດເສື້ອ, ​ປິ່ນປັກຜົມ ​ແລະ ອື່ນໆ, ​ທ່ານ ​ຕວນ​ແອ໋ງ ຍັງ​ໄດ້​ສ້າງ​ບັນດາ​ຜະລິດ​ຕະພັນ​ເຄື່ອງ​ທີ່​ລະນຶກ​ ຄື ​ຮູບ​ແຕ້ມ​ດ້ວຍ​ເງິນ. ​ໃນ​ປະເພດຜະລິດ ຕະພັນ​ຮູບ​ແຕ້ມ, ທ່ານ ຕວນແອ໋ງ ​ໄດ້​ວາງ​ບັນດາ​ຮູບ​ພາບ​ວັດທະ ນະທຳ​ ທີ່​ຕິດ​ພັນ​ກັບ​​ສັນຍະລັກ ຂອງນະຄອນ ຮ່າ​ໂນ້ຍ ​ໃສ່​ບັນດາ​ຮູບ​ແຕ້ມ​ຂອງ​ຕົນ​ຄື: ​ຮູບ​ພາບ​ ເຄວວັນກາກ, ຫໍ​ເຕົ່າ, ຄຸ້ມ​ເມືອງ​ເກົ່າຫຼື​ ​ບັນດາ​ຮູບ​ແຕ້ມ​ດອກ​ບົວ ​ທີ່​ມີ​ຄວາມ​ໝາຍ​ ສະຫງົບສຸກ, ຮູບເດັກລ້ຽງຄວາຍ ເປົ່າຂຸ່ຍ ຫວັງວ່າ ຊີວິດທີ່ສະຫງົບສຸກ, ອີ່ມໜຳສຳລານ ແລະ ມີຄວາມສຸກ.

ໂຮງງານ ຕີເງິນ ດິ້ງກົງ  ມີຫຼາຍຕົວຢ່າງຂອງລູກຄ້າທີ່ສັ່ງ ເຮັດຕາມຄວາມມັກຂອງເຂົາເຈົ້າ ແລະ ຕົວຢ່າງ ທີ່ອອກແບບໂດຍນາຍຊ່າງ. ທັງ​ໝົດ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຄ່ອງ​ແຄ້ວ, ຄວາມ​ເປັນ​ເອກະລັກ​ສະ​ເພາະ ​ແລະ ​ແບບຢ່າງ​ຂອງ​ຜະລິດ​ຕະ​ພັນ​ດ້ວຍເງິນ​ ມູນເຊື້ອ. ຄວາມມຸ່ງຫວັງຂອງ​ຊ່າງ ຕີ​ເງິນ​ ຢູ່​ໝູ່​ບ້ານ ດິ້ງກົງ ​ແມ່ນ​ໄດ້​ເປີດໂຮງງານ ຕີເງິນ ອີກຫຼາຍແຫ່ງ ​ເພື່ອ​ແຜ່​ລາມ​ອາຊີບດັ່ງ ກ່າວ ​ແລະ ຍິ່ງ​ກວ່າ​ນັ້ນ​ເຂົາ​ເຈົ້າ​ຢາກ​ເຜີຍ​ແຜ່​ຄວາມ​ງາມ​ດ້ານ​ວັດ ທະນະທຳ​ ຂອງບ້ານ​ເກີດ​ເມືອງ​ນອນ ​ຂອງ ຫວຽດນາມ ​ເຂົ້າ​ສູ່​ບັນ ດາ​ຜະລິດ​ຕະພັນ​ທ່ີເຮັດດ້ວຍ​ເງິນ, ​ເຊິ່ງ​ແມ່ນ​ສິ່ງຂອງ​ທີ່​ຂາດ​ບໍ່​ໄດ້ຂອງ ຜູ້​ບໍ​ລິ​ໂພກ​ທຸກ​ຄົນ​.

 



ບົດ: VNP/ບິກເວ- ພາບ: ກົງດາດ,​ ແທງຢາງ - ແປໂດຍ: ຢືຟຽນ

top