ຟ້າມຮົ່ງແທງ ສ້າງ 3 ສະຖິຕິ Seagames

ຟ້າມຮົ່ງແທງ ສ້າງ 3 ສະຖິຕິ Seagames

ນັກກິລາຍົກນ້ຳໜັກ ຟ້າມທິຮົ່ງແທງ ເກີດເມື່ອປີ 1999, ຢູ່ ແຂວງ ຫາຍເຢືອງ. ຮົ່ງແທງ ມີພອນສະຫວັນກັບການຍົກນ້ຳໜັກ​ ເມື່ອ​ນາງ​ເຂົ້າ​​ຮຽນ​​ລອຍ​ນ້ຳ ​ຢູ່​ສູນ​ຝຶກ​ກິ​ລາ ເງ້ອານ. ບັນດາ​ຄູ​ຝຶກ​ ຢູ່​ທີ່​ນີ້​ ໄດ້​ຄົ້ນ​ພົບ​ວ່າ ພອນສະຫວັນ ທີ່ມີມາແຕ່ກຳເນີດ​ຂອງນາງ ແທງ ເໝາະ​ສົມທີສຸດ ​ກັບ​ການຍົກ​ນ້ຳ​ໜັກ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ໄດ້​​ຊັກຊວນ​ໃຫ້​ນາງຝຶກ​ຊ້ອມ.

ໃນ​ຂະ​ນະ​​ຝຶກ​ຊ້ອມ​ຢູ່ ເງ້ອານ, ຮົ່ງແທງ ​ມີ​ໂອ​ກາດໄດ້​ໄປ​ສຶກສາ ຢູ່​​ ສ ເກົາ​ຫຼີ, ແຕ່​ນາງ​ໄດ້​ຕັດ​ສິນ​ໃຈ ໂຈະການຮຽນເອົາໄວ້​ ສຸມໃສ່ໃຫ້ ການຍົກ​ນ້ຳ​ໜັກ.  ຮົ່ງແທງ ໃຫ້ຮູ້​ວ່າ ມາ​ຮອດ​ປັດຈຸ​ບັນ, ນາງ​ບໍ່​ເຄີຍ​ມີຍາມໃດເສຍ​ໃຈກັບການ​ເລືອກຂອງ​ຕົນ.

ພາຍຫຼັງ 5 ປີ​ທຳ​ການ​ຝຶກ​ຊ້ອມ​ຍົກ​ນ້ຳ​ໜັກ, ປີ 2019 ຮົ່ງ​ແທງ​ໄດ້​ເຂົ້າ​ຮ່ວມ​ SEA Games 30 ເປັນ​ຄັ້ງ​ທຳ​ອິດຢູ່ ຟີລິບປິນ. ຕັ້ງແຕ່ຄັ້ງ ທໍາອິດ ທ່ີເຂົ້າຮ່ວມໃນເວທີໃຫຍ່, ເກີນຄວາມຄາດຫວັງ, ຍິງສາວ ອາຍຸ 20 ປີ ໄດ້ແຂ່ງຂັນຢ່າງໜ້າປະທັບໃຈ ແລະ ຍາດໄດ້ຫຼຽນຄໍາ ໃນລາຍການຍົກນໍ້າໜັກ ຍິງລຸ້ນ 64 ກີໂລກຼາມ. 

ນັກກິລາ ຟ້າມທິຮົ່ງແທງ ກັບຫຼຽນຄຳ ໃນລາຍການຍົກນໍ້າໜັກ ລຸ້ນ 64 ກິໂລກຼາມຍິງ ທີ່ SEA Games 31.

ໃນ​ SEA Games 31, ມີຜູ້​ຊົມ​ທ່ີໂຊກດີຫຼາຍ​ຄົນ​ ໄດ້ມີໜ້າ​ຢູ່​ສູນຝຶກຊ້ອມ ແລະ ແຂ່ງຂັນກິລາ ​ຮ່າ​ໂນ້ຍ ​ໃນ​ຕອນ​ບ່າຍ​ວັນ​ທີ 21 ພຶດສະ ພາ 2022 ບໍ່ອາດສາມມາດ​ລືມໄດ້​ ການ​ໄລ່ຕາມກັນຢ່າງເຄັ່ງຕຶງ ​ແລະ ໜ້າ​ປະ​ທັບ​ໃຈ ​ລະຫວ່າງ​ບັນດານັກ​ກິລາ ​ໃນ​ການ​ແຂ່ງຂັນ​ຢ່າງ​ດຸ​ເດືອດ ໃນລາຍການຍົກນໍ້າໜັກ ລຸ້ນ 64 ກິໂລກຼາມ ຍິງ.

ນາງ ຟ້າມທິຮົ່ງແທງ ເຂົ້າແຂ່ງຂັນ ໃນຖານະ ແຊ້ມ ຄອງຊະນະເລີດ SEA Games 30. ແຕ່ໃນ SEA Games 30, ຫຼາຍປະເທດ ທີ່ມີນັກຍົກນໍ້າໜັກເກ່ັງ ໃນພາກພື້ນ ບໍ່ໄດ້ເຂົ້າຮ່ວມການແຂ່ງຂັນ ແລະ ​ໃນ​ມື້​ນັ້ນ ​ເຂົາ​ເຈົ້າໄດ້​ກັບ​ຄືນ​ມາ, ຮ່ົ່ງແທງ ມີຄູ່ແຂ່ງ ທີ່ເກັ່ງ ແລະ ເທົ່າ​ທຽມ​ກັນ​ຄື Tsabitha Alfiah Ramadani (ອິນ​ໂດ​ເນເຊຍ) ແລະ Quinilitan Ando Elreen Ann (ຟີ​ລິບ​ປິນ).

