ຟ້າມຮົ່ງແທງ ສ້າງ 3 ສະຖິຕິ Seagames
ນັກກິລາຍົກນ້ຳໜັກ ຟ້າມທິຮົ່ງແທງ ເກີດເມື່ອປີ 1999, ຢູ່ ແຂວງ ຫາຍເຢືອງ. ຮົ່ງແທງ ມີພອນສະຫວັນກັບການຍົກນ້ຳໜັກ ເມື່ອນາງເຂົ້າຮຽນລອຍນ້ຳ ຢູ່ສູນຝຶກກິລາ ເງ້ອານ. ບັນດາຄູຝຶກ ຢູ່ທີ່ນີ້ ໄດ້ຄົ້ນພົບວ່າ ພອນສະຫວັນ ທີ່ມີມາແຕ່ກຳເນີດຂອງນາງ ແທງ ເໝາະສົມທີສຸດ ກັບການຍົກນ້ຳໜັກ, ດັ່ງນັ້ນເຂົາເຈົ້າໄດ້ຊັກຊວນໃຫ້ນາງຝຶກຊ້ອມ.
ໃນຂະນະຝຶກຊ້ອມຢູ່ ເງ້ອານ, ຮົ່ງແທງ ມີໂອກາດໄດ້ໄປສຶກສາ ຢູ່ ສ ເກົາຫຼີ, ແຕ່ນາງໄດ້ຕັດສິນໃຈ ໂຈະການຮຽນເອົາໄວ້ ສຸມໃສ່ໃຫ້ ການຍົກນ້ຳໜັກ. ຮົ່ງແທງ ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ນາງບໍ່ເຄີຍມີຍາມໃດເສຍໃຈກັບການເລືອກຂອງຕົນ.
ພາຍຫຼັງ 5 ປີທຳການຝຶກຊ້ອມຍົກນ້ຳໜັກ, ປີ 2019 ຮົ່ງແທງໄດ້ເຂົ້າຮ່ວມ SEA Games 30 ເປັນຄັ້ງທຳອິດຢູ່ ຟີລິບປິນ. ຕັ້ງແຕ່ຄັ້ງ ທໍາອິດ ທ່ີເຂົ້າຮ່ວມໃນເວທີໃຫຍ່, ເກີນຄວາມຄາດຫວັງ, ຍິງສາວ ອາຍຸ 20 ປີ ໄດ້ແຂ່ງຂັນຢ່າງໜ້າປະທັບໃຈ ແລະ ຍາດໄດ້ຫຼຽນຄໍາ ໃນລາຍການຍົກນໍ້າໜັກ ຍິງລຸ້ນ 64 ກີໂລກຼາມ.
ໃນ SEA Games 31, ມີຜູ້ຊົມທ່ີໂຊກດີຫຼາຍຄົນ ໄດ້ມີໜ້າຢູ່ສູນຝຶກຊ້ອມ ແລະ ແຂ່ງຂັນກິລາ ຮ່າໂນ້ຍ ໃນຕອນບ່າຍວັນທີ 21 ພຶດສະ ພາ 2022 ບໍ່ອາດສາມມາດລືມໄດ້ ການໄລ່ຕາມກັນຢ່າງເຄັ່ງຕຶງ ແລະ ໜ້າປະທັບໃຈ ລະຫວ່າງບັນດານັກກິລາ ໃນການແຂ່ງຂັນຢ່າງດຸເດືອດ ໃນລາຍການຍົກນໍ້າໜັກ ລຸ້ນ 64 ກິໂລກຼາມ ຍິງ.
ນາງ ຟ້າມທິຮົ່ງແທງ ເຂົ້າແຂ່ງຂັນ ໃນຖານະ ແຊ້ມ ຄອງຊະນະເລີດ SEA Games 30. ແຕ່ໃນ SEA Games 30, ຫຼາຍປະເທດ ທີ່ມີນັກຍົກນໍ້າໜັກເກ່ັງ ໃນພາກພື້ນ ບໍ່ໄດ້ເຂົ້າຮ່ວມການແຂ່ງຂັນ ແລະ ໃນມື້ນັ້ນ ເຂົາເຈົ້າໄດ້ກັບຄືນມາ, ຮ່ົ່ງແທງ ມີຄູ່ແຂ່ງ ທີ່ເກັ່ງ ແລະ ເທົ່າທຽມກັນຄື Tsabitha Alfiah Ramadani (ອິນໂດເນເຊຍ) ແລະ Quinilitan Ando Elreen Ann (ຟີລິບປິນ).
