ສອນສິລະປະການຊົງຊາຫວຽດໃຫ້ຄົນຕ່າງປະເທດ
ຫ້ອງຮຽນກ່ຽວກັບສິລະປະການຊົງນໍ້າຊາ ຫວຽດ ໂດຍ ຕຽນທຽນຈ່າ ຈັດຂຶ້ນ ໄດ້ດຶງດູດຊາວຕ່າງປະເທດທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ ເຂົ້າຮ່ວມດ້ວຍຈຳນວນຫຼວງຫຼາຍ.
ຫ້ອງຮຽນກ່ຽວກັບສິລະປະການຊົງນໍ້າຊາ ຫວຽດ ໃຫ້ແກ່ ຊາວຕ່າງປະເທດຂອງ ຕຽນທຽນຈ່າ ໄດ້ເກີດຂຶ້ນຈາກ ແນວຄວາມຄິດໜຶ່ງ: ຊາແມ່ນສະຖານທີ່ທີ່ເຕັມໄປດ້ວຍ ຄວາມຊັບຊ້ອນຂອງວັດທະນະທໍາການເຮັດອາຫານຫວຽດນາມ. ຍ້ອນວ່າ, ຕົ້ນຊາ ແລະ ປ່າຊາໄດ້ຕິດພັນກັບຊີວິດຂອງຊາວຫວຽດນາມ ມາແຕ່ດົນນານ, ແຕ່ນັ້ນມາ, ຂະແໜງການຜະລິດຊາພື້ນເມືອງດ້ວຍເຄື່ອງໝາຍການຄ້າຫວຽດນາມ ໄດ້ແຜ່ລາມໄປເຖິງເພື່ອນມິດໃນທົ່ວ 5 ທະວີບ. ເຖິງຢ່າງໃດກໍຕາມ, ບໍ່ແມ່ນຜູ້ໃດກໍ່ຮູ້ວິທີການຊົງນໍ້າຊາໃຫ້ແຊບ, ວິທີການເອືອບຊາຫວຽດ, ສິ່ງດັ່ງກ່າວຍັງຕ້ອງຮຽນຮູ້ ແລະ ມີຄວາມຮູ້ທີ່ຈະຟັງດ້ວຍໃຈເພື່ອຄົ້ນພົບວິທີການຊົງນໍ້າຊາຫວຽດນາມ.
ທ່ານນາງ ຟ້າມກ່ຽວຮວາ, ຜູ້ອຳນວຍການດ້ານບໍລິຫານ, ທັງເປັນຜູ້ຊ່ຽວຊານດ້ານຊາຂອງຕຽນທຽນຈ່າ ໃຫ້ຮູ້ວ່າ: “ຢູ່ຫວຽດນາມ ມີຕົ້ນຊາ ຊານຕວຽດບູຮານ ເຕີບໂຕເທິງຈອມພູສູງກວ່າ 1000 ແມັດ, ມີອາຍຸແຕ່ 100-800 ປີ. ຈາກທີ່ນີ້, ຊາວເຜົ່າຢາວ, ໄທດໍາ... ເກັບຊາມາເພື່ອຜະລິດເປັນຊາທີ່ລ້ຳຄ່າຫຼາຍຊະນິດ ເຊັ່ນ: ບຸບມັງຊານ, ໂພທຽນຊານ, ແບກຈ່າ, ລູກຈ່າ, ໂຮ່່ງຈ່າ, ໂຟຈ່າ, ຊາເອືອບດອກໄມ້”. ເປັນທີ່ຮູ້ກັນວ່າ, ຜະລິດຕະພັນຊາ ຕຽນທຽນແມ່ນຜະລິດຈາກຍອດຊາທີ່ປົກຫຸ້ມດ້ວຍເກັດຫິມະ, ໃບຊາຂຽວມີແສງເຫຼືອງ, ປະສົມກັບເມກເທິງພູເຂົາ, ລົມແລະ ປ່າໄມ້ພາກເໜືອຂອງຫວຽດນາມ, ດັ່ງນັ້ນຈຶ່ງມີລົດຊາດບໍລິສຸດ. ຊາຫວຽດມີຄຸນຄ່າຍ້ອນເປັນແຫຼ່ງທໍາມະຊາດທີ່ບໍລິສຸດຂອງພູເຂົາເຂດຕາເວັນຕົກສ່ຽງເໜືອ. ເມື່ອປະສົມນຳ້ແລ້ວ ດື່ມແມ່ນດີຕໍ່ສຸຂະພາບ.