 

ໃນລາຍການຍົກທ່າ Snatch ໄດ້ສະແດງໃຫ້ເຫັນ ການແຂ່ງຂັນ ສຸດທີ່ຂຸ້ນຂ້ຽວ ລະຫວ່າງບັນດານັກກິລາ. ຮົ່ງແທງ ໄດ້ປະສົບຜົນສຳ ເລັດ ໃນການຍົກ 98 ກິໂລກຼາມ - ເທົ່າກັບສະຖິຕິ SEA Games ໃນການຍົກ ຄັ້ງທຳອິດ. ຫຼັງຈາກນັ້ນ, ນັກຍົກ ນໍ້າໜັກ Quinilitan Ando Elreen Ann ໄດ້ຍົ ຂຶ້ນເປັນ 100 ກິໂລກຼາມ ໃນການຍົກຄັ້ງທີ 2 ແລະ ໄດ້ທຳລາຍສະຖິຕິ SEA Games. ນັກກິລາ Tsabitha Alfiah Ramadani ກໍປະສົບຜົນສຳເລັດ ດ້ວຍນ້ຳໜັກ 100 ກິໂລກຼາມ ໃນການຍົກນໍ້າໜັກ ຄັ້ງທີ 3. ເມື່ອ ຟ້າມຮົ່ງແທງ ເລືອກ  ນ້ຳໜັກ 101 ກິໂລກຼາມ ໃນຄັ້ງຕໍ່ໄປ ແລະ ປະສົບຜົນ ສຳເລັດ, ນັກກິລາ ຟີລິບປິນ ສືບຕໍ່ເລືອກຍົກນ້ຳໜັກທ່າ Snatch 103 ກິໂລກຼາມ ເປັນຄັ້ງສຸດທ້າຍ ແລະ ໄດ້ທຳລາຍ ສະຖິຕິ ທີ່ນັກກິລາ ຫວຽດນາມ ຫາ ກໍທໍາໄດ້. ພາຍໃຕ້ແຮງກົດດັນ ອັນໃຫຍ່ຫຼວງດັ່ງກ່າວ, ຮົ່ງແທງ ໄດ້ຍົກທ່າ Snatch 104 ກິໂລກຼາມ ຜ່ານ ແລະ ກາຍເປັນນັກກິລາ ທ່ີມີຜົນງານສູງສຸດ ໃນລາຍການຍົກນໍ້າໜັກ ຍິງ ແລະ ໄດ້ສ້າງສະຖິຕິໃໝ່ SEA Games.    

ໃນການຍົກທ່າ Clean & Jerk ບັນດາຄູ່​ແຂ່ງຈາກ​ ​ອິນ​ໂດ​ເນ​ເຊຍ ​ແລະ ​ຟີ​ລິບ​ປິນ ​ໄດ້​ປະສົບ​ຜົນ​ສຳ​ເລັດ​ຢ່າງລຽນຕິດ ​ດ້ວຍ​ນ້ຳ​ໜັກ 120 ກິໂລກຼາມ. ອີກເທື່ອໜຶ່ງ ຟ້າມທິຮົ່ງແທງ ດ້ວຍການຍົກ ທີ່ເຂັ້ມ ແຂງ, ເດັດຂາດ ແລະ ໂດດເດັ່ນ ໄດ້ຜ່ານຢ່າງເຫັນໄດ້ຊັດ, ສືບຕໍ່ ທໍາລາຍສະຖິຕິຈຸດສູງສຸດ ຄືຊ່ວງເວລາ ທ່ີ ຮົ່ງແທງ ປະສົບຄວາມສໍາເລັດ ໃນການຍົກ 126 ກິໂລກຼາມ, ສ້າງສະຖິຕິ SEA Games ໃນການຍົກທ່າ Clean & Jerk ລຸ້ນ 64 ກິໂລກຼາມຍິງ. ເພື່ອຢຸດຕິການໄລ່ລ່າທ່ີໜ້າຕື່ນເຕັ້ນທ່ີສຸດ ໃນລາຍການຍົກນໍ້າໜັກ ທີ່ SEA Games 31.

ຟ້າມທິຮົ່ງແທ່ງ ໄດ້ປະສົບຄວາມສໍາເລັດ ໃນການປ້ອງກັນຫຼຽນຄຳ  ແລະ ສ້າງ 3 ສະຖິຕິໃໝ່ SEA Games  ດ້ວຍນ້ຳໜັກລວມ 230 ກິໂລກຼາມ, ຊຶ່ງລື່ນກາຍ ສະຖິຕິ SEA Games ເກົ່າ 214 ກິໂລກຼາມແລະ ເທົ່າກັບຜົນງານ ຂອງ ນັກກິລາ ທ່ີຄວ້າຫຼຽນທອງ ໃນໂອລິມປິກ ໂຕກຽວ 2020.      

 
ປະຕິບັດໂດຍ: ຫວຽດເກື່ອງ - ເຕັກນິກກະຣາຟິກໂດຍ: ຈາງຍູງ - ແປໂດຍ: ບິກລຽນ

top