ພິທີມອບຮັບໄດ້ດຳເນີນພາຍໃຕ້ການເປັນສັກຂີພິຍານຂອງການນຳ 21 ພື້ນຖານເສດຖະກິດສະມາຊິກ APEC
ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງ APEC 2026. (ພາບ: VNA)
ຕອນເຊົ້າວັນທີ 19 ພະຈິກ, ຢູ່ນະຄອນ ເຊິນເຈິນ ປະເທດ ຈີນ, ໃນຂອບເຂດກອງປະຊຸມບັນດາການນຳເສດຖະກິດຂອງເວທີປາໄສການຮ່ວມມືດ້ານເສດຖະກິດ ອາຊີ-ປາຊີຟິກ (APEC), ຄັ້ງທີ 33, ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ໄດ້ຮັບບົດບາດປະເທດເຈົ້າພາບປີ APEC 2027 ຢ່າງເປັນທາງການ ຈາກທ່ານເລຂາທິການໃຫ່ຍ, ປະທານປະເທດ ຈີນ ສີຈິນຜິງ, ສ້າງຂີດໝາຍຈຸດເວລາສຳຄັນ, ເປີດສາກປີ APEC ຫວຽດນາມ 2027 ຢ່າງເປັນທາງການ.
ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ແລະ ທ່ານເລຂາທິການໃຫ່ຍ, ປະທານປະເທດ ຈີນ ສີຈິນຜິງ. (ພາບ: VNA)
ພິທີມອບຮັບໄດ້ດຳເນີນພາຍໃຕ້ການເປັນສັກຂີພິຍານຂອງການນຳ 21 ພື້ນຖານເສດຖະກິດສະມາຊິກ APEC, ພາຍຫຼັງກອງປະຊຸມສີ້ນສຸດບັນດາເນື້ອໃນປຶກສາຫາລື ແລະ ຮັບຮອງເອົາບັນດາເອກະສານສຳຄັນຂອງປີ APEC 2026.
ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ໄດ້ແນະນຳຫົວເລື່ອງຂອງປີ APEC 2027 ແມ່ນ: “ພ້ອມກັນສ້າງສັງກາດໃໝ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນະວັດຕະກຳ ແລະ ຄວາມວັດທະນາຖາວອນລວມ”.
ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ຢືນຢັນວ່າ ເລື່ອງເປັນຄັ້ງທີ 3 ຮັບບົດບາດເປັນປະເທດເຈົ້າພາບ APEC ແມ່ນຂີດໝາຍແຫ່ງບາດກ້າວສຳຄັນ ໃນວິວັດການເຊື່ອມໂຍງ ແລະ ພັດທະນາຂອງ ຫວຽດນາມ.
ໃນຕອນເຊົ້າຂອງວັນທີ 19 ພະຈິກ 2026, ທີ່ນະຄອນ ເຊິນເຈິນ (ຈີນ), ທ່ານເລຂາທິການໃຫຍ່ ແລະ ປະທານປະເທດ ໂຕເລິມ ໄດ້ເຂົ້າຮ່ວມກອງປະຊຸມບັນດາການນຳເສດຖະກິດຂອງເວທີປາໄສການຮ່ວມມືດ້ານເສດຖະກິດ ອາຊີ-ປາຊີຟິກ (APEC) ຄັ້ງທີ 33 ໃນປີ 2026 ແລະ ຮັບບົດບາດເປັນປະເທດເຈົ້າພາບ APEC ຄັ້ງທີ 34 ໃນປີ 2027. ໃນ ພາບ: ທ່ານເລຂາທິການໃຫຍ່ ແລະ ປະທານປະເທດ ໂຕເລິມ ແລະ ຜູ້ນຳເສດຖະກິດ APEC ຖ່າຍຮູບຮ່ວມກັນ. (ພາບ: VNA)
ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະເປັນປະເທດເຈົ້າພາບທີ່ມີຄວາມສຸດຈິດສຸດໃຈ, ຮັບຟັງເພື່ອປັບປຸງຄວາມເຫັນດີເຫັນພ້ອມ, ເຊື່ອມຕໍ່ເພື່ອເປີດກ້ວາງການຮ່ວມມື, ພ້ອມກັບບັນດາສະມາຊິກ ສ້າງໝາກຜົນທີ່ມີຄຸນຄ່າອັນຍາວນານ. ວິວັດການ APEC 2027 ຈະໄປຜ່ານບັນດາເຂດພາກຂອງ ຫວຽດນາມ, ດ້ວຍການເຂົ້າຮ່ວມຂອງບັນດາທ້ອງຖິ່ນ, ວິສາຫະກິດ ແລະ ປຊຊ ທຸກຊັ້ນວັນນະ ແລະ ເຕົ້າໂຮມກັນຢູ່ເກາະ ຝູກວັກ, ແຂວງ ອານຢາງ-ແຫ່ງຈັດສັບປະດາຂັ້ນສູງ APEC 2027.