ຫ້ອງຮຽນສອນວິທີຊົງຊາຫວຽດ ໃຫ້ແກ່ປະຊາຄົມຊາວຕ່າງປະເທດ ແລະ ນັກທ່ອງທ່ຽວສາກົນ ຢູ່ ຕຽນທຽນຈ່າເປີດເມື່ອປີ 2022 ໄດ້ດຶງດູດຜູ້ເຂົ້າຮ່ວມນັບເປັນຈຳນວນຫຼວງຫຼາຍ. ມາຍັງ ທຽນທຽນຈ່າ, ຊາວຕ່າງປະເທດຈະໄດ້ຮຽນຮູ້ວິທີການຊົງນໍ້າຊາພ້ອມກັນ, ຄົ້ນພົບວັດທະນະທຳຊາ ຊານຕວຽດ ທີ່ເກົ່າແກ່ ແລະ ເຜີຍແຜ່ການປົກປັກຮັກສາຕົ້ນຊາຫວຽດ, ເຊີດຊູຄຸນຄ່າດ້ານວັດທະນະທຳຂອງສິລະປະການດື່ມຊາພື້ນເມືອງຫວຽດນາມ.
ຫ້ອງຮຽນກ່ຽວກັບສິລະປະການຊົງຊາ ຫວຽດ ໄດ້ ຕຽນທຽນຈ່າ ຈັດຂຶ້ນ ດ້ວຍບັນດາຊຸດຮຽນແຕ່ລະດັບຕ່ຳຫາສູງ. ໃນເບື້ອງຕົ້ນ ແມ່ນຫ້ອງຮຽນ ຈ່າເຂີຍ ຊ່ວຍໃຫ້ຜູ້ຮຽນມີທັດສະນະທີ່ຖືກຕ້ອງກ່ຽວກັບຊາຫວຽດນາມ ແລະຮູ້ຈັກຕົ້ນກໍາເນີດຂອງຕົ້ນຊາ. ຖັດມາແມ່ນຫ້ອງຮຽນ ຈ່າຊານທີ່ມີຄວາມເລິກເຊິ່ງດ້ານສິລະປະການຊົງນໍ້າຊາ ແລະ ຊີມລົດຊາດຂອງຊາບູຮານ.
ຕາມອະດີດນັກການທູດ David Devin ມາຍັງຫ້ອງຮຽນຈ່າເຂີຍ, ຂ້າພະເຈົ້າຮູ້ສຶກເຖິງຄວາມສະຫຼາດສ່ອງໃສ ແລະ ຄວາມເຂົ້າໃຈວັດທະນະທຳຫວຽດນາມ ຂອງເພິ່ນນັບແຕ່ການດື່ມຊາ ກັບໝູ່ເພື່ອນ. ທ່ານ David Devin ກ່າວວ່າ: “ນັບຕັ້ງແຕ່ຂ້າພະເຈົ້າ ເຮັດວຽກຢູ່ກະຊວງການຕ່າງປະເທດ ສອາເມລິກາ, ບາດກ້າວເດີນຂອງຂ້າພະເຈົ້າໄດ້ຜ່ານຫຼາຍກວ່າ 5 ທະວີບ, ແຕ່ສິ່ງທີ່ເຮັດໃຫ້ຂ້າພະເຈົ້າມີຄວາມສະໜິດຕິດພັນກັບ ຫວຽດນາມ ແມ່ນໃນຈຸດພິເສດທີ່ງ່າຍດາຍນີ້”. ເຖິງວ່າ ໃນໄວ80 ປີ, ແຕ່ທ່ານ David Devin ຍັງຮຽນເອົາວິທີການຊົງນໍ້າຊາ ແລະຮຽນຮູ້ກ່ຽວກັບຊາ, ຈິ່ງເຮັດໃຫ້ສຸຂະພາບດີຂຶ້ນ, ຊ່ວຍໃຫ້ເພິ່ນມີຄວາມສະຫງົບໃນການເຮັດວຽກ ແລະ ດໍາລົງຊີວິດຢ່າງມີຄວາມສຸກໃນປະເທດທີ່ເພິ່ນຖືວ່າ ເປັນບ້ານເກີດເມືອງ ນອນແຫ່ງທີ່ສອງຂອງຕົນ.
