ຫວຽດ​ນາມ ຮັບ​ບົດ​ບາດ​ປະ​ທານ APEC 2027 ຢ່າງ​ເປັນ​ທາງ​ການ​

ຫວຽດ​ນາມ ຮັບ​ບົດ​ບາດ​ປະ​ທານ APEC 2027 ຢ່າງ​ເປັນ​ທາງ​ການ​

 

ຕອນ​ເຊົ້າ​ວັນ​ທີ 19 ພະ​ຈິກ, ຢູ່​ນະ​ຄອນ ເຊິນ​ເຈິນ ປະ​ເທດ ຈີນ, ໃນ​ຂອບ​ເຂດກອງ​ປະ​ຊຸມ​​ບັນ​ດາ​ການ​ນຳ​ເສດ​ຖະ​ກິດ​ຂອງເວ​ທີ​ປາ​ໄສ​ການຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC), ​ຄັ້ງ​ທີ 33, ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້ຮັບບົດ​ບາດປະ​ເທດເຈົ້າ​ພາບປີ APEC 2027 ຢ່າງ​ເປັນ​ທາງ​ການ​​ ຈາກທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ຈີນ ສີຈິນ​ຜິງ, ສ້າງ​ຂີດ​ໝາຍ​ຈຸ​ດ​ເວ​ລາ​ສຳ​ຄັນ, ເປີດ​ສາກ​ປີ APEC ຫວຽດ​ນາມ 2027 ຢ່າງ​ເປັນ​ທາງ​ການ.

ພິ​ທີ​ມອບ​ຮັບ​ໄດ້​ດຳ​ເນີນ​ພາຍ​ໃຕ້​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ການ​ນຳ 21 ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ APEC, ພາຍຫຼັງ​ກອງ​ປະ​ຊຸມ​ສີ້ນ​ສຸດ​ບັນ​ດາ​ເນື້ອ​ໃນ​ປຶກ​ສາ​ຫາ​ລື ແລະ ຮັບ​ຮອງ​ເອົາ​ບັນ​ດາ​ເອ​ກະ​ສານ​ສຳ​ຄັນ​ຂອງ​ປີ APEC 2026.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ແນະ​ນຳ​ຫົວ​ເລື່ອງ​ຂອງ​ປີ APEC 2027 ແມ່ນ: “ພ້ອມ​ກັນ​ສ້າ​ງ​ສັງ​ກາດ​ໃໝ່​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ນະ​ວັດ​ຕະ​ກຳ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ລວມ”.

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ຢືນ​ຢັນ​ວ່າ ເລື່ອງ​ເປັນ​ຄັ້ງ​ທີ 3 ຮັບ​ບົດ​ບາດ​ເປັນ​ປະ​ເທດ​ເຈົ້າ​ພາບ APEC ແມ່ນຂີດ​ໝາຍ​ແຫ່ງ​ບາດ​ກ້າວ​ສຳ​ຄັນ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ​ຂອງ ຫວຽດ​ນາມ.

ໃນຕອນເຊົ້າຂອງວັນທີ 19 ພະຈິກ 2026, ທີ່ນະຄອນ ເຊິນເຈິນ (ຈີນ), ທ່ານເລຂາທິການໃຫຍ່ ແລະ ປະທານປະເທດ ໂຕເລິມ ໄດ້ເຂົ້າຮ່ວມກອງປະຊຸມບັນດາການນຳເສດຖະກິດຂອງເວທີປາໄສການຮ່ວມມືດ້ານເສດຖະກິດ ອາຊີ-ປາຊີຟິກ (APEC) ຄັ້ງທີ 33 ໃນປີ 2026 ແລະ ຮັບບົດບາດເປັນປະເທດເຈົ້າພາບ APEC ຄັ້ງທີ 34 ໃນປີ 2027. ໃນ ພາບ: ທ່ານເລຂາທິການໃຫຍ່ ແລະ ປະທານປະເທດ ໂຕເລິມ ແລະ ຜູ້ນຳເສດຖະກິດ APEC ຖ່າຍຮູບຮ່ວມກັນ. (ພາບ: VNA)

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ຈະ​ເປັນ​ປະ​ເທດ​ເຈົ້າ​ພາບ​ທີ່​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ຮັບ​ຟັງ​ເພື່ອ​ປັບ​ປຸງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ເຊື່ອມ​ຕໍ່​ເພື່ອ​ເປີດ​ກ້​ວາງ​ການ​ຮ່ວມ​ມື, ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ ສ້າງ​ໝາກ​ຜົນ​ທີ່​ມີ​ຄຸນ​ຄ່າ​ອັນ​ຍາວ​ນານ. ວິ​ວັດ​ການ APEC 2027 ຈະ​​ໄປ​ຜ່ານບັນ​ດາ​ເຂດ​​ພາກ​ຂອງ ຫວຽດ​ນາມ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ທ້ອງ​ຖິ່ນ​, ວິ​ສາ​ຫະ​ກິດ ແລະ ປ​ຊ​ຊ ທຸກ​ຊັ້ນ​ວັນ​ນະ ແລະ ເຕົ້າ​ໂຮມ​ກັນ​ຢູ່​ເກາະ ຝູກວັກ, ແຂວງ ອານ​ຢາງ-ແຫ່ງ​ຈັດ​ສັບ​ປະ​ດາ​ຂ​ັ້ນ​ສູງ APEC 2027.


Top