ສອນສິລະປະການຊົງຊາຫວຽດໃຫ້ຄົນຕ່າງປະເທດ

ສອນສິລະປະການຊົງຊາຫວຽດໃຫ້ຄົນຕ່າງປະເທດ

ຫ້ອງຮຽນກ່ຽວກັບສິລະປະການຊົງນໍ້າຊາ ຫວຽດ ໂດຍ ຕຽນທຽນຈ່າ ຈັດຂຶ້ນ ໄດ້​ດຶງ​ດູດ​ຊາວ​ຕ່າງ​ປະ​ເທດ​ທີ່​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ ຫວຽດ​ນາມ ເຂົ້າ​ຮ່ວມດ້ວຍຈຳນວນຫຼວງຫຼາຍ.


ຫ້ອງຮຽນກ່ຽວກັບສິລະປະການຊົງນໍ້າຊາ ຫວຽດ ໃຫ້ແກ່ ຊາວຕ່າງປະເທດຂອງ ຕຽນທຽນຈ່າ ໄດ້ເກີດຂຶ້ນຈາກ ແນວຄວາມຄິດໜຶ່ງ: ຊາແມ່ນສະຖານທີ່ທີ່ເຕັມໄປດ້ວຍ ຄວາມຊັບຊ້ອນຂອງວັດທະນະທໍາການເຮັດອາຫານຫວຽດນາມ. ຍ້ອນ​ວ່າ, ຕົ້ນ​ຊາ ​ແລະ ປ່າ​ຊາ​ໄດ້​ຕິດ​ພັນ​ກັບ​ຊີວິດ​ຂອງ​ຊາວ​ຫວຽດນາມ ມາ​ແຕ່​ດົນ​ນານ, ​ແຕ່​ນັ້ນ​ມາ, ຂະ​ແໜງ​ການ​ຜະລິດ​ຊາ​ພື້ນ​ເມືອງ​ດ້ວຍ​ເຄື່ອງ​ໝາຍການຄ້າ​​ຫວຽດນາມ ​ໄດ້​ແຜ່​ລາມ​ໄປ​ເຖິງ​ເພື່ອນ​ມິດ​ໃນ​ທົ່ວ 5 ທະວີບ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍ່​ແມ່ນ​ຜູ້ໃດກໍ່​ຮູ້​ວິທີ​ການຊົງນໍ້າຊາ​ໃຫ້ແຊບ, ວິທີ​ການເອືອບ​ຊາ​ຫວຽດ, ສິ່ງ​ດັ່ງກ່າວ​ຍັງ​ຕ້ອງ​ຮຽນ​ຮູ້ ​ແລະ ມີ​ຄວາມ​ຮູ້​ທີ່​ຈະ​ຟັງ​ດ້ວຍ​ໃຈ​ເພື່ອ​ຄົ້ນ​ພົບ​ວິທີ​ການຊົງນໍ້າຊາ​ຫວຽດນາມ.

ທ່ານ​ນາງ ຟ້າມ​ກ່ຽວ​ຮວາ, ຜູ້ອຳນວຍການດ້ານບໍລິຫານ, ທັງ​ເປັນ​ຜູ້​ຊ່ຽວ​ຊານ​ດ້ານຊາ​ຂອງ​ຕຽນ​ທຽນຈ່າ ​ໃຫ້​ຮູ້​ວ່າ: ຢູ່​ຫວຽດ​ນາມ ມີຕົ້ນ​ຊາ ຊານຕວຽດບູຮານ ​ເຕີບໂຕເທິງ​ຈອມພູ​ສູງ​ກວ່າ 1000 ແມັດ, ມີ​ອາ​ຍຸ​ແຕ່ 100-800 ປີ. ຈາກ​ທີ່ນີ້, ຊາວ​ເຜົ່າຢາວ, ໄທດໍາ... ​ເກັບຊາ​ມາເພື່ອ​ຜະລິດເປັນຊາທີ່​ລ້ຳ​ຄ່າ​ຫຼາຍຊະນິດ ເຊັ່ນ: ບຸບມັງຊານ, ​ໂພ​ທຽນ​ຊານ, ແບກຈ່າ, ລູກຈ່າ, ໂຮ່່ງຈ່າ, ໂຟຈ່າ, ຊາເອືອບດອກໄມ້”. ​ເປັນ​ທີ່​ຮູ້​ກັນ​ວ່າ, ຜະລິດ​ຕະພັນ​ຊາ​ ຕຽນ​ທຽນ​ແມ່ນ​ຜະລິດ​ຈາກ​ຍອດຊາ​ທີ່ປົກ​ຫຸ້ມ​ດ້ວຍ​ເກັດຫິມະ​, ​ໃບ​ຊາ​ຂຽວ​ມີ​ແສງ​ເຫຼືອງ, ປະສົມ​ກັບ​ເມກເທິງ​ພູເຂົາ, ລົມ​ແລະ ປ່າ​ໄມ້​ພາກ​ເໜືອ​ຂອງ​ຫວຽດນາມ, ດັ່ງ​ນັ້ນ​ຈຶ່ງມີລົດ​ຊາດ​ບໍລິສຸດ. ຊາ​ຫວຽດ​ມີ​ຄຸນ​ຄ່າ​ຍ້ອນເປັນແຫຼ່ງ​ທໍາ​ມະ​ຊາດ​ທີ່​ບໍ​ລິ​ສຸດ​ຂອງ​ພູ​ເຂົາເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ. ເມື່ອປະສົມນຳ້ແລ້ວ ດື່ມແມ່ນດີຕໍ່ສຸຂະພາບ.

ຫ້ອງ​ຮຽນ​ສອນວິທີຊົງ​ຊາ​ຫວຽດ​ ໃຫ້​ແກ່​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດ ແລະ ນັກ​ທ່ອງ​ທ່ຽວ​ສາ​ກົນ ຢູ່ ຕຽນ​ທຽນ​ຈ່າເປີດເມື່ອ​ປີ 2022 ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມນັບ​ເປັນ​ຈຳ​ນວນ​ຫຼວງຫຼາຍ. ມາ​ຍັງ ທຽນ​ທຽນ​ຈ່າ, ຊາວ​ຕ່າງ​ປະ​ເທດຈະໄດ້​ຮຽນ​ຮູ້​ວິທີການ​ຊົງນໍ້າຊາ​ພ້ອມ​ກັນ, ຄົ້ນ​ພົບ​ວັດ​ທະ​ນະ​ທຳ​ຊາ​ ຊານຕວຽດ ທີ່​ເກົ່າ​ແກ່ ແລະ ເຜີຍ​ແຜ່ການ​ປົກ​ປັກ​ຮັກ​ສາ​ຕົ້ນ​ຊາ​​ຫວຽດ​, ເຊີດ​ຊູ​ຄຸນ​ຄ່າດ້ານ​ວັດ​ທະ​ນະ​ທຳຂອງ​ສິ​ລະ​ປະ​ການ​ດື່ມ​ຊາ​ພື້ນ​ເມືອງ​ຫວຽດ​ນາມ.

 

ຫ້ອງຮຽນກ່ຽວກັບສິລະປະການຊົງຊາ ຫວຽດ ​ໄດ້ ຕຽນ​ທຽນ​ຈ່າ ຈັດຂຶ້ນ ດ້ວຍ​ບັນ​ດາ​ຊຸດຮຽນແຕ່​ລະ​ດັບ​ຕ່ຳ​ຫາ​ສູງ. ໃນ​ເບື້ອງ​ຕົ້ນ ແມ່ນຫ້ອງ​ຮຽນ ຈ່າເຂີຍ ຊ່ວຍ​ໃຫ້​ຜູ້​ຮຽນ​ມີ​ທັດ​ສະ​ນະ​ທີ່​ຖືກ​ຕ້ອງ​ກ່ຽວ​ກັບ​ຊາ​ຫວຽດ​ນາມ ແລະ​ຮູ້​ຈັກ​ຕົ້ນ​ກໍາ​ເນີດ​ຂອງ​ຕົ້ນ​ຊາ. ຖັດ​ມາ​ແມ່ນ​ຫ້ອງ​ຮຽນ ຈ່າຊານທີ່​ມີ​ຄວາມ​ເລິກເຊິ່ງ​ດ້ານ​ສິລະ​ປະ​ການຊົງນໍ້າຊາ ແລະ ຊີມ​ລົດ​ຊາດຂອງຊາ​ບູຮານ.

ຕາມອະດີດ​ນັກ​ການ​ທູດ David Devin ​ມາ​ຍັງ​ຫ້ອງ​ຮຽນຈ່າເຂີຍ, ຂ້າພະ​ເຈົ້າ​ຮູ້ສຶກ​ເຖິງ​ຄວາມ​ສະຫຼາດ​ສ່ອງ​ໃສ ​ແລະ ​ຄວາມເຂົ້າ​ໃຈ​ວັດທະນະທຳ​ຫວຽດນາມ ຂອງເພິ່ນນັບແຕ່ການດື່ມ​ຊາ ກັບ​ໝູ່​ເພື່ອນ. ທ່ານ David Devin ກ່າວວ່າ: ນັບຕັ້ງແຕ່ຂ້າພະເຈົ້າ ເຮັດວຽກຢູ່ກະຊວງການຕ່າງປະເທດ ສອາເມລິກາ, ບາດກ້າວເດີນຂອງຂ້າພະເຈົ້າໄດ້ຜ່ານຫຼາຍກວ່າ 5 ທະວີບ, ແຕ່ສິ່ງທີ່ເຮັດໃຫ້ຂ້າພະເຈົ້າມີຄວາມສະໜິດຕິດພັນກັບ ຫວຽດນາມ ແມ່ນໃນຈຸດພິເສດທີ່ງ່າຍດາຍນີ້”. ເຖິງວ່າ ໃນໄວ80 ປີ, ແຕ່ທ່ານ David Devin ຍັງຮຽນເອົາວິທີການຊົງນໍ້າຊາ ແລະຮຽນຮູ້ກ່ຽວກັບຊາ, ຈິ່ງເຮັດໃຫ້ສຸຂະພາບດີຂຶ້ນ, ຊ່ວຍໃຫ້ເພິ່ນມີຄວາມສະຫງົບໃນການເຮັດວຽກ ແລະ ດໍາລົງຊີວິດຢ່າງມີຄວາມສຸກໃນປະເທດທີ່ເພິ່ນຖືວ່າ ເປັນບ້ານເກີດເມືອງ ນອນແຫ່ງທີ່ສອງຂອງຕົນ.

ບໍ່​ພຽງ​ແຕ່ທ່ານ David Devin ​ເທົ່າ​ນັ້ນ,ແຕ່ຍັງ​ມີ​ຊາວ​ໜຸ່ມ​ຊາວ​ຕ່າງປະ​ເທດ​ຄື ທ່ານ Andy Bear (ຣັດ​ເຊຍ) ກໍ່ພວມມີ​ການ​ຊອກ​ຮູ້​ວັດທະນະທຳ​ຊາ​ ຫວຽດ​ ແລະ ຮຽນ​ຮູ້​ວິທີ​ການຊົງນໍ້າຊາ. ທ່ານ Andy Bear ​ພວມເປັນນັກບັນ​ນາ​ທິ​ການ​ ພາສາ ຣັດ​ເຊຍ, ສະ​ນັ້ນ, ເພິ່ນມີຄວາມ​ດຸ​ໝັ່ນ​ໃນ​ການ​ຮ່ຳ​ຮຽນ ແລະ ຊອກຮູ້​ວັດ​ທະ​ນະ​ທຳ​ຫວຽດ​ນາມ ເພື່ອ​ປັບ​ປຸງ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ອາ​ຊີບ​ຂອງຕົນ. ທ່ານ Valentina Yugay (ສເກົາຫຼີ) ມີ​ຄວາມ​ຮູ້ສຶກ​ວ່າ: ຊອກຮູ້​ກ່ຽວ​ກັບ​ຊາ ​ແລະ ຮຽນ​ເອົາ​ພິທີການ​ຊົງນໍ້າຊາ ​ເພື່ອ​ໃຫ້​ຂ້າພະ​ເຈົ້າສາມາດ​ເຂົ້າ​ໃຈ​ວັດທະນະທຳ​ຂອງ​ຫວຽດນາມ ​ໄດ້​ດີກ​ວ່າ”.

ຫ້ອງຮຽນກ່ຽວກັບສິລະປະການຊົງນໍ້າຊາ ຫວຽດ ຈັດຂຶ້ນໃນ ເວລາປະມານ 1:30 ໂມງ, ແຕ່ເຕັມໄປດ້ວຍຄວາມມ່ວນຊື່ນ, ນັກຮຽນທຸກຄົນແປກໃຈ, ມ່ວນຊື່ນກັບຈອກຊາທີ່ເຂົາເຈົ້າຊົງ, ແຕ່ຍັງມີຊ່ວງເວລາເພື່ອເພີດເພີນກັບລົດຊາດຊາໃໝ່ຂອງເພື່ອນຮ່ວມໃນຫ້ອງຮຽນ. ທ່ານ​ນາງ Stellar (ຮອງ​ປະທານ​ສະມາຄົມ​ເພື່ອນ​ມໍ​ລະ​ດົກ ​ຫວຽດນາມ) ມີ​ຄວາມ​ສົນ​ໃຈ​ໃນ​ຫ້ອງ​ຮຽນແຫ່ງ​ນີ້, ​ເພິ່ນໄດ້​ຮຽນ 2ຊຸດ ​ແລະ ​ໄດ້​ເຊີນ​ແມ່​ຈາກ ​ອັງກິດ ມາ​ດື່ມຊາ​ຫວຽດ ​ເພື່ອສ້າງບັນຍາກາດທີ່ ​ອົບ​ອຸ່ນ ລະຫວ່າງສອງແມ່ລູກ.

ຫວັງ​ວ່າ, ບັນດາຫ້ອງຮຽນກ່ຽວກັບສິລະປະການຊົງນໍ້າຊາ ຫວຽດ ຈະ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຢູ່​ ຫວຽດນາມ ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ໃຈ​ຄວາມ​ສວຍ​ງາມ​ຂອງ​ວັດ​ທະ​ນະ​ທຳ​ ຊາ ຫວຽດ. ພາບ: ຫວຽດເກື່ອງ/VNP

ບົດ: ບິກເວິນ - ພາບ: ຫວຽດເກື່ອງ -ແປໂດຍ: ຢືຟຽນ


top