ບໍ່ພຽງແຕ່ທ່ານ David Devin ເທົ່ານັ້ນ,ແຕ່ຍັງມີຊາວໜຸ່ມຊາວຕ່າງປະເທດຄື ທ່ານ Andy Bear (ຣັດເຊຍ) ກໍ່ພວມມີການຊອກຮູ້ວັດທະນະທຳຊາ ຫວຽດ ແລະ ຮຽນຮູ້ວິທີການຊົງນໍ້າຊາ. ທ່ານ Andy Bear ພວມເປັນນັກບັນນາທິການ ພາສາ ຣັດເຊຍ, ສະນັ້ນ, ເພິ່ນມີຄວາມດຸໝັ່ນໃນການຮ່ຳຮຽນ ແລະ ຊອກຮູ້ວັດທະນະທຳຫວຽດນາມ ເພື່ອປັບປຸງຄວາມເຂົ້າໃຈກ່ຽວກັບອາຊີບຂອງຕົນ. ທ່ານ Valentina Yugay (ສເກົາຫຼີ) ມີຄວາມຮູ້ສຶກວ່າ: “ຊອກຮູ້ກ່ຽວກັບຊາ ແລະ ຮຽນເອົາພິທີການຊົງນໍ້າຊາ ເພື່ອໃຫ້ຂ້າພະເຈົ້າສາມາດເຂົ້າໃຈວັດທະນະທຳຂອງຫວຽດນາມ ໄດ້ດີກວ່າ”.
ຫ້ອງຮຽນກ່ຽວກັບສິລະປະການຊົງນໍ້າຊາ ຫວຽດ ຈັດຂຶ້ນໃນ ເວລາປະມານ 1:30 ໂມງ, ແຕ່ເຕັມໄປດ້ວຍຄວາມມ່ວນຊື່ນ, ນັກຮຽນທຸກຄົນແປກໃຈ, ມ່ວນຊື່ນກັບຈອກຊາທີ່ເຂົາເຈົ້າຊົງ, ແຕ່ຍັງມີຊ່ວງເວລາເພື່ອເພີດເພີນກັບລົດຊາດຊາໃໝ່ຂອງເພື່ອນຮ່ວມໃນຫ້ອງຮຽນ. ທ່ານນາງ Stellar (ຮອງປະທານສະມາຄົມເພື່ອນມໍລະດົກ ຫວຽດນາມ) ມີຄວາມສົນໃຈໃນຫ້ອງຮຽນແຫ່ງນີ້, ເພິ່ນໄດ້ຮຽນ 2ຊຸດ ແລະ ໄດ້ເຊີນແມ່ຈາກ ອັງກິດ ມາດື່ມຊາຫວຽດ ເພື່ອສ້າງບັນຍາກາດທີ່ ອົບອຸ່ນ ລະຫວ່າງສອງແມ່ລູກ.
ຫວັງວ່າ, ບັນດາຫ້ອງຮຽນກ່ຽວກັບສິລະປະການຊົງນໍ້າຊາ ຫວຽດ ຈະໄດ້ຮັບຄວາມນິຍົມຊົມຊອບຢູ່ ຫວຽດນາມ ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໃຈຄວາມສວຍງາມຂອງວັດທະນະທຳ ຊາ ຫວຽດ. ພາບ: ຫວຽດເກື່ອງ/VNP
ບົດ: ບິກເວິນ - ພາບ: ຫວຽດເກື່ອງ -ແປໂດຍ: ຢືຟຽນ