ຟື້ນຟູຊຸດອາພອນ ຫວຽດ ໃນສະໄໝລາຊະວົງ ຫງວຽນ

ການອອກແບບຊຸດອາພອນຂອງຄົນ ຫວຽດ ໃນສະໄໝລາຊະວົງຫງວຽນ ໄດ້ຮັບການອອກແບບໂດຍ 2 ຍີ່ຫໍ້ ຖຸຍຈຸງຫງວຽດ ແລະ ດ້າຍນາມເຈິນແອັງ ສ້າງຕັ້ງໂດຍນາງ ຫງວຽນທິກວິ່ງງາ, ນາງ ງາກ່າວວ່າ: “ຂ້າພະເຈົ້າບໍ່ແມ່ນນັກອອກແບບຊຸດອາພອນຂອງຫວຽດນາມ, ສິ່ງທີ່ຂ້າພະເຈົ້າເຮັດແມ່ນພຽງແຕ່ຊອກຫາອະດີດ, ຫວນຄືນບັນດາຮູບແບບຊຸດອາພອນຂອງ ຫວຽດນາມ. ແຕ່ວ່າ, ຂ້າພະເຈົ້າຍັງໄວ້ເນື້ອເຊື່ອໃຈໃນບັນດາຜະລິດຕະພັນການຟື້ນຟູບາງສ່ວນບຸກຄົນເຊັ່ນ: ຮູບແບບສີ, ການອອກແບບ…”.
ຜົນຂອງໂຄງການດັ່ງກ່າວແມ່ນງານວາງສະແດງ “ຊຸດອາພອນຂອງຄົນ ຫວຽດ ໃນສະໄໝລາຊະວົງ ຫງວຽນ” ໄດ້ຈັດຂຶ້ນຢູ່ Mu Lala Art Space (ຮ່າໂນ້ຍ). ງານວາງສະແດງໄດ້ນຳເອົາບັນດາຜະລິດຕະພັນທີ່ໄດ້ຮັບການຄົ້ນຄວ້າສ່ວນຕົວກໍ່ຄືການຮ່ວມມື ຂອງນາງ ຫງວຽນທິກວິ່ງງາ ກ່ຽວກັບເຄື່ອງນຸ່ງຂອງຄົນ ຫວຽດ ໃນສະໄໝລາດຊະວົງ ຫງວຽນ. ຢູ່ທີ່ນີ້, ຜູ້ຊົມຈະໄດ້ຊົມບັນດາຜະລິດຕະພັນທີ່ຄົ້ນຄວ້າ ແລະ ຄຸ້ມຄອງໂດຍ ຖຸຍຈຸງຫງວຽດ ແລະ ດ້າຍນາມເຈິນແອັງ.
ພາຍໃນງານວາງສະແດງ, ສິ່ງທີ່ໜ້າສົນໃຈແມ່ນ ເສື້ອເຊີດເຍິດບິ່ງຂອງທ່ານນາງ ຟານທິຕຽບ, ເພິ່ນແມ່ນພັນລະຍາ ຂອງ ໜຶ່ງໃນ 4 ເສົາຄ້ຳຂອງລາຊະວົງ ຫງວຽນ - ທ່ານ ກາວຊວນຢຸກ (1843-1923). ເສື້ອຜ້າຊຸດນີ້ແມ່ນຊຸດທີ່ລາຊະວົງ ຫງວຽນ ໄດ້ມອບໃຫ້ເພິ່ນໃນເວລາທີ່ເພິ່ນຖືກແຕ່ງຕັ້ງເປັນພັນລະຍາ ຜູ້ມີຍົດສັກສູງສຸດ. ລວດລາຍເທິງເສື້ອແມ່ນເພິ່ນໄດ້ອອກແບບດັ້ງເດີມ ແລະ ໄດ້ຖັກແສ່ວຢູ່ຕ່າງປະເທດ, ແລ້ວສົ່ງໄປຫວຽດນາມ ເພື່ອປະຕິບັດ. ສ່ວນຄໍເສື້ອ, ລາຊະວົງ ຫງວຽນໄດ້ສັ່ງໃຫ້ນັກຖັກແສ່ວຢູ່ພາກເໜືອດັດແປງ ແລະ ຫຍິບໃສ່ເສື້ອເຍິດບິ່ງ.
ນອກຈາກນັ້ນ, ຜູ້ຊົມຍັງສາມາດເຂົ້າໃຈຕື່ມອີກກ່ຽວກັບ ຊຸດອາພອນຂອງລາຊະວົງ ຫງວຽນ ໂດຍຜ່ານບັນດາຜະລິດ ຕະພັນຂອງ ກວິ່ງງາຫງວຽນ ໄດ້ຮ່ຳຮຽນ ແລະ ຟື້ນຟູ, ມີການສົມທົບກັນຂອງວັດທະນະທຳພື້ນເມືອງ ແລະ ບຸກຄະລິກລັກສະນະປະດິດສ້າງໃໝ່. ເສື້ອເຊີດທີ່ນາງໄດ້ອອກແບບໃໝ່ບໍ່ແມ່ນຄໍແບບດັ້ງເດີມທີ່ຫຍິບເປັນຮູບວົງມົນ, ແຕ່ເປັນຄໍທີ່ທັນສະໄໝ. ນີ້ແມ່ນລາຍລະອຽດທີ່ໄດ້ປ່ຽນແປງທັດສະນະຂອງຊາວ ຫວຽດນາມ ກ່ຽວກັບຄວາມສວຍງາມໃນຊຸມປີ 30 ຂອງສະຕະວັດທີ່ຜ່ານມາ, ເມື່ອການຮຸກຮານຂອງຕາເວັນຕົກໄດ້ແຊກແຊງດ້ານວັດທະນະທຳ.
ຢູ່ທີ່ງານວາງສະແດງ ກວິ່ງງາ ຍັງໄດ້ວາງສະແດງວັດຖຸບູຮານຂອງລາຊະວົງ ຫງວຽນຈຳນວນໜຶ່ງ, ໃນນັ້ນມີ ຫວີ, ປອກແຂນ, ຄັນຮົ່ມທີ່ນາງຕ້ອງໄດ້ໃຊ້ເວລາຫຼາຍໃນການຄົ້ນຄວ້າ ແລະ ເກັບຮວບຮວມ.