ໃນລາຍການຍົກທ່າ Snatch ໄດ້ສະແດງໃຫ້ເຫັນ ການແຂ່ງຂັນ ສຸດທີ່ຂຸ້ນຂ້ຽວ ລະຫວ່າງບັນດານັກກິລາ. ຮົ່ງແທງ ໄດ້ປະສົບຜົນສຳ ເລັດ ໃນການຍົກ 98 ກິໂລກຼາມ - ເທົ່າກັບສະຖິຕິ SEA Games ໃນການຍົກ ຄັ້ງທຳອິດ. ຫຼັງຈາກນັ້ນ, ນັກຍົກ ນໍ້າໜັກ Quinilitan Ando Elreen Ann ໄດ້ຍົ ຂຶ້ນເປັນ 100 ກິໂລກຼາມ ໃນການຍົກຄັ້ງທີ 2 ແລະ ໄດ້ທຳລາຍສະຖິຕິ SEA Games. ນັກກິລາ Tsabitha Alfiah Ramadani ກໍປະສົບຜົນສຳເລັດ ດ້ວຍນ້ຳໜັກ 100 ກິໂລກຼາມ ໃນການຍົກນໍ້າໜັກ ຄັ້ງທີ 3. ເມື່ອ ຟ້າມຮົ່ງແທງ ເລືອກ ນ້ຳໜັກ 101 ກິໂລກຼາມ ໃນຄັ້ງຕໍ່ໄປ ແລະ ປະສົບຜົນ ສຳເລັດ, ນັກກິລາ ຟີລິບປິນ ສືບຕໍ່ເລືອກຍົກນ້ຳໜັກທ່າ Snatch 103 ກິໂລກຼາມ ເປັນຄັ້ງສຸດທ້າຍ ແລະ ໄດ້ທຳລາຍ ສະຖິຕິ ທີ່ນັກກິລາ ຫວຽດນາມ ຫາ ກໍທໍາໄດ້. ພາຍໃຕ້ແຮງກົດດັນ ອັນໃຫຍ່ຫຼວງດັ່ງກ່າວ, ຮົ່ງແທງ ໄດ້ຍົກທ່າ Snatch 104 ກິໂລກຼາມ ຜ່ານ ແລະ ກາຍເປັນນັກກິລາ ທ່ີມີຜົນງານສູງສຸດ ໃນລາຍການຍົກນໍ້າໜັກ ຍິງ ແລະ ໄດ້ສ້າງສະຖິຕິໃໝ່ SEA Games.
ໃນການຍົກທ່າ Clean & Jerk ບັນດາຄູ່ແຂ່ງຈາກ ອິນໂດເນເຊຍ ແລະ ຟີລິບປິນ ໄດ້ປະສົບຜົນສຳເລັດຢ່າງລຽນຕິດ ດ້ວຍນ້ຳໜັກ 120 ກິໂລກຼາມ. ອີກເທື່ອໜຶ່ງ ຟ້າມທິຮົ່ງແທງ ດ້ວຍການຍົກ ທີ່ເຂັ້ມ ແຂງ, ເດັດຂາດ ແລະ ໂດດເດັ່ນ ໄດ້ຜ່ານຢ່າງເຫັນໄດ້ຊັດ, ສືບຕໍ່ ທໍາລາຍສະຖິຕິຈຸດສູງສຸດ ຄືຊ່ວງເວລາ ທ່ີ ຮົ່ງແທງ ປະສົບຄວາມສໍາເລັດ ໃນການຍົກ 126 ກິໂລກຼາມ, ສ້າງສະຖິຕິ SEA Games ໃນການຍົກທ່າ Clean & Jerk ລຸ້ນ 64 ກິໂລກຼາມຍິງ. ເພື່ອຢຸດຕິການໄລ່ລ່າທ່ີໜ້າຕື່ນເຕັ້ນທ່ີສຸດ ໃນລາຍການຍົກນໍ້າໜັກ ທີ່ SEA Games 31.
ຟ້າມທິຮົ່ງແທ່ງ ໄດ້ປະສົບຄວາມສໍາເລັດ ໃນການປ້ອງກັນຫຼຽນຄຳ ແລະ ສ້າງ 3 ສະຖິຕິໃໝ່ SEA Games ດ້ວຍນ້ຳໜັກລວມ 230 ກິໂລກຼາມ, ຊຶ່ງລື່ນກາຍ ສະຖິຕິ SEA Games ເກົ່າ 214 ກິໂລກຼາມແລະ ເທົ່າກັບຜົນງານ ຂອງ ນັກກິລາ ທ່ີຄວ້າຫຼຽນທອງ ໃນໂອລິມປິກ ໂຕກຽວ 